Ad

Ad

9 October 2013

ເປີດກອງປະຊຸມໂຄງການກັນຕາບອດຂອງບັນດາປະເທດອິນດູຈີນຄັ້ງທີ IX ຢູ່ເມືອງປາກເຊ



          ກອງປະຊຸມໂຄງການກັນຕາບອດຂອງບັນດາປະ ເທດອິນ ດູຈີນຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນ ເຊົ້າວັນ ທີ 8 ຕຸລາ 2013ທີ່ເມືອງປາກເຊ,ແຂວງ ຈຳປາສັກ ໂດຍການເປັນກຽດ ເຂົ້າຮ່ວມຂອງ ທ່ານດຣ ບຸນຖອງ ດີວິໄຊ ຮອງເຈົ້າ ແຂວງໆຈຳປາສັກ ແລະ ທ່ານ ສຈ.ດຣ ອາກິຣະ ມຸຣະກະມິ (Prof Dr. Akira Murakami Deapaartment of Ophthalmologi Juntendo University school of Medicine and Prof Dr. Kazui  Konyama   from   Japan)  ພ້ອມດ້ວຍນັກວິ ຊາການແພດຈາກ ສປປ ລາວ, ກຳປູເຈຍ, ສສ ຫວຽດນາມ, ມຽນມາ, ໄທ, ມົງໂກເບຍ ແລະ ປະເທດຍີ່ປຸ່ນເຂົ້າຮ່ວມເກືອບ 50 ທ່ານ ໂດຍໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລການແພດຈຸນເທັນໂດຈາກ ປະເທດຍີ່ປຸ່ນເຊິ່ງກອງປະຊຸມ ຄັ້ງທີ VIII ຜ່ານມາ ແມ່ນໄດ້ໄຂຂຶ້ນຢູ່ຮ່າໂນ້ຍ ສສ ຫວຽດນາມ, ໃນກອງປະຊຸມດັ່ງກ່າວ ທ່ານ ຮອງເຈົ້າແຂວງໆຈຳປາສັກ

ສາທານະຄອນຫລວງກຽມພ້ອມຮັບໃຊ້ບຸນອອກພັນສາ ແລະ ຊ່ວງເຮືອ



    ເມື່ອບໍ່ດົນມານີ້ທ່ານ ດຣ ແສງທອງ ບີລາກຸນ, ຫົວໜ້າພະແນກສາທາລະນະ ສຸກນະຄອນຫຼວງວຽງຈັນ, ໄດ້ໃຫ້ສຳພາດກັບນັກຂ່າວຂອງພວກເຮົາກ່ຽວກັບການ ກະກຽມໜ່ວຍງານຂອງຕົນເພື່ອຮັບໃຊ້ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈຳປີ 2013 ນີ້ວ່າ: ພະແນກສາທາລະນະສຸກນະຄອນຫຼວງແມ່ນໜຶ່ງ ໃນຄະນະກຳມະການ ກະກຽມບຸນອອກພັນສາ ແລະ ຊ່ວງເຮືອຄືດັ່ງທຸກໆປີທີ່ ຜ່ານມາ ແລະ ເພື່ອເຮັດໜ້າທີ່ບໍລິການມວນຊົນຜູ້ເຂົ້າມາທ່ຽວງານບຸນດັ່ງກ່າວ, ພວກເຮົາໄດ້ຈັດຕັ້ງ ໜ່ວຍແພດຢູ່ສາມຈຸດຄື: ຈຸດທີ 1 ຢູ່ອົງການແມ່ນ້ຳຂອງ, ຈຸດທີ 2 ຢູ່ທ່າວັດຈັນ ແລະ ຈຸດທີ 3 ແມ່ນຢູ່ ໜ້າໂຮງແຮມລ້ານຊ້າງ, ພ້ອມນັ້ນທາງພະແນກສາທາພວກເຮົາກໍໄດ້ສົມທົບກັບສາທາເມືອງສີໂຄດຕະບອງ, ຈັນທະບູລີ, ເມືອງສີສັດຕະນາກ, ອົງການ ກາແດງ ແລະ ບັນດາໂຮງໜໍສູນກາງ.

ເພີ່ມຄວາມເຂົ້າໃຈບາງເນື້ອໃນຂອງມະຕິ IX ໃຫ້ພະນັກງານຂັ້ນນຳຫ້ອງວ່າການລັດຖະບານ



          ໃນວັນທີ 8 ຕຸລານີ້, ຢູ່ຫ້ອງວ່າການລັດຖະບານ, ນະຄອນຫລວງວຽງຈັນ, ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊືມເອກກະ ສານສຳຄັນຂອງມະຕິ IX ຄື:ເສີມຂະ ຫຍາຍຜົນສຳເລັດອັນພົ້ນເດັ່ນ, ສ້າງບາດກ້າວບຸກທະລຸໃຫ້ແຂງແຮງຕື່ມ ອີກເພື່ອ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃຫ້ໄດ້ຕາມຄາດໝາຍ ແລະ ມີດ້ານລື່ນຄາດໝາຍ ເຊິ່ງເຜີຍແຜ່ໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນ ຕີປະຈຳຫ້ອງວ່າການລັດຖະບານ ແລະ ເອກກະສານປັບປຸງແຜນວິທີເຮັດວຽກ ເພື່ອຍົກສູງ ຄວາມອາດສາມາດນຳພາຂອງຄະນະພັກ ແລະ ເພີ່ມຄວາມສັກສິດ ຂອງການບໍລິຫານລັດເຜີຍແຜ່ໂດຍ ທ່ານ ເພັດ ສາຄອນ ຫລວງອາໄພ ລັດຖະ ມົນຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າການລັດຖະບານໂດຍມີພະນັກງານຂັ້ນສູງອ້ອມຂ້າງຫ້ອງວ່າ ການລັດຖະບານເຂົ້າຮ່ວມ ຮັບຟັງຫລາຍກວ່າ 200 ທ່ານ.
              ທ່ານລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ນາງ ບຸນເພັງ ມູນໂພໄຊ ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ, ພ້ອມກັນນັ້ນ

ເລີ່​ມຈາກ​ຄ້າ​ນ້ອຍ​ໄປ​ຫາ​ໃຫຍ່ຈົນຖືກ​ປະຫານ​ຊີວິດ



           ທ້າວ ​ເຜີຍ ນັ່ງ​ກົ້ມໜ້າ ​ກັບ​ນ້ຳຕາດ້ວຍ​ຄວາມ​ໂສກ​ເສົ້າພາຍຫຼັງ​ໄດ້​ຮັບ​ຮູ້​ຄຳ​ຕັດສິນ​ຂອງ​ສານໃຫ້​ປະຫານ​ຊີວິດ​ໃນ​ຂໍ້​ຫາຄ້າຂາຍຢາ​ເສບ​ຕິດ ( ຢາ​ບ້າ ) ເຊິ່ງ​ຖືກ​ເຈົ້າໜ້າທີ່ຕຳຫຼວດສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ ນະຄອນຫຼວງວຽງຈັນ ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ໄດ້​ໃນໄລຍະເດືອນມີນາຜ່ານ​ມາ ຂະນະທີ່ນາງ ລັດຕະນາ ຜູ້​ເປັນ​ເມຍສານ​ໄດ້​ຕັດ​ອິດສະລະ​ພາບຈຳ​ຄຸກໜຶ່ງ ປີ​ຫົກ​ເດືອນພ້ອ​ມປັບ​ໃໝ​ເງິນ 1,5 ລ້ານກີບ ​ໃນ​ຂໍ້​ຫາ​ປິດ​ບັງ​ການ​ກະທຳ​ຜິດ.
          ຄະນະ​ສານ​ອາຍາຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້​ໄຂ​ປະຊຸມ​ສານ​ຂື້ນ​ໃນ​ວັນ​ທີ 8 ຕຸລາ 2013 ເພື່ອ​ພິຈາລະນາ​ຄະດີ​ເລກທີ 418/ຂຕ.ອ, ລົງ​ວັນ​ທີ 11 ກໍລະກົດ 2013 ເຊິ່ງ​ມີ​ຈຳ​ເລີຍ​ຄື: ທ້າວ ​ເຜີຍ ສິງ​ທອງ ອາຍຸ 27 ປີ ຢູ່​ບ້ານ ທົ່ງ​ສາງ​ນາງ ​ເມືອງ ຈັນທະ​ບູລີ ນະ ຄອນຫຼວງວຽງຈັນ ຈຳ​ເລີຍ​ທີ 1 ຖືກ​ຫາ​ວ່າ: ຄ້າຂາຍ​ຢາ​ເສບ​ຕິດ ​ຖືກ​ກັກ​ຂັງ​ໃນ​ວັນ​ທີ 6 ມີນາ 2013 ຢູ່​ຄ້າຍ​ຄຸມ​ຂັງ​ໂພນ​ທັນ ແລະ ນາງ ລັດຕະນາ ສິລິ​ມຸງຄຸນ ອາຍຸ 27 ປີ ຜູ້​ເປັນ​ເມຍ ຖືກ​ຫາ​ວ່າ: ປິດ​ບັງ​ການ​ກະທຳ​ຜິດຖືກ​ກັກ​ຂັງ​ໃນ​ວັນ​ທີ 6 ມີນາ

ທາງລຽບແຄມຂອງຍັງເປັນຊ່ອງຫວ່າງໃຫ້ກຸ່ມໄວໜຸ່ມມົ່ວສຸມ



            ປັດຈຸບັນທາງກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຮ່ວມກັບເຈົ້າໜ້າທີ່ຈະ ລາຈອນນະຄອນຫຼວງ, ເປີດເສັ້ນທາງ ສັນຈອນ, ຈາກສີແຍກທາດຂາວ-ໂຮງໝໍມະໂຫ ສົດ-ສາມແຍກປາກປາສັກ, ເປັນເສັ້ນທາງຂາຂຶ້ນ ແລະ ເອົາເສັ້ນທາງລຽບ ແຄມຂອງ ສາຍໃໝ່ຈາກສາມແຍກປາກປາສັກ-ຜ່ານດ້ານຫຼັງໂຮງແຮມດອນຈັນພາເລດ, ອອກສູ່ ເສັ້ນທາງ 4 ແຍກທາດຂາວ, ເປັນເສັ້ນທາງຂາລ່ອງ, ແນ່ໃສ່ເຮັດໃຫ້ການສັນຈອນບໍ່ແອ ອັດ, ແຕ່ເສັ້ນທາງຂາລ່ອງສາຍໃໝ່ນີ້, ອະນຸຍາດໃຫ້ມີການສັນຈອນ ພຽງແຕ່ 7 ໂມງເຊົ້າ ເຖິງ 5 ໂມງແລງເທົ່ານັ້ນ ແລ້ວຖືກປິດຫ້າມຜ່ານ, ແຕ່ໃນຂະນະດຽວກັນນັບແຕ່ເວລາ 5 ໂມງແລງຮອດ 11 ໂມງກາງຄືນ, ເສັ້ນທາງສາຍນີ້ ໄດ້ກາຍເປັນຊ່ອງຫວ່າງ, ການມົ່ວສຸມ ທີ່ຜິດກົດໜາຍ ແລະ ຜິດຮີດຄອງປະເພນີຂອງກຸ່ມ ແກ້ງໄວລຸ້ນເຊິ່ງພົນລະເມືອງດີທີ່ຍ່າງ ອອກກຳລັງກາຍຢູ່ເຂດດັ່ງກ່າວ, ຫຼາຍຄົນຕ່າງກໍພົບເຫັນສະພາບບໍ່ດີ ແລະ ໄດ້ແຈ້ງໄປຍັງ ເຈົ້າໜ້າທີ່ເພື່ອມີວິທີການແກ້ໄຂ, ແຕ່ບໍ່ໄດ້ຮັບການຮ່ວມມືເທົ່າທີ່ຄວນ, ມາຮອດມື້ນີ້ພວກກຸ່ມໄວລຸ່ນດັ່ງກ່າວຍັງສືບຕໍ່ເຄື່ອນ ໄຫວເປັນກຸ່ມແຂ່ງລົດ, ມົ່ວສຸມສິ່ງ

ພົບສົບຍິງຜູ້ຫນຶ່ງຖືກຄາດຕະກຳຖິ້ມໄວ້ປ່າແຄມທາງເຂດບ້ານລິ່ງຊັນ



       ທ່ານ​ ພັ​ນໂທ ພູມີ ສີລາວົງ ຫົວໜ້າກອງບັ​ນຊາການ​ ປສກ ເມືອງທຸລະຄົມແຂວງວຽງຈັ​ນ ໃຫ້ຮູ້ວ່າ: ເວລາປະມານ​ 6:30 ໂມງ ຂອງວັ​ນທີ 5 ຕຸລາ​ນີ້ ມີປະຊາຊົ​ບ້າ​ນລິ່ງຊັ​ນ ເມືອງທຸລະຄົມ ແຂວງວຽງຈັ​ນ ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ພວກເຮົາ ຊາບວ່າ: ພົບສົບຍິງຜູ້ໜຶ່ງຖືກຖິ້ມຢູ່ປ່າແຄມທາງເຂດບ້າ​ນດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງໄດ້ລົງໄປສະຖານ​ທີ່ດັ່ງກ່າວ ແລະ ຮູ້ວ່າຜູ້ຕາຍ ຄື​ນາງ ວິໄລພອນ​ ອາຍຸ 39 ປີ ຢູ່ບ້າ​ນປາກເບາະ ເມືອງວັງວຽງ ແຂວງວຽງຈັ​ນ ຖືກຍິງດ້ວຍ ປື​ນ 1 ​ນັດເຂົ້າທີ່ໜ້າເອິກ ເບື້ອງ ຊ້າຍ ເຊິ່ງຜ່າ​ນກາ​ນສອບຖາມຍາດພີ່​ນ້ອງຜູ້ຕາຍພົບວ່າ: ​ນາງ ວິໄລພອນ​ ອອກຈາກບ້ານ​​ໃ​ນເວລາ 14 ໂມງຂອງວັ​ນທີ 4 ຕຸລານີ້ ໂດຍໃສ່ເສື້ອສີຟ້າ ແລະ ໂສ້ງຂາຍາວສີຕັບໝູ ໂດຍຂຶ້ນ​ລົດໂດຍສາ​ນລົງມາ​ະຄອ​ຫລວງວຽງຈັ​ນ ເພື່ອຊື້ເຄື່ອງ ແລະ ໄລຍະຕໍ່ມາ ກໍບໍ່ສາມາດຕິດຕໍ່ກັບຜູ້ກ່ຽວໄດ້ເລີຍ ຈົ​ນຮູ້ວ່າຜູ້ກ່ຽວຖືກຄາດຕະກຳ. ​ເຈົ້າໜ້າ​ທີ່​ຄາດ​ວ່າ: ອາດ​ຖືກ​ຍິງ​ເສຍ​ຊີວິດ​ມາ​ແຕ່​ບ່ອນ​​ອື່​​ນ ​ແລ້ວ​ເອົາ​ມາ​ຖິ້ມ​ໄວ້​ໃນຈຸດ​ດັ່ງກ່າວເພື່ອ​ອຳ​ພາງ​ຄະດີ. ​ແຕ່​ແ​ນວ​ໃດ​ກໍ​ຕາມ, ​ເຈົ້າໜ້າ​ທີ່​ພວມ​ສືບ​ຫາ​ຄົ​​ນຮ້າຍ​ມາ​ລົງ​ໂທດ​ໃຫ້​ໄດ້​   ໃ​​ນໄວໆນີ້.

ສາທານະຄອນຫລວງສະຫລຸບວຽກງານຂອງຂະບວນການຕ້ານ ແລະ ຄວບຄຸມໄຂ້ຍຸງລາຍໃນໄລຍະ 9 ເດືອນຜ່ານມາ



     ວັນທີ 4 ຕຸລານີ້ພະແນກສາທາ ລະນະສຸກນະຄອນຫຼວງວຽງຈັນ ໄດ້ຈັດການປະຊຸມສະຫຼຸບວຽກ ງານການ ເຄື່ອນໄຫວ ຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໃນ ໄລຍະ 9 ເດືອນຜ່ານມາ(ວັນທີ1 ມັງ ກອນ-ວັນທີ 30 ກັນຍາ2013), ຂື້ນທີ່ຫໍວັດ ທະນະທຳແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ  ນາງ ວັນດີ ວົງ ຄຳມະນີ, ຫົວໜ້າຈັດຕັ້ງພະນັກງານນະຄອນຫຼວງ ວຽງຈັນ, ທ່ານ ຮສ,ດຣ ວັນລ່ຽມ ບົວລະວົງ, ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ມີບັນດາເຈົ້າ ເມືອງ, ຫົວໜ້າພະແນກອ້ອມຂ້າງ, ພ້ອມດ້ວຍນັກສຶກສາອາສາສະໝັກເຂົ້າຮ່ວມເປັນຈຳນວນຫຼາຍ.
         ໃນກອງປະຊຸມທ່ານ ດຣ ແສງທອງ ບີລາກຸນ, ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ກ່າວວ່າ: ພະ ຍາດໄຂ້ເລືອດອອກເປັນພະຍາດລະບາດທີ່ຮ້າຍແຮງໃນປີ 2013 ນີ້ ແລະ ໄດ້ເກີດລະບາດຂຶ້ນມາແຕ່ຕົ້ນປີ ແລະ ລະບາດໜັກ ໃນໄລຍະເດືອນມິຖຸນາ ຫາ ເດືອນກໍລະກົດຜ່ານມາ ອັນໄດ້ຂ້າຊີຊິດປະຊາຊົນໄປຫຼາຍສິບຄົນ, ຕໍກັບການສະບາດດັ່ງກ່າວທາງ ການຈັດຕັ້ງຂັ້ນເທິງ, ໂດຍສະເພາະຂັ້ນສູນກາງກໍໄດ້ຮີບຮ້ອນລົງສົມທົບກັບນະຄອນຫຼວງວຽງຈັນຈັດຕັ້ງຄະນະກຳມະການແຕ່ ລະຂັ້ນເພື່ອຕ້ານ ແລະ ຄວບຄຸມພະຍາດລະບາດດັ່ງກ່າວໃຫ້ໄດ້ຮັບຜົນດີ, ດ້ວຍຄວາມພະຍາຍາມບຸກບືນ, ຜ່ານຜ່າທຸກອຸປະ

ໃນເມື່ອຂາດການຄຸ້ມຄອງຈະແກ້ໄຂແນວໃດ ? ( ຄໍລຳ ແລກປ່ຽນຄຳເຫັນ )



       ນັກຂ່າວອາສາປະຈຳທ້ອງຖິ່ນລາຍງານມາວ່າ: ເນື່ອງຈາກຂາດການຄຸ້ມຄອງທີ່ດີໄດ້ເຮັດໃຫ້ຕະຫລາດຫລາຍແຫ່ງໃນ ແຂວງຊຽງຂວາງມີການປ່ຽນໄປໃນທາງທີ່ບໍ່ດີ, ຂາດຄວາມເປັນລະບຽບຮຽບຮ້ອຍ, ຂາຍເຄື່ອງຊະຊາຍ, ບໍ່ຢູ່ໃນການຄຸ້ມຄອງ, ຂາຍເຄື່ອງລາມອອກໄປຮອດທາງຫລວງຈົນຈະບໍ່ມີຮອດທາງຍ່າງ, ເກີດປາກົດການຫລິ້ນການພະນັນ, ຄ້າຂາຍສິ່ງຕ້ອງຫ້າມ ໂດຍສະເພາະສັດປ່າມີວາງຂາຍໄວ້ຢ່າງຫລວງຫລາຍ. ພ້ອມນັ້ນ ຍັງເກີດມີປາກົດການລັກໂລບຕາຊິງຢ່າງຄວບຄຸມບໍ່ໄດ້.
    ຜູ້ສື່ຂ່າວຍົກໃຫ້ເຫັນວ່າ: ປັດຈຸບັນຢູ່ຕະຫລາດເກົ່າແຫ່ງໜຶ່ງໃນ ໃຈກາງເທສະບານເມືອງແປກແຂວງຊຽງຂວາງ ໂດຍແມ່ນ ລັດວິສາຫະກິດການຄ້າພັດທະນາເປັນຜູ້ລົງທຶນ ແລະ ບໍລິຫານ, ເຖິງວ່າລັດວິສາຫະກິດດັ່ງກ່າວໄດ້ອອກແຮງປົວແປງ ແລະ ຈັດສັນບ່ອນຂາຍເຄື່ອງຕ່າງໆຢ່າງລະອຽດ, ແຕ່ຜູ້ຂາຍນັບມື້ເພີ່ມຂຶ້ນ, ຜູ້ຊື້ຫລາຍບ່ອນຂາຍມີໜ້ອຍ, ຊາວຄ້າເຫລົ່ານັ້ນໄດ້ລາມ ອອກມາຈົນຮອດທາງຄົນຍ່າງກໍ່ໃຫ້ເກີດສະພາບແອອັດຢູ່ບໍລິເວນດັ່ງ ກ່າວຈົນແກ້ໄຂບໍ່ຕົກ, ສ່ວນຜູ້ຢູ່ທາງໃນຕະຫລາດ, ບາງ