Ad

Ad

30 May 2013

ໄຂງານວາງສະແດງສິນຄ້າເຟີນີເຈີຄັ້ງທີ 6 ຢູ່ນະຄອນຫລວງວຽງຈັນ



    ງານວາງສະແດງສິນຄ້າເຟີນີ ເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ ເພື່ອເຊື່ອມໂຍ ງດ້ານຕະຫລາດລະ ຫວ່າງປະເທດໃກ້ຄຽງ ປະ ຈຳປີ 2013 ໄດ້ໄຂຂຶ້ນຢູ່ສູນການຄ້າ ລາວ-ໄອເຕັກ ລະຫວ່າງວັນທີ 28 ພຶດສະພາ - 2 ມິຖຸນາ 2013 ໂດຍ ການໃຫ້ ກຽດເຂົ້າຮ່ວມໄຂງານ ຂອງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫລວງວຽງ ຈັນ. ພິເສດໃນງານສະແດງດັ່ງກ່າວປີນີ້ໄດ້ມີຕົວແທນ ຈາກນະຄອນຫລວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິງ ແຫ່ງ ສສ ຫວຽດນາມ, ແຂວງໜອງຄາຍ, ອຸດອນແຫ່ງຣາຊະ ອານາຈັກ ໄທ ແລະ ແຂວງ ຢຸນນານ ແຫ່ງ ສປ ຈີນ ເຂົ້າຮ່ວມນຳ.
     ສິນຄ້າທີ່ນຳມາວາງສະແດງ ແລະ ຈຳໜ່າຍໃນເທື່ອນີ້ ລວມມີ ເຟີນີເຈີ, ເຄື່ອງໃຊ້ພາຍໃນເຮືອນ, ເບັ້ຍໄມ້ ແລະ ຜະລິດຕະ ພັນຕ່າງໆ ຫລາຍກວ່າ 200 ຫົວໜ່ວຍທຸລະ ກິດ, ໃນນັ້ນ ສະເພາະຜະລິດຕະ ພັນເຟີນີເຈີມີ 2 ຫົວໜ່ວຍທຸລະກິດ ທີ່ມາຈາກ ສສ ຫວຽດນາມ ແລະ 77 ຫົວໜ່ວຍທຸລະກິດເປັນຂອງ ລາວ, ໃນນັ້ນ ມີຕົວແທນໂຮງ ງານເຟີນີເຈີມາຈາກແຂວງໄຊຍະ ບູລີ, ຊຽງຂວາງ, ຫົວພັນ, ວຽງ ຈັນ, ບໍລິຄຳໄຊ, ຈຳປາສັກ, ສາ ລະວັນ ແລະ ເຊກອງເຂົ້າຮ່ວມ ນຳ. ພາຍໃນງານຍັງໄດ້ຈັດ ຫລາຍ
ກິດຈະກຳທີ່ໜ້າສົນໃຈ ຫລາຍຢ່າງເຊັ່ນ: ການສະແດງສິ ລະປະດົນຕີ, ການຈັດກອງປະຊຸມ ສຳມະນາ ແລະ ການພົບປະນັກທຸ ລະກິດ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍຂອງຜະລິດຕະ ພັນໄມ້ລາວໃນການເຊື່ອມໂຍງ ເຂົ້າເປັນປະຊາຄົມອາຊຽນ” ແລະ ການປະກວດຜະລິດຕະພັນດີເດັ່ນ ໃນຫົວຂໍ້ “ເຟີນີເຈີແກະສະຫລັກ ໄມ້ເອກະລັກລາຍລາວ”.
    ການຈັດງານວາງສະແດງດັ່ງ ກ່າວຈະເປັນໂອກາດອັນດີໃຫ້ບັນ ດາຫົວໜ່ວຍທຸລະກິດດ້ານເຟີນີເຈີ ໄດ້ເສີມສ້າງສາຍພົວພັນ ກັບບັນດາປະເທດເພື່ອນມິດໃກ້ຄຽງ ແລະ ເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ເພື່ອສ້າງຄວາມຊຳນິຊຳນານ ໃນການສ້າງສັນຜົນງານໃຫ້ມີຄວາມປານີດ ແລະ ສີສັນຫລາຍຜະລິດຕະພັນ.

No comments:

Post a Comment