Ad

Ad

19 January 2017

ນະຄອນຫຼວງວຽງຈັນເປີດນຳໃຊ້ຫ້ອງປະຕິບັດການສຸກເສີນດ້ານສາທາລະນະສຸກ

ວັນທີ 18 ມັງກອນນີ້, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເປີດນຳໃຊ້ຫ້ອງປະຕິບັດການສຸກເສີນດ້ານສາທາລະນະສຸກຂຶ້ນທີ່ພະແນກຂອງຕົນ, ໂດຍການເຂົ້າຮ່ວມຂອງ, ຜູ້ຕາງໜ້າອົງການອະນາໄມໂລກ, ສູນວິເຄາະລະບາດວິທະຍາ, ຫ້ອງ ການສາທາລະນະສຸກເມືອງເຂົ້າຮ່ວມນຳດ້ວຍ.
ຜູ້ຕາງໜ້າອົງການອະນາໄມໂລກມີຄຳເຫັນຕໍ່ກອງປະຊຸມວ່າ: ການເປີດນຳໃຊ້ຫ້ອງປະຕິບັດການສຸກເສີນດ້ານສາທາລະນະສຸກຂອງນະຄອນລວງວຽງຈັນແຫ່ງນີ້ເປັນແຫ່ງທຳອິດທີ່ສາມາດເຊື້ອມຕໍ່ກັບກະຊວງສາທາລະນະສຸກທີ່ສ້າງຕັ້ງລະບົບດັ່ງກ່າວມາແຕ່ປີ 2014, ແນ່
ໃສ່ຄຸ້ມຄອງເຫດ ການສຸກເສີນຕ່າງໆ, ໂດຍລະເພາະແມ່ນການປະເຊີນໜ້າກັບການລະບາດຂອງພະຍາດໃນພາວະສຸກເສີນ ແລະ ເປັນຈຸດປະສານງານສຸກເສີນທາງດ້ານສາທາລະສຸກໃນການປະເມີນ, ວິເຄາະຂໍ້ມູນ ແລະ ວາງແຜນໃນການຕ້ອບໂຕ້ກັບພາວະສຸກເສີນ ແລະ ສິ່ງສຳຄັນແມ່ນເປັນຈຸດປະສານງານທີ່ມີປະສິດທິ ພາບລະຫວ່າງເມືອງ ແລະ ມີຄວາມສຳຄັນຫຼາຍຕໍ່ນະຄອນຫຼວງວຽງຈັນໃນການກຽມພ້ອມກັບການຕອບໂຕເຫດການສຸກເສີນກໍຄືການລະບາດຂອງພະຍາດຕ່າງໆ .

ທ່ານ ຫົວພະໜ້າພະແນກສາທາລະນະສຸກນະຄອນຫຼວງກ່າວວ່າ: ເພື່ອເຮັດໃຫ້ວຽກງານສາ ທາລະນະສຸກສາມາດເກັບກຳ ແລະ ລາຍງານຂໍ້ມູນໄດ້ໄວ້, ເຮັດໃຫ້ວຽກງານຕອບໂຕ້ທັນກັບເວລາ ແລະ ຫັນລະບົບສາທາລະນະສຸກໄປສູ່ທັນສະໄໝທາງພະແນກສາທາລະນະສຸກຈິ່ງໄດ້ສ້າງຕັ້ງຫ້ອງປະຕິບັດການສຸກເສີນດ້ານສາທາລະສຸກນີ້ຂຶ້ນ, ກໍເພື່ອປະຕິບັດຕາມທິດຊີ້ນຳຂອງກະຊວງສາທາລະນະສຸກເພື່ອເປັນຈຸດປະສານງານລະຫວ່າງເມືອງຕ່າງໆດ້ວຍກັນຜ່ານລະບົບອອນລາຍ ( ວິດີໂອຄໍ ) ບໍ່ວ່າຈະເປັນການປະຊຸມ ຫຼື ການລາຍງານຂໍ້ມູນຕ່າງໆແມ່ນຈະເຮັດຜ່ານລະບົບວິໂດໂອ, ໂດຍບໍ່ຈຳເປັນເດີນທາງມາຫາທີ່ພະແນກສາທາລະນະສຸກຄືເກົ່າ, ໂດຍຈະຊ່ວຍຢັດເວລາ ແລະ ການສິ້ນເປືອງຕ່າງໆ, ໄລຍະເປີດນຳໃຊ້ໃໝ່ນີ້ອາດຈະມີຄວາມຫຍຸ້ງຍາກບາງຢ່າງເກີດຂຶ້ນ, ແຕ່ທາງພະແນກເອງຈະເລັ່ງຝຶກອົບຮົມໃຫ້ພະນັກງານທີຮັບຜິດຊອບວຽກງານດັ່ງກ່າວມີຄວາມຊຳນິຊຳນານດີຂຶ້ນ  ແລະ ໃນໂອ ກາດນີ້ທາງພະແນກສາທາລະນະສຸກຍັງໄດ້ມອບຄອມພິວເຕີ, ພ້ອມອຸປະກອນຕ່າງໆເພື່ອເປັນການ ປະຕິບັດງານຂອງຫ້ອງການສຸກເສີນດັ່ງກ່າວໃຫ້ແຕ່ລະເເມືອງນຳໄປໃຊ້ໃຫ້ເກີດຜົນປະໂຫຍດ.

No comments:

Post a Comment