Ad

Ad

7 February 2014

ລາວກິ່ນຫອມ ນັກທ່ອງທ່ຽວຕອມ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
         ເຫິງເຕີບແລ້ວບໍ່ໄດ້ຂຽນເລື່ອງ ທ່ອງທ່ຽວ, ແຕ່ພໍໄດ້ອ່ານຂ່າວພົບວ່າປີຜ່ານມາ ປະເທດພວກເຮົາໄດ້ຮັບນັກທ່ອງທ່ຽວ ຈຳນວນສາມລ້ານປາຍຢ່ອນໆເກືອບຮອດ 4 ລ້ານຄົນ, ຈານແຍ່ກໍເລີຍປວດຈ້າວໆຢາກເວົ້າເລື່ອງເມືອງລາວ “ເນື້ອຫອມ” ມີນັກທ່ອງທ່ຽວ ຕອມບໍ່ຂາດສາຍ. ທີ່ຈິງບົດຄວາມກ່ຽວກັບການທ່ອງທ່ຽວນີ້ ຕົນເອງເຄີຍຂຽນມາແລ້ວເກືອບຮອດໂຫລ ພາຍໃນສີ່-ຫ້າປີຜ່ານມາ, ມີບາງບົດກໍໄດ້ຮັບຄຳສະເໜີເຕີນຄືນມາໃຫ້ເບິ່ງຄືນວ່າມີຄວາມຈິງຊ່ຳໃດ ທັງໝົດຈານແຍ່ຍິນດີຮັບມາ ເບິ່ງຄືນແລ້ວ.
         ປະໂຫຍກຄຳເວົ້າໜຶ່ງ ເຊິ່ງຈານແຍ່ຄິດວ່າຄົນໃນວົງການທ່ອງທ່ຽວອາດທ່ອງໄດ້ກັບປາກນັ້ນ ຄືທຸລະກິດ ຫລື ອຸດສາ ຫະກຳທ່ອງທ່ຽວແມ່ນ “ການສົ່ງອອກກັບທີ່” (ເມື່ອເວົ້າໃນແງ່ລາຍຮັບ ໂດຍສະເພາະ) ຈານແຍ່ວ່າຄຳເວົ້ານີ້ເວົ້າອີກຖືກອີກ, ແຕ່ຈານແຍ່ຢາກຂໍຂະຫຍາຍຄວາມໃຫ້ກວ້າງໄປກວ່ານີ້ຕື່ມວ່າ: ທຸລະກິດການທ່ອງທ່ຽວແມ່ນ “ການສົ່ງອອກກັບທີ່” ແລະ ນັກທ່ອງທ່ຽວ ແມ່ນ “ຜູ້ນຳເຂົ້າກັບທີ່” ເວົ້າແນວນີ້ ຫລື ຄິດແນວນີ້ສ່ວນຕົວແລ້ວ ເຫັນວ່າມັນສົມສ່ວນກັນດີ ເພາະຖ້າມີ ການສົ່ງອອກກໍຕ້ອງມີນຳເຂົ້າທັງສອງສິ່ງນີ້ມັນໄປນຳກັນ ເປັນວັດທະຈັກແຍກກັນບໍ່ໄດ້. ເຄີຍໄດ້ຍິນໄດ້ຟັງມາຈົນໄນ່ຫູວ່າ: ໃນ ການຄ້າຂາຍຫງາຍມືນັ້ນ ຜູ້ປະກອບການ ກໍຄືຜູ້ຂາຍຕ້ອງຖື ລູກຄ້າຄື “ພະເຈົ້າ”, ຟັງແລ້ວຄືຢາກໂຍກເກີນໄປ, ແຕ່ຕົວຈິງມັນ
ພັດເປັນແນວນັ້ນແທ້. ການເຮັດການທ່ອງທ່ຽວກໍເຊັ່ນດຽວກັນ, ນັກທ່ອງທ່ຽວ ຫລື ລູກຄ້ານັ້ນລະຄືພະເຈົ້າ ຍ້ອນແນວນັ້ນ
ຫລາຍໆ ປະເທດທີ່ມີບົດຮຽນດີໆດ້ານການທ່ອງທ່ຽວຈຶ່ງຊອກທຸກວິທີທາງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ໄດ້ຫລາຍ ທັງຈຳ
ນວນ ແລະ ທັງຄຸນນະພາບ. ໃນປີຜ່ານມາ, ກຳປູເຈຍມີນັກທ່ອງທ່ຽວເຂົ້າປະເທດ 4 ລ້ານປາຍຄົນ ຖືວ່າຫລາຍ ເປັນປະຫວັດ ການ ໂດຍຖືໂອກາດກະແສນິຍົມທ່ຽວກຳປູເຈຍທີ່ພວມມາແຮງນີ້ເອງ, ທ່ານນາຍົກ ຮຸນເຊນ ກໍໄດ້ອອກຄຳສັ່ງຜ່ານກະຊວງ ການຕ່າງປະເທດ ຫວ່າງບໍ່ດົນນີ້ ເຖິງສະຖານທູດທຸກແຫ່ງ ຂອງກຳປູເຈຍຢູ່ຕ່າງປະເທດໃຫ້ຫຈັດລະບົບອອກວີຊາໃຫ້ວ່ອງໄວ ຂຶ້ນ ເຊິ່ງຄຳສັ່ງນີ້ກໍໄດ້ຮັບສຽງ ຕອບຮັບຢ່າງດີຈາກຜູ້ປະກອບ ການທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ສ່ວນຢູ່ປະ ເທດອື່ນໆ, ຈານແຍ່ກໍມີຂໍ້ມູນມາແລກປ່ຽນກັບທ່ານຜູ້ອ່ານວ່າ: ພວກເຂົາມີວິທີໃດ ເພື່ອຊຸກຍູ້ອຸດ ສາຫະກຳທ່ອງທ່ຽວ. ເມື່ອເບິ່ງບົດຮຽນນີ້ແລ້ວ ພວກເຮົາຈຶ່ງມາງົມເບິ່ງຫົວເຂົ່າຕົນເອງເບິ່ງວ່າພວກເຮົາຍັງມີຫຍັງທີ່ດີແລ້ວ ແລະ ມີຫຍັງທີ່ຄວນແກ້ ໄຂ.
          ຂ່າວຈາກໜັງສືພິມ Vientiane Times ຂອງພວກເຮົາເອງ ປະຈຳ ວັນທີ 4 ເດືອນກຸມພານີ້ ໄດ້ສະເໜີ ເລື່ອງໜຶ່ງກ່ຽວກັບມາດຕະການເດັດຂາດຂອງມາເລເຊຍຕໍ່ໂຊເຟີ ລົດຕັກຊີທີ່ປະພຶດໂລເລກັບຜູ້ໂດຍສານເຊັ່ນ: ເກັບຄ່າແພງ, ບໍ່ເປີດຈັກບັນທຶກໄລຍະທາງ, ການພາຄົນໂດຍສານໂງ້ງໂຄ້ງ ເພື່ອໂກງເວລາ ຫລື ການຕົວະຍົວະຄົນໂດຍສານ ໂດຍສະ ເພາະແມ່ນນັກທ່ອງທ່ຽວໄປສະຖານທີ່ບໍ່ເໝາະສົມ-ບໍ່ປອດໄພ. ໂທດທີ່ໂຊເຟີໂລເລຈະໄດ້ຮັບກໍຄືຖືກບັງຄັບໃຫ້ພັກວຽກແຕ່ 1 ຫາ 3 ເດືອນ, ຖືກຢຶດໃບຂັບຂີ່ຊົ່ວຄາວ ຫລື ຖືກຢຶດເລີຍ ໃນກໍລະນີມີການກະທຳຜິດແບບບໍ່ເຂັດຫລາບ. ອ່ານບົດນີ້ແລ້ວ ຈານແຍ່ກໍເລີຍຢາກໃຫ້ພາກສ່ວນກ່ຽວຂ້ອງກວດຄືນມາລະຍາດຂອງໂຊເຟີຕັກຊີລາວພວກເຮົາ ທັງນີ້ເພື່ອຮັບປະກັນຄວາມ ປອດໄພ ແລະ ຄວາມອຸ່ນໃຈຂອງນັກທ່ອງທ່ຽວທີ່ພວມຫອມເມືອງລາວພວກເຮົາ.
         ບັນຫາທີສອງນີ້ແມ່ນບົດຮຽນຂອງປະເທດໄທ ເມື່ອປີ 2013 ຜ່ານມາ ຄືທາງກະຊວງຍຸຕິທຳ ແລະ ສານສູງຂອງປະ ເທດນີ້ ໄດ້ຈັດຕັ້ງໃຫ້ມີຫ້ອງການສານປະຈຳແຫລ່ງທ່ອງທ່ຽວສຳຄັນໃນທົ່ວປະເທດ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງ ທ່ຽວໃນກໍລະນີມີບັນຫາ ເພາະນັກທ່ອງທ່ຽວຕ່າງປະເທດນັ້ນມີຕາຕະລາງພັກເຊົາທ່ອງທ່ຽວຈຳກັດ, ຈະເສຍເວລາເວົ້າຄວາມ ກັນຕາມຂັ້ນຕອນປົກກະຕິແມ່ນບໍ່ໄດ້ເດັດຂາດ, ຜ່ານມາເມື່ອມີບັນຫາ, ນັກທ່ອງທ່ຽວຕ່າງປະເທດມັກຈະຖືກກົດດັນ ທັງດ້ານ ພາສາ, ເວລາ ແລະ ການໃຊ້ຈ່າຍ, ບັນຫານີ້ຖ້າຢູ່ບ້ານເຮົາຍັງບໍ່ເຖິງຄາວກໍຂໍໃຫ້ພວກເຮົາຊິຄິດໆໄວ້ກ່ອນຈະດີແລ.
           ອີກເລື່ອງໜຶ່ງ ເມື່ອປີກາຍນີ້ເຊັ່ນດຽວກັນ, ທາງການຫວຽດນາມໄດ້ຈັດຕັ້ງໜ່ວຍງານຕຳຫລວດທ່ອງທ່ຽວໂດຍສະ ເພາະຕາມຄຳສັ່ງຂອງທ່ານນາຍົກ ເພື່ອຮັກສາຄວາມປອດໄພໃຫ້ນັກທ່ອງທ່ຽວ ໂດຍໄດ້ກຳນົດຄຸນສົມ ບັດຂອງເຈົ້າໜ້າທີ່ຢ່າງ ຄັກແນ່, ໃນນັ້ນ ຕ້ອງຮູ້ພາສາຕ່າງປະເທດ ແລະ ໄດ້ກຳນົດໃຫ້ສະຖານທີ່ທ່ອງທ່ຽວໃຫຍ່ໆມີນັກທ່ອງທ່ຽວຕອມຫລາຍຕິດຕັ້ງ ລະບົບສາຍດ່ວນ ເພື່ອຊ່ວຍນັກທ່ອງທ່ຽວເວລາມີເຫດການສຸກເສີນ.
         ຢູ່ ສປ ຈີນ ແລະ ຢູ່ຫລາຍປະເທດທາງການໄດ້ຍົກເລີກປະເພນີເກັບຄ່າບໍລິການຈາກນັກທ່ອງທ່ຽວແບບສອງລະບົບ ເຊັ່ນຄົນທ້ອງຖິ່ນຈ່າຍຖືກ ຄົນຕ່າງປະເທດຈ່າຍແພງ ເພາະເຫັນວ່າມັນເປັນການຈຳແນກ ແລະ ຂາດຄວາມຍຸຕິທຳ. ຈານແຍ່ບໍ່ ແນໃຈວ່າລະບົບນີ້ຢູ່ບ້ານເຮົາຍັງມີຢູ່ບໍ່?. ນີ້ແມ່ນຂໍ້ຄິດ-ຂໍ້ແຍ່ ເພື່ອຮັກສາຖານະ “ເນື້ອຫອມ” ຂອງປະເທດຕໍ່ໜ້າແຂກບ້ານ ແຂກເມືອງເອົາໄວ້ຕໍ່ໄປ.

No comments:

Post a Comment