Ad

Ad

4 June 2013

ສະຖາບັນການເງິນຂະໜາດນ້ອຍກຽມຮັບມື AEC



      ຍັງອີກບໍ່ເທົ່າໃດປີ,ການກ້າວ ເຂົ້າ ສູ່ປະຊາຄົມເສດຖະກິດອາ ຊຽນ (AEC) 2015 ກໍຈະເປີດຂຶ້ນ ແລະ ເວລານັ້ນເສດ ຖະກິດ ຂອງ ບັນດາປະເທດອາຊຽນຈະ ເປັນຕະຫລາດອັນໝຶ່ງອັນດຽວ ແລະ ສະຖາບັນການເງິນຂະໜາດນ້ອຍກໍແມ່ນຫົວ ໜ່ວຍທຸລະກິດ ໜຶ່ງທີ່ຈະມີການແຂ່ງຂັນສູງຂຶ້ນ.
          ທ່ານ ສົມພອນ ສີແສງລັດ ອຳນວຍການສະຖາບັນການເງິນ ຈຸລະພາກ ອີເອັມໄອ (EMI) ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມລາວ ພັດທະນາ ເມື່ອບໍ່ດົນມານີ້ວ່າ: ສະ ຖາບັນການເງິນຈຸລະພາກແມ່ນ ຫົວໜ່ວຍທຸລະກິດໜຶ່ງທີ່ຈະມີ ການແກ່ງ ແຍ້ງແຂ່ງຂັນກັນສູງພໍສົມຄວນ ເມື່ອກ້າວສູ່ການເປັນ ປະຊາຄົມເສດຖະກິດອາຊຽນໃນ ປີ 2015 ເນື່ອງຈາກວ່າ ຄວາມຕ້ອງ ການແຫລ່ງທຶນເພື່ອນຳໃຊ້ເຂົ້າໃນການປະກອບ ທຸລະກິດ, ການຜະລິດຕ່າງໆ ຂອງປະຊາຊົນ ເພື່ອພັດທະນາຊີວິດການ ເປັນ ຢູ່ຈະມີສູງຂຶ້ນ, ດັ່ງນັ້ນ ຈະເຮັດໃຫ້ສະຖາບັນການ ເງິນຈຸລະພາກຈາກຕ່າງປະເທດທີ່ມີຄວາມເຂັ້ມແຂງດ້ານຖານະການເງິນ ແລະ ມີປະສົບການຫລາຍເຂົ້າ ມາມີບົດບາດຫລາຍ ໃນການດຳເນີນທຸລະກິດຢູ່ປະເທດເຮົາຢ່າງແນ່ນອນ.
      ທ່ານ ສົມພອນ ກ່າວວ່າ:ເພື່ອກຽມພ້ອມຮັບມືກັບການແຂ່ງຂັນດັ່ງກ່າວ ສະຖາບັນການເງິນພວກເຮົາ ຈຶ່ງເລັ່ງໃສ່ການ ຕອບສະໜອງແຫລ່ງເງິນໃຫ້ລູກຄ້າຢ່າງເໝາະສົມ, ຍົກສູງຄຸນນະພາບຂອງການບໍລິການ ແລະ ຍົກລະດັບຄວາມຮູ້ຄວາມ ສາມາດຂອງພະນັກງານທັງຢູ່່ພາຍໃນ ແລະ ຕ່າງປະເທດຢ່າງເປັນປະຈຳເພື່ອໃຫ້ສາມາດເຊື່ອມໂຍງກັບອົງການດ້ານການ ເງິນຈຸລະພາກທັງພາຍໃນ ແລະ ສາກົນ.

      ປັດຈຸບັນ ສະຖາບັນການ ເງິນ ຈຸລະພາກ ອີເອັມໄອ ມີ 7 ໜ່ວຍ ບໍລິການ ແລະ 2 ໜ່ວຍ ບໍລິການ ຍ່ອຍ ຢູ່ນະຄອນ ຫລວງວຽງຈັນ ແລະ ແຂວງວຽງຈັນ,ມີພະນັກ ງານ 70 ກວ່າຄົນ,ມີລູກຄ້າປະ ມານ 12 ພັນກວ່າຄົນ,ໃນນັ້ນມີລູກຄ້າເງິນ ກູ້ຫລາຍກວ່າ 4 ພັນ ກວ່າຄົນ ແລະ ມີວົງເງິນກູ້ປະ ມານ 4 ລ້ານກີບຕໍ່ບັນຊີ ແລະ ຄາດວ່າຮອດປີ 2015ສະຖາບັນດັ່ງກ່າວ ຕັ້ງເປົ້າຈະໃຫ້ມີລູກຄ້າເພີ່ມຂຶ້ນຫລາຍກວ່າ 40 ພັນຄົນ.
      ຕາມການລາຍງານຂອງ ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ:ປັດຈຸບັນ ຢູ່ລາວມີ ສະ ຖາບັນການເງິນຈຸລະພາກ 13 ຫົວໜ່ວຍ ແລະ ປະເພດກອງທຶນ ຕ່າງໆອີກປະມານ 40 ກວ່າແຫ່ງ.

No comments:

Post a Comment