Ad

Ad

26 September 2013

ກຽມເປີດສູນບໍລິການສ້ອມປຽນລົດຄວິກເລນ ຢູ່ນະຄອນຫຼວງວຽງຈັນ



     ວັນທີ 25 ກັນນານີ້ຄະນະຈາກບໍລິສັດຄວິກເລນລາວໄດ້ຈັດຖະແຫຼ່ງຂ່າວກຽມ ເປີດສູນສ້ອມ ແປງຂອງຄວິກເລນ ຂຶ້ນຢູ່ໂຮງແຮມເມີກຽວນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງລູກຄ້າເປັນຈຳນວນຫຼາຍ, ທ່ານ ແສງດາວ  ພອນມະນີ, ຜູ້ປະສານງານຂອງບໍລິສັດກ່າວວ່າ: ບໍລິສັດ ຄວິກ ເລນ ແມ່ນໜຶ່ງໃນສູນບໍລິການ ສ້ອມແປງລົດທີ່ມີຊື່ສຽງ ແລະ ມີເຄືອຂ່າຍກວ້າງຂວາງທີ່ສຸດໃນໂລກ ແລະ ກຳລັງຈະເປີດ ໃຫ້ບໍລິການໃນນະຄອນຫຼວງວຽງຈັນ ແລະ ຈະ ໃຫ້ບໍລິການສ້ອມ ແປງລົດ ທຸກຢ່າງທີ່ທ່ານຕ້ອງການ, ໂດຍທ່ານບໍຈຳເປັນຕ້ອງລໍຖ້າຄິວ ຫຼືນັດໝາຍລ່ວງໜ້າໃດໆ, ພ້ອມນັ້ນພວກເຮົາຍັງໃຫ້ບໍລິການສ້ອມແປງລົດເບົາທຸກລຸ້ນ, ທຸກຍີ່ຫໍ້, ດ້ວຍອາໄຫຼ່ທີ່ມາດຕະຖານ ແລະ ເຊື້ອຖີໄດ້ ເຊັ່ນ: ມໍ ເຕີ້ ຄຣາຟ, ພ້ອມນາຍຊ່າງທີ່ໄດ້ຮັບການເຝິດອົບຮົມຈາກບໍລິສັດຢູ່ຫຼາຍປະເທດ, ທີ່ມີຄວາມໜັ້ນ ໃຈໃນຄວາມຊຳນິຊຳນານໃນການສ້ອມແປງ ແລະ ເຂົ້າໃຈທຸກພາກສ່ວນຂອງລົດເປັນຢ່າງດີ, ໂດຍຈະໄດ້ໃຊ້ເຕັກໂນໂລຢີ ແລະ
ອຸປະກອນທີ່ທັນສະໄໝໃນການບໍລິການ, ເພື່ອໃຫ້ການສ້ອມແປງຖືກຕ້ອງ ແລະ ນຳໃຊ້ອາໄຫຼ່ທີ່ມີຄຸນນະພາບໄດ້ມາດຕະ ຖານ, ເພື່ອຮັບປະກັນການເຮັດວຽກໃຫ້ມີຄຸນນະພາບສູງສຸດ, ບໍລິສັດຄວິກເລນຈະເລີ່ມເປີດໃຫ້ບໍລິການໃນເດືອນຕຸລາທີ່ ມາເຖິງນີ້ເປັນຕົ້ນໄປ.
         ບໍລິສັດຄວິກເລນສ້າງຕັ້ງຂຶ້ນທຳອິດຢູ່ສະຫະລັດອາເມລິກາ, ປັດຈຸບັນມີສາຂາຫຼາຍກວ່າ 600 ແຫ່ງຢູ່ 45 ປະເທດ ໃນທົ່ວໂລກ, ບໍລິສັດຄວິກເລນລາວຕັ້ງຢູ່ຖະໜົນດົງປາຍນາ, ຂ້າງສູນອອກກຳລັງກາຍແສງດາລາ, ບ້ານສະພານທອງເໜືອ, ເມືອງສີສັດຕະນາກ.

No comments:

Post a Comment