Ad

Ad

27 September 2013

ການອ່ານຄືອາຫານຂອງມັນສະຫມອງ ( ຄໍລຳ ສົ່ງເສີມການອ່ານ )



    ການ​ອ່ານ​ແມ່ນ​ວິວັດທະນາ​ການ​ແຫ່ງ​ການ​ຊອກ​ຮູ້​ຮ່ຳຮຽນ​ຈາກ​ໂຕ​ໜັງສື​ທີ່​ໄດ້​ບັນ​ລະ​ຍາຍ​ບັນຫາ​ໃດ​ໜຶ່ງ​ອອກ​ມາ ຈະ​ແມ່ນ​ບົດ​ເລື່ອງ, ນະ​ວະ​ນິຍາຍ, ຂໍ້​ມູນ​ຂ່າວສານ, ບັນຫາ​ໃໝ່ໆ​ຂອງ​ການຄົ້ນຄວ້າ ​ແລະ ປະດິດ​ຄິດ​ແຕ່ງ​ອອກ​ມາ ນັບ​ທັງ​ວິທະຍາ ສາດ-​ເຕັກນິກອັນ​ທັນ​ສະ​ໄໝ​ຂອງ​ໂລກ ​ເພື່ອ​ສັງຄົມ​ໄດ້​ຮັບ​ຮູ້ ​ແລະ ເຂົ້າ​ໃຈ. ດັ່ງນັ້ນ, ການ​ອ່ານ​ຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ​ແລະ ​ເປັນ​ປະ​ໂຫຍ​ດຢ່າງ​ຫລວງຫລາຍ​ສຳ ລັບ​ມະນຸດ​ຄົນ​ເຮົາ ​ເພື່ອ​ສາມາດ​ຮຽນ​ຮູ້​ບັນຫາ​ຕ່າງໆ​ເຫລົ່ານັ້ນ​ແລ້ວ​ນຳ​ມາ​ພັດທະນາ​ຄຸນ​ນະ    ພາ​ບຊີວິດ​ຂອງ​ຕົນ​ໃຫ້​ກາຍ​ເປັນ​ຄົນ​ຜູ້​ມີ​ຄວາມ​ຮູ້, ຄວາມ​ສາມາດ, ສະຫລາດ​ຫລັກ​ແຫລມ. ສຳລັບ​ນັກຮຽນ​, ນັກ​ສຶກສາ​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ຫລາຍ ​ເພາະວ່າ​ການ​ຂຶ້ນ ຫ້ອງ​ຟັງ​ຄຳ​ສອນ​ຂອງ​ຄູ​ອາຈານ​ພຽງ​ຢ່າງ​ດຽວ​ແມ່ນ​ບໍ່​ພຽງພໍ. ສະ ນັ້ນ ຕ້ອງ​ໄດ້​ຮຽນ​ດ້ວຍ​ຕົນ​ເອງ​ຜ່ານ​ການ​ອ່ານ, ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງ ​ແລະ ບໍ່​ສະ​ເພາະ​ແຕ່​ຈະ​ເຂົ້າອ່ານໜັງສື​ຢູ່​ຫ້ອງ​ສະ ໝຸດ​ເທົ່າ​ນັ້ນ, ການ​ອ່ານ​ປຶ້ມ ຫລື ສື່ສິ່ງ​ພິມ​ຕ່າງໆອັນ​ເປັນ​ແຫ​ລ່ງສະ​ສົມ​ຄວາມ​ຮູ້​ທາງ​ດ້ານ​ຂໍ້​ມູນ​ຂ່າວ ສານ​ຕ່າງໆ​ເຊັ່ນ: ຄວາມ​ຮູ້​ຮອບ​ຕົວ, ສາລະ​ບັນ​ເທີ​ງ ​ແລະ ຄວາມ​ຮູ້​ສະ​ເພາະ​ສາຂາ​ວິຊາ​ອື່ນໆ ຄື​ປະ ຫວັດສາດ, ພູມ​ສາດ, ວິທະຍາສາດ... ​ເຊິ່ງຄວາມ​ຮູ້​ທັງ ຫລາຍ​ເຫລົ່ານັ້ນຈະ​ເຂົ້າມາ​ຫາ​ເຮົາ​ໂດຍ​ຜ່ານ​ການ​ອ່ານ ​ແລະ ການ​ຮຽນ​ຮູ້.

    ດັ່ງນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ: “ການ​ອ່ານ​ແມ່ນ​ອາຫານ​ຂອງ​ມັນສະໝອງ” ​ແລະ ບົດຮຽນ​ຕົວ​ຈິງ​ກໍ​ໄດ້​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ: ຜູ້​ມັກ​ອ່ານ​ຈະ​ເປັນ​ຜູ້​ມີ​ຄວາມ​ຮູ້​ຫລາຍ ​ແລະ ກວ້າງຂວາງ, ມີ​ຄວາມ​ສະຫລາດ​ຫລັກ​ແຫລມ, ​ເມື່ອ​ພົບ​ບັນຫາ​ໃດ​ໜຶ່ງ​ກໍ​ຈະ​ສາມາດ​ແກ້​ໄຂ​ດ້ວຍ​ຕົນ​ເອງ​ໄດ້​ຢ່າງ​ງ່າຍດາຍ ​ແລະ ກົງກັນຂ້າມຜູ້​ບໍ່​ມັກ​ອ່ານ​ຈະ​ເປັນ​ຄົນ​ຄັບ​ແຄບ​ຫລ້າຫລັງ, ຄວາມ​ຮູ້- ຄວາມ​ສາມາດ​ຈຳ ກັດ, ​ເມື່ອ​ພົບ​ບັນຫາ​ກໍ​ແກ້​ໄຂ​ໄດ້​ຍາກ, ​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນ​ແລ້ວ ການ​ອ່ານ​ຂອງ​ຄົນ​ລາວ​ເຮົາ​ຍັງ​ເຮັດ​ໄດ້​ໜ້ອຍ, ການ​ໃຊ້​ເວລາ​ຫວ່າງ​ເພື່ອ​ອ່ານໜັງສື​ກໍ​ເກືອບ​ຈະ​ວ່າ​ບໍ່​ມີ​ເລີຍ, ຊາວ​ໜຸ່ມ​ໄວ​ໜຸ່ມ​ລາວ​ເຮົາ​ມັກ​ຈະ​ໄປ​ຊຸມ​ແຊວ​ແນວ​ກິນ-​ແນວ​ດື່ມ​ຫລາຍ​ກວ່າ. ​ເອົາລະ ! ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຄວນ​ຫັນ​ມາ​ເຝິກ​ຕົນ​ເອງ​ໃຫ້​ຮັກ​ການ​ອ່ານ​ລອງ​ເບິ່ງ​ວ່າ​ມັນ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ໄດ້​ຫຍັງ​ແດ່ເພື່ອ​ມາ​ນຳ​ໃຊ້​ເຂົ້າ​ໃຈ​ຊີວິດ​ປະຈຳ​ວັນ​ຂອງ​ຕົນ ແລະ ຖ້າ​ພວກ​ເຮົາ​ທຸກ​ຄົນ​ຮັກ​ການ​ອ່ານ, ການ​ຮຽນ​ຮູ້​ກໍ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ພັດທະນາ​ຄຸນ​ນະພາ​ບຊີວິດ​ດີ​ຂຶ້ນ, ປະ​ເທດ​ຊາດ​ບ້ານ​ເມືອງ​ກໍ​ຈະ​ໄດ້​ຮັບ​ການ​ພັດທະນາ​ໄວ.

No comments:

Post a Comment