Ad

Ad

6 February 2014

ລາວ​ປະສົບ​ຜົນສຳ​ເລັດ​ສູງ​ໃນ​ການຈັດຕັ້ງປະຕິບັດ​ແຜນ​ຍຸດ​ທະ​ສາດ​ປະຕິ​ຮູບລະບົບ​ການ​ສຶກສາ​ແຫ່ງ​ຊາດ​ໄລຍະ II.



     ມາ​ຮອດ​ປີ 2013 ກໍ​ແມ່ນ​ປີ​ທີສາມ​ແລ້ວ ທີ່​ລາວ​ເຮົາ​ສຸມ​ໃສ່​ຈັດຕັ້ງປະຕິບັດ​ແຜນ​ຍຸດ​ທະ​ສາດ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ ​ໄລຍະ II (2011-2015) ​ແລະ ກໍ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ສູງ. ດັ່ງ​ການ​ສະຫລຸບ​ລາຍ​ງານ​ຂອງ​ຂະ​ແໜງ​ການ​ດັ່ງກ່າວ​ຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຕົນ​ທີ່​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 3-4 ກຸມພາ​ນີ້ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ດຣ. ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ.
      ກອງ​ປະຊຸມ​ຍົກ​ໃຫ້​ເຫັນ​ວ່າ: ຜົນສຳ​ເລັດ​ອັນ​ສຳຄັນ​ແມ່ນ​ສາມາດ​ພັດທະນາ​ຫລັກສູດ​ຮຽນ​ຂອງ​ທຸກ​ຊັ້ນ, ທຸກ​ສາຍ ​ໂດຍ​ເນັ້ນ​ໃສ່​ສະມັດຖະພາບ, ພັດທະນາ ​ແລະ ​ເອົາ​ໃຈ​ໃສ່​ສະໜອງ​ປຶ້ມ​ແບບຮຽນ ​ແລະ ຄູ່​ມື​ຄູ​ສຳລັບ​ຫລັກສູດ​ໃໝ່​ໄດ້​ໂດຍ​
ພື້ນຖານ, ​ໄດ້​ປັບປຸງ​ວິທີ​ການ​ສອນ​ໃຫ້​ໄປ​ຕາມ​ຈຸດໝາຍ​ຂອງ​ຫລັກສູດ​ໃໝ່​ທີ່​ເນັ້ນຄຸນ​ນະພາ​ບ ​ເຮັດ​ໃຫ້​ຜູ້​ຮຽນ​ກຳ​ໄດ້​ຄວາມ​ຮູ້, ມີ​ຄວາມ​ສາມາດ​ປະດິດ​ສ້າງ ​ແລະ ນຳ​ໃຊ້​ຄວາມ​ຮູ້​ດັ່ງກ່າວ​ເຂົ້າ​ໃນ​ການ​ປະຕິບັດ​ຕົວ​ຈິງ​ໄດ້ ​ແລະ ພິ​ເສດ​ແມ່ນ​ໄລຍະ​ໜຶ່ງ​
ປີຜ່ານມາ ຂະ​ແໜງ​ການ​ສຶກສາ ​ແລະ ກິລາ ​ໄດ້​ສຸມ​ໃສ່​ປ່ຽນ​ແປງ​ແບບ​ວິທີ​ການ​ຄຸ້ມ​ຄອງ​ການ​ສຶກສາ​ຄືນ​ໃໝ່​ໃຫ້​ສາມາດ​ຮັບ​ໃຊ້​ການ​ປະຕິ​ຮູບ, ການ​ບຸກທະລຸ ກໍ​ຄື​ການຈັດຕັ້ງປະຕິບັດ​ວຽກ​ງານ​ສາມ​ສ້າງ ​ໂດຍ​ເລັ່ງ​ໃສ່​ຄຸ້ມ​ຄອງ-ກໍ່ສ້າງ​ນັກຮຽນ-ນັກ​ສຶກສາ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ດັດສົມ​ກະ​ແສ​ດັ່ງກ່າວ​ໃຫ້​ໄປ​ຕາມ​ທິດ​ຮັບ​ໃຊ້​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ​ແລະ ສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ພາກພື້ນ ​ແລະ ສາກົນ​ໄດ້. ພ້ອມ​ນັ້ນ ກໍ​ໄດ້​ພັດທະນາ​ໂຄງປະກອບ​ການ​ສຶກສາ​ໃຫ້​ມີ​ລະບົບ​ທີ່​ຊັດ​ເຈນ​ຂຶ້ນ, ພັດທະນາ​ລະບົບ​ຫ້ອງ​ຮຽນ, ​ໂຮງຮຽນ​ໃຫ້​ໄດ້​ມາດ​ຕະຖານ​ເປັນ​ສ່ວນ​ຫລາຍ ​ເພື່ອ​ສາມາດ​ຕອບ​ສະໜອງ​ການ​ຂະ ຫຍາຍຕົວ​ຂອງ​ການ​ສຶກສາ​ໃຫ້​ໄດ້​ຕາມ​ຄາດໝາຍ ​ແລະ ​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ການ​ສຶກສາ ​ແລະ ກິລາ​ໃຫ້​ເປັນ​ຂອງ​ທົ່ວ​ປວງ​ຊົນ ​ເຊິ່ງ​ແມ່ນ​ປັດ​ໄຈ​ຕັດສິນ​ຜົນສຳ​ເລັດ​ຂອງ​ການ​ປະຕິ​ຮູບ​ການ​ສຶກສາ ​ແລະ ກິລາ​ຂອງ​ປະ​ເທດ​ເຮົາ ​ແລະ ​ໂດຍ​ພື້ນຖານ​ແລ້ວ​ເຫັນ​ວ່າ​ໄດ້​ມີ​ການ​ປັບປຸງ​ປ່ຽນ​ແປງ​ໄປ​ຕາມ​ແຜນການ​ປະຕິ​ຮູບ​ທີ່​ໄດ້​ເລັ່ງ​ໃສ່​ຫລຸດ​ດ້ານ​ປະລິມານ​ລົງ ​ແລະ ​ເພີ່ມ​ຄຸນ​ນະພາ​ບ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.
      ກອງ​ປະຊຸມ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຄຽງ​ຄູ່​ກັນນັ້ນ ກໍ​ຍັງ​ມີ​ບາງ​ບັນຫາ ​ແລະ ສິ່ງ​ທ້າ​ທາຍ​ຈຳນວນ​ໜຶ່ງ​ທີ່​ຂະ​ແໜງ​ການ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ ຄື​ວິທີ​ການ​ສິດສອນ​ຂອງ​ຄູ​ຈຳນວນ​ໜຶ່ງ​ມີ​ລັກສະນະ​ຕາຍ​ຕົວ, ບໍ່​ປະດິດ​ສ້າງ, ບໍ່​ສົ່ງ​ເສີມ​ໃຫ້​ຜູ້​ຮຽນ​ມີ​ຄວາມ​ຕັ້ງ​ໃຈ​ຕໍ່​ການ​ຮຽນ, ການ​ຕີ​ລາຄາ​ຜົນ​ການ​ຮຽນ​ຂອງ​ນັກຮຽນ-ນັກ​ສຶກສາ​ຍັງ​ເຮັດ​ແບບ​ລວມໆ, ຄູ​ສ່ວນ​ຫລາຍ​ຍັງ​ບໍ່​ທັນ​ເອົາ​ວຽກບ້ານ​ໃຫ້​ນັກຮຽນ, ບາງ​ຄູ​ໃຫ້​ວຽກບ້ານ​ແຕ່​ບໍ່​ກວດກາ ແລະ ນຳພາ​ນັກຮຽນ​ແກ້​ບົດ​ໃນ​ຫ້ອງ; ການ​ສ້າງ​ຫລັກສູດ ​ແລະ ປະຕິບັດ​ຫລັກສູດ​ຂອງ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ໄດ້​ປະຕິບັດ​ຕາມ​ລະບຽບ​-ຫລັກການ ​ແລະ ມາດຕະ ຖານ​ຫລັກສູດ​ແຫ່ງ​ຊາດ​ຢ່າງ​ຄົບ​ຖ້ວນ, ຂາດ​ການ​ປະສານ​ງານ​ກັນ​ໃນ​ການຈັດ​ຫລັກສູດ​ຕໍ່​ເນື່ອງ ແລະ ​ເຊື່ອມ​ຕໍ່​ລະຫວ່າງສາຍ​ອາຊີວະ​ສຶກສາ ​ແລະ ສາຍ​ການ​ສຶກສາ​ຊັ້ນສູງ; ຄູ​ສອນ​ໃນ​ສະ​ຖາ​ບັນຊັ້ນສູງ​ສ່ວນ​ຫລາຍ​ມີ​ວຸດ​ທິການ​ສຶກສາ​ໃນ​ລະດັບ​ປະລິນຍາ​ຕີ, ສ່ວນ​ລະດັບ​ປະລິນຍາ​ໂທ ແລະ ປະລິນຍາ​ເອກ​ຍັງ​ມີ​ຈຳກັດ; ການ​ຄຸ້ມ​ຄອງ​ໂຮງຮຽນ ​ແລະ ສະ​ຖາ​ບັນ​ສຶກາ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ; ການ​ພັດທະນາ, ການ​ເຝິກຝົນ​ຫລໍ່​ຫລອມ, ການ​ຊອກ​ຮູ້​ຮ່ຳຮຽນ​ຂອງ​ນັກຮຽນ ແລະ ຄູ​ຍັງ​ບໍ່​ທັນ​ມີ​ລັກສະນະ​ຕັ້ງ ໜ້າ​ເທົ່າ​ທີ່​ຄວນ; ການຈັດຕັ້ງ ພາລະ​ບົດບາດ​ໜ້າ​ທີ່​ຂອງ​ຄະນະ​ພັດທະນາ​ການ​ສຶກສາຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ຂັ້ນບ້ານ​ຍັງ​ບໍ່​ທັນ​ເປັນ​ເຈົ້າການ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ. ສະ​ຖາ​ບັນ​ການ​ສຶກສາ​ພາກ​ເອກະ​ຊົນ​ຈຳນວນ​ໜຶ່ງ​ບໍ່​ທັນ​ໄດ້​ຕາມ​ມາດຕະຖານ: ອາຄານ​ສະຖານ​ທີ່​ໂຮງຮຽນ, ຫ້ອງ​ຮຽນ​ຄັບ​ແຄບ, ແອ​ອັດ ບໍ່​ສາມາດ​ດຳ​ເນີນ​ການ​ສອນ-ການ​ຮຽນ​ໄດ້​ຄົບ​ຕາມ 5 ຫລັກ​ມູນ​ຂອງ​ການ​ສຶກສາ; ການ​ຍາດ​ແຍ່ງ​ທຶນ​ຊ່ວຍ​ເຫລືອ​ຈາກ​ອົງການ​ຈັດຕັ້ງສັງຄົມ​ຕ່າງໆ​ຍັງ​ມີ​ລັກສະນະ​ກະ​ແຈກ​ກະຈາຍ, ຍັງ​ຂາດ​ການ​ຕິດຕາມ​ປະ​ເມີນເປັນສາ​ເຫດ​ໃຫ້​ແກ່​ການ​ສະຫລຸບ​ສັງ​ລວມການ​ຊ່ວຍ​ເຫລືອ​ທັງ​ໝົດ​ພົບ​ຄວາມ​ຫຍຸ້ງ ຍາກ; ນິຕິ​ກຳ​ຮອງ​ຮັບ​ໃນ​ວຽກ​ງານ​ການ​ຮ່ວມ​ມື​ຍັງ​ບໍ່​ທັນ​ໄດ້​ພັດທະນາ​ຢ່າງ​ຈິງ​ຈັງ; ຂີດ​ຄວາມ​ສາມາດ​ທາງ​ດ້ານ​ການ​ຮ່ວມ​ມື, ການ​ພົວພັນ ​ແລະ ພາສາ​ຕ່າງປະ​ເທດ​ຂອງ​ພະນັກງານ​ຍັງ​ມີ​ຂີດ​ຈຳກັດ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ.


No comments:

Post a Comment