Ad

Ad

6 February 2014

ທົບ​ທວນ​ວຽກສື່​ຊຸມ​ຊົນມີສ່ວນຮ່ວມ.



      ແຜນ​ງານສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ ​ແລະ ສື່​ຊຸມ​ຊົນ (ສສ ສຊ) ແມ່ນ​ການ​ຮ່ວມ​ມື ລະຫວ່າງ ກົມ​ສື່​ມວນ​ຊົນກະຊວງ​ຖະ​ແຫຼງ​ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ​ແລະ ອົງການອອກ​ຟາ​ມ. ໂດຍມີ​ເປົ້າໝາຍ​​ສົ່ງ​ເສີມ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ສື່​ມວນ​ຊົນ, ເຮັດ​ໃຫ້​ປະຊາຊົນ​ໃນ​ເຂດ​ຫ່າງ​ໄກ​ສອກຫລີກ​​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ, ແນວທາງ​ນະ​​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ແລະ ແຜນ​ພັດທະນາ​ເສດຖະກິດ​-ສັງ​ຄົມ ຂອງ​ຊາດ, ຂອງ​ທ້ອງ​ຖິ່ນ ໂດຍ​ມີ​ໄລຍະ​ການ​ຈັດຕັ້ງປະຕິບັດແຕ່​ປີ 2013-2014. ດັ່ງນັ້ນ​ເພື່ອ​ທົບ​ທວນ​ຄືນ​ການ​ຈັດຕັ້ງປະຕິບັດ​ແຜນ​ງານ​ດັ່ງກ່າວ​ໃນ​ໄລຍະ 1 ປີຜ່ານມາ ​ໃນ​ຕອນ​ເຊົ້າວັນ​ທີ 5 ກຸມພານີ້, ຢູ່​ນະຄອນຫລວງ​ວຽງ​ຈັນ, ໄດ້​ມີ​ກອງປະຊຸມ​ສະຫລຸບ​ແຜນ​ງານ​ດັ່ງກ່າວ​ຂຶ້ນພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສະຫວັນ​ຄອນ ຣາຊມຸນຕີ ລັດຖະມົນຕີ​ຊ່ວຍ
​ວ່າການ ກະຊວງ​ຖະແຫຼງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ແລະ ທ່ານນາງ ຊູ​ດາ ກຸດ​ຕີ ຮັກສາການຮອງຜູ້ຕາງໜ້າ
ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ​ປະຈຳ​ລາວ, ມີ​ຄູ່​ຮ່ວມ​ພັດທະນາ, ອາສາ​ສະໝັກ​ວິທະຍຸ​ຊຸມຊົນເຂົ້າຮ່ວມ.
      ກອງປະຊຸມໄດ້ຕີລາຄາ​ການ​ຈັດຕັ້ງປະຕິບັດແຜນງານ​ດັ່ງກ່າວ ໃນ​ໄລຍະ 1 ປີຜ່ານມາ​​ວ່າ: ສາມາດ​ປະຕິບັດ​ໄດ້ 28 ກິດ​ຈະ​ກຳ​ເປັນຕົ້ນ: ຈັດ​ຊຸດຝຶກ​ອົບຮົມ​ໃຫ້​ອາສາ​ສະໝັກໃນ 3 ແຂວງຄື: ແຂວງ ອຸດົມ​ໄຊ, ແຂວງ ຊຽງ​ຂວາງ ​ແລະ ແຂວງ​ເຊກອງຈຳນວນ  16 ຄັ້ງ, ມີ​ຜູ້​ເຂົ້າຮ່ວມ 635 ຄົນ, ກໍ່ສ້າງ​ວິທະຍຸ​ຊຸມຊົນຢູ່​ເມືອງ​ໜອງ​ແຮດ ແຂວງ​ ຊຽງ​ຂວາງ ພ້ອມ​ທັງ​ຈັດ​ຊື້ອຸປະກອນ​ຕ່າງໆ​ໄດ້​ສຳ​ເລັດ ແລະ ​ໄດ້​ອອກ​ອາກາດ​ຢ່າງ​ເປັນ​ປົກກະຕິພ້ອມ​ນີ້, ​ໄດ້​ຈັດ​ຊື້ໂທລະ​ໂຄ່ງຈຳ​ນວນ 7 ຊຸດ ​ໃຫ້​ແກ່​     ແຂ​ວງຊຽງ​ຂວາງ ​ແລະ ​ເຊ​ກອງ ແຂວ​ງລະ 2 ຊຸດ ​ໃຫ້​ແຂວງ​ອຸດົມ​ໄຊ 3 ຊຸດ ​ເພື່ອ​ປ່ຽນ​ແທນໂທລະ​ໂຄ່ງ​ທີ່​ເປ່​ເພຈາກ​ໄພ​ນ້ຳຖ້ວມ ແລະ ກຳລັງ​ກໍ່​ສ້າງ​ວິທະຍຸ​ຊຸມຊົນ​ຢູ່​ແຂວງ​ອຸດົມ​ໄຊ ​ໃນ​ສອງ​ເມືອງ ຄື: ​ເມືອງ​ຮຸນ ແລະ ​ເມືອງ​ນາ​ໝໍ້ ຊຶ່ງ​ຄາດ​ວ່າ​ຈະ​ສຳ​ເລັດໃນ​ເດືອນ ມີນາ 2014. ມາ​ຮອດ​ປັດຈຸ​ບັນ ໄດ້​ສຳ​ເລັດ​ການ​ກໍ່ສ້າງ​ວິທະຍຸ ຊຸມຊົນ​ແລ້ວ 4 ແຫ່ງຄື:ຢູ່​ເມືອງ​ຄູນ ແລະ ​​ໜອງ​ແຮດ ​ແຂວງ​ ຊຽງ​ຂວາງ, ​ເມືອງ ທ່າ​ແຕງ ​ແລະ ດາກຈຶງ ​ແຊວ​ງ ​ເຊ​ກອງ ​ໂດຍ​​ໄດ້​ອອກ​ອາກາດ​ເປັນ​ປົກ​ກະຕິ ຊຶ່ງກະຈາຍ​ອອກ​ເປັນ 8 ພາສາ​ຊົນ​ເຜົ່າຄື: ພາສາ​ລາວ, ມົ້ງ, ຂະມຸ, ຕະ​ໂອ້​ຍ,​ ຢາຣູ, ພ້ອງ, ຕຣຽງ ແລະ ກະຕູ. ຜ່ານ​ການ​ປະຕິບັດ​ແຜນ​ງານ​ດັ່ງກ່າວ​ໃນ​ປີ 2013 ໄດ້​ນຳ​ໃຊ້​ງົບປະມານ​ຈຳນວນ  367. 283 ໂດ​ລາສະຫະລັດ ຫລື ປະ ມານ 2.938 ລ້ານ​ກວ່າ​ກີບ.
      ສຳລັບ​ປີ 2014 ແຜນ​ງານ ດັ່ງກ່າວຈະ​ຈັດຕັ້ງປະຕິບັດ 39 ກິດ​ຈະ​ກຳ ​ໃນ 3 ແຂວງ​ຄື: ອຸດົມ​ໄຊ, ຊຽງ​ຂວາງ ​ແລະ ​ແຂວງ​ເຊ​ກອງ ​ແລະ ຄາດ​ວ່າ​ຈະ​ຊື້ອຸປະກອນໂທລະ​ໂຄ່ງຈຳນວນ 10 ຊຸດ ​ໃຫ້​ແກ່​ບ້ານ​ເປົ້າໝາຍພ້ອມ​ທັງ​ຂະຫຍາ​ຍ​ສະຖານີ​ວິທະຍຸ​ຊຸມ​ຊົນ​ຢູ່ເມືອງ​ເປົ້າໝາຍ​ໃຫ້​ສຳ​ເລັດຕາມແຜນການວາງໄວ້.

No comments:

Post a Comment