Ad

Ad

9 January 2013

ການສົ່ງອອກສິນຄ້າກະສິກຳຂອງແຂວງຈຳປາສັກໄປປະເທດໄທມີຈຳນວນເພີ່ມຂຶ້ນ


      ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີ 2011-2012 ການ​ສົ່ງ​ອອກ​ສິນຄ້າ​ກະສິກຳ​ຂອງ​ແຂວງ​ໄປ​ປະ​ເທດ​ໄທ​ຕາມ​ສັນຍາ​ສອງ​ຝ່າຍ​ມີ​ປະລິມານ​ເພີ່ມ​ຂຶ້ນ, ຂະນະ​ທີ່​ສິນຄ້າ​ທີ່​ເປັນ​ທ່າ​ແຮງ​ຂອງ​ແຂວງ​ຍັງ​ແມ່ນ​ໝາກ​ກາ​ເຟ.
    ພະ​ແນ​ກດັ່ງກ່າວ​ໃຫ້​ຮູ້​ວ່າ: ການ​ສົ່ງ​ເສີມ​ປູກ​ພືດ​ເປັນ​ສິນຄ້າ​ພາຍ​ໃນ​ແຂວງ​ມີ​ເນື້ອທີ່​ປະມານ 36 ພັນ​ລ້ານ​ເຮັກຕາ, ​ໄດ້ຜົນ​ຜະ ລິດ​ປະມານ 5 ​ແສນ​ກວ່າ​ໂຕນ ທຽບ​ໃສ່​ປີຜ່ານມາ ​ເພີ່ມ​ຂຶ້ນ 26%, ​ໃນ​ນັ້ນ ພືດ​ຕະກຸນ​ຖົ່ວ​ປະມານ 19 ພັນ​ກວ່າ​ໂຕນ, ພືດ​ທາດ​ແປ້ງ 2,5 ແສນ​ໂຕນ, ພືດ​ຜັກ​ກິນ​ຫົວ​ປະ ມານ 47 ພັນ​ກວ່າ​ໂຕນ, ພືດ​ຜັກ​ກິນ​ໃບ 8 ພັນ​ກວ່າ​ໂຕນ. ສຳລັບ​ການ​ປູກ​ພືດ​ກະສິກຳ​ເປັນ​ສິນຄ້າ​ທີ່​ມີ​ສັນຍາ​ສອງ​ສົ້ນກັບປະ​ເທດ​ໄທ​ແມ່ນ​ປະຕິບັດ​ໄດ້ ຄື​ສົ່ງ​ອອກ​ຖົ່ວ​ເຫລືອງ 345 ​ໂຕນ, ໝາກຫຸ່ງ​ສາ 298 ​ໂຕນ, ຖົ່ວດິນ 5 ພັນ​ກວ່າ​ໂຕນ, ມັນ​ດ້າງ
10 ພັນ​ກວ່າ​ໂຕນ, ຜັກ​ກະ​ຫລ່ຳ 24 ພັນ​ກວ່າ​ໂຕນ, ຜັກກາດ​ຫໍ່ 4 ພັນ​ກວ່າ​ໂຕນ, ຂີງ​ດິບ 13 ​ໂຕນ, ຂີງ​ແຫ້ງ 11 ​ໂຕນ, ກ້ວຍ​ດິບ 12 ພັນ​ກວ່າ​ໂຕນ, ສາລີ​ແຂງ 960 ກວ່າ​ໂຕນ, ໝາກ​ເຜັດ 2 ພັນ​ກວ່າ​ໂຕນ ​ແລະ ໝາກສະ​ເວີ 6 ພັນ​ກວ່າ​ໂຕນ.
    ສຳລັບ​ກາ​ເຟຍັງ​ແມ່ນ​ທ່າ​ແຮງ​ຕົ້ນຕໍ​ໃນ​ຂະ​ແໜງ​ກະສິກຳ, ມີ​ເນື້ອ ທີ່​ປູກ​ກາ​ເຟປະມານ 47 ພັນ​ກວ່າ​ເຮັກຕາ ​ໃຫ້​ໝາກ 35 ພັນ​ກວ່າ​ເຮັກຕາ, ສະມັດຖະພາບ​ສະ​ເລ່ຍ 1,5 ​ໂຕນ​ຕໍ່​ເຮັກຕາ, ຜົນ​ຜະລິດ 53 ພັນ​ກວ່າ​ໂຕນ ທຽບ​ໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 62%. ສຳລັບ​ການ​ສົ່ງ​ອອກ​ກາ​ເຟ​ໃນ​ປີ 2012 ປະມານ 19 ພັນ​ກວ່າ​ໂຕນ, ​ໃນ​ນັ້ນ ກາ​ເຟ​ໃຫຍ່ 637 ​ໂຕນ, ກາ​ເຟກາງ 8 ພັນ​ກວ່າ​ໂຕນ ​ແລະ ກາ​ເຟນ້ອຍ 10 ພັນ​ກວ່າ​ໂຕນ ​ເຊິ່ງສ້າງ​ລາຍ​ຮັບ​ໄດ້​ຫລາຍ​ສິບ​ລ້ານ​ໂດ​ລາ​ສະຫະລັດ.

No comments:

Post a Comment