Ad

Ad

26 September 2013

ຂົວມິດຕະພາບລາວ-ໄທ ( ຫ້ວຍ ຊາຍ-ຊຽງຂອງ ) ຈະເປີດນຳໃຊ້ ໃນໄວໆນີ້



     ເມື່ອບໍ່ດົນມານີ້, ທ່ານ ສົມມາດ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ພ້ອມ​ຄະນະ​ວິຊາ​ການ​ ​ໄດ້​ໄປ​ກວດກາ​ການ​ກໍ່ສ້າງ​ຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 4 (ຫ້ວຍ​ຊາຍ-ຊຽງ​ຂອງ) ​ເປັນ​ຂົວ​ເຊື່ອມ​ຕໍ່​ແລວ​ເສດຖະກິດ​ລະ ຫວ່າງ​ປະ​ເທດ​ເໜືອ-​ໃຕ້ (ຄຸນ​ໝິງ- ບາງ ກອກ) (The GMS North-South Economic Corridor International Bridge Project) ​ເຊິ່ງ​ເປັນ​ໂຄງການ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ການ​ຄົມມະນາຄົມ​ ຂົນ​ສົ່ງ​ລະຫວ່າງ ສາທາລະນະ​ລັດ ປະຊາຊົນ​ຈີນ, ສາທາລະນະ​ລັດ ປະຊາທິ ປະ​ໄຕ ປະຊາຊົນ​ລາວ ​ແລະ ຣາຊະ​ອານາຈັກ​ໄທ ພ້ອມ​ທ​ັງ​ເປັນ​ການ​ເຊື່ອມ​ໂຍງ​ກັບ​ພາກພື້ນ ນຳ​ອີກ.
             ຂົວ​​ແຫ່ງ​ນີ້ມີ​ຄວາມ​ຍາວ​ທັງ​ໝົດ 680 ​ແມັດ,ກວ້າງ 14,70 ​ແມັດ,ມີ​ສອງ​ຊ່ອງ​ຈະລາຈອນ​ໄປ-ກັບ ​ແລະ ທາງ​ຄົນ​ຍ່າງ​ສອງ​ຂ້າງ ​ແລະ ມີ​ເສັ້ນທາງ​ເຊື່ອມ​ຕໍ່​ສອງ​ສົ້ນ ລວມມູນ​ຄ່າ​ການ​ກໍ່ສ້າງ​ຈຳນວນ 44 ລ້ານກວ່າ​ໂດ​ລາ​ສະຫະລັດ ​ເຊິ່ງລັດຖະ
ບານ​ໄທ​ຮັບ ຜິດຊອບ 50% ​ແລະ ການ​ສຳ​ຫລວດ​ອອກ​ແບບ,ອີກ 50%ລັດ ຖະບານລາວ​ຮັບຜິດຊອບ ​ໂດຍ​ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ລ້າ​ຈາກ​ລັດຖະບານ ສປ ຈີນ ​ເຊິ່ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ໃນເດືອນມິຖຸນາ 2010 ​ເປັນຕົ້ນມາ. ສະ​ເພາະ​ເບື້ອງລາວ​ມີ​ຖະໜົນ​ເຊື່ອມ​ຕໍ່​ກັບ​ເສັ້ນທາງ R3 ດ້ວຍ​ຄວາມ​ຍາວ​ປະມານ 10.800 ​ແມັດ ​ແລະ ອາຄານ​ຫ້ອງການ​ດ່ານ.
          ປັດຈຸບັນ ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບແຫ່ງດັ່ງກ່າວ​ໃກ້​ຈະ​ສຳ​ເລັດ​ທຸກ​ໜ້າ​ວຽກ ​ໂດຍ​ສະ​ເພາະ​ໃນ​ສ່ວນ​ເບື້ອງຂອງ​ຝ່າຍ​ລາວ ການ​ກໍ່ສ້າງ​ຂົວ ​ແລະ ການ​ກໍ່ສ້າງ​ອາຄານ​ດ່ານ ​ໄດ້ສຳ​ເລັດ​ແລ້ວ 100%. ສຳລັບ​​ເສັ້ນທາງ​ເຊື່ອມ​ຕໍ່​ກັບ​ຂົວ​ໄລຍະ 3 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 99% ​ແລະ ຄາດ​ວ່າການ​ກໍ່ສ້າງ​ທັງ​ໝົດ​ຈະ​ສຳ​ເລັດ​ໃນ​ທ້າຍ​ເດືອນ​ກັນຍາ 2013 ນີ້.ສຳລັບ​ກຳນົດ​ວັນ​ເວລາ​ເປີດ​ການ​ນຳ​ໃຊ້​ຂົວ​ແຫ່ງ​ນີ້ຢ່າງ​ເປັນ​ທາງ​ການ​ແມ່ນ​ຝ່າຍ​ລາວ​ໄດ້​ກຽມພ້ອມ​ແລ້ວ,ຍັງ​ລໍຖ້າ​ແຕ່​ການ​ກໍ່ສ້າງວຽກ​ແຕ່​ລະ​ດ້ານ​ຂອງ​ຝ່າຍ​ໄທ​ໃຫ້​ສຳ​ເລັດ​ເທົ່າ​ນັ້ນ ​ເຊິ່ງຈະ​ຕ້ອງ​ໄດ້​ປຶກສາ​ຫາລື​ຄວາມ​ພ້ອມ​ກັບ​ຝ່າຍ​ໄທ​ຕໍ່​ໄປ.

No comments:

Post a Comment