Ad

Ad

31 May 2013

ສິລະປິນກັບນາມມະຍົດ ( ຄໍລຳ ບັນຫາຈານແຍ່ )



    ເກືອບແມ່ນເວລາດຽວກັນນີ້ ຂອງປີ 2011, ຫໍວັດທະນະທຳ ແຫ່ງຊາດກວ້າງບໍ່ກ້ວາງພັດແອ ອັດຍັດບຽດໄປດ້ວຍເຫລົ່າ ສິລະປິນສາຂາຕ່າງໆ ເພື່ອເຂົ້າຮ່ວມພິ ທີມອບຫລຽນ ແລະ ໃບຢັ້ງຢືນ ນາມມະຍົດສິລະປິນແຫ່ງຊາດ ແລະ ສິລະປິນດີເດັ່ນ ບວກກັບສິນ ນ້ຳໃຈໃນຊອງຂາວທີ່ຕຶ່ງເຕັມ ຕາມຂັ້ນສິລະປິນ. ການມອບ ນາມມະຍົດສິລະປິນ ເຊິ່ງໄດ້ຕົກ ລົງກັນແຕ່ປີ 2010 ນັ້ນ ດຳເນີນ ໄປຢ່າງຄຶກຂຶມ ປະສົມກັບບັນຍາ ກາດຜ່ອນຄາຍດ້ວຍລາຍການສະ ຫລັບສັບສາກ. ຈຳໄດ້ວ່າ: ທ່ານ ນາ ຍົກລັດຖະມົນຕີ ທອງສິງ ທຳ ມະວົງ ໄດ້ສະແດງໃຫ້ເຫັນນ້ຳໃຈ ອົດທົນອັນສູງສົ່ງ ເພາະເພິ່ນບໍ່ໄດ້ ພັກເຊົາ, ນອກຈາກບົດຄ ຳເຫັນ ຍາວຍືດທີ່ມີໝາຍສຳລັບພິທີ ແລ້ວ, ທ່ານຍັງຕ້ອງໄດ້ຢືນມອບ ໃບຢັ້ງຢືນ, ຊໍ່ດອກໄມ້, ຕິດຫລຽນ ນາມມະຍົດ, ສ ຳຜັດມື ແລະ ຮ່ວມ ຖ່າຍຮູບໄວ້ເປັນທີ່ລະລຶກກັບສິລະປິນແຕ່ລະທ່ານ. ໜ້າຈໍພາບຂະ ໜາດໃຫຍ່ຕັ້ງຢູ່ເທິງເວທີສາຍພາບ ລາຍການພິທີຕະຫລອດຄາບເຊົ້າຂອງວັນນັ້ນໄດ້ເພີ່ມສີສັນ ແລະ ຢັ້ງຢືນຄວາມເປັນມືອາ ຊີບຂອງຄະນະຈັດຕັ້ງ ແລະ ການ ນຳຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
    ທີ່ກິນໃຈເຫລົ່າສິລະປິນກວ່າໝູ່ ກໍແມ່ນເນື້ອໃນບົດປາໄສຂອງ ທ່ານນາຍົກລັດຖະມົນຕີ ທີ່ຢັ້ງຢືນ ເຖິງການຮັບຮູ້, ການ ມອບຄວາມ ໄວ້ວາງໃຈ ແລະ ການຕີລາຄາ ສູງຂອງພັກ-ລັດຖະບານ ຕໍ່ການ ປະກອບສ່ວນອັນຕັ້ງໜ້າຂອງເຫລົ່າສິລະປິນ ລາວໃນແຕ່ລະໄລ ຍະຂອງການປະຕິວັດລາວຈົນ ເຖິງຍຸກປັດຈຸບັນ ແລະ ພາບທີ່ຕິດ ຕາມອີກພາບໜຶ່ງ ກໍແມ່ນໃບໜ້າ ທີ່ອາບ ເອ້ໄປດ້ວຍຄວາມສຸກສົມ ຫວັງຂອງບັນດາສິລະປິນ ເຊິ່ງ ຍາກຈະຊອກຫານັກແຕ້ມຄົນໃດມາທ່າຍຖອດຄວາມຮູ້ສຶກດັ່ງ ກ່າວອອກມາໃຫ້ໝົດໄດ້.

    ໄດ້ຮັບຫລຽນຢັ້ງຢືນນາມມະ ຍົດສິລະປິນແຫ່ງຊາດ ແລະ ສິລະ ປິນດີເດັ່ນໃນວັນນັ້ນ, ມີທັງຜູ້ຍັງມີ ຊີວິດຢູ່, ຜູ້ອ່ອນເພຍ ເສຍກຳລັງ, ຜູ້ນັ່ງລໍ້ຊຸກ ແລະ ຜູ້ທີ່ເຫລືອໄວ້ແຕ່ ຜົນງານອະມະຕະ.
    ຂໍບອກທ່ານຜູ້ອ່ານທີ່ຍັງໃໝ່ຕໍ່ ເຫດການດັ່ງກ່າວວ່າ: ການມອບ ນາມມະຍົດສິລະປິນເທື່ອນີ້ ແມ່ນ ເທື່ອປະຖົມມະລຶກ ເພື່ອປູພື້ນຖານ ສູ່ການຮັບຮູ້ບົດບາດຂອງຄົນສິນ ຫລາຍຂຶ້ນໃນສັງຄົມ.
    ຈາກວັນນັ້ນເຖິງວັນນີ້ ກໍເປັນ ເວລາ 2 ປີເຕັມ. ທຸກເທື່ອເມື່ອມີຜູ້ ຖາມວ່າ: ປານໃດຈະມີເທື່ອຕໍ່ໄປ? ຈານແຍ່ກໍໄດ້ຕອບຕາມທີ່ໄດ້ຍິນ ມາກັບຫູວ່າ: ພິທີມອບນາມມະ ຍົດສິລະປິນນີ້ ໄດ້ກຳນົດຈັດຂຶ້ນ ໃນແຕ່ລະສອງປີ, ແຕ່ຈານແຍ່ບໍ່ ແນ່ວ່າໄດ້ມີການຮັບຮອງເອົາ ເປັນຫລັກການແລ້ວ ຫລື ບໍ່ ?. ຈະ ເປັນສອງປີຕໍ່ເທື່ອ ຫລື ຫ້າປີຕໍ່ ເທື່ອ, ຈານແຍ່ເຫັນວ່າບໍ່ສຳຄັນ ເທົ່າກັບຄວາມເປັນປົກກະຕິ, ບໍ່ ແມ່ນຈັດຕາມລາຍສະດວກ, ມີ ງົບຫັນເຮັດກໍເຮັດ, ຖ້າບໍ່ມີກໍ ເລື່ອນໄປ. ຈານແຍ່ຢາກໃຫ້ພາກ ສ່ວນກ່ຽວຂ້ອງກຳນົດໄວ້ເປັນ ຫລັກການຄັກແນ່. ເຊື່ອວ່າສະມາ ຄົມນັກປະພັນລາວ ຄົງຈະເປັນຫົວຫອກຊຸກຍູ້ບັນຫານີ້.
    ຄຽງຄູ່ກັບພິທີມອບນາມມະຍົດ ສິລະປິນ, ພວກເຮົາກໍຄວນມີແຜນ ຈັດລາຍການລະລຶກວັນຄົບຮອບ ອາຍຸ ຫລື ຜົນງານ ເດັ່ນໆຂອງສິ ລະປິນ ທັງຜູ້ລ່ວງລັບໄປແລ້ວ ກໍ ຄືຜູ້ທີ່ຍັງມີຊີວິດສືບຕໍ່ຜົນງານ ເຊັ່ນ: ອາດຈັດງານລະລຶກເພງ “ແດນແຫ່ງອິດ ສະລະ” ແລະ ເພງ “ເມືອງລາວໃໝ່” ເຊິ່ງຈະມີອາຍຸ ຄົບຮອບ 40 ປີ ໃນປີ 2015 ແລະ ອື່ນໆ. ນອກນັ້ນ ກໍຍັງມີວັນຄົບ ຮອບປຶ້ມນິຍາຍ “ເສັ້ນທາງແຫ່ງຊີ ວິດ”, “ກອງພັນທີສອງ”, “ຟອງ ເດືອນເກົ້າ” ແລະ ຜົນງານສິລະ ປິນຄົນ ອື່ນໆອີກ. ທາງເບື້ອງ ເຫລົ່າສິລະປິນເອງ ກໍຄວນຖືວ່າ ນາມມະຍົດ ແລະ ການຮັບຮູ້ຂອງ ສັງຄົມ ເປັນກຳລັງດັນໃຫ້ພວກ ຕົນສ້າງຜົນງານ ໂດດເດັ່ນກວ່າ ເກົ່າ, ຫລາຍກວ່າຈະຄິດວ່າຕົນ ຮອດຈຸດສຸດຍອດແລ້ວ. ຫລຽນ ນາມມະຍົດສິລະປິນແຫ່ງຊາດ ແລະ ສິລະ ປິນດີເດັ່ນນັ້ນ ແຕ່ລະ ດວງມີ 12 ຫລ່ຽມ ເຊິ່ງເຕືອນໃຫ້ ສິລະປິນຕ້ອງຈົດຈໍ່ສ້າງຜົນງານ ສິນຕະຫລອດ 12 ເດືອນ, ບໍ່ຊັ້ນ ນາມມະຍົດສິລະປິນກໍຈະສິ້ນ ຄວາມໝາຍ, ລາງວັນຊີໄຣກໍຈະໄຮ້ຄ່າ.

No comments:

Post a Comment