Ad

Ad

29 November 2013

ຈົ່ງຊ່ວຍກັນຈຳກັດການຖືພາກ່ອນໄວອັນຄວນຂອງເດັກຍິງເພື່ອອານາຄົດອັນສົດໃສ່ຂອງເຂົາເຈົ້າ



        ພິທີ​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ ຖານະ​ພາບ​ປະຊາກອນ​ໂລກ ປະ ຈຳ​ປີ 2013 ພາຍ​ໃຕ້​ຫົວ​ຂໍ້ “ການ​ເປັນ​ແມ່​ໃນ​ໄວ​ເດັກ: ບັນຫາ​ທີ່​ທ້າ​ທາຍ​ຂອງ​ການ​ຖືພາ​ໃນ​ໄວ​ໜຸ່ມ” ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພະຈິກ 2013 ຢູ່​ໂຮງ​ແຮມ​ລາວ​ພລາຊາ ນະຄອນ ຫລວງ​ວຽງ​ຈັນ ​ໂດຍ​ການເຂົ້າຮ່ວມຂອງ​ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ,​ທ່ານ​ນາງ ​ແອັສ​ເຕີ ມຸຍ ຜູ້ຕາງ ໜ້າ​ອົງການ ສປຊ ກອງ​ທຶນ​ສຳລັບ​ປະຊາກອນ (UNFPA)ປະຈຳລາວ ແລະ ຜູ້ຕາງ ໜ້າ​ຈາກ​ກະຊວງ​ ແລະ ຂະ​ແໜງ​ການ ​ແ​ຕ່າງໆ​ເຂົ້າຮ່ວມ ເປັນຈຳນວນຫຼາຍ​.
            ທ່ານລັດຖະມົນຕີຊ່ວຍ ວ່າການ ແຜນການ ແລະ ການ ລົງທືນໄດ້ມີຄຳ ເຫັນໃນພິທີ ວ່າ: ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ ສະຖານະພາບຂອງປະຊາກອນໂລກ ໃນປີນີ້​ແມ່ນ​ໄດ້​ເນັ້ນ​ໃສ່​ບັນຫາ​ສິ່ງ​ທ້າ​ທາຍ​ຂອງ​ການ​ຖືພາ​ໃນ​ໄວ​ໜຸ່ມ ​ແລະ ບັນຫາ​ຜົນ​ກະທົບ​ຈາກ​ການ​ຖືພາ​ທີ່​ມີ​ຕໍ່​ການ​ສຶກສາ, ສຸຂະ ພາບ ​ແລະ ​ໂອກາດ​ໃນ​ການ​ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ໄວ​ໜຸ່ມ​ຍິງ. ພ້ອມ​ນັ້ນ ກໍ​ໄດ້​ນຳ​ສະ​ເໜີ​ບັນ ດາ​ມາດ​ຕະການ​ຕ່າງໆ ​ເພື່ອ​ຫລຸດ ຜ່ອນ​ການ​ຖືພາ​ຂອງ​ໄວ​ໜຸ່ມ, ການ​ປົກ​ປ້ອງ​ສິດ ​ແລະ ຄຸນ​ນະພາ​ບຊີວິດ​ຂອງ​ເດັກ​ຍິງ.ໃນ​ບົດ​ລາຍ​ງານ​ສະຖານະ​ພາບ​ຂອງ​ປະ ຊາກອນ​ໂລກ ​ໃຫ້ຮູ້​ວ່າ: ປັດຈຸບັນ ຢູ່​
ໃນ​ທົ່ວ​ໂລກ , ​ເດັກ​ຍິງ​ທີ່​ທຸກ​ຍາກ, ຂາດ​ການ​ສຶກສາ ​ແລະ ຢູ່​ເຂດ​ຊົນນະບົດ ​ແມ່ນ​ມີ​ທ່າ​ອ່ຽງທີ່​ຈະ​ຖືພາ​ຫລາຍ​ກວ່າ​ເດັກ​ຍິງ​ຢູ່​ໃນ​ຄອບຄົວ​ທີ່​ຮັ່ງມີ, ມີ​ການ​ສຶກສາ ​ແລະ ຢູ່​ໃນ​ຕົວ​ເມືອງ. ນອກ​ນີ້ ​ເດັກ​ຍິງ​ຊົນ​ເຜົ່າ, ກຸ່ມ​ດ້ອຍ​ໂອກາດ ຫລື ຜູ້​ທີ່​ບໍ່​ສາມາດ​ເຂົ້າ​ເຖິງ​ການ​ບໍລິ ການ​ດ້ານ​ສາທາລະນະ​ສຸກ ​ແລະ ສຸຂະພາບ​ຈະ​ເລີ​ນພັນ ກໍ​ມີ​ຄວາມ​ສ່ຽງ​ສູງ​ເຊັ່ນ​ດຽວ​ກັນ. ຈາກ​ບົດ​ລາຍ​ງານ​ຍັງ​​ໃຫ້ຮູ້​ວ່າ: ການ​ຖືພາ​ແມ່ນ​ມີ​ຜົນ​ຕາມ​ມາ​ອັນ​ຮ້າຍ​ແຮງ​ຕໍ່​ສຸຂະ ພາບ​ຂອງ​ເດັກ​ຍິງ ຍ້ອນ​ຮ່າງກາຍ​ຂອງ​ພວກ​ເຂົາ​ບໍ່​ທັນ​ຂະ ຫຍາຍຕົວ​ຢ່າງ​ເຕັມ​ສ່ວນ; ມີ​ຊາວ​ໜຸ່ມ​ຍິງ​ປະ ມານ 70.000 ຄົນ ​ໃນ​ປະ​ເທດ​ພວມ​ພັດທະນາ​ເສຍ​ຊີວິດ​ໃນ​ແຕ່ລະ​ປີ ຍ້ອນ​ສາ​ເຫດ​ມາຈາກ​ການ​ຖື ພາ ​ແລະ ການ​ເກີດ​ລູກ. ການ​ຖືພາ​ຂອງ​ໄວ​ໜຸ່ມ​ຍິງ (ຫລື ການ​ຖືພາ​ກ່ອນ​ໄວ​ອັນ​ຄວນ) ​ແມ່ນ​ເກີດ​ຈາກ​ຫລາຍ​ປັດ​ໄຈ ​ເປັນ ຕົ້ນຄວາມທຸກ​ຍາກ, ຄວາມ​ກົດ​ດັນ​ຂອງ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ, ການ​ຍອມຮັບ​ຂອງ​ຊຸມ​ຊົນ ​ແລະ ຄອບຄົວ ຕໍ່​ກັບ​ການ​ແຕ່ງ ງານ​ກ່ອນ​ໄວ​ອັນ​ຄວນ, ການ​ຂາດ​ຄວາມ​ພະຍາຍາມ​ທີ່​ຈະ​ໃຫ້​ເດັກ​ຍິງ​ຮຽນ​ໜັງສື​ຕໍ່​ແລະ ​ໃນ​ຫລາຍໆ ​ກໍລະນີ, ການ​ຖືພາ​ກໍ​ມີ​ຜົນ​ຈາກ​ຄວາມ​ຮຸນ​ແຮງ ຫລື ການ​ບັງຄັບ​ຂົ່ມຂູ່​ທາງ​ເພດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ໄລຍະ​ຜ່ານ​ມາ,ມີ​ຫລາຍ​ ປະ​ເທດ​ແມ່ນ​ມີ​ວິທີ​ການ ​ແລະ ມາດ​ຕະການ​ຕ່າງໆ ​ເພື່ອ​ຫລຸດ ຜ່ອນ​ການ​ຖືພາ​ຂອງ​ໄວ​ໜຸ່ມ​ຍິງ​ເຊັ່ນ: ​ໃຫ້​ເດັກ​ຍິງ​ໄດ້​ຮຽນ​ໜັງສື​ຕໍ່, ການ​ປ້ອງ​ກັນ​ການ​ຕິດ​ໂລກ​ເອດ, ການ​ພັດທະນາ​ຊັບພະຍາກອນ​ມະ ນຸດ ​ແລະ ບັນດາ​ມາດ​ຕະການ​ອື່ນໆ ທີ່​ແນ​ໃສ່​ແກ້​ໄຂ​ບັນຫາ​ດັ່ງ ກ່າວ ​ໂດຍ​ທາງ​ກົງ ​ແລະ ທາງ​ອ້ອມ.
          ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ ກະ ຊວງ​​ແຜນການ ​ແລະ ການ​ລົງທຶນ ​ກ່າວ​ວ່າ: ສຳລັບ ສປປ ລາວ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເດັກ​ຍິງ ​ແລະ ​ແມ່ຍິງ ​ແມ່ນ​ໜຶ່ງ​ໃນ​ບູລິ​ມະ​ສິດ​ຂອງ​ລັດ ຖະບານ​ທີ່​ໄດ້​ກຳນົດ​ໄວ້​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ກ່ຽວ​ກັບ​ການ​ພັດທະນາ​ປະຊາ ກອນ, ຄວາມ​ສະ​ເໝີ​ພາບ​ລະ ຫວ່າງ​ຍິງ-ຊາຍ ​ແລະ ການ​ພັດທະນາ​ແມ່ຍິງ-​ເຍົາວະ​ຊົນ-ຊາວ​ໜຸ່ມ ​ໂດຍ​ສົ່ງ​ເສີມ​ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ການ​ສຶກສາ​ຮ່ຳຮຽນ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ, ສ້າງວຽກ​ເຮັດ​ງານ​ທຳ, ມີ​ອາຊີບ ​ແລະ ມີ​ລາຍ​ຮັບ​ທີ່​ສູງ​ຂຶ້ນ. ​ແຕ່​ເຖິງ​ວ່າ​ຈະ​ມີ​ຄວາມ​ຄືບ​ໜ້າ​ໃນ​ຫລາຍ​ດ້ານ, ສປປ ລາວ ກໍ​ຍັງ​ພົບ​ພໍ້​ກັບ​ຫລາຍ​ບັນຫາ​ທີ່​ເປັນ​ສິ່ງ​ທ້າ​ທາຍ ​ແລະ ຍັງ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ອັດ ຕາ​ການ​ເກີດ​ໃນ​ກຸ່ມ​ອາຍຸ​ໄວ​ໜຸ່ມ​ສູງ​ທີ່​ສຸດ​ໃນ​ພາກພື້ນ ​ເຊິ່ງມີ​ເດັກ​ເກີດ 94 ຄົນ ຈາກ​ແມ່ຍິງ 1.000 ຄົນ ​ໃນ​ເກນ​ອາຍຸ 15-19 ປີ ຫລື ປະມານ 4 ຄົນ ​ໃນ​ແມ່ ຍິງ 10 ຄົນ ​ແມ່ນ​ໄດ້​ກາຍ​ເປັນ​ແມ່ ຫລື ຖືພາ​ລູກ​ຄົນ​ທຳ​ອິດ​ໃນ​ອາຍຸ​ສະ​ເລ່ຍ 19 ປີ. ສະນັ້ນ ທ່ານ​ໄດ້​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກ ສ່ວນໂດຍ​ສະ​ເພາະ​ຂະ​ແໜງ​ການ​ສຶກສາ, ສາທາລະນະ​ສຸກ ກໍ​ຄື​ບັນດາ​ອົງການ​ຈັດ ຕັ້ງມະຫາຊົນ​ທີ່​ມີ​ສາຍ​ໄຍການ ຈັດຕັ້ງຢູ່​ຮາກ​ຖານ ​ໂດຍ​ສະ​ເພາະ​ຢູ່​ເຂດ​ຊົນນະບົດ, ພູດ​ອຍຫ່າງ​ໄກ​ສອກຫລີກ ​ແລະ ​ເຂດ​ຊົນ​ເຜົ່າ ຈະ​ຕ້ອງ​ຊອກ​ຫາ​ມາດ​ຕະການ​ຕ່າງໆ ​ເພື່ອ​ສົ່ງ​ເສີມ​ໃຫ້​ເດັກ​ຍິງ​ໄດ້​ຮັບ​ການ​ສຶກສາ​ຈົບ​ຊັ້ນມັດທະຍົມ​ເປັນ​ຢ່າງ​ຕ່ຳ ​ແລະ ​ເອົາ​ການ​ສຶກສາ​ກ່ຽວ​ກັບ​ສຸຂະພາບ​ຈະ​ເລີ​ນພັນ​ເຂົ້າ​ໃນ​ຫລັກສູດ​ການ​ສອນ​ເປັນ​ທາງ​ການ ຫລື ຜ່ານ​ຂະ​ບວນກິດ ຈະກຳ​ຕ່າງໆ​ຂອງ​ໂຮງຮຽນ ນັບ​ແຕ່​ຊັ້ນປະຖົມ ປ.5 ຂຶ້ນ​ໄປ ສຳລັບ​ເຂດ​ຊົນນະບົດ​ຫລໍ່​ແຫລມ​ທີ່​ນັກ ຮຽນ​ມີ​ຄວາມ​ສ່ຽງ​ທີ່​ຈະ​ບໍ່​ສືບຕໍ່​ຮຽນ​ຊັ້ນມັດທະຍົມ.

No comments:

Post a Comment