Ad

Ad

7 February 2014

ການລົງທຶນຢູ່ແຂວງສະຫວັນນະເຂດມີບັນຍາກາດຄຶກຄື້ນ



         ແຂວງສະຫວັນນະເຂດເປັນແຂວງໃຫຍ່, ມີເນື້ອທີ່ເໝາະສົມໃນການປູກ ຝັງ-ລ້ຽງສັດ, ມີລະບົບຄົມມະນາຄົມຂົນສົ່ງ ທີ່ສະດວກສະບາຍ ຍ້ອນສະພາບເອື້ອ ອຳນວຍຄືດັ່ງກ່າວ ບັນດານັກລົງທຶນຈາກຕ່າງປະເທດຈຶ່ງເຂົ້າມາລົງທຶນຫລາຍ ລວມມູນ ຄ່າທັງໝົດ 1,73 ຕື້ໂດລາສະຫະລັດ.
         ທ່ານ ຄຳຜັນ ຄູນສະຫວັດ ຮອງຫົວໜ້າພະແນກແຜນການ-ການລົງທຶນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ ມີການລົງທຶນຮ້ອຍກວ່າໂຄງການ, ໃນນັ້ນ ການລົງທຶນເຂດທົ່ວໄປມີ 106 ໂຄງການ ມູນຄ່າ 1.591 ລ້ານກວ່າໂດລາ ສະຫະລັດ, ເຂດເສດຖະກິດພິເສດສະ ຫວັນ-ເຊໂນ ມີ 31 ໂຄງການ ມູນຄ່າ 133 ລ້ານ ກວ່າໂດລາສະຫະລັດ, ເຂດການ ຄ້າຊາຍແດນມີ 6 ໂຄງການ ມູນ ຄ່າ 11 ລ້ານກວ່າໂດລາສະຫະລັດ ມາຈາກ 16 ປະເທດ ຄືອັນດັບ 1 ປະເທດໄທມີ 38 ໂຄງການ, ອັນດັບ 2 ສປ ຈີນ ມີ 34
ໂຄງການ, ອັນດັບ 3 ສສ ຫວຽດນາມ ມີ 22 ໂຄງການ ແລະ ບັນດາປະເທດອື່ນໆ. ສະເພາະໄລຍະແຕ່ສົກ ປີ 2010-2013 ມານີ້ ມີໂຄງການລົງທຶນຂອງຕ່າງປະເທດທີ່ໄດ້ຮັບອະນຸຍາດທັງໝົດ 49 ໂຄງການ ມີມູນຄ່າການລົງທຶນທັງໝົດ 3.290 ຕື້ກວ່າກີບ. ນອກຈາກບັນດາໂຄງການລົງທຶນຂອງຕ່າງປະເທດແລ້ວ ຍັງມີການລົງທຶນ ພາຍໃນ ເຊິ່ງລວມມີ 6.320 ຫົວໜ່ວຍມູນຄ່າການລົງທຶນທັງໝົດ 2.552 ຕື້ກວ່າກີບ, ລົງທຶນໃນເຂດທົ່ວໄປ ມີ 6.294 ຫົວໜ່ວຍ ມູນຄ່າ 1.954 ຕື້ກວ່າກີບ, ເຂດເສດຖະກິດພິເສດ ສະຫວັນ-ເຊໂນມີ 17 ຫົວໜ່ວຍ ມູນຄ່າ 391 ຕື້ກວ່າກີບ, ເຂດການ ຄ້າຊາຍແດນມີ 9 ຫົວໜ່ວຍ ມູນ ຄ່າ 206 ຕື້ກວ່າກີບ. ໄລຍະແຕ່ປີ 2010-2013 ມານີ້ ມີໂຄງການລົງ ທຶນພາຍໃນໄດ້ຮັບອະນຸຍາດ 453 ຫົວໜ່ວຍ ມູນຄ່າ 1.153 ຕື້ກວ່າ ກີບ.

No comments:

Post a Comment