Ad

Ad

23 April 2013

ເຜີຍແຜ່ຄວາມຮູ້ກ່ຽວກັບສັນຍາແມ່ນ້ຳຂອງສະບັບ 1995



     ກອງປະຊຸມເຜີຍແຜ່ຄວາມ ຮູ້ກ່ຽວກັບສັນຍາແມ່ນ້ຳຂອງ ສະບັບປີ 1995 ໄດ້ໄຂຂຶ້ນໃນ ຕອນບ່າຍ ຂອງວັນທີ 22 ເມສາ 2013 ນີ້ ທີ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ ນະຄອນຫຼວງວຽງຈັນ ໂດຍ ກອງເລຂາຄະນະກຳ ທິການແມ່ນ້ ຳຂອງ ແຫ່ງຊາດຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນເພື່ອສະເຫຼີມ ສະຫຼອງວັນສ້າງຕັ້ງພັກປະຊາ ຊົນ ປະຕິວັດ ລາວ ຄົບຮອບ 58 ປີ,ຂຳ່ນັບຮັບຕ້ອນກອງ ປະຊຸມໃຫຍ່ຂອງອົງຄະນະ ພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ,ສະເຫຼີມສະຫຼອງວັນ ເຊັນສັນຍາແມ່ນ້ຳຂອງ ຄົບ ຮອບ 18 ປີ (5.4.1955 - 5.4.2013) ແລະ ເຜີຍແຜ່ສັນຍາແມ່ນ້ຳຂອງປີ 1995 ແລະ ສະພາບຂອງ ການ ພັດທະນາອ່າງແມ່ນ້ຳຂອງ ຕອນລຸ່ມໃຫ້ແກ່ບັນດາກົມກອງອ້ອມຂ້າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນອື່ນໆໄດ້ ຮັບຊາບ.
         ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ແມ່ນເນື້ອໃນສັນຍາທີ່ກອງເລຂາຄະນະກຳມະທິການແມ່ນ້ຳຂອງທີ່ບັນດາປະເທດ ສະມາຊິກ ຄື ສປປ ລາວ, ສສ ຫວຽດນາມ, ລາຊາອະນາຈັກໄທ ແລະ ລາຊາອານະຈັກກຳປູເຈຍ ໄດ້ເຊັ່ນສັນຍາກັນໄວ້ໃນປີ 1995. ຜູ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ ຮັບຟັງ ການລາຍງານເນື້ອໃນສັນ ຍາວ່າດ້ວຍການພັດທະນາອ່າງແມ່ນ້ຳຂອງແບບ ຍື່ນຍົ່ງສະບັບ 1955 ສະເໜີໂດຍ ທ່ານ ນາງ ມອນມະນີ ຍ່ອຍບົວກອງ ຫົວໜ້າ ກອງເລຂາ ຄະນະກຳມະການແມ່ ນ້ຳຂອງ
ແຫ່ງຊາດ, ລະບຽບວ່າດ້ວຍການແລກປ່ຽນຂໍ້ມູນຂ່າວ ສານ ຄມສ, ລະບຽບວ່າດ້ວຍການຮັກສາລະດັບການໄຫຼຂອງ ນ້ຳຢູ່ລຳ ແມ່ນ້ຳຂອງ, ລະບຽບວ່າດ້ວຍການແຈ້ງໃຫ້ກັນຊາບ, ການປຶກສາຫາລືກັນກ່ອນ ແລະ ການເຮັດຂໍ້ຕົກລົງ ແລະ ລະບຽບວ່າ ດ້ວຍຄຸນນະພາບນ້ຳ ສະເໜີ ໂດຍ ທ່ານ ກອງເງິນ ຈຸນລະມຸນ ຕຣີ ຜູ້ຊ່ວຍຫົວໜ້ກອງເລຂາແມ່ນ້ຳຂອງແຫ່ງຊາດລາວ.
          ສັນຍາແມ່ນ້ຳຂອງປີ 1955 ເເມ່ນສັນຍາການຮ່ວມມືລະ ຫວ່າງບັນດາປະເທດສະມາຊິກ ລຸມແມ່ນ້ຳຂອງ ໃນເລື່ອງ ສິດການນຳໃຊ້, ການຄຸ້ມຄອງ, ປົກ ປັກຮັກສາ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ພັດທະນາແມ່ ນ້ຳຂອງແບບຍືນຍົງ, ຮັບປະກັນ ຄວາມໝັ້ນຄົງຂອງສິ່ງແວດລ້ອມ ແລະ ຄວາມປອດໄພຂອງຊີວະນາໆພັນໃນຂົງເຂດອ່າງແມ່ນ້ຳ ຂອງ ເຊິ່ງນັບແຕ່ ໄດ້ລົງນາມເຊັນສັນຍາເປັນຕົ້ນມາ, ບັນດາປະເທດສະມາຊິກດັ່ງກ່າວຕ່າງກໍໄດ້ປະຕິບັດເນື້ອໃນສັນຍາໂດຍການແຕ່ງຕັ້ງກອງ ເລຂາຄະນະກຳມະ ທິການແມ່ນ້ຳຂອງແຫ່ງຊາດ ຂຶ້ນມາຮັບຜິດຊອບເພື່ອປະຕິບັດ ພັນທະ ແລະ ໜ້າທີ່ຂອງຕົນຕາມທີ່ໄດ້ສັນ ຍາກັນໄວ້ເຊິ່ງບໍ່ຈຳກັດພຽງແຕ່ການເຮັດຊົນລະປະທານ, ພະລັງງານໄຟຟ້າ, ການແລ່ນເຮືອ, ການປະມົງ ແລະ ການທ່ອງທ່ຽວ ເທົ່ານັ້ນຫາກຍັງລວມເຖິງການຮ່ວມມືດ້ານການປ້ອງກັນ, ແກ້ໄຂ ແລະ ຮັບມືກັບໄພພິບັດທາງທຳມະຊາດທີ່ອາດຈະເກີດເພື່ອ ຄວາມປອດໄພ ແລະ ຜົນປະໂຫຍດຮ່ວມຂອງບັນດາປະເທດສະມາຊິກ.
           ສຳລັບ ສປປ ລາວ ນັບແຕ່ ໄດ້ເຊັ່ນສັນຍາເຂົ້າເປັນພາຄີຂອງບັນດາປະເທດສະມາຊິກດັ່ງກ່າວກໍໄດ້ຕັ້ງໜ້າປະກອບ ສ່ວນເຂົ້າໃນການປະຕິບັດພັນທະຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ສຳຄັນຍິ່ງກວ່ານັ້ນ ສປປ ລາວ ກໍໄດ້ແຕ່ງ ຕັ້ງກອງເລຂາ ຄະນະກຳມະທິການ ແມ່ນ້ຳຂອງ ແຫ່ງຊາດຂຶ້ນມາຮັບຜິດຊອບ, ປະຕິບັດຫຼັກການການນຳໃຊ້ຊັບ ພະຍາກອນ ທຳມະຊາດເວົ້າລວມ, ເວົ້າສະເພາະແມ່ນການນຳໃຊ້ແມ່ນ້ຳຂອງເຂົ້າໃນການພັດທະນາເສດຖະກິດ - ສັງຄົມຕາມຂອບເຂດ ຊາຍແດນຂອງຕົນຮັບປະກັນຄຸນນະພາບການນຳໃຊ້ ແລະ ຜົນກະທົບຕ່າງໆ ທີ່ເກີດຂຶ້ນຈາກກິດຈະການການພັດທະນາໂດຍ ການວາງແຜນປ້ອງກັນ ແລະ ແກ້ໄຂຢ່າງລະອຽດເພື່ອເຮັດໃຫ້ສິດທິໃນການນຳໃຊ້ແມ່ນ້ຳຂອງໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ການພັດທະນາ, ຮັບປະກັນຄວາມໝັ້ນຄົງຂອງສິ່ງແວດລ້ອມ ແລະ ຄວາມປອດໄພຂອງຊີວະນາໆພັນ.

No comments:

Post a Comment