Ad

Ad

3 December 2013

ມອບ​​ເງິນ​ສະໜັບສະໜູນ​ນັກກິລາ​ລາວເຂົ້າ​ຮ່ວມຊີ​ເກ​ມທີ່​ມຽນມາ




  ໃນ​ວັນ​ທີ 28 ​ພະຈິກ 2013 ຢູ່​ທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ລັດ​ວິ​ສາ​ຫະກິດ​ພັດທະນາ​ກະ​ສີ​ກຳ-ອຸດ​ສະຫະ​ກຳ ​ແລະ ບໍລິການ​ຂາ​ເຂົ້າ-ຂາ​ອອກ (ພກອ)ມອບ​​ເງິນ ຈຳນວນ 50.000.000 ລ້ານກີບ ປະກອບສ່ວນສະໜັບສະໜູນ​ໃຫ້​ແກ່​ທີ​ມນັກ​ກິລາ​ຂອງ​ລາວ​ເຂົ້າ​ຮ່ວມ​ງານ​ມະຫະກຳ​ ກິລາ​ຊິ​ເກ​ມຄັ້ງ​ທີ 27 ທີ່​ປະ​ເທດ​ມຽນມາ​ເປັນ​ເຈົ້າພາບ​ລະຫວ່າງ​ວັນ​ທີ 11-22 ທັນ​ວາ 2013 ພິທີ​ມອບ-ຮັບ​​ເປັນ​ກຽດ​ກ່າວ​ມອບ​ໂດຍ​  ​ທ່ານ ຄຳ​ບົນ ​ໄຊ​ເລົ່າ​ວົງ ຮອງ​ຜູ້​ອຳນວຍ​ການ​ໃຫຍ່ ລັດ​ວິສາ​ຫະກິດ​ພັດທະນາ​ກະ​ສີ​ກຳ-ອຸດສາຫະກຳ ​ແລະ ບໍລິການ ຂາ​ອອກ-ຂາ​ເຂົ້າ ​ ​ແລະ ຮັບ​ໂດຍ ທ່ານ ບົວ​ລານ ສິລິ​ປັນຍາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​​ໂດຍ​ມີ​ບັນດາ​ພະນັກງາ​ນທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກ​ຂິ​ພິຍານ
ໂອກາດ​ນີ້ ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ສສກ ​ໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຮູ້​ບຸນຄຸນ​ເປັນ​ຢ່າງ​ຍິ່ງ​
ຕໍ່ ລັດ​ວິສາ​ຫະກິດ​ພັດທະນາ​ກະ​ສີ​ກຳ-ອຸດສາຫະກຳ ​ແລະ ບໍລິການ ຂາ​ອອກ-ຂາ​ເຂົ້າ ທີ່​ໄດ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ພັດທະນາ ​ແລະ ສົ່ງ​ເສີມ​ວຽກ​ງານ​ກິລາ -ກາ​ຍະ​ກຳ​ຂອງ​ລາວ​ເຮົາ​ ​ພ້ອມ​ທັງ​ເປັນ​ການປະກອບສ່ວນອັນ​ສຳຄັນເຂົ້າ​ໃນ​ການ​ຊຸກ​ຍູ້​​ໃນ​ການ​ກະ ກຽມ​ນັກ​ກິລາ​ລາວ​ເຂົ້າ​ມຮ່ວມ​ຊິ​ເກ​ມ​ໃນ​ຄັ້ງ​ນີ້​ເພື​່ອຍາດ​ເອົາ​ຜົນ​ສຳ​ ເລັດ​ມາ​ສູ່​ປະ​ເທດ​ຊາດ.


No comments:

Post a Comment