Ad

Ad

6 February 2014

ລາວສະຫລອງຄົບຮອບ 1 ປີການເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ.



      ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5 ກຸມພານີ້, ຢູ່ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ,​ ໄດ້​ຈັດ​ໃຫ້ມີ​ພິທີສະ​ເຫລີ​ມສະຫລອງ​ຄົບ ຮອບ 1 ປີ ​ທີ່​ ສປປ ລາວ, ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ 2/2/ 2013-2/2/2014 ແລະ ​ມີ​ການ​ປະດັບ​ຫລຽນ​ໄຊ​ແຮງ​ງານຊັ້ນ I ໃຫ້​ບຸກຄົນ​ຈຳນວນ 10 ທ່ານ ແລະ 8 ກົມ​ກອງ, ຫລຽນ​ໄຊ​ແຮງ​ງານ​ຊັ້ນ II ​ໃຫ້​ບຸກ​ຄົນ 37 ທ່ານ ແລະ 14 ກົມ​ກອງ, ຫລຽນ​ໄຊ​ແຮງ​ງານ​ຊັ້ນ III ​ໃຫ້​ບຸກຄົນ 29 ທ່ານ ​ແລະ 25 ກົມ​ກອງ, ຫລຽນ ກາ​ແຮງ​ງານ 76 ທ່ານ,​ ໃບ​ຍ້ອງ ຍໍ​ລັດຖະບານ 51 ທ່ານ ​ແລະ ​ໃບ​ຍ້ອງຍໍ​ກະຊວງ​ອຸດສາຫະກຳ- ການ​ຄ້າ​ຈຳນວນ 24 ທ່ານ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບ ສ່ວນ​ຢ່າງ​ຫ້າວຫັນທັງ​ສະຕິ​ປັນຍາ​​ໃນ​ການ​ເຈລະຈາ​​ໃຫ້ ສປປ ລາວ ໄດ້ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ​ໃນ​ຄັ້ງນີ້. ໂດຍ​ເປັນກຽດ​ເຂົ້າ​ຮ່ວມ ​ແລະ ປະດັບ​ຫລຽນ ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ທັງ​ເປັນປະທານ​ຄະນະ​ກຳມະການ​ປະສານ​ງານ​ລະດັບ​ຊາດ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ ເສດຖະກິດ​ກັບ​ສາກົນ.
     ທ່ານ ດຣ ນາມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ຮອງປະທານ​ຄະນະ​ກຳມະການ​ປະສານ​ງານ​ລະດັບ​ຊາດ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ​ຊີ້​ແຈງ​ໂດຍ​ຫຍໍ້ວ່າ: ​ໂດຍ​ປະຕິບັດ​ນະ​ໂຍບາຍ​ການ ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ​ຂອງ​ພັກ ​ແລະ ລັດຖະບານ ສປປ ລາວ ​ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ໃນ​ກາງ​ປີ 1997 ​ແລະ ​ໄດ້​ກາຍ​ເປັນສະມາຊິກ​ທີ 158 ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 2 ກຸມພາ 2013. ການສະ​ເຫລີ​ມສະຫລອງ​ຄົບ ຮອບ 1 ປີ ​ທີ່​ສປປ ລາວໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ ນອກຈາກ​ການສະ​ແດງ​ຄວາມ​ຮູ້​ບຸນຄຸນບຸກຄົນ ພ້ອມ​ຍ້ອງຍໍ​ຊົມ​ເຊີຍ​ບຸກຄົນ ​ແລະ ກົມ​ກອງ ທີ່​ຜົນງານ​ປະກອບສ່ວນ​ໃນ​ວຽກງານ​ດັ່ງກ່າວ​ແລ້ວ ຍັງ​ເປັນ​ການສະ​ແດງ​ເຖິງ​ຜົນສຳ​ເລັດ​ໃນ​ຄວາມ​ພະຍາຍາມກະກຽມ​ຂອງ ສປປ ລາວຕະຫລອດ​ໄລຍະ 15 ປີ. ​ຊຶ່ງ ສປປ ລາວ ​ໄດ້​ທົບ​ທວນ, ສ້າງ ​ແລະ ປັບປຸງ​ນິຕິ​ກຳ​ທີ່​ຕິດ​ພັນ​ກັບ​ການ​ຄ້າ​ໃຫ້​ສອດຄ່ອງ​ກັບ​ຫລັກການ ກໍ​ຄື ສັນຍາ​ຂອງ ອຄລ ຫລາຍ​ກ່ວາ 90 ສະ​ບັບ ຊຶ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ແລະ ບັນດາ​ອົງການ​ຈັດຕັ້ງສາກົນ  ​ແມ່ນ​ເພື່ອ​ສ້າງ​ສິ່ງ​ແວດ​ລ້ອ​ມທີ່​ດີ​ໃຫ້​ແກ່​ການ​ດຳ​ເນີນ​ທຸ ລະ​ກິດທີ່​ດີ ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່ນັກ​ລົງທຶນ​ຕ່າງປະ​ເທດ ​ເຊິ່ງ​ເປັນ​ຕົວ​ສະ​ແດງ​ລະ ຄອນ​ທີ​ສຳຄັນ​ໃນ​ການ​ຫັນ​ປ່ຽນ​ປະ​ເທດ​ເຮົາ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ໂດຍ​ຜ່ານ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ແລະ ໂຄງການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ທີ່ກ້າວໜ້າ.
       ທ່ານດຣ ນາມ ວິຍະ​ເກດ ກ່າວ​ຕື່ມອີກ​ວ່າ: ພາຍຫລັງ​ທ່ີ ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ ອຄລ ຢ່າງ​ເປັນ​ທາງ​ການ, ສປປ ລາວ ກໍ​ໄດ້​ສຶບຕໍ່​ຈັດຕັ້ງປະຕິບັດ​ພັນທະ ​ແລະ ​ແຜນ​ການຕ່າງໆ ​ເຊິ່ງກວມ​ເອົາ​ວຽກ​ງານ​ຫລາຍ​ດ້ານທີ່ກ່ຽວ​ຂ້ອງ​ກັບ​ຫລາຍ​ກະຊວງ​ ແລະ ຂະ​ແໜງ​ການ ເຊິ່ງ​ໄດ້​ສ້າງ​​ແຜນດຳ​ເນີນ​ງານ​ຢ່າງ​ລະ​ອຽດ​​ໃນ​ການຈັດຕັ້ງປະຕິບັດ​ພັນທະ​ສັນຍາ​ໃຫ້​ສຳ​ເລັດ​ຕາມ​ກຳນົດ​ເວລາ. ທັງນີ້​ໂດຍ​ອີງ​ຕາມ​ບົດຮຽນ​ຂອງ ສສ ຫວຽດນາມ ​ແລະ ສປ ຈີນ ​ເຫັນ​ວ່າຜົນ​ປະ​ໂຫຍ​ດຫລັງ​ເຂົ້າ​ເປັນ​ສະມາຊິກ ​ແມ່ນ​ຂຶ້ນກັບ​ການ​ກະກຽມຄວາມ​ພ້ອມ​ໃນ​ການຈັດຕັ້ງພັນທະ​ສັນຍາ​ຂອງ​ຕົນ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ ແມ່ນ​ການ​ປັບປຸງ​ນິຕິ​ກຳ, ການ​ສ້າງ​ພະນັກງານ, ການ​ປັບປຸງ​ການຈັດຕັ້ງ, ການ​ສ້າງ​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ພາກ​ທຸລະ​ກິດ ​ເພື່ອ​ໃຫ້​ສາມ​າດສ້າງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຈາກ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ຂອງ​ພັກ ​ແລະ ລັດຖະບານ.




No comments:

Post a Comment