Ad

Ad

2 October 2013

ເລີ່ມທົດລອງປັບປຸງອົງການປົກ ຄອງ ແລະ ອຸດຫນູນພະນັກງານຂັ້ນບ້ານ



              ກອງປະຊຸມທົ່ວປະເທດ ເພື່ອເຜີຍແຜ່ມະຕິ 08/ກມສພ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການ ປັບປຸງອົງການປົກຄອງຂັ້ນ ບ້ານ ທີ່ບໍ່ມີເງິນເດືອນ ແລະ ການປະຕິບັດລະບອບອຸດໜູນໃໝ່ ໃຫ້ແກ່ພະນັກ ງານຂັ້ນບ້ານ, ພ້ອມ ແນະນຳ ກ່ຽວກັບການດຳເນີນກອງປະຊຸມ 3 ຂັ້ນ; ແນະນຳ ການປະຕິບັດອຸດໜູນ ແລະ ລະບອບນະໂຍບາຍອື່ນໆ ໃຫ້ແກ່ພະ ນັກງານຂັ້ນ ບ້ານໂດຍຕິດພັນກັບລະບຽບການເງິນຂັ້ນບ້ານ ແລະ ຂັ້ນເມືອງເພື່ອຊຸກຍູ້ຄວາມເປັນເຈົ້າການ ແລະ ຄວາມເຂັ້ມ ງວດໃນ ການຄຸ້ມຄອງດ້ານການເງິນງົບປະມານທີ່ເລີ່ມຈາກຂັ້ນບ້ານຂຶ້ນມາ  ເຊິ່ງໄດ້ຈັດຂຶ້ນໃນວັນທີ 1-2 ຕຸລາ 2013, ທີ່ສູນ ການ ຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ບຸນ ຍັງ ວໍລະຈິດ ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳທົດລອງສາມສ້າງຂັ້ນສູນກາງ, ຄະນະຊີ້ນຳຂັ້ນສູນກາງ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາເຈົ້າ ແຂວງ ແລະ ເຈົ້າເມືອງ 51 ເມືອງເປົ້າໝາຍເຂົ້າຮ່ວມນຳ.          
           
         ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວ ໃນໂອກາດເປີດກອງປະຊຸມໂດຍທ່ານໄດ້ຍົກໃຫ້ເຫັນບາງຕອນສຳຄັນວ່າ: ພາຍຫລັງໄດ້ ມີການຫັນວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກໃນຕົ້ນປີນີ້ມີຫລາຍກະຊວງ ແລະ ແຂວງຕ່າງໆ, ເມືອງ ແລະ ຂັ້ນບ້ານໄດ້ມີ ການປະສານສົມທົບເພື່ອຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງເປັນຂະບວນກວ້າງຂວາງ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ, ການມອບໝາຍຄວາມຮັບຜິດຊອບ ແລະ ອື່ນໆ ຢູ່ໃນຂະແໜງການຂອງຕົນ, ໃນນີ້ນະຄອນຫລວງວຽງຈັນ ເຊິ່ງເປັນຈຸດສຸມ ໃນການທົດລອງສາມສ້າງໂດຍສາມາດຕີລາຄາເບື້ອງຕົ້ນວ່າວຽກງານນີ້ ແມ່ນໄດ້ດຳເນີນໄປຢ່າງຕັ້ງໜ້າ ແລະ ຖືກຕ້ອງຕາມທິດ ຊີ້ນຳ. ມາຮອດປັດຈຸບັນເຫັນວ່າວຽກສາມສ້າງໄດ້ເຂົ້າສູ່ລວງເລິກ, ກາຍເປັນຄວາມຮັບຮູ້, ກາຍເປັນນິຕິກຳ ແລະ ການກະທຳ ຕົວຈິງທີ່ມີຜົນໃນເບື້ອງຕົ້ນ, ເຮັດໃຫ້ຜູ້ຄົນໃນສັງຄົມໄດ້ຮູ້ຈັກ ກັນຢ່າງກວ້າງຂວາງກ່ຽວກັບວຽກສາມສ້າງ. ຢ່າງໃດກໍຕາມໃຫ້ ທຸກຄົນຕ້ອງຮັບຮູ້ວ່າວຽກງານ 3 ສ້າງຫາກໍຢູ່ໃນບາດກ້າວທຳອິດຂອງການເຮັດທົດລອງ ແລະ ຍັງຈະຕ້ອງໄດ້ພະຍາຍາມສືບຕໍ່ ປະຕິບັດໃຫ້ດີຂຶ້ນ, ພ້ອມທັງມີການປັບປຸງແກ້ໄຂຂໍ້ຄົງຄ້າງໄປພ້ອມກັນຈຶ່ງຈະໄດ້ຜົນສຳເລັດຕາມຄາດໝາຍໄວ້.                    
        ສຳລັບວຽກງານສະເພາະໜ້າທ່ານຫົວໜ້າຄະນະຊີ້ນຳທົດລອງສາມສ້າງໄດ້ເນັ້ນໃຫ້ທຸກພາກສ່ວນພ້ອມກັນຄົ້ນຄວ້າ ແລະ ກຳແໜ້ນມະຕິ 08 ທັງລົງມືປະຕິບັດແຕ່ຕົ້ນສົກປີ 2013-2014 ໂດຍສຸມໃສ່ໃນຈຳນວນ 109 ບ້ານ ເປົ້າໝາຍ ແລະ ໃນ ສົກປີ 2014- 2015 ຈຶ່ງເປີດກວ້າງອອກສູ່ບັນດາບ້ານຈຸດສຸມໃນທົ່ວປະເທດ ແລະ ສົກປີຕໍ່ໄປຈຶ່ງປະຕິບັດໃຫ້ໝົດທົ່ວປະ ເທດ. ການປະຕິບັດແນວນີ້ມີສອງເຫັດຜົນສຳຄັນຄື: ເຮັດໃຫ້ການປະຕິບັດລະບອບອຸດໜູນເງິນເດືອນໃໝ່ດຳເນີນໄປ ໄປພ້ອມ ກັບການປັບປຸງລະບົບການເມືອງແລະອົງການປົກຄອງຢູ່ຮາກຖານ; ອີກດ້ານໜຶ່ງແມ່ນເພື່ອໃຫ້ແທດເໝາະກັບຄວາມສາມາດ ຕອບສະໜອງຂອງງົບປະມານ. ວຽກງານ 3 ສ້າງນີ້ເປັນໃຈກາງ ຫລື ເປັນວຽກທີ່ຕິພັນກັບການກະກຽມ ແລະ ດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.                       
              ການແນະນຳຂອງກະຊວງພາຍໃນໃຫ້ປະຕິບັດການເລືອກຕັ້ງ ແລະ ແຕ່ງຕັ້ງນາຍບ້ານຕາມຫລັກການພັກນຳພາ; ຫລັກການລວມສູນປະຊາທິປະໄຕ ແລະ ການປຶກສາຫາລືເປັນໝູ່ຄະນະ; ຮັບປະກັນສະຖຽນລະພາບ ຂອງການຈັດຕັ້ງ ແລະ ລັກສະນະຕໍ່ເນື່ອງ; ເຮັດໃຫ້ອົງການປົກຄອງບ້ານປອດໃສ, ເຂັ້ມແຂງ ແລະ ເຄື່ອນໄຫວຢ່າງມີປະສິດທິພາບ. ເຊັ່ນດຽວກັບມະ ຕິກົມການເມືອງສູນກາງພັກໃຫ້ສຸມໃສ່ປັບປຸງໂຄງປະກອບກົງຈັກອົງການປົກຄອງຂັ້ນບ້ານໃຫ້ເປັນເອກກະພາບໃນທົ່ວປະເທດ ໂດຍເລີ່ມຈາກບ້ານເປົ້າໝາຍ 3 ສ້າງ; ປັບປຸງລະບອບອຸດໜູນໃຫ້ພະນັກງານຂັ້ນບ້ານໃຫ້ເໝາະສົມກັບໜ້າທີ່ຄວາມຮັບຜິດ ຊອບ, ຄ່າຄອງຊີບ, ລວມທັງເງື່ອນໄຂດ້ານເສດຖະ ກິດ-ຊີວິດການເປັນຢູ່ ແລະ ປະກອບສ່ວນຊຸກຍູ້ຄວາມເປັນເຈົ້າການຂອງ ພະນັກງານຂັ້ນບ້ານໃນການນຳພາ ແລະ ຄຸ້ມຄອງບໍລິຫານບ້ານ.                    
         ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍລົງເລີດການດຳເນີນກອງປະຊຸມໃຫຍ່ໜ່ວຍພັກ-ຄະນະພັກຂັ້ນບ້ານ-ກຸ່ມບ້ານ ເພື່ອປັບປຸງຮາກຖານພັກ ແລະ ອົງ ການປົກຄອງບ້ານໃຫ້ເຂັ້ມແຂງ; ເຜີຍແຜ່ແນະນຳກ່ຽວກັບການຂຽນເນື້ອ ໃນເຈາະຈີ້ມສຳລັບການດຳເນີນຊີວິດການເມືອງຂອງ ຄະນະພັກແຕ່ລະຂັ້ນ, ການເຝິກອົບຮົມໃນຄະນະພັກ, ນາຍບ້ານ ແລະ ພະນັກງານຂັ້ນບ້ານລວມທັງປະຊາຊົນເປົ້າໝາຍຢູ່ ແຕ່ລະບ້ານ; ແນະນຳລະອຽດກ່ຽວກັບເມືອງເປັນຫົວໜ່ວຍການເງິນໜຶ່ງຂອງແຂວງ, ການແບ່ງຂັ້ນຄຸ້ມຄອງ ແລະ ລະບຽບ ການກົນໄກຄຸ້ມຄອງ; ແນະນຳກ່ຽວກັບການປະຕິບັດລະບອບອຸດໜູນ, ການບຳເນັດ ແລະ ນະໂຍບາຍອື່ນໆໃຫ້ແກ່ພະນັກງານ ຂັ້ນບ້ານ, ການຈັດສັນງົບປະມານຕໍ່ກັບການປະຕິບັດເງິນອຸດໜູນນາຍບ້ານ ແລະ ເຜີຍແຜ່ແນະນຳກ່ຽວກັບໂຄງການລົງທຶນຕໍ່ ເມືອງ-ບ້ານເປົ້າໝາຍເຮັດທົດລອງ.

No comments:

Post a Comment