Ad

Ad

29 November 2013

30 ປີແຫ່ງການເຕີບໃຫຍ່ຂອງສະຖານີໂທລະພາບແຫ່ງຊາດລາວ



          ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງສະຖານີ​ໂທລະພາບ​ແຫ່ງ​ຊາດ ຄົບຮອບ 30 ປີ (1/12/1983 - 1/ 12/2013), ທ່ານ ດຣ. ບຸນ​ຈອມ ວົງ​ເພັດ ອຳນວຍ​ການ​ສະຖານີ​ໂທລະພາບ​ແຫ່ງ​ຊາດ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດ ທະນາ​ວ່າ: ​ໂດຍ​ປະ ຕິບັດ​ຕາມ​ການ​ຊີ້ນຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກໍ​ຄື​ລັດຖະບານ ​ແລະ ພາຍ​ໃຕ້​ການ​ຊີ້ນຳ​ໂດຍ​ກົງ​ຂອງ​ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ເລີ່ມ​ແຕ່​ປີ 1980, ຄະນະກະກຽມ​ສ້າງຕັ້ງ​ໂທລະພາບ ​ໄດ້​ມີ​ການກຽມ ຄວາມ​ພ້ອມ​ທາງ​ດ້ານ​ບຸກຄະລາກອນກໍຄືພື້ນຖານວັດຖຸເຕັກນິກໄດ້ມີທົດລອງກະຈາຍສັນຍານໂທ ລະພາບເທື່ອທຳອິດໃນວັນທີ 15 ເມ ສາ 1980 ໂດຍອາໄສພື້ນຖານທາງດ້ານເຕັກ ນິກເຄື່ອງສົ່ງ ຂອງໂຮງຮຽນເອເລັກໂຕຣນິ ຊັ້ນກາງວຽງຈັນ. ນັ້ນໄດ້ເປັນຈຸດ ເລີ່ມຕົ້ນ ຂອງການກຳເນີດໂທລະພາບ​ແຫ່ງ​ຊາດລາວ ແລະ ຮອດວັນທີ 1 ທັນວາ 1983 ໂທລະພາບແຫ່ງລັດ ໄດ້ຖືກສ້າງ ຕັ້ງຂຶ້ນ ແລະ ເປີດການກະຈາຍເປັນທາງການ ຢູ່ນະຄອນຫລວງວຽງຈັນ ເຊິ່ງໃນ ຕອນນັ້ນ ມີພະນັກງານວິ ຊາການພຽງແຕ່ 15 ຄົນ, ເບື້ອງ ຕົ້ນອອກອາກາດອາທິດລະ 3 ມື້ ຄືວັນຈັນ, ວັນພຸດ ແລະ ວັນສຸກ, ມື້ໜຶ່ງ 3 ຊົ່ວໂມງ, ແຕ່ກໍໄດ້ມີການ ຕອບຮັບຈາກຜູ້ຊົມ ເປັນຢ່າງດີ. ລາຍການທີ່ອອກອາກາດປະກອບດ້ວຍຂ່າວພາຍໃນ, ຂ່າວຕ່າງປະເທດ, ຮູບເງົາ, ສາລະຄະດີ ແລະ ສິລະປະ. ລາຍ ການມີລັກສະນະລຽບງ່າຍເນັ້ນເນື້ອໃນເປັນຫລັກ ແລະ ທາງດ້ານເຕັກນິກ, ເຄື່ອງສົ່ງທີ່ໃຊ້ໃນການກະຈາຍແມ່ນມີກຳລັງ 100 ວັດ, ສາມາດກະຈາຍສັນຍານຄວບຄຸມສ່ວນໜຶ່ງຂອງນະຄອນຫລວງວຽງຈັນ.

       ພາຍຫລັງໄດ້ມີນະໂຍບາຍຈິນຕະນາການໃໝ່ຂອງພັກການພັດທະນາເສດຖະກິດບົນພື້ນຖານກົນ ໄກຕະຫລາດຕາມ ທິດສັງຄົມນິຍົມ, ໂທລະພາບແຫ່ງລັດເລີ່ມມີການພັດທະນາຕົນເອງທາງດ້ານປະລິມານ ແລະ ຄຸນນະພາບ, ຈຳນວນພະ ນັກງານກໍເພີ່ມຈາກ 40 ຄົນ ມາເປັນ 70 ກວ່າ ຄົນ. ການອອກອາກາດ 3 ມື້ຕໍ່ອາທິດ ກາຍມາເປັນ 5 ມື້ຕໍ່ອາທິດ, ຊົ່ວໂມງ ການອອກອາກາດໄດ້ເພີ່ມຂຶ້ນ 50%, ເຄື່ອງສົ່ງ ໄດ້ ຖືກຍົກລະດັບຈາກ 100 ວັດ ມາເປັນ 1 ກິໂລວັດ. ​ໃນປີ 1992 ໂທ ລະພາບແຫ່ງລັດໄດ້ແຍກຕົວຈາກວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດມາເປັນໂທລະພາບແຫ່ງຊາດ, ມີສາຍຕັ້ງຂຶ້ນ ກັບກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, ປີ 1993 ໂດຍໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ, ໂທລະພາບ ແຫ່ງຊາດ ໄດ້ມີອາຄານຫລັງໃໝ່ທີ່ປະກອບມີອຸປະກອນເຕັກນິກຄົບຊຸດຄຽງຄູ່ກັບການປັບປຸງດ້ານເຕັກນິກ, ຈຳນວນພະນັກ ງານເພີ່ມຂຶ້ນເຖິງ 104 ຄົນ, ຈຳນວນລາຍການກໍໄດ້ເພີ່ມຂຶ້ນ, ຊົ່ວໂມງອອກອາກາດກໍເພີ່ມຂຶ້ນ ຈາກ 5 ມື້ຕໍ່ອາທິດມາເປັນ ທຸກໆມື້, ມື້ລະ 11 ຊົ່ວໂມງ.
        ເລີ່ມແຕ່ປີ 1994 ໄດ້ມີການຖ່າຍທອດຜ່ານດາວທຽມ, ຈາກນັ້ນ ສະຖານີທ້ອງຖິ່ນທີ່ເປັນສາຂາສະຖານີໂທລະພາບ ກໍໄດ້ຮັບການສ້າງຕັ້ງຂຶ້ນເກືອບທຸກແຂວງເພື່ອສົ່ງຕໍ່ລາຍການຂອງໂທລະພາບແຫ່ງຊາດ ເຊິ່ງມາຮອດມື້ ນີ້ລວມມີ 30 ແຫ່ງ.
        ປີ 1995 ໂທລະພາບແຫ່ງຊາດລາວ ໄດ້ເພີ່ມຊ່ອງອອກອາກາດເປັນ 2 ຊ່ອງ ຄື ສທລ 1 ແລະ ສທລ 3 ເຊິ່ງໃນເມື່ອ ກ່ອນ ສທລ 3 ເປັນຊ່ອງສະຖານີຮ່ວມມືກັບເອກະຊົນຕ່າງປະເທດ. ນອກຈາກນັ້ນປີ 1998-2006 ໂທລະພາບແຫ່ງຊາດ ລາວ ຍັງໄດ້ຮ່ວມມືກັບຊ່ອງໂທລະພາບຝຣັ່ງສາກົນເພື່ອກະຈາຍລາຍການເປັນພາສາຝຣັ່ງທາງ ຊ່ອງ 5 ແລະ ໃນປີ 2006 ໄດ້ປ່ຽນມາເປັນພະແນກຂ່າວພາສາຝຣັ່ງ.
     ທ້າຍປີ 1999 ໄດ້ເຕົ້າໂຮມເອົາ ສທລ 1 ແລະ ສທລ 3 ເຂົ້າມາເປັນ ອຳນວຍການດຽວກັນ, ເປົ້າໝາຍ ເພື່ອເຕົ້າໂຮມບຸກ ຄະລາກອນ ແລະ ອຸປະກອນເຕັກນິກ ໃຫ້ມີ ຄວາມ ເຂັ້ມແຂງ ສຸມໃສ່ພັດທະ ນາວຽກງານໂທລະ ພາບລາວ ໃຫ້ດີຂຶ້ນ ກວ່າ ເກົ່າ. ຕົກ​ມາ​ຮອດປີ 2000 ໂດຍໄດ້ຮັບການຊ່ວຍ ເຫລືອຈາກ ລັດຖະບານ ສສ ຫວຽດນາມ, ເຄື່ອງສົ່ງ ສທລ 1 ໄດ້ຮັບການ ປັບປຸງຈາກ 5 ກິໂລ ວັດ ເປັນ 10 ກິໂລ ວັດ, ປີ 2003 ໄດ້ມີພາກຂ່າວພາ ສາຝຣັ່ງ-ອັງ ກິດ, ປີ 2009 ໄດ້ມີ ພາກຂ່າວພາ ສາຊົນເຜົ່າມົ້ງ ແລະ ກຶມມຸ ​ແລະ ພາຍຫລັງໄດ້ຮັບທຶນ ຊ່ວຍເຫລືອ ລ້າຈາກລັດຖະບານ ສປ ຈີນ ໃນການປັບປຸງໂທລະພາບ ແຫ່ງຊາດລາວ ຊ່ອງ 3 ລວມມູນຄ່າ 10 ລ້ານໂດລາສະຫະລັດ ນັບແຕ່ປີ 2009 ເປັນຕົ້ນມາໂທລະພາບແຫ່ງຊາດລາວ ໄດ້ມີ ຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ທຊລ 1 ອອກອາກາດມື້ລະ 18 ຊົ່ວໂມງ, ສ່ວນ ທຊລ 3 ອອກ ອາກາດມື້ລະ 24 ຊົ່ວໂມງ, ໃນນັ້ນລາຍການທີ່ຜະລິດເອງຫລາຍ ກວ່າ 60 ລາຍການ, ລາຍການ ທາງນອກ 18 ລາຍການ ແລະ ລາຍການສຳປະທານເວ ລາ 6 ລາຍການ.
     ທ່ານ ດຣ. ບຸນຈອມ ກ່າວວ່າ: ໂທລະພາບແຫ່ງຊາດລາວໄດ້ ເຮັດສຳເລັດໜ້າທີ່ຂອງຕົນໃນ ການ ຮັບ ໃຊ້ໜ້າທີ່ການເມືອງ ຂອງພັກ-ລັດ, ສັງຄົມເປັນຢ່າງດີ ໃນຫລາຍດ້ານ ທັງ​ໃນລະດັບ ຊາດ, ພາກພື້ນ ແລະ ສາກົນເຊັ່ນ: ບັ້ນຮັບໃຊ້ກອງປະຊຸມ ໃຫຍ່ຂອງພັກຄັ້ງຕ່າງໆ, ກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 10, ງານມະ ຫະກຳກິລາອາຊຽນເກມ ຄັ້ງທີ 25, ກິລາມະຫາວິ ທະຍາໄລອາ ຊຽນ ຄັ້ງທີ XVI, ກອງ​ ປະຊຸມ​ລັດຖະສະພາ​ອາຊີ-ປາຊີ​ຟິກ ຄັ້ງທີ XVII, ກອງ​ປະຊຸມ​ລັດຖະສະພາ​ເອີຣົບ-ອາຊີ ຄັ້ງທີ VII, ກອງ ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບ ຄັ້ງທີ IX, ກອງ​ປະຊຸມ​ຝັ່ງ​ໂກ​ໂຟນີ ​ແລະ ງານ​ອື່ນໆ ທີ່​ລາວ​ເຮົາ​ໄດ້​ຮັບ​ກຽດ ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ. ນອກຈາກ​ນັ້ນ ຍັງ​ໄດ້​ຮັບ​ໃຊ້​ເຄື່ອນ​ໄຫວ​ລາຍ​ງານ​ຂ່າວ, ຖ່າຍ​ທອດ​ສົດ, ບັນທຶກ​ ​ເຫດການ​ສຳຄັນ​ຕ່າງໆ​ທີ່​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ​ເຊັ່ນ: ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ, ງານ​ບຸນ​ປະ​ເພນີ ​ແລະ ​ງານ​ອື່ນໆ​ຂອງ​ສັງຄົມ​ໄດ້​ເປັນ​ຢ່າງ​ດີ. ນັບ​ແຕ່​ມື້ສ້າງ ຕັ້ງຈົນ​ເຖິງ​ປັດຈຸບັນ​ນີ້, ​ໂທລະພາບ​ແຫ່ງ​ຊາດ​ລາວ​ໄດ້​ ມີ​ການ​ເຄື່ອນ​ໄຫວ ​ແລະ ຮ່ວມ​ກັບ​ໂທລະພາບ​ຕ່າງໆ​ໃນ​ໂລກ​ໄດ້​ດີ​ສົມ ຄວນ ​ໂດຍ​ສະ​ເພາະ​ໄດ້​ມີ​ການ ຮ່ວມ​ມື​ກັບ​ໂທລະ ພາບ​ບັນດາ​ປະ​ເທດ​ອາຊີ ​ແລະ ​ເອີ ຣົບ​ເຊັ່ນ: VTV ສສ ຫວຽດນາມ, CCTV, GTV, YTV ​ແຫ່ງ ສປ ຈີນ, NHK ຍີ່ປຸ່ນ, KBS, SBS, MBC, KTV ​ແລະ Arirang ສ.​ເກົາຫລີ, CFI ຝຣັ່ງ, DW TV ​ເຢຍລະ​ມັນ, ອົງການ ABU ​ແລະ ອົງການ AIBD ​ເປັນຕົ້ນ. ບັນດາ​ໂທລະພາບ​ຂອງ​ປະ​ເທດ ​ເພື່ອນ​ມິດ ​ແລະ ອົງການ​ຕ່າງໆ​ທີ່​ກ່າວ​ມານັ້ນ ລ້ວນ​ແຕ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ໂທລະພາບ​ແຫ່ງ​ຊາດ ​ໂດຍ​ສະ​ເພາະ​ໂທລະພາບ​ຫວຽດ ນາມ​​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ສ້າງຕັ້ງ​ໂທລະພາບ​ນັບ​​ແຕ່​ມື້ທຳ​ ອິດ​ຂອງ​ການ​ກະຈາຍ ​ໂດຍ​ໄດ້​ຮັບ​ເອົາ​ພະນັກງານ​ໄປ​ເຝິກອົບ ຮົມ​ດ້ານ​ບັນນາທິການ ​ແລະ ​ເຕັກ ນິກ ​ເປັນ​ມູນ​ຄ່າ​ຈຳນວນ​ຫລວງ ຫລາຍ. ພ້ອມ​ດຽວ​ກັນນັ້ນ ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ລາຍການ​ຕ່າງໆ​ໃນ​ແຕ່ລະ​ປີ ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ແລກປ່ຽນ​ຢ້ຽມຢາມ​ຂອງ​ຄະນະ​ນຳ​ຂັ້ນສູງ ​ແລະ ພະນັກ​ງານ​ວິຊາ​ການ​ເປັນ​ປະຈຳ.
      ​ໂທລະພາບ CCTV ສປ ຈີນ ກໍ​ຄື​ລັດຖະບານ ​ແລະ ປະຊາຊົນ​ຈີນ ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຢ່າງ​ໃຫຍ່​ຫລວງ ​ເປັນຕົ້ນ​ໄດ້​ຊ່ວຍ​ເຫລືອ​ກໍ່ສ້າງ​ສະຖານີ​ໂທລະພາບ​ຊ່ອງ ທຊລ 3 ​ເປັນ​ມູນ​ຄ່າ 79 ລ້ານ​ຢວນ ສ້າງ​ສຳ​ເລັດ​ປີ 2009.
      ​ໃນ​ປີ 1993 ລັດຖະບານ​ຍີ່ປຸ່ນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ລ້າ​ໃນ​ການ​ກໍ່ສ້າງ​ໂທລະພາບ​ແຫ່ງ​ຊາດ ​ໃນ​ມູນ​ຄ່າ 7,5 ລ້ານ​ໂດ​ລາ​ສະຫະ ລັດ. NHK ຂອງ​ຍີ່ປຸ່ນ ​ໄດ້​ຊ່ວຍ​ເຫລືອ​ເຝິກອົບຮົມ​ທາງ​ດ້ານ​ບັນ ນາທິການ ​ແລະ ​ເຕັກນິກ.
     ອົງການ ABU ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ເຕັກນິກ ​ແລະ ລາຍການ​ຕະຫລອດ​ມາ ​ໄດ້​ໃຫ້​ລິ​ຂະ​ສິດ​ໃນ​ການຖ່າຍ​ທອດ​ສົດ​ງານ​ກິລາ​ລະດັບ​ສາກົນ​ຫລາຍ​ເທື່ອ​.
     ອົງການ AIBD ​ແມ່ນ​ໄດ້​ຮັບ​ເອົາ​ພະນັກງານ​ຂອງ​ພວກ​ເຮົາ​ໄປ​ເຝິກອົບຮົມ​​ໄລຍະ​ສັ້ນຢູ່​ປະ​ເທດ​ມາ​ເລ​ເຊຍ ​ແລະ ປະ​ເທດ​ທີ​ສາມ​ເປັນ​ປະຈຳ​ທຸກໆ​ປີ.
      ຕະຫລອດ 30 ປີຜ່ານມາ, ​ໂທ ລະພາບ​ແຫ່ງ​ຊາດ​ໄດ້​ເປັນ​ກະ ບອກ​ສຽງ​ຂອງ​ພັກ ​ແລະ ລັດ, ຍາມ​ໃດ​ກໍ​ໄດ້​ມີ​ຄວາມ​ບຸກ ບືນ​ສ້າງ​ຕົນ​ເອງ​ໃຫ້​ສົມ​ກັບ​ຄຳ​ວ່າ: “​ແຫ​ລ່ງຂ່າວສານຄວາ​ມຮູ້ສາ​ລະ​ບັນ​ເທີ​ງສຳລັບ​ທ່ານ”. ພ້ອມ​ດຽວ​ກັນ ນັ້ນກໍ​ໃຫ້​ເປັນ​ສື່​ທີ່​ມີ​ຄວາມ​ວ່ອງ​ໄວ ຊັດ​ເຈນ ​ແຫລມ​ຄົມ ​ໂດຍ​ສະ​ເພາະ​ທາງ​ດ້ານ​ຂ່າວສານ​ສະຖານະ​ການ.
     ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ອາ ຊຽນ, ​ໂທລະພາບ​ແຫ່ງ​ຊາດ​ລາວ​ພວມ​ມີ​ຄວາມ​ບຸກບືນ​ໃນ​ການ​ຫັນ​ຈາກ​ລະບົບ​ອານາ​ລົກ​​ໄປ​ສູ່​ດີ​ຈີ​ຕອນ ​ໂດຍ​ພື້ນຖານ​ໃນ​ປີ 2015 ນີ້ ຕາມ​ການ​ຕົກລົງ​ກັນ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ໂທ ລະພາບ​ຂອງ​ບັນດາ​ປະ​ເທດ ເພື່ອນ​ມິດ, ພ້ອມ​ທັງ​ອົງການ​ຈັດ ຕັ້ງສາກົນ​ທີ່​ກ່ຽວຂ້ອງ ​ເພື່ອ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ ​ແລະ ຮ່ວມ​ມື​ກັນ​ພັດທະນາ​ວຽກ​ງານ​ໂທລະ ພາບ​ໃຫ້​ກ້າວໜ້າ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.

No comments:

Post a Comment