Ad

Ad

29 November 2013

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຜ່ານຮ່າງກົດມຫາຍວ່າດ້ວຍມໍລະດົກແຫ່ງຊາດສະບັບປັບປຸງ



           ບັນດາວິຊາການຂອງກະຊວງ​ຖະ​ແຫລ​ງຂ່າວ, ​ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ, ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເພື່ອ​ຜ່ານ​ຮ່າງ​ກົດໝາຍວ່າດ້ວຍມໍລະດົກ​ແຫ່ງ​ຊາດ​ສະບັບ​ປັບປຸງ ໃນ​​ວັນ​ທີ 28 ພະຈິກນີ້, ຢູ່ຫໍ​ວັດທະນະທຳ​ແຫ່ງ​ຊາດ  ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສຈ.ດຣ ບ່ໍ​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ,​ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ .
          ທ່ານລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ,​ ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ ກ່າວວ່າ:​ ກອງ​ປະຊຸມ​​​ຄັ້ງ​ນີ້ ເພື່ອ ປັບປຸງ​ຮ່າງ​ກົດໝາຍມໍ​ລະ​ດົກ​ແຫ່ງ​ຊາດ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການພັດທະນາ​ເສດ​ຖະ​ກິດ-​ສັງຄົມ​ ໃນ​ປະຈຸ​ບັນ​ທີ່ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ,ຮ່າງ​ກົດໝາຍ​ດັ່ງກ່າວ​ປະກອບ​ມີ​ 12 ພາກ 92 ມາດຕາ ​​ໂດຍ​ໄດ້​ປັບປຸງ 54 ມາດຕາ ​ແລະ ​ເພີ່ມ​ໃໝ່ 21 ມາດຕາ ​ໃນ​ນັ້ນ​ປັບ​ປຸງ​ຫລາຍ​ກວ່າ​ໝູ່​ແມ່ນ​ພາກ​ທີ 4 ໝວດ​ທີ 1 ການ​ຄຸ້ມ​ຄອງ​ມໍລະດົກ​ແຫ່​ງຊາດ​ທາງ​ດ້ານ​ວັດທະນະທຳ ​ແລະ ປະຫວັດສາດ, ປັບປຸງ 12 ມາດຕາ ​ແລະ ​ເພີ່ມ​ໃໝ່​ຫລາຍ​ກວ່າ​ໝູ່​ແມ່ນພາກ​ທີ 10 ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ເພີ່ມ​ 6 ມາດຕາ.

          ຮ່າງກົດໝາຍ​ສະບັບ​ປັບປຸງນີ້, ໄດ້ກຳນົດ​ຫລັກການ, ລະບຽບ​ການ ແລະ ມາດຕະ​ການກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້, ປົກ​ປັກ​ຮັກສາ, ອານຸລັກ, ບູລະນະ, ປະຕິສັງຂອນ​ມໍຣະດົກ​ແຫ່ງ​ຊາດ ​ເພື່ອ​ຮັກສາ​ໄວ້​ຄຸນຄ່າ​ຂອງ​ມໍລະດົກ​ແຫ່ງ​ຊາດທາງ​ດ້ານ​ວັດທະນະທຳ, ປະຫວັດສາດ ​ແລະ ທຳ​ມະ​ຊາດ ​ແນ​ໃສ່​ສຶກສາ​ອົບຮົມ​ພົນລະ​ເມື​ອງ​ໃຫ້​ມີ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດທັງ​ເປັນ​ປັດ​ໄຈ​ຄ້ຳປະກັນ​ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ຊາດ​ລາວ​ຕະຫລອດ​ໄປ.

No comments:

Post a Comment