Ad

Ad

27 June 2013

ຮອງນາຍົກລັດຖະມົນຕີອາຊາງ ລາວລີ ໂອ້ລົມພະນັກງານການນຳຂະແໜງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ



        ພິທີໂຮມຊຸມນຸມຂອງພະນັກ ງານການນຳກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ.) ເພື່ອຮັບຟັງການ ໂອ້ລົມຂອງ ທ່ານ ອາຊາງ ລາວລີ ກຳມະການກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນ ຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດ ທະນະທຳ-ສັງຄົມ ໄດ້ຈັດຂຶ້ນ ໃນ ຕອນເຊ້ົາວັນທີ 26 ມິ ຖຸນາ 2013, ທີ່ຫໍວັດທະນະທຳແຫ່ງຊາດ ໂດຍ ມີ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການ ສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະ ມົນຕີວ່າການກະຊວງຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວ ໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຈາກກົມ, ກອງ, ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.            
         ໂອກາດນີ້ ທ່ານ ສຈ.ດຣ ບໍ່ ແສງຄຳ ວົງດາລາ ໄດ້ລາຍງານ ໂດຍຫຍໍ້ກ່ຽວ ກັບຜົນສຳເລັດໃນ ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ- ສັງ ຄົມ 5 ປີຄັ້ງທີ VII ໃນໄລຍະເຄິ່ງສະໄໝໃນຂະແໜງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຂະແໜງການຍາດມາໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງເອົາໃຈ ໃສ່ປັບປຸງແກ້ໄຂ.           
          ເພື່ອເປັນທິດຊີ້ນຳໃນການ ເຄື່ອນໄຫວວຽກງານຂອງຂະແໜງຖະແຫລງຂ່າວວັດທະນະທຳ ແລະ ທ້ອງທ່ຽວໃຫ້ມີປະສິດພາບ ແລະ ປະສິດທິຜົນທ່ານຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດ ວັດທະນະ ທຳ-ສັງຄົມໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ເນັ້ນ ໜັກໃຫ້ຂະແໜງ ຖວທ. ເອົາໃຈໃສ່ເພີ່ມທະວີບົດບາດ ເປັນເສນາທິການຂອງພັກ ແລະ ລັດຖະບານ ໃນການໂຄ ສະນາເຜີຍແຜ່ແນວ ທາງນະໂຍບາຍ ໂດຍສະ ເພາະມະຕິ IX ຂອງພັກ, ການຈັດຕ້ັງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VII, ການ ເຄື່ອນໄຫວວຽກງານພາຍໃນ ແລະ ຕ່າງປະເທດ
ຂອງພັກ-ລັດຖະບານ ຄຽງ ຄູ່ກັບການສຶກສາ ອົບຮົມ, ເຜີຍແຜ່ມູນເຊື້ອວັດທະ ນະທຳຂອງຊາດ, ສົ່ງເສີມວັດທະນະທຳທີ່ເປັນເອກະລັກຂອງເຜົ່າ ແລະ ອື່ນໆ. ພ້ອມນີ້ທ່ານຍັງເນັ້ນໜັກໃຫ້ແຕ່ລະຂະແໜງການອ້ອມຂ້າງກະຊວງເປັນເຈົ້າການເຄື່ອນ ໄຫວວຽກງານ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງເປັນຕົ້ນ: ຂົງເຂດຖະແຫລງຂ່າວຕ້ອງຍົກສູງຄຸນນະພາບ ຂອງສື່ມວນ ຊົນ, ປັບປຸງເນື້ອໃນ ແລະ ຮູບແບບ ລາຍການອອກອາກາດຂອງ ວິ ທະຍຸ, ໂທລະພາບ, ເນື້ອໃນໜັງ ສືພິມ ໃຫ້ອຸດົມສົມບູນ, ມີຫລາຍ ສີສັນ, ສາມາດດຶງດູດຄວາມສົນ ໃຈຂອງຜູ້ຊົມ, ຜູ້ຟັງ,ຜູ້ອ່ານ, ສ່ອງ ແສງຂໍູ້ມູນຂ່າວ ສານວ່ອງໄວຈະ ແຈ້ງ, ຕອບໂຕ້ຢ່າງທັນການທຸກ ຖ້ອຍທຳນອງການໃສ່ຮ້າຍປ້າຍ ສີ, ການບິດເບືອນຄວາມເປັນຈິງ ຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ປະເທດ ເຮົາໃຫ້ສົມກັບເປັນກະບອກສຽງ ຂອງ ພັກ-ລັດຖະບານຢ່າງແທ້ ຈິງ. ຕ້ອງເອົາໃຈໃສ່ຄຸ້ມຄອງ ລາຍການວິທະຍຸ, ໂທລະພາບຂອງບັນດາຂະ ແໜງການ ແລະ ທ້ອງຖິ່ນໃຫ້ຮັດກຸມ ແລະ ຖືກຕ້ອງ.           
        ສ່ວນຂົງເຂດວັດທະນະທຳ ຕ້ອງເອົາໃຈໃສ່ເຄື່ອນໄຫວແກ້ ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ການເຄື່ອນໄຫວວັດທະນະ ທຳເປັນຕົ້ນແມ່ນເອົາໃຈໃສ່ຕ້ານ ແບບແຜນການດຳລົງຊີວິດ, ວັດທະນະທ ຳບໍ່ດີທີ່ແຊກຊຶມ ແລະ ມ້າງເພມູນເຊື້ອວັດທະນະທຳອັນດີງາມຂອງຊາດ ເຊັ່ນ: ການຫລິ້ນກິນຟຸມ ເຟືອຍ, ຂີ້ຄ້ານອອກ ແຮງງານ, ຕິດສິ່ງເສບຕິດ ແລະ ອື່ນໆ ພ້ອມທັງສົ່ງເສີມຄວາມອາດສາມາດບົ່ມຊ້ອນ ໃນການປະດິດແຕ່ງໃຫ້ຕອບສະໜອງໄດ້ລັກສະນະພື້ນຖານຂອງວັດທະນະທຳຄືລັກສະນະຊາດ, ລັກສະ ນະມະຫາຊົນ ແລະ ລັກສະນະກ້າວໜ້າ, ຊຸກຍູ້ການສ້າງບ້ານ ວັດທະນະທຳ ແລະ ຄອບຄົວວັດທະນະ ທຳໃຫ້ເປັນຂະບວນກວ້າງຂວາງ, ສືບຕໍ່ຄົ້ນຄວ້າເກັບກຳ ແລະ ອະນຸລັກຮັກສາບູຮານສະຖານ, ວັດຖຸບູຮານ ແລະ ມໍລະດົກ ວັດທະນະທຳ, ຊີ້ນຳປັບປຸງການນຳໃຊ້ຫໍພິພິທະພັນ, ຫໍວາງສະ ແດງມູນເຊື້ອ, ອະນຸ ສອນສະຖານໃຫ້ມີການເຄື່ອນໄຫວຮັບໃຊ້ສັງຄົມໄປຄຽງຄູ່ກັບການຊຸກຍູ້ສົ່ງ ເສີມ ແລະ ພັດທະນາ ມູນເຊື້ອຊ່າງພື້ນເມືອງດ້ານສິລະປະຫັດຖະກຳ ແລະ ສິລະປະວິຈິດຕະກຳໃຫ້ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ.ສຳລັບຂົງເຂດທ່ອງ ທ່ຽວໃຫ້ສືບຕໍ່ປັບປຸງແຜນຍຸດທະ ສາດພັດທະນາການທ່ອງທ່ຽວ ຮອດປີ 2020 ໃຫ້ສຳເລັດ, ພັດທະ ນາການທ່ອງທ່ຽວຢ່າງມີຈຸດ ສຸມ, ຄຸ້ມຄອງການທ່ອງທ່ຽວໃຫ້ ເຂ້ົາ ສູ່ລະບຽບກົດໝາຍພ້ອມທັງ ສຸມໃສ່ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ທາງດ້ານການທ່ອງທ່ຽວ, ປັບປຸງຂອດ ບໍລິການທ່ອງທ່ຽວໃຫ້ມີຄຸນນະພາບຕອບສະໜອງໄດ້ຄວາມຕ້ອງການຂອງນັກທ່ອງທ່ຽວ, ສືບຕໍ່ຮັກສາ ມາດຕະຖານລາງວັນອັນຊົງກຽດທີ່ລາວໄດ້ ເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ປະຈຳປີ 2013 ຫລື ການທີ່ເປັນເມືອງໜ້າທ່ຽວຂອງ ເມືອງຫລວງພະບາງເພາະນີ້ ແມ່ນກຽດສັກສີ ທັງແມ່ນໜ້າທີ່ອັນໜັກ ໜ່ວງຂອງຊາດລາວ ກໍຄືຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

No comments:

Post a Comment