ກອງປະຊຸມຄັ້ງທີ 38 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25-27 ທັນວານີ້ທີ່ນະຄອນຫລວງວຽງຈັນພາຍໃຕ້ການເປັນປະທານຮ່ວມຂອງທ່ານສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດການຜະລິດ ແລະຈໍລະຈອນທັງເປັນປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະທ່ານຫງວຽນຊວນຟຸກຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຮ່ວມມື
ຫວຽດນາມ-ລາວ ໂດຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງ
ແລະຂະແໜງການກ່ຽວຂ້ອງຕ່າງໆພ້ອມບັນດາເຈົ້າແຂວງຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ.
Ad
28 December 2015
10 ເຫດການເດັ່ນຂອງປະເທດໃນປີ 2015
ໃນປີ
2015 ນີ້, ໄດ້ມີຫລາຍເຫດການພົ້ນເດັ່ນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມເກີດຂຶ້ນໃນປະເທດເຮົາ, ແຕ່ໜັງສືພິມລາວພັດທະນາ ຂໍຍົກເອົາ10
ເຫດການເດັ່ນມາສະເໜີດັ່ງນີ້:
ອັນດັບ 10 : ແມ່ນເປີດໂຄງການຍົກຍ້າຍ-ຈັດສັນເມືອງກະລືມໃໝ່, ແຂວງເຊກອງໃນວັນທີ
25 ເມສາ, ໂດຍການເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ,
ເປັນໂຄງການບູລິມະສິດຂອງລັດຖະບານທີ່ມີມູນຄ່າຫລາຍກວ່າ 930 ຕື້ກີບ, ເພື່ອສ້າງເມືອງດັ່ງກ່າວໃຫ້ມີການພັດທະ
ນາໂສມໜ້າໃໝ່
ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
ໜຶ່ງປີຜ່ານມາວຽກງານຕ່າງປະເທດຂອງລາວຍາດໄດ້ຜົນງານຫລາຍດ້ານ
ກອງປະຊຸມສະຫລຸບວຽກງານປະຈໍາປີ 2015 ຂອງກະຊວງການຕ່າງປະເທດ, ໄດ້ຈັດຂຶ້ນໃນວັນ 25 ທັນວານີ້, ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລຸນ ສີສຸລິດ.
ໃນໂອກາດນີ້,
ທ່ານຫົວໜ້າຫ້ອງການກະຊວງດັ່ງກ່າວໄດ້ຂຶ້ນລາຍງານບົດສະຫລຸບການເຄື່ອນ
ໄຫວປະຈໍາປີ
2015 ວ່າ: ສປປ ລາວ, ໄດ້ສ້າງສາຍພົວພັນການທູດກັບ 138 ປະເທດ, ມີສຳນັກງານຕາງໜ້າທູດທັງໝົດ 38 ແຫ່ງຢູ່ 27 ປະເທດ ໃນນັ້ນມີສະຖານທູດ 26 ແຫ່ງ, ສຳນັກງານຕາງໜ້າຖາວອນ 3 ແຫ່ງ ແລະສຳນັກງານສາກົນ
ກົມຄຸ້ມຄອງມົນລະພິດຮຽກຮ້ອງສັງຄົມຢຸດຖີ້ມຂີ້ເຫຍື້ອຊະຊາຍ
ກົມຄຸມຄອງມົນລະພິດ, ກະຊວງຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມໄດ້ອອກມາຮຽກຮ້ອງຜ່ານສື່ມວນຊົນເມື່ອບໍ່ດົນນີ້, ໂດຍຂໍໃຫ້ທຸກພາກສ່ວນສັງຄົມຢຸດຕິການສວຍໂອກາດຖິ້ມຂີ້ເຫຍື້ອແບບຊະຊາຍສ້າງຄວາມເປີະເປື້ອນ ແລະ ທໍາລາຍສະພາບແວດລ້ອມໃນຕົວເມືອງ.
ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ຂີ້ເຫຍື້ອມີຫລາຍປະເພດທີ່ເກີດຈາກຫລາຍແຫລ່ງເຊັ່ນ: ຈາກຄົວເຮືອນ,
ໂຮງແຮມ, ຮ້ານອາຫານ, ຕະຫລາດ ແລະ
ຫົວໜ່ວຍທຸລະກິດຕ່າງໆ, ນອກຈາກນີ້ຍັງມີຂີ້ເຫຍື້ອປະເພດເປັນພິດອັນຕະລາຍຈາກໂຮງໝໍ ແລະ ຄລີນິກ,
ຂະນະທີ່ຂີ້ເຫຍື້ອບາງປະເພດກໍສາ ມາດນໍາກັບມາໃຊ້ຄືນໄດ້, ສ່ວນການແບ່ງຄວາມຮັບຜິດຊອບໃນການຈັດເກັບຂີ້ເຫຍື້ອໂດຍສະເພາະໃນຕົວເມືອງ
ສສ ຫວຽດນາມ ຊ່ວຍກໍ່ສ້າງສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ແຂວງວຽງຈັນ
ທ່ານລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນພິທີອັນມີຄວາມໝາຍສຳຄັນນີ້ວ່າ: ໂຄງການກໍ່ສ້າງສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ, ເປັນໂຄງການຊ່ວຍເຫລືອ
ສໍາເລັດການຍົກລະດັບທັກສະການຂຽນຂ່າວໃຫ້ສື່ມວນຊົນລາວ
ໃນວັນທີ
25 ທັນວານີ້, ຢູ່ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ
ທ່ອງທ່ຽວ, ໄດ້ຈັດພິທີປິດຊຸດຝຶກອົບຮົມທັກສະການຂຽນຂ່າວໃຫ້ສື່ມວນຊົນລາວ, ພາຍຫລັງດໍາເນີນມາເປັນເວລາ 5 ວັນຢູ່ສະຖາບັນດັ່ງກ່າວ, ຊຶ່ງແມ່ນຊ່ຽວຊານດ້ານການຂ່າວຈາກ ສສຫວຽດນາມ ໄດ້ມາໃຫ້ຄວາມຮູ້ໃນຊຸດອົບຮົມຄັ້ງນີ້, ໂດຍສະເພາະແມ່ນບົດຮຽນໃນການເກັບກຳຂໍ້ມູນ, ການເຈາະເລິກບັນຫາ, ການວິເຄາະ-ວິໄຈຂໍ້ມູນ ແລະ ອົງປະກອບປັດໄຈສໍາຄັນອື່ນໆເພື່ອປະກອບໃສ່ການຂຽນບົດ, ຂຽນຂ່າວບັນ ດາເຫດການສໍາຄັນຕ່າງໆທີ່ເກີດຂຶ້ນໃນສັງຄົມ, ທັງນີ້ກໍເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດຂອງສື່ມວນຊົນລາວ ເພື່ອກຽມ
ທີມຂອງມະຫາວິທະຍາໄລແຫ່ງຊາດຊະນະເລີດການແຂ່ງຂັນເຕັ້ນເຊຍປະຈຳປີ 2015
ການແຂ່ງຂັນການເຕັ້ນເຊຍ ຊີງຂັນປະທານຄະນະກຳມະການໂອລິມປິກແຫ່ງຊາດລາວ ຄັ້ງທີ
4 ປະຈຳປີ 2015, ການແຂ່ງຂັນແປບຊີເຊຍລີດດິງຄອນເທັດເປັນກິດຈະກຳໜຶ່ງທີ່ຂອງກິລາມ່ວນຊົນ, ຊຶ່ງການແຂ່ງຂັນໃນຄັ້ງນີ້ປະກອບມີ 2 ຮຸ້ນຄື: ຮຸ້ນມັດທະຍົມ 10 ທີມ
ແລະ ຮຸ້ນທົ່ວໄປລະດັບມະຫາວິທະຍາໄລ-ວິທະຍາໄລ ມີຈຳນວນ 9 ທີມເຂົ້າຮ່ວມ, ຊຶ່ງຜ່ານການແຂ່ງຂັນໃນຮຸ້ນທົ່ວໄປລະດັບມະຫາວິທະຍາໄລ-ວິທະຍາໄລ, ລາງວັນທີ 1 ໄດ້ແກ່ທີມມະຫາວິທະຍາໄລແຫ່ງຊາດ,
ໄດ້ຮັບທຶນການສຶກສາ 25 ລ້ານກວ່າກີບ, ພ້ອມດ້ວຍຂັນໜຶ່ງໜ່ວຍ ແລະ ຮຸ້ນມັດທະຍົມ, ລາງວັນທີ່ 1 ໄດ້ແກ່ທີມມັດທະຍົມສົມບູນໂພນທັນ,ໄດ້
Subscribe to:
Posts (Atom)






