Ad

Ad

18 April 2013

ຜົນ​ກອງ​ປະຊຸມ​​ລັດຖະບານເປີດກວ້າງປະຈຳ 6 ເດືອນ ຕົ້ນສົກປີ 2012-2013



      ທ່ານນາງ​ບຸນ​ເພັງ​ມຸນ​ໂພ​ໄຊ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ​ໄດ້​ຖະ​ແຫລ​ງຜົນສຳ​ເລັດ​ຂອງກອງ​ປະຊຸມ​ລັດຖະ ບານເປີດກວ້າງປະຈຳ 6 ເດືອນ ຕົ້ນສົກປີ 2012-2013 ​ຊຶ່ງໄດ້ໄຂ ຂຶ້ນ ແລະ ດຳ​ເນີນມາ​ແຕ່ວັນ​ທີ 8-​11 ເມສາ 2013 ທີ່​ຫ້ອງ​ປະຊຸມ​ລັດຖະບານພາຍ​ໃຕ້​ການ​ເປັນ​ປະ ທານຂອງ ທ່ານທອງ​ສິງທຳ​ມະ​ວົງ,ນາຍົກ ລັດຖະມົນຕີ.ໂດຍມີີ​ບັນດາ​​ສະມາຊິກ​ລັດຖະບານ, ເຈົ້າຄອງນະຄອນຫຼວງ ວຽງຈັນ, ບັນດາເຈົ້າແຂວງ, ຫົວໜ້າ​ແລະຜູ້ ຕາງໜ້າ​ບັນດາອົງການອ້ອມຂ້າງສູນກາງພັກ-ລັດ ຖະບານ, ສະພາແຫ່ງຊາດ, ຕຸລາການ, ສູນ ກາງແນວລາວສ້າງຊາດ ແລະ ບັນດາອົງ ການຈັດຕັ້ງມະຫາຊົນເຂົ້າຮ່ວມ. ກອງ​ປະ ຊຸມ​ຄັ້ງນີ້​ໄດ້ຮັບຟັງການລາຍງານ, ໄດ້ຮ່ວມ ກັນປຶກສາ​ຫາລື ​ແລະ ຕົກລົງຮັບຮອງ​ເອົາ​ດ້ານຫຼັກການບາງບັນຫາ​ສຳຄັນ ​ດັ່ງນີ້:
        1. ກອງປະຊຸມ ໄດ້ຮັບຟັງ ການເຜີຍແຜ່ ແລະ ເຊື່ອມຊຶມນະ ໂຍບາຍການເຊື່ອມ ໂຍງສາກົນ ແລະ ໄດ້ພ້ອມກັນປຶກ ສາຫາລື ເຖິງມາດຕະການໃນການປະຕິບັດສິດ, ພັນທະຂອງບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໃນການເປັນ ສະມາຊິກຂອງອົງການການຄ້າໂລກ (WTO) ແລະ ການກະກຽມໃຫ້ແກ່ການເຂົ້າເປັນປະຊາຄົມ ASEAN ໃນ ປີ 2015. ຕໍ່ບັນຫາດັ່ງກ່າວ ກອງ ປະຊຸມໄດ້ພ້ອມ ກັນປຶກສາຫາລື ແລະ ປະກອບຄວາມ ເຫັນຢ່າງ ກວ້າງຂວາງ ເຊິ່ງໄດ້ຕີລາຄາວ່າ: ການ ທີ່ລາວ ເຮົາໄດ້ ເຂົ້າເປັນສະ ມາຊິກຂອງອົງການການຄ້າໂລກ ແລະ ການກຽມຄວາມພ້ອມເພື່ອ ການເຂົ້າເປັນປະຊາຄົມ ASEAN  ແລະ ການເຊື່ອມໂຍງສາກົນນັ້ນ ລາວເຮົາມີທັງກາລະໂອກາດອັນ ດີ ແລະທັງປະເຊີນກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ປະການ ເຊິ່ງຈະຕ້ອງໄດ້ພ້ອມກັນສູ້ຊົນປັບປຸງແກ້ໄຂຫຼາຍ ບັນຫາໃນແຕ່ລະຂົງເຂດ ເຊິ່ງໃນກອງປະຊຸມຄັ້ງ ນີ້
ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງເລິກເຊິ່ງ ຕໍ່ສະມາຊິກລັດຖະບານ, ຕໍ່ບັນດາອົງການຂັ້ນສູງກາງ ແລະ ທ້ອງຖິ່ນກ່ຽວກັບ ການສ້າງບັນດາປັດໃຈທີ່ຈຳເປັນ ແລະ ສິ່ງທີ່ຕ້ອງປັບປຸງແກ້ໄຂໃນສະເພາະໜ້າ ແລະ ຍາວນານ ເພື່ອຈະສາມາດຍາດເອົາກາລະ ໂອກາດນຳຜົນປະໂຫຍດມາໃຫ້ປະເທດຊາດພວກເຮົາ.
        ເພື່ອຄວາມພ້ອມເຂົ້າສູ່ປະຊາຄົມອາຊຽນ ຕ້ອງກຳແໜ້ນທັດສະນະສຳຄັນຂອງພັກ ດັ່ງທີ່ໄດ້ກຳນົດໄວ້ໃນມະຕິກົມ ການເມືອງສູນກາງພັກສະບັບເລກທີ 04/ກມສພ ກ່ຽວກັບການເຊື່ອມໂຍງເສດຖະກິດກັບສາກົນຕາມ 4 ທັດສະນະຊີ້ນຳຂອງ ພັກຄື:
(1)- ຍຶດໝັ້ນ­ຢ່າງ​ໜັກ​ແໜ້ນ­​ໃນ­ແນ­ວທາງປ່ຽ­ນແປງໃໝ່, ກໍຄືທິດ​ທາງ ​ແລະຈຸດໝາຍ​ກ້າວ​ຂຶ້ນຂອງ ປະ​ເທດ​ຊາດ; ກຳ​ແໜ້­ນຈຸດປະສົງ​ເປົ້າໝາຍ ​ແລະ ກາລະ​ໂອ ກາດ​ຂອງ​ການ­​ເຊື່ອມ​ໂຍງ, ທັງ​ມີ​ຄວາມ​ເປັນເຈົ້າ​ກາ­ນ​ສູງ​ໃ­​ນກາ­ນ​ໝູນ­​ໃຊ້​ກາລະ​ໂອກາດ ​ເພື່ອ​ພັດທະນ­າ​ໄປ​ຄ່ຽງຄູ່​ກັບ​ການ­​ເຊີດ​ຊູ​ຄວາມ​ສາມາດໃນການຜ່ານ­​ຜ່າ- ແກ້​ໄຂ​ສິ່ງ​ທ້າ​ທາຍ​ທົດ​ສອບ​ທີ່​ອາດ​ເກີດ​ຂຶ້ນ­; ​ເສີມ​ຂະ ຫຍາຍ​ກຳລັງ​ແຮງ​ສັງ​ລວມພາຍ​ໃນ­​ປະເທດ ຕິດ​ແໜ້ນ­​ກັບ​ປະສິດທິ​ຜົນ­​ຂອງ​ການ­​ຮ່ວມ​ມື​ກັບ​ສາກົ­ນ ບົນ­​ພື້­ນ ຖານ­​ຮັບປະກັ­ນ​ຄວາມ​ເປັ­​ນເອກະ ລາດ, ອະທິປະ​ໄຕ ແລະ ຜົ­​ນປະ​ໂຫຍ​ດອັ­​ນຊອບ​ທຳ​ຂອງ​ຊາດ.
(2)- ການ­​ເຊື່ອມ​ໂຍງ​​ເສດຖະກິດ​ກັບ​ສາກົ­ນ ແມ່ນ­ພາລະ​ບົດບາດ ຂອງ​ທົ່ວ​ພັກ-ທົ່ວ​ລັດ ​ແລະ ທົ່ວ​ປວງຊົນ­ ເພາະສະນ­ັ້­ນຕ້ອງ​ເສີມ​ຂະ​ຫຍາ​ຍ​ໃຫ້​ໄດ້​ທ່າ​ແຮງ​ບົ່ມ​ຊ້ອ­​ນຂອງ​ປະ​ເທດ​ຊາດ, ຄວາມ​ເປັ­​ນເຈົ້າການ­​ຮັບຜິດ​ຊອບ​ຂອງ​ອົງ ການ­​ຈັດຕັ້ງພັກ-ລັດ​ທຸກຂັ້­ນ ແລະ ກຳລັງຂອງ​ບັ­ນດາ​ພາກສ່ວ­ນ​ເສດ​ຖະກິດກໍຄືທົ່ວສັງຄົມ​ໃ­​ນຂະ​ບວ­ນການ­​ເຊື່ອມ​ໂຍງ.
(3)- ການ­​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົ­ນ​ ແມ່­​ນສິ່ງທີ່​ຕ້ອງ​ເປັນ­​ໄປ​ຢ່າງ​ພາວະ​ວິ​ໄສ ​ໃ­​ນຂະ​ບວນ­ການ­​ວິວັດ​ແຫ່ງ​ການ­​ເປີດ​ກວ້າງ​ການ­​ພົວພັ­ນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ທີ່​ມີ​ທັງ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ. ສະນ­ັ້ນ  ພວກ​ເຮົາ​ຕ້ອງ​ມີ​ຄວາມ​ສະ​ດຸ້ງ​ໄວ​ຕໍ່​ການ­​ຜັ­ນ​ແປ​ຂອງ​ສະພາບ​ກາ­​ນຕໍ່ການ­​ປ່ຽນ­​ແປງ​ທີ່​ເກີດ​ຂຶ້ນ­​ໃນ­​ການ­​ຮ່ວມ​ມື ສາ ກົ­ນ ຕ້ອງ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາ ມາດ​ແຂ່ງຂັ­​ນ ຂອງ​ພື້­ນຖານ­​ເສດຖະກິດ​ແຫ່ງ​ຊາດ​ຂອງ​ພວກເຮົາ ດ້ວຍ​ແຜນ­​ງານ­ ແລະ ​ໂຄງການ­​ທີ່​ເໝາະ​ສົມ ກັບ​ລະດັບ​ຄວາມ​ສາມາດ ​ແລະ ທ່າ​ແຮງ​ຂອງ​ເຮົາ.
(4)-ສົມທົບ​ແໜ້­​ນລະຫວ່າງ​ການ­​ເຊື່ອມ​ໂຍງ​​ເສດ​ຖະກິດກັບ​ການ­​ປັບປຸງ​ເພີ່ມ​ທະວີ​ວຽກ​ງານ­​ປ້ອງ​ກັນ​ຊາດ -ປ້ອງ​ກັ­​ນຄວາມ​ສະ ຫງົບ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ­​ເຂັ້ມ​ແຂງ ​ເພື່ອ​ຮັບປະກັນ­​ສະຖຽນ­​ລະ​ພາບ,ຄວາມ​ສະຫງົບ ​ແລະຄວາມ ​ເປັ­​ນລະບຽບ​ຮຽບຮ້ອຍ​ຂອງ​ສັງ ຄົມ​ໃຫ້​ໜັກ​ແໜ້­ນ. ພ້ອມ​ກັນ​ນັ້ນ­, ​ກໍໃຫ້​ເອົາ​ໃຈ​​ໃສ່​ອະ­ນຸລັກ ​ແລະ ສົ່ງ​ເສີມ​ວັດທະ­ະທຳ ຮີດຄອງ​ປ​ະ​ເພນ­ີ​ອັ­​ນດີງາມ​ຂອງ​ຊາດ ຕິດ​ແໜ້­ນ​ກັບ​ການ­​ແລກປ່ຽ­​ນຮຽນ­​ຮູ້​ເອົາຄຸນ­ຄ່າ​ທີ່​ດີ​ຂອງ​ວັດທະ­ນະທຳ​ຂອງນ​­າໆ ຊາດ; ສະກັດ​ກັ້­ນສິ່ງ​ຫຍໍ້​ທໍ້​ຕ່າງໆ ທີ່ອາດ​ຈະ​ເກີດ​ຂຶ້ນຈາກ​ຂະ​ບວ­ນ ວິວັດ​ແຫ່ງ​ການ­​ເຊື່ອມ​ໂຍງ.
 2. ກ່ຽວ​ກັບການປະຕິບັດແຜນ ພັດທະນາ​ເສດຖະກິດ-ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດ​ 6ເດືອນ ຕົ້ນສົກ ປີ 2012-2013 ແລະ​ ມາດຕະການຊຸກຍູ້ການ​ຈັດຕັ້ງປະຕິ ບັດໄລຍະ 6 ເດືອນທ້າຍສົກປີ 2012-2013;  ກອງປະຊຸມຕີລາ ຄາວ່າ ການຈັດຕັ້ງ ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນຕົ້ນສົກປີນີ້ ໄດ້ຮັບ ຜົນສຳ ເລັດໃນລະດັບດີສົມຄວນ, ເສດ ຖະກິດ ຍັງສືບຕໍ່ຂະຫຍາຍຕົວແລະ ມີສະຖຽນລະພາບໂດຍພື້ນຖານ ແລະ ຄາດ​ຄະ​ເນຈະບັນລຸຕາມ ຄາດໝາຍທີ່ມະຕິຕົກລົງຂອງສະ ພາແຫ່ງຊາດ ຊຸດທີ VII ສະບັບ ເລກທີ 089/ສພຊ, ລົງວັນທີ 13 ກໍລະກົດ 2012  ກໍຄື ດຳລັດນາຍົກລັດຖະມົນຕີ ສະບັບ ເລກທີ 398/ ນຍ, ລົງວັນທີ 12 ກັນຍາ 2012 ກຳນົດໄວ້.ໃນນັ້ນ, ດ້ານເສດຖະ ກິດມະຫາພາກ ລວມຍອດຜະລິດຕະພັນ ພາຍໃນ (GDP) ໝົດສົກປີ 2012-2013 ຄາດໝາຍເບື້ອງຕົ້ນ ຂະຫຍາຍຕົວປະມານ 8,1%, ສະ ເລັ່ຍຕໍ່ຫົວຄົນປະມານ 12,09 ລ້ານກີບ, ສະພາບການລົງທຶນ ຂອງລັດ ແມ່ນມີຄວາມຄືບໜ້າຫຼາຍໂຄງການ, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ ແລະມີສະຖຽນລະພາບດີ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ກໍພວມຈັດຕັ້ງປະຕິບັດໂດຍຕິດພັນ ກັບ ວຽກງານສາມສ້າງທີ່ກົມການເມືອງສູນກາງພັກໄດ້ວາງອອກ, ຂົງເຂດວັດທະນະທຳ-ສັງ ຄົມ ກໍມີຜົນສຳເລັດເປັນຕົ້ນແມ່ນການ ປະຕິຮູບລະບົບການສຶກສາແຫ່ງຊາດ, ການປັບປຸງ ແລະ ຂະຫຍາຍວຽກງານຖະແຫຼງຂ່າວ- ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວຽກງານສະຫັວດດີການສັງຄົມ. ຂົງເຂດຕຸລາການ ກໍຄືວຽກງານປົກປ້ອງກົດໝາຍ ແລະ ຍຸຕິທຳ. ສຳລັບ ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາສົກປີ 2013- 2014 ກອງປະຊຸມໃຫ້ ທັດສະນະ ວ່າ ມີ​ຄວາມ​ສຳຄັນ​ຫຼາຍ ​ເພາະ ເປັນປີທີສີ່ ຂອງການຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດ- ສັງ ຄົມ 5 ປີ ຄັ້ງທີ VII (2011- 2015) ແລະ ເປັນແຜນສືບຕໍ່ບຸກທະລຸທັງ 4 ດ້ານ ຕາມມະຕິກອງ ປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ສືບຕໍ່ຮັກສາສະ ຖຽນລະພາບ ແລະ ພັດທະນາເສດຖະກິດ-ສັງ ຕົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ທັງ ຮັບປະກັນຄວາມຍືນຍົງຕິດພັນກັບການ ປົກປັກຮັກສາສິ່ງແວດ ລ້ອມ.
3. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ຄົ້ນ​ຄວ້າ, ສົນທະນາ​ ກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ.  ນະ​ໂຍ ບາຍ​ດັ່ງກ່າວ​ນີ້ ໄດ້​ຖື​ກກຳນົດ​ອອກ​ຕັ້ງ​ແຕ່ທ້າຍ​ຊຸມ​ປີ 80 ພ​້ອມໆກັບ​ນະ​ໂຍບາຍ​ປ່່ຽນ​ແປງ​ໃໝ່ຂອງ​ພັກ​ເຮົາ ຊຶ່ງ​ໄດ້​ກຳນົດ​ວ່າ:  “ ຫັນ​ເສດຖະກິດ​ທຳ​ມະ​ຊາ​ດ ​ໄປ​ສູ່​ການ​ຜະລິດ​ສິນຄ້າ; ນຳ​ໃຊ້ຫຼາຍພາກ ສ່ວນ​ເສດຖະກິດ ​ເພື່ອ​ຜະລິດ​ເປັນ​ສິນຄ້າ ”  ການ​ປະຕິບັດ​ນະ​ໂຍ ບາຍ​ນີ້​ຕະຫຼອດ 20 ກວ່າ​ປີ ຜ່ານ​ມາ, ກອງ​ປະຊຸມ​ໄດ້​ຕີ​ລາຄາ​ວ່າ: ​ເສດຖະກິດ​ຂອງ​ປະ​ເທດ​ເຮົາ​ມີ​ການ​ຫັນ ປ່ຽນຢ່າງ​ຕັ້ງໜ້າ​ໃນ ຫຼາຍຂົງ​ເຂດ; ​ໃນໜໍ່​ແໜງການ​ຜະລິດ​ເປັນ​ສິນຄ້າ​ໄດ້​ເກີດ​ຂຶ້ນ ແລະ ຂະຫຍາຍຕ            ົວກວ້າງ​ອອກ, ຜະລິດ​ຕະພັນ​ສິນຄ້າ​ໃຊ້​ສອຍ​ພາຍ​ໃນ ແລະ ສົ່ງ​ອອກ ນັບ​ມື້​ເພີ່ມ​ຂຶ້ນ . ເຖິງ​ຢ່າງ​ໃດ​ກໍດີ ພວກ​ເຮົາ​ຍັງ​ເຫັນ​ວ່າ: ກາ​ນສົ່ງ​ເສີມ​ການ​ຜະລິດ ສິນຄ້າ​ຍັງ​ມີຫຼາຍດ້ານ​ທີ່​ຫຍຸ້ງຍາກ ​ແລະ ມີ​ຈຸດ​ອ່ອນ​ຄົງ​ຄ້າງທີ່​ຈະ​ໄດ້​ເອົາ​ໃຈ​ໃສ່​ ຄື:
- ຂະ​ບວນການ​ຫັນປ່ຽນ​ເສດຖະ ກິດ​ທຳ​ມະ​ຊາດ ​ໄປ​ສູ່​ເສດຖະກິດ​ສິນຄ້າ ຍັງ​ມີ​ຄວາມ​ຄືບໜ້າຊ້າ ພື້ນ​ທີ່ ​ແລະ ປະຊາຊົນ, ສ່ວນ​ໃຫຍ່​ຍັງ​ຖືກ​ຄວບ​ງຳ​ດ້ວຍ​ສະພາວະ​ເສດຖະກິດ​ທຳ​ມະ​ຊາດ ສຳຄັນ​ແມ່ນ​ຍັງ​ຂາດ​ຍຸດ​ທະ​ສາດ ​ແລະ ການ​ກຳນົດ​ແຜນ​ລະ​ອຽດ ​ເພື່ອ​ສົ່ງ​ເສີມ​ຕົວ​ຈິງ ຕາມ​ທ່າ​ແຮ​ງບົ່ມ​ຊ້ອນ​ຂອງ​ປະ​ເທດ​ເຮົາ.
- ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງ ການ​ທີ່​ນັບ​ມື້​ນັບ​ສູງຂອງ​ຜູ້​ບໍລິ​  ໂພ​ກຈາກ​ພາຍ​ໃນ ແລະ ຕ່າງປະ​ເທດ ​ແລະ ​ເຊື່ອ​ມ​ໂຍງ​ສາກົນ ສິນຄ້າ​ລາວ​ເຮົາ​ຍັງ​ບໍ່ຮັບປະກັນ​ຄຸນ​ນະພາ​ບ ​ແລະ ມາດຕະຖານ ເຊິ່ງບໍ່ທັນ​ສາມາດ​ແຂ່ງຂັນ​ກັບປະ​ເທດ​ໃກ້​ຄຽງ​ໄດ້.
- ການ​ພັດທະນາ​ບຸກຄະລາ​ກອນ, ​ແຮງ​ງານ, ການສະໜອງປັດ​ໃຈ​ຕ່າງໆຈາກ​ພາກ​ລັດ ​ໃຫ້​ບັນດາ​ຫົວໜ່ວຍທຸລະ​ກິດ, ຜູ້​ປະກອບ​ການ ແລະ ຜູ້​ຜະລິດ  ຍັງ​ບໍ່ທັນ​ຄ່ອງ​ຕົວ, ການ​ສ້າງ​ສິ່ງ​ເອື້ອ​ອຳ ນວຍ ​ແລະ ສິ່ງ​ຈູງ​ໃຈຫຼາຍ ດ້ານ​ຍັງ​ອ່ອນ ເຊັ່ນ:  ການ ສະໜອງທຶນ, ​ເຕັກນິກ​ວິຊາ​ການ, ​ແນວ​ພັນ, ຕະຫຼາດ ​ແລະ ອື່ນໆ. ຕໍ່ບັນຫາ​ດັ່ງກ່າວ​ນີ້ ກອງ​ປະຊຸມ​ໄດ້​ກຳນົດ ທິດ ​ແລ​ະ ທັດ ສະ​ນະ​ແກ້​ໄຂ ຈຳນວນໜຶ່ງ ຊຶ່ງ​ຈະ​ແຈ້ງ​ອອກ​ໃນ​ວາລະສານ “ນັກບໍລິຫານ“ ຂອງ​ລັດຖະບານ​ໃນ​ມໍ່ໆນີ້.
5. ກ່ຽວກັບແຜນວຽກປັບປຸງວິ ສາຫະກິດ ແລະ ໜ້າທີ່ຂອງ ແຕ່ ລະຂະແໜງການ ສູນກາງ ແລະ ທ້ອງຖິ່ນ, ກອງປະຊຸມ ເຫັນພ້ອມນຳກັນຮັບເອົາມະຕິກອງປະຊຸມ ຄົບຄະນະ ຂອງຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 5 (ສະໄໝ ທີ IX) ມາເປັນ ຄວາມຮັບຜິດຊອບຂອງລັດຖະບານ ແລະ ອົງການ ປົກຄອງທ້ອງຖິ່ນ, ຊຶ່ງກຳນົດ ທິດທາງ ແຜນການປັບປຸງ ແລະ ພັດທະນາ ວິສາຫະກິດ; ຄາດ ໝາຍໃນການປັບປຸງວິສາຫະກິດ ຂອງ ສປປ. ລາວ ຮອດປີ 2015 ກ່ຽວກັບແຜນປັບປຸງ ແລະ ພັດ ທະນາ ວິສາຫະກິດຂອງລັດ;ກ່ຽວ ກັບວິສາຫະກິດເອກະຊົນພາຍໃນ ແລະ ຕ່າງປະເທດ, ກ່ຽວກັບເສດ ຖະກິດຄອບຄົວ ແລະ ກ່ຽວ ກັບເສດຖະກິດຮ່ວມມືຂອງປະຊາຊົນພ້ອມນັ້ນ, ກໍໄດ້ມີມາດຕະການ ຈັດຕັ້ງປະຕິບັ ເປັນຕົ້ນ ຕ້ອງບຸກທະລຸທາງດ້ານຈິນ ຕະນາການ, ແກ້ໄຂແນວຄິດຄວາມຮັບຮູ້ທີ່ບໍ່ເປັນເອກະພາບກັນກ່ຽວກັບການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍ ລັດວິສາຫະ ກິດ;  ວິສາຫະກິດຂອງພາກສ່ວນເສດຖະກິດອື່ນໆລວມທັງປັບປຸງ ແລະ ສ້າງລະບົບນິຕິກຳໃຫ້ມີຄວາມຄົບຖ້ວນ ແລະ ມີລັກ ສະນະສົ່ງເສີມ ທັງສອດຄ່ອງກັບກົນໄກເສດຖະກິດຕະຫຼາດໃນປັດຈຸບັນ ແລະ ສອດຄ່ອງ​ກັບ​ເງື່ອນ​ໄຂຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ເຮົາ.
        ຕໍ່ບັນຫາຕ່າງໆ ທີ່ນຳມາພິ ຈາລະນາ ແລະ ປຶກສາຫາລືກັນ ຢູ່ໃນກອງປະຊຸມເທື່ອນີ້ ທ່ານນາ ຍົກລັດຖະ ມົນຕີ ໄດ້ຊີ້ນຳ ໃຫ້ ພາກສ່ວນກ່ຽວຂ້ອງ ນຳໄປປັບ ປຸງຕາມຄວາມເຫັນຂອງ ບັນດາ ສະມາຊິກລັດຖະບານ, ເຈົ້າ ຄອງ ນະຄອນຫຼວງ ແລະ ບັນດາເຈົ້າແຂວງ ເພື່ອເຮັດໃຫ້ເນື້ອໃນແຕ່ ລະບັນຫາມີຄວາມສອດຄ່ອງ, ສົມບູນ ແລະ ຄົບຖ້ວນກ່ວາເກົ່າ ແລະ ທ່ານຍັງ​ໄດ້ ຮຽກຮ້ອງ ແລະ ຊີ້ນຳ ​ໃຫ້​ທຸກ​ພາກສ່ວນ​ທີ່​ເຂົ້າ​ຮ່ວມ ຈົ່ງນຳເອົາເນື້ອໃນຈິດໃຈທີ່ໄດ້ປຶກສາຫາລື ແລະ ຕົກລົງໃນກອງປະ ຊຸມ ເທື່ອນີ້ ​ໄປ​ຈັດຕັ້ງຜັນ​ຂະຫຍາຍ ​ເຂົ້າ​ໃນ​ວຽກງານຕາມ​ຄວາມ​ຮັບຜິດຊອບຂອງຂະ​ແໜງ​ການ ​ແລະ ທ້ອງຖິ່ນ​ຕົນ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.
       ໃນ​ກອງ​ປະຊຸມທ່ານ ນາ​ຍົກ​ລັດຖະມົນຕີ ​ໄດ້​ຊີ້​ນຳ​ໃຫ້ ທຸກ​ສຳນັກງານ​ອົງການ ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນຕະຫຼອດຮອດ​ພົນລະ​ເມືອງ​ລາວ​ບັນດາ​ເຜົ່າກ່ຽວກັບ​ການສະຫຼອງປີ​ໃໝ່ລາວ ວ່າ: ງານ​ສະຫຼອງໃຫ້​ຖືກຕ້ອງ​ຕາມ​ຄຸນ​ລັກ​ສະ​ນະທາງ​ດ້ານ​ວັດ ທະນະທຳ, ຮີດຄອງ​ປະ​ເພນີອັນ​ດີງາມ​ຂອງ​ຊາດ ​ໂດຍ​ຕິດ​ພັນ​ກັບການ​ສົ່ງ​ເສີມ​ການທ່ອງທ່ຽວດ້ວຍ​ຮູບ​ການ​ຕ່າງໆ​ເຊັ່ນ: ການ​ອວຍ​ໄຊ​ໃຫ້​ພອນ​ຊຶ່ງ​ກັນ ​ແລະ ກັນ, ​ເຂົ້າ​ຮ່ວມ​ການ​ທຳບຸນ​ຕັກ ບາດ, ຫົດສົງ​ພະພຸດທະ​ຮູບ, ຄູບາ​ອາຈານ, ສະຖານ​ທີ່​ສັກກາ​ລະ​ບູຊາ, ຜູ້​ຊົງ​ຄຸນ​ວຸດ​ທິ ​ແລະ ຜູ້​ມີ​ບຸນຄຸນ ​ເພາະ​ສິ່ງ​ເຫຼົ່ານີ້​ແມ່ນ​ປະ​ເພນີ​ອັນ​ດີງາມ​ຂອງ​ລາວ​ເຮົາ ທີ່​ຄວນ​ຮັກສາ​ສົ່ງ​ເສີມ​ເຊັ່ນ: ການຈັດ​ງານ ຫຼື ກິດຈະກຳ​ຕ່າງໆ ​ໃນ​​ໄລ ຍະສະຫຼອງປີ​ໃໝ່ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຈິດ​ໃຈ​ປະ​​​ຢັດ​ມັດທະ​ຍັດ, ບໍ່ ຄວນ​ໃຊ້​ຈ່າຍ​ງົບປະມານ​ໃນ​ການ ຈັດ​ງານ​ບາສີສູ່ຂວັນ, ງານ​ລ້ຽງທີ່​ໃຫຍ່​ໂຕ ຫຼື ​ໃຊ້​ຈ່າຍ​ຊື້​ກະຕ່າ​ດອກ​​​ໄມ້, ຂອງຂວັນເກີນ​ຄວາມ​ຈຳ​ເປັນ ຊຶ່ງ​ເປັນ​ການ​ຟຸມ​ເຟືອຍ​ຊັບ​ສິນ​ຂອງ​ລັດ ກໍຄື ຂອງ​ສັງຄົມ. ທຸກ​ຄອບຄົວ ນັບ​ທັງ​ພະນັກງານ  ​ແລະ ປະຊາຊົນ ​ໃຫ້​​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລູກຫຼານ, ສະມາຊິກ​ໃນ​ຄອບ ຄົວ​ຂອງ​ຕົນ​ໃຫ້ດີ ແລະ ຫ້າມບໍ່​ໃຊ້​ນ້ຳ​ກ້ອນ, ນ້ຳ​ເປື້ອນ, ນ້ຳສີ ຊະ​ ຫຼື ຊາດ ໃສ່​ກັນ ດ້ວຍ​ຮູ​ບການ​ຕ່າງໆ ທີ່​ຈະ​ກໍ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ຫຼື ບາດເຈັບ​ຕໍ່ຮ່າງກາຍ, ຈິດ​ໃຈ ​ແລະ ສຸຂະພາບ ດັ່ງ​ທີ່​ເຄີຍ​ມີ​ມາ. ທັງ​ໝົດນີ້ ກໍ​ເພື່ອ​ເຮັດ​ໃຫ້​ງານ​ສະ ຫຼອງປີໃໝ່ປີນີ້ ມີ​ບັນຍາກາດ​ທີ່​ຊົດ​ຊື່ນ, ​ແຈ່ມ​ໃສ, ມີຄວາ​ມ​ເປັນ​ລະ ບຽບ ຮຽບຮ້ອຍ, ຈົບງາມ, ມີ​ຄວາມ​ສະຫງົບ, ປອດ​ໄພ ທັງເປັນ ການດຶງດູດແຂກດ່າງດ້າວທ້າວ ຕ່າງເມືອງ ມາຢ້ຽມ ຢາມຫຼື ທ່ອງ ທ່ຽວປະເທດເຮົາໃຫ້ນັບມື້ນັບ ຫຼາຍຂຶ້ນ.ການສະຫຼອງປີ​ໃໝ່ລາວ​ນີ້ ຂໍ​ໃຫ້​ທຸ​ກພາກສ່ວນ, ພົນລະ​ເມືອງ​ທຸກ​ຄົນ ຈົ່ງ​ພ້ອມ​ກັນ​ຄຳນຶງ​ເຖິງ ການ​ປະ​ຢັດ, ຄວາມ​ປອດ​ໄພ ​ແລະ ຮ່ວມ​ໃຈ​ກັນ​ຮັກສາ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ເຮົາ.

No comments:

Post a Comment