Ad

Ad

9 January 2013

ສົກປີໃຫມ່ແຂວງຫົວພັນຈະດຶງດູດການລົງທຶນໃຫ້ໄດ້ຫລາຍກວ່າ 19 ລ້ານໂດລາສະຫະລັດ


    ຕາມ​ການ​ລາຍ​ງານ​ຂອງ​ຜູ້​ຮັບຜິດຊອບ​ວຽກ​ງານ​ເສດຖະກິດ​ແຂວງ​ຫົວພັນ ​ໃຫ້​ຮູ້​ວ່າ: ​ໃນ​ປີ ຜ່ານມາ ​ເຖິງ​ວ່າ​ບັນຍາກາດ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ມີ​ການ​ຂະຫຍາຍຕົວ​​ສົມຄວນ ເມື່ອ​ທຽບ​ໃສ່​ຜ່ານ​ມາ ​ແລະ ການ​ພົວ ພັນ​ຮ່ວມ​ມື​​ດ້ານ​ຕ່າງໆ​ກໍ​ມີປະສິດ ທິ​ຜົນ​ສູງ​ຂຶ້ນ ອັນ​ໄດ້​ຊ່ວຍ​ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ຂອງ​ແຂວງ​ຫລາຍ​ອັນ​ໄດ້​ຮັບ​ການ​ປົວ​ແປງ ແລະ ພັດທະນາ​ດີ​ຂຶ້ນ ​ໂດຍ​ສະ​ເພາະ​ລະບົບ​ເສັ້ນທາງ​ຄົມມະ ນາຄົມ ມາ​ຮອດ​ປັດຈຸບັນ​ມີ​ຫລາຍ​ບ້ານ​ຢູ່ເຂດ​ຊົນນະບົດ​ບ່ອນ​ຫ່າງ​ໄກ​ສອກຫລີກ​ໄດ້​ມີ​ເສັ້ນທາງ​ໄປ​ຮອດ ​ແລະ ສາມາດ​ຕອບ​ສະ ໜອງ​ການ​ລຳລຽງ​ຂົນ​ສົ່ງ​ສິນ ຄ້າ-​ໂດຍສານ​ໄດ້​ໂດຍ​ພື້ນຖານ ເຮັດ​ໃຫ້​ຈໍລະ​ຈອນ​ແຈກ​ຢາຍ​ສິນ ຄ້າ ​ແລະ ການ​ບໍລິການ​ຢູ່​ພື້ນຖານ​ໄດ້​ຂະຫຍາຍຕົວ​ກວ້າງຂວາງ. ແຕ່​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ກໍ​ມີ​ຫລາຍ​ອັນ​ທີ່​ຈະ​ຕ້ອງ​ໄດ້​ປັບ ປຸງ​ແກ້​ໄຂ ​ໂດຍ​ສະ​ເພາະ​ການ​ລົງ ທຶນ​ຍັງ​ກະ​ແຈກ​ກະຈາຍ ​ແລະ ບໍ່​ທັນ​ສົມ​ດູ​ນລະຫວ່າງ​ການ​ລົງທຶນ​ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ ແລະ ຂົງ​ເຂດ​ການ​ຜະລິດ ຍັງ​ບໍ່​ທັນ​ມີ​ການຄັດ​ເລືອກ​ຕາມ​ບູລິ​ມະ​ສິດ
​ແລະ ທ່າ​ແຮງ​ຂອງ​ແຂວງ​ມີ​ຢູ່. ພ້ອມ​ນັ້ນ ການ​ຄຸ້ມ​ຄອງ​ໂຄງ ການ​ລົງທຶນ​ຂອງ​ລັດ​ມີ​ບາງ​ໂຄງ ການ​ບໍ່​ປະຕິບັດ​ໄປ​ຕາມ​ລະບຽບ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຢ່າງ​ເຂັ້ມງວດ ​ເຊິ່ງສະ​ແດງ​ອອກ​ບາງ​ໂຄງການ​ບໍ່​ໄດ້​ຜ່ານ​ຂັ້ນຕອນ​ການ​ຕີລາຄາທາ​ບທາມ ຫລື ການ​ປະມູນ. ດັ່ງນັ້ນ ຈຶ່ງ​ກໍ່​ໃຫ້​ເກີດ​ມູນ​ຄ່າ​ໂຄງການ​ສູງ​ກວ່າ​ຄວາມ​ເປັນ​ຈິງ ​ແລະ ກໍ່​ໃຫ້​ເກີດ​ມີໜີ້ສິນ​ຄຸມ​ເຄືອ, ການ​ລົງທຶນ​ຂອງ​ພາກ​ເອ ກະ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມີ​ບາງ​ໂຄງການ​ບໍ່​ປະຕິບັດ​ໄປ​ຕາມ​ກົດໝາຍ ​ໂດຍ​ສະ​ເພາະ​ບັນດາ​ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ.
    ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ສະ​ເພາະ​ສົກ​ປີ​ໃໝ່​ນີ້ ​ແຂວງ​ຫົວພັນ​ມີ​ແຜນ​ດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ເອ ກະ​ຊົນ​ຈາກ​ພາຍ​ໃນ​ ​ແລະ ຕ່າງ ປະ​ເທດ​ໃຫ້​ໄດ້​ຕື່ມ​ອີກ 37 ​ໂຄງ ການ ​ໃນ​ມູນ​ຄ່າ​ຫລາຍ​ກວ່າ 19 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ຈະ​ເພີ່ມ​ຂຶ້ນຈາກ​​ປີ​ເກົ່າ 24,05%, ໃນ​ນັ້ນ ການ​ລົງທຶນ​ພາຍ​ໃນ​ຈະ​ມີ 11 ໂຄງການ ​​ມູນ​ຄ່າ 4,77 ລ້ານ​ໂດ​ລາ, ການ​ລົງທຶນ​ຕ່າງປະ​ເທດ 16 ​ໂຄງການ ​​ມູນ​ຄ່າ 12,84 ລ້ານ​ໂດ​ລາ ​ແລະ ການ​ລົງ ທຶນ​ຮ່ວມ​ມື 10 ​ໂຄງການ ​ມູນ​ຄ່າ​ເກືອບ 2 ລ້ານ​ໂດ​ລາ​ສະຫະລັດ. ສ່ວນ​ການ​ປະຕິ ບັດ​ທຶນ​ຊ່ວຍ​ເຫລືອ​ລ້າ ​ແລະ ທຶນ​ກູ້​ຢືມ​ເພື່ອ​ການ​ພັດທະນາ (ODA) ໃຫ້​ໄດ້ 37 ​ໂຄງການ ​​ມູນ​ຄ່າ 27,13 ລ້ານ​ໂດ​ລາ, ​ໃນ​ນັ້ນ ມີ 20 ໂຄງການ​ແມ່ນ​ຂັ້ນ​ແຂວງ​ເປັນ​ຜູ້​ຄຸ້ມ​ຄອງ.

No comments:

Post a Comment