Ad

Ad

6 February 2014

ນະຄອນຫຼວງວຽງຈັນ ສັ່ງປິດຮ້ານບັນເທີງ 4 ແຫ່ງເພື່ອໃຫ້ປັບປຸງເປັນ ເວລາ 3 ເດືອນ.



      ເລີ່ມແຕ່ວັນທີ 1 ກຸມພາ ເປັນຕົ້ນໄປ, ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໂດຍສົມທົບກັບພະແນກທີ່ ກ່ຽວຂ້ອງອື່ນໆສັ່ງປິດຮ້ານບັນ ເທີງ 4 ແຫ່ງຢູ່ ໃນນະຄອນຫຼວງວຽງ ຈັນ ເພື່ອໃຫ້ປັບປຸງຕົນເອງ ເປັນເວລາ 3 ເດືອນ, ພາຍຫຼັງພະແນກການກ່ຽວຂ້ອງດັ່ງກ່າວໄດ້ ກວດພົບເຫັນການດຳເນີນການບໍລິການບໍ່ຖືກ ຕ້ອງກັບລະບຽບກົດໝາຍ ແລະ ຍັງ ສົ່ງຜົນກະ ທົບຕໍ່ສັງຄົມກໍໃຫ້ເກີດບັນຫາຫຍໍ້ທໍ້ຕາມມານັ້ນຄື: ຮ້ານບັນເທີງສະຕາ ຢູ່ບ້ານໂພນສະຫວ່າງ ເມືອງ ຈັນທະບູລີ, ຮ້ານບັນເທີງດາວຄຳ ຢູ່ບ້ານນາຄຳ ເມືອງ ສີໂຄດຕະບອງ, ຮ້ານບັນເທີງ ໂຣມີໂອ ຢູ່ບ້ານ ໂຄກນິນ ເມືອງ ສີສັດຕະນາກ, ຮ້ານບັນເທີງພິກຄຣັບ ຂອງໂຮງແຮມພອນ ທິບພຣາຊາ ຢູ່ບ້ານບຶງຂະຫຍອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.
        ທ່ານ ຄຳປະດິດ ເຂັມມານິດ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ ວຽງຈັນ ໄດ້ຊີ້ແຈງຕໍ່ສື່ມວນຊົນໃນວັນທີ 4 ກຸມພານີ້ວ່າ: ພາຍຫຼັງດຳເນີນ ການກວດກາເຫັນວ່າຮ້ານບັນ ເທີງ 4 ແຫ່ງນີ້ ມີການເຄື່ອນ
ໄຫວຜິດລະບຽບຄື : ເປີດກາຍໂມງເວລາກຳນົດໄວ້, ສົ່ງສຽງດັງລົບກວນປະຊາຊົນຜູ້ຢູ່ໃກ້ຄຽງ, ມີການມົ້ວສຸມ ແລະ ກໍ່ໃຫ້
ເກີດການອາລະວາດຕີກັນ ແລະ ອື່ນໆ. ດັ່ງນັ້ນ ຈຶ່ງໄດ້ສັ່ງປິດເພື່ອດຳເນີນການປັບປຸງແກ້ໄຂພາຍໃນໄລຍະເວລາ 4 ເດືອນ.  
   
       ທ່ານ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ນອກຈາກຈຳນວນຮ້ານບັນເທີງ 4 ແຫ່ງທີ່ໃຫ້ປິດປັບປຸງຕົນເອງນີ້ ຍັງມີຮ້ານບັນເທີງມາຣີນາ ຢູ່ ບ້ານໜອງປາໃນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແຈ້ງປິດກິດຈະການຊົ່ວຄາວເປັນເວລາ 2 ເດືອນ ເພື່ອຈະປັບປຸງໃຫ້ຖືກກັບລະບຽບ ແລະ ຍັງມີຮ້ານຈຳນວນໜຶ່ງທີ່ ນອນໃນເປົ້າໝາຍຕິດຕາມເຊັ່ນ: ຮ້ານສາຍຄາຮົ່ມເຢັນ, ວີນເວສ, ວອດຄຣັບ, ຟິວເຈີ້, ບີບີ້, ກາແລັກຊີ້, ເອກໂກ, ແຄັດວອກ, ວັງນ້ຳເຜີງ, ໄວຫວານ ແມ່ນມອບໃຫ້ຄະນະສະເພາະກິດຂອງເມືອງ, ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ຕິດຕາມກວດກາຢ່າງໃກ້ຊິດຖ້າຮ້ານໃດຍັງມີການລະເມີດແມ່ນຈະໄດ້ແຈ້ງປິດຊົ່ວຄາວເພື່ອປັບປຸງຕົນເອງເຊັ່ນດຽວກັນ.



No comments:

Post a Comment