ໂດຍ : ວິເສດ ສະແຫວງສຶກສາ
ບົດນີ້ຈານແຍ່ຂຽນໃນວັນແມ່ຍິງສາກົນ 8 ມີນາ ຄົບຮອບ
103 ປີ. ດັ່ງນັ້ນ ຖ້າຈະເວປາຍປາກກາໄປຫາເລື່ອງອື່ນມັນກໍ ຄົງຈະຜິດທຳນຽມ, ດີບໍ່ດີອາດມີຜູ້ກ່າວຫາຈານແຍ່ວ່າແກວ່ງຄ້ອນກາຍໝາກມ່ວງ.
ແຕ່ຖ້າຈະຂຽນໃຫ້ໄດ້ສາລະກ່ຽວກັບ ຄວາມເປັນມາຂອງວັນສຳຄັນດັ່ງກ່າວກໍເຫັນວ່າມີຜູ້ຂຽນຫລາຍແລ້ວ
ແລະ ຂຽນໄດ້ແບບຈານແຍ່ບໍ່ມີທາງທຽບໄດ້.
ຕາມນິໄສມັກແຍ່, ຕົນເອງເລີຍ ພະຍາຍາມເກັບກຸ້ງເກັບຊິວເລື່ອງລາວຂ່າວສານທັງຢູ່ບ້ານເພິ່ນເມືອງທ່ານ
ແລະ ສິ່ງທີ່ ເຫັນຕຳຕາຢູ່ບ້ານເຮົາແລ້ວເອົາມາລວມເປັນໝົກດຽວຄືກັບ “ໝົກໃບຫຸ່ງ” ອາຫານເອກະລັກທີ່ຕິດລີ້ນຊາວອັດຕະປືມາ
ແຕ່ມື້ເກີດ.
ບັນຫາທີໜຶ່ງນີ້ ຈານແຍ່ໄດ້ມາຈາກຂໍ້ຄວາມວິຈານຈາກໜັງສືພິມ
China Daily ເມື່ອຫລາຍປີຜ່ານມາ ນັ້ນຄືຂໍ້ຄິດກ່ຽວ ກັບການໃຊ້ແສ້ໆສາວໆເພື່ອ “ນຳສະເໜີ”
ສິນຄ້າ ໂດຍຊີ້ໃຫ້ເຫັນດ້ານທີ່ບໍ່ສົມມາພາຄວນ. ຜູ້ຂຽນຕັ້ງເປັນຄຳຖາມວ່າມັນ ກ່ຽວຫຍັງກັນລະຫວ່າງສາວງາມກັບລົດ
? ມັນ ແມ່ນການນຳສະເໜີລົດ ຫລື ຄົນ ກັນແທ້ ? ເພາະການນຸ່ງຖື, ທ່າ ທາງການ ຢືນ, ການແອ່ນຄີງຂອງສາວໆໜ້າປູ້ລູ້ປ່ອຍລ່ອຍເຫລົ່ານັ້ນມັນອາດດຶງດູດສາຍຕາຂອງຜູ້ເຂົ້າຊົມຫລາຍກວ່າ.
ເຈົ້າຂອງບົດ ຄວາມຖິ້ມທ້າຍໃຫ້ຄິດວ່າ: ການເອົາແມ່ຍິງໄປຕິດກັບການໂຄສະນາຂາຍສິນຄ້ານັ້ນອາດເຮັດໃຫ້ແມ່ຍິງຖືກເບິ່ງຄືເປັນສິນຄ້າ
ໄປໃນໂຕ, ຢ່າງໜ້ອຍກໍແມ່ນໃນສາຍຕາຂອງສັງຄົມ.
ສຳລັບຈານແຍ່ເອງແລ້ວເຫັນວ່າ: ທ່າອ່ຽງເອົາແມ່ຍິງໄປເປັນຕົວປະດັບເພື່ອໂຄສະນາສິນຄ້ານັ້ນຕ້ອງເຮັດພໍດ້າມພໍດີ,
ຕ້ອງ ເອົາໃຈໃສ່ການນຸ່ງຖື, ການວາງທ່າທາງບໍ່ຄວນໂລດໂຜນຈົນເຮັດໃຫ້ຜູ້ຊົມ (ຜູ້ຊາຍ) ບາງຄົນວາດພາບໄປທາງລົບ.
ຈານແຍ່ເຫັນ ວ່າທ່າແອ່ນເອິກ ແລະ ສະໂພກ, ການນຸ່ງໂສ້ງຂາສັ້ນ ຫລື ສະເກິດແບບສ່ອງຊອດຂອງລູກແສ້ຫລານສາວແລ້ວນັ່ງຄາບລົດ ຈັກໃນພິທີ “ນຳສະເໜີ” ນັ້ນ ຢາກ “ໂອເວີ” ໄປແດ່.
ພວກເຮົາຄວນຖອດຖອນບົດຮຽນນຳບໍລິສັດຫ້າງຮ້ານທີ່ເຂົາເຮັດໄດ້ດີ ເຊັ່ນ: ເບຍລາວ, ຊີມັງ ແລະ
ໂຮງແຮມ-ເຮືອນພັກຫລາຍບ່ອນທີ່ຮູ້ນຳໃຊ້ສະເໜ່ຄວາມງາມຂອງສາວລາວ ໃນຄາບກຸລະສະຕີ ເພື່ອສົ່ງເສີມທຸລະກິດ.
ບັນຫາທີສອງນີ້ ຂໍເວົ້າໃນສິ່ງທີ່ຈານແຍ່ເຄີຍເວົ້າມາແລ້ວນັ້ນກໍຄື
ຕ້ອງການໃຫ້ສັງຄົມພວກເຮົາຍົກສູງຂຶ້ນຕື່ມກຽດສັກ ສີຂອງນາງ ສາວລາວ ກໍຄື “ນາງສາວ” ເທສະການຕ່າງໆ
ບໍ່ວ່າຈະເປັນໃນລະດັບສູນກາງ ກໍຄືທ້ອງຖິ່ນ. ເມື່ອໄດ້ສວມມົງກຸດ, ນາງສາວລາວຄວນໄດ້ຮັບການສະໜັບສະໜູນໃຫ້ໄດ້ເຮັດໃນສິ່ງທີ່ຕົນໄດ້ສັນຍາໄວ້ຢູ່ເທິງເວທີເຊັ່ນວ່າຈະເປັນຕົວແບບດ້ານວັດ
ທະນະທຳ, ຈະປຸກລະດົມຕ້ານຢາເສບຕິດ, ຈະຊຸກຍູ້ຂະບວນການລັ່ງນ້ຳໃຈ ຊ່ວຍເຫລືອຄົນທຸກຍາກ, ເດັກຂ້າງຖະໜົນ
ແລະ ອື່ນໆ. ແນ່ນອນລຳພັງແຕ່ສາວເຈົ້າຂອງມົງກຸດນັ້ນກໍຄົງເຮັດຫຍັງບໍ່ໄດ້ຫຼາຍ. ດັ່ງນັ້ນ
ອົງການ ຫລື ພາກສ່ວນກ່ຽວຂ້ອງຄວນ ສືບຕໍ່ຊຸກຍູ້ຊ່ວຍເຫລືອໃຫ້ນາງສາວລາວໄດ້ໄປເຖິງຝັນອີ່ຫລີ,
ບໍ່ຄວນຄິດສັ້ນໆພຽງແຕ່ໃຫ້ເຈົ້າຂອງມົງກຸດໄປຢືນປະດັບພິທີ ການຕ່າງໆ ຫລື ເປັນເປົ້າຕາກ້ອງເພື່ອເອົາໄປໂຄສະນາສິນຄ້າ.
ຈານແຍ່ວ່າຖ້າມີສະໂມສອນນາງສາວລາວຈະດີຫລາຍ ເພາະຈະ ໄດ້ໂຮມກຳລັງກັນທັງຜູ້ເກົ່າຜູ້ໃໝ່. ນາງສາວລາວບາງຄົນທີ່ມີຜົນງານຫລາຍອາດໄດ້ເປັນທູດສັງຄົມດ້ານໃດດ້ານໜຶ່ງກໍໄດ້.
ເລື່ອງນີ້ເຂົາເຮັດ ກັນໝົດໂລກເຊັ່ນ: ເລໂອນາໂດເດິ ແຄປຣິໂອ ດາລາ ນັກສະແດງ ຮູບເງົາ
Hollywood ໄດ້ຖືກແຕ່ງ ຕັ້ງເປັນທູດລະດົມປະຊາຄົມໂລກເພື່ອອະນຸລັກສັດປ່າ.
ບັນຫາສຸດທ້າຍນີ້, ຈານແຍ່ຖອດມາຈາກໜັງສືຈາກນັກເຄື່ອນໄຫວເພື່ອປົກປ້ອງສິດ
ແລະ ຜົນປະໂຫຍດຂອງແມ່ຍິງລາວ ເຮົານີ້ລະ. ໜັງສືທີ່ວ່ານັ້ນສົ່ງເຖິງກອງປະຊຸມສະພາຄັ້ງຜ່ານມາ.
ເນື້ອໃນທີ່ມີລັກສະນະທັກທ້ວງໃນໜັງສືດັ່ງກ່າວນັ້ນມີຫລາຍ ຂໍ້, ແຕ່ຈານແຍ່ຂໍຍົກບາງຂໍ້ເທົ່ານັ້ນ,
ສ່ວນເຫລືອຂໍໃຫ້ເປັນພູດຜູ້ແທນປະຊາຊົນຊ່ວຍແກ້. ຂໍ້ທັກທ້ວງບາງຂໍ້ເວົ້າວ່າ: ເມື່ອແມ່ ຍິງໄປສະໝັກງານນັ້ນຜູ້ສຳພາດ
(ຜູ້ຊາຍ) ມັກຈະເບິ່ງຄວາມງາມເປັນອັນດັບທຳອິດ, ສ່ວນຄວາມສາມາດນັ້ນ “ເມື່ອໄດ້ສັງກັດ ແລ້ວຈຶ່ງຄ່ອຍເຝິກແອບເອົາຕາມຫລັງ”.
ບັນຫາ “ມືອ່ອນ” ເຫຍີ້ນເຫລົ້ານັ້ນມີທ່າອ່ຽງລະບາດໄປທົ່ວສັງຄົມ, ການຊອກແສ້ໆ ສາວໆມານັ່ງສັບຫວ່າງ
ເພື່ອໃຫ້ອາຫານຖືກປາກບັນດາຫົວໜ້ານັ້ນຖືເປັນການບໍລິການ “ຄົບວົງຈອນ” ຂອງພະນັກງານຂັ້ນລຸ່ມ
ແລະ ເປັນຄວາມຈິງສ່ຳໃດທີ່ວ່າ: ບາງສຳນັກງານ- ຫ້ອງການນັ້ນຕ້ອງການຮັບເອົາ ແຕ່ສາວໂສດໆເຂົ້າການ
ເພື່ອວ່າ ຈະບໍ່ໄດ້ ຫຍຸ້ງນຳເລື່ອງຖືພາຄາທ້ອງເພາະຖືວ່າແມ່ຍິງທີ່ມີລູກມີເຕົ້ານັ້ນຈະເຮັດໃຫ້ເສຍວຽກເສຍການເຮັດປານວ່າເພິ່ນເອງຫັ້ນອອກມາ
ຈາກໂກນໄມ້.
ນີ້ຄືບັນຫາທີ່ຈານແຍ່ໂຮມມາກອງໂອະໂຍະຢູ່ຕໍ່ໜ້າຜູ້ອ່ານ,
ຕໍ່ໜ້າຄວາມຜິດຊອບຂອງສັງຄົມ. ຈານແຍ່ບໍ່ຕ້ອງການໃຫ້ ແມ່ຍິງເປັນດອກໄມ້ແຄມທາງຄືໃນລະບອບເກົ່າ,
ແຕ່ຕ້ອງການໃຫ້ເປັນດອກໄມ້ປະດັບກຽດສັກສີຂອງບ້ານເມືອງ ແລະ ຂອງກຸ ລະສະຕີ ນັ້ນເອງ.
No comments:
Post a Comment