Ad

Ad

26 September 2013

ສາຍການບິນກຸງເທບພາຄະນະສື່ມວນຊົນລາວທ່ອງທ່ຽວໄທ



           ໃນລະຫວ່າງວັນທີ່ 20-23 ກັນຍາ​ນີ້, ສາຍ​ການບິນ​ກຣຸງ​ເທບ ( Bang kok airway ) ຮ່ວມ​ກັບ​ການທ່ອງທ່ຽວ​​ແຫ່ງ​ປະ​ເທດ​ໄທ,​ ໄດ້​ພາ​ຄະນະ​ຜູ້​ແທນ​ກະຊວງ​ຖະ​ແຫ​ລ່ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ສື່​ມວນ​ຊົນ​ຂະ​ແໜ່​ງ​ຕ່າງໆຂອງລາວບິນໄປຢ້ຽມຢາມສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ສວຍ​ງາມຫລາຍ ແຫ່ງຂອງໄທ ຄື​​ເກາະ​ສະຫມຸ​ຍ, ເກາະນາງຢວນ, ເກາະເຕົ່າ ແລະ ສະຖານທີ່ທ່ອງ ທ່ຽວສຳຄັນຫລາຍແຫ່ງຢູ່ຈັງ​ຫວັດ​ສຸລາດທານີ ເຊິ່ງ​ເປັນເກາະ​ທີ່​​ສວຍ​ງາມ ​ແລະ ​ເປັນ​ທີ່ນິຍົມ​ຕິດ​ອັນ​ດັບ​ໂລກ​, ​ທັງ​ເປັນ​ການ​ໂຄສະນາ​ສົ່ງ​​ເສີມ​ການທ່ອງທ່ຽວ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ສອງ​ປະ​ເທດລາວ-​ໄທ, ນຳ​ໂດຍ​ທ່ານ ຈະ​ເລີ​ນ ວາລິ​ນທະລາ​ສັກ ລັດຖະມົນຕີ​ຊ່ວຍວ່າການກະຊວງ​ຖະ​ແຫ​ລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວຕະຫລອດ​ການ​ຢ້ຽມ​ຢາມ ​ແລະ ທ່ອງ​ທ່ຽວ​ແມ່ນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ຜູ້ອຳ ນວຍການສຳນັກງານ​ການທ່ອງ​ທ່ຽວ​ແຫ່ງ​ປະ​ເທດ​ໄທ ​ພ້ອມ​ດ້ວຍ​ຫົວຫນ້າ​ສູນ​ປະສານ​ງານ​ການທ່ອງທ່ຽວ​ເກາະ​ສະຫມຸ​ຍ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ.

          ທ່ານ ນາງ ສຸທາ​ທິບ ຈາ​ເລີ​ນລາບ ຜູ້ອຳນວຍການ ສຳນັກ ງານ​ການທ່ອງທ່ຽວ​​ແຫ່ງ​ປະ​ເທດ​ໄທ​ ປະຈຳໂຮ່ຈີ່​ມິນ​ໄດ້​ກ່າວ​ວ່າ: ການທ່ອງ​ທ່ຽວ​​ແຫ່ງ​ປະ​ເທດ​ໄທ​ ສຳ​ນັກ​ງານໂຮ່ຈີ່​ມິນ​ຮັບຜິດ​ຊອບ ໃນການປະສານງານ ແລະ ຮ່ວມ ມືໃນການສົ່ງເສີມການທ່ອງທ່ຽວ ໃນ 3 ປະ​ເທດ​ ຄື: ຫວຽດນາມ, ກຳ​ປູ​ເຈຍ ​ແລະ  ລາວ. ໃນ​ໂອ​ກາດ​ອັນດີ​ທີ່ການທ່ອງທ່ຽວ​ແຫ່ງ​ປະ​ເທດ​ໄທໄດ້​​ຮ່ວມ​ກັບ​ສາຍ​ການບິນ Bangkok Airways ເພື່ອ​ນຳ​ຄະນະ​ຂອງ​ສີ່​ມວນ​ຊົນ​ຈາກ​ປະ​ເທດລາວມາ​ທ່ຽວ​ຊົມ​ທັດສະນີ​ຍະ​ພາບ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ​ຕ່າງໆອັນ​ງົດ​ງາມ​ຂອງ​ປະ​ເທດ​ໄທ  ທີ່​ເກາະ​ສະຫມຸ​ຍ​ແຫ່ງນີ້  ​ເພື່ອ​ຊ່ວຍໂຄສະນາ​ໃຫ້ປະຊາຊົນ​ລາວ, ​ນັກ​ທ່ອງ​ທ່ຽວ​ລາວ​ໄດ້​ຮັບ​ຮູ້ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ສວຍ​ສົດ​ງົດ​ງາມແຫ່ງນີ້ ​ແລະ ​ເຂົ້າມາ​ທ່ອງ​ທ່ຽວ​ທີ່​ປະ​ເທດ​ໄທ​ຫລາຍ​ຂຶ້ນ​ ​ເຊິ່ງການ​ຮ່ວມ​ມື້ຄັ້ງ​ນີ້ຖື​ວ່າ​ເປັນ​ກິດຈະກຳ​ຫນຶ່ງ​ທີ່ມີ​ຄວາມ​ຫມາຍສຳຄັນ​ເພື່ອ​ສົ່ງ​ເສີມ​ການທ່ອງ ທ່ຽວ​ລະຫວ່າງ ​2 ປະ​ເທດ​ ລາວ-​ໄທ ໃຫ້​ສະດວກ​ສະບາຍ​ຍິ່ງໆ​ຂື້ນໃນ​ການ​ເຂົ້າສູ່​ປະຊາ​ຄົມ​ອາ​ຊຽນໃນ​ປີ 2015 ທີ່​ຈະ​​ເຖິງ​.

No comments:

Post a Comment