Ad

Ad

27 June 2013

ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດໃຫ້ທິດຊີ້ນຳຕໍ່ຂະແໜງກະສິກຳ - ປ່າໄມ້



       ຕ່ອນບ່າຍວັນທີ 26 ມິຖຸນານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ໃຫ້ກຽດໂອ້ ລົມຕໍ່ຄະນະນຳ ແລະ ນັກວິຊາ ການອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ໂດຍທ່ານໄດ້ເນັ້ນບັນ ຫາສຳຄັນຂອງການຜະລິດລະດູຝົນ ເປັນຕົ້ນການຜະລິດເຂົ້ານາ ປີທີ່ລັດຖະ ບານໄດ້ມອບຄວາມຮັບຜິດຊອບໂດຍກົງໃຫ້ຂະແໜງການກ່ຽວຂ້ອງ ເພື່ອ ນການຊີ້ນຳນຳ ພາກະສິກອນ ທົ່ວປະເທດປູກເຂົ້າ ແລະ ພືດລະດູຝົນໃຫ້ບັນລຸຄາດ ໝາຍ 3,8 ລ້ານໂຕນ ໃນປີ 2013, ເພື່ອຄ້ຳປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານຕາມທີ່ລັດ ຖະບານໄດ້ກຳນົດໄວ້.
        ທ່ານ ຮອງນາຍົກລັດຖະມົນ ຕີໄດ້ຍົກໃຫ້ເຫັນເຖິງສະພາບການ ປູກເຂົ້າ ແລະ ພືດລະດູແລ້ງທີ່ບໍ່ ບັນລຸເປົ້າໝາຍໃນລະດູແລ້ງຜ່ານ ມາ ຍ້ອນບັນຫາເງື່ອນໄຂ ແລະ ສະພາບແວດລ້ອມໃນໂຕ ແລະ ນອກໂຕ ເປັນຕົ້ນບັນຫາການ ປ່ຽນ ແປງດ້ານດິນຟ້າອາກາດ ບວກໃສ່ກັບຄວາມຮັບຜິດຊອບຂອງພະນັກງານໃນ ການເຂົ້າເຖິງ ປະຊາຊົນ ເພື່ອນຳພາປະຊາຊົນປູກ, ບົວລະບັດຮັກສາ ແລະ ບໍ່ທັນເປັນເຈົ້າການເພື່ອວາງ ແຜນການ ຮັບມືກັບລະດູການຜະລິດທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍດີ ເພື່ອເປັນການຖອດ ຖອນບົດຮຽນການຜະລິດເຂົ້າໃນ ປີຜ່ານມາ ທ່ານຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ຄຳ ເຈາະຈິ້ມທີ່ສຳຄັນຕໍ່ຂະແໜງການ ກະສິກຳປ່າໄມ້ຕ້ອງ ໄດ້ຕັດສິນໃຈສູງພາ ກັນຫັນລົງສູ່ຫາກຖານຕິດພັນ ກັບກະສິກອນໃນການປູກເຂົ້າ ແລະ ພືດໃຫ້ສາມາດຮັບປະກັນດ້ານສະບຽງ ອາຫານຢ່າງພຽງພໍ ແລະ ກາຍ ເປັນສິນຄ້າສົ່ງອອກຕ່າງປະເທດນັບມື້ນັບຫຼາຍຂຶ້ນ ເຊິ່ງໃນນີ້ ດ້ານການປູກເຂົ້າ ແລະ ພືດຕ້ອງຄຳນຶງເຖິງ ເນື້ອທີ່ດິນ
ແລະ ສະພາບເອື້ອອຳນວຍຂອງດິນຟ້າອາກາດ ເພື່ອຫຼີກເວັ້ນຜົນກະທົບຈາກໄພພິບັດທາງທຳ ມະຊາດ ເປັນຕົ້ນ: ບັນຫາແຫ້ງແລ້ງ ແລະ ນ້ຳຖ້ວມ ເຊິ່ງທຸກ ຂະແໜງການຕ້ອງໄດ້ກຽມພ້ອມຮັບມືກັບ ສະພາບການດັ່ງກ່າວທີ່ອາດຈະເກີດ ຂຶ້ນ ພ້ອມນີ້ ບັນດານັກວິຊາການໃນຂະແໜງການປູກຟັງ, ລ້ຽງສັດ ແຕ່ລະຂັນ ຕ້ອງໄດ້ລົງສູ່ສະໜາມຮົບຕົວຈິງ ເພື່ອໃຫ້ຄຳແນະ ນຳທາງດ້ານເຕັກນິກ, ວິທະຍາ ສາດການ ປູກຟັງ ແລະ ລ້ຽງສັດ ໃຫ້ຊາວກະສິກອນມີຄວາມຮັບຮູ້ ໃໝ່, ເຂົ້າ ໃຈ ແລະ ນຳໃຊ້ເຂົ້າສູ່ພາກປະຕິບັດ ຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດແກ່ເຂົາເຈົ້າ ເຊິ່ງ ໃນນີ້ ກ່ອນອື່ນ ໝົດຕ້ອງໄດ້ສຸ່ມໃສ່ເຂດປູກເຂົ້າຢູ່ທົງ ພຽງນ້ອຍ ແລະ 7 ທົງພຽງໃຫຍ່ໃນທົ່ວປະເທດໃນເນື້ອທີ່ 58.510 ເຮັກຕາ ເຊິ່ງທົງພຽງນ້ອຍແມ່ນກວມ ຢູ່ໃນ 9 ແຂວງທົ່ວປະເທດຄື: ແຂວງ ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຫຼວງພະບາງ, ຊຽງຂວາງ, ໄຊຍະບູລີ ແລະ ເຊກອງ, ສະເພາະທົ່ງພຽງໃຫຍ່ແມ່ນ ນອນ ຢູ່ໃນ 8 ແຂວງເປັນຕົ້ນ: ນະ ຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ສາລະວັນ, ຈຳປາ ສັກ ແລະ ອັດຕະປື ເຊິ່ງໄດ້ກາຍເປັນທ່າແຮງສຳຄັນຕົ້ນຕໍ່ຂອງ ການຜະລິດເຂົ້າ ແລະ ພືດພັນ ຕ່າງໆໃນແຕ່ລະປີ ແລະ ເພື່ອໃຫ້ບັນລຸເປົ້າໝາຍການຜະລິດທີ່ກ່າວມານັ້ນ ກ່ອນອື່ນໝົດກະຊວງກະສິກຳ ແລະ ປ່າໄມ້ຕ້ອງ ມີມາດຕະການຈັດຕັ້ງປະຕິບັດບາງດ້ານ ທີ່ສຳຄັນເຊັ່ນ: ດ້ານນະໂຍບາຍ, ດ້ານເຕັກນິກ, ສົ່ງເສີມການນຳ ໃຊ້ກົນຈັກໃຫ້ນັບມື້ຫຼາຍຂຶ້ນ ພ້ອມ ສົ່ງເສີມການນຳໃຊ້ເຕັກນິກການ ກະເສດສຸມ, ນຳໃຊ້ແນວພັນປັບ ປຸງ, ໃສ່ຝຸ່ນຄອກ, ຝຸ່ນບົມໃຫ້ຫຼາຍ ຂຶ້ນ ເພື່ອປັບປຸງ ແລະ ບຳລຸງດິນ ໃຫ້ອຸດົມສົມບູນ, ເພີ່ມການບົວລະບັດ ຮັກສາ, ປ້ອງກັນ ແລະ ກຳຈັດ ສັດຕູພືດເພື່ອຍົກສະມັດຕະພາບ ຂອງຜົນຜະລິດທັງເຮັດໃຫ້ຜົນຜະລິດ ປອດສານເຄມີ ແລະ ເປັນມິດ ຕໍ່ສິ່ງແວດລ້ອມນັບມື້ສູງຂຶ້ນ.

No comments:

Post a Comment