Ad

Ad

7 February 2014

ລາວຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ ຕ້ານ​ການ​ຄ້າ​ສັດປ່າ​ຜິດກົດໝາຍ



         ຕົວ​ແທນ​ກະຊວງ​ກະສິກຳ-ປ່າ​ໄມ້ຂອງລາວ, ກຽມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ໂລກ ກ່ຽວກັບການ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ສັດປ່າທີ່​ຜິດ​ກົດໝາຍ ຊຶ່ງ​ຈະ​ຈັດ​ຂຶ້ນຢູ່ລອນ​ດອນ ປະ​ເທດ​ອັງກິດ ໃນ​ລະຫວ່າງ​ວັນ​ທີ 11-13 ກຸມພາ 2014, ໂດຍ​ການສະໜັບສະໜູນຈາກ​ສະຖານທູດອັງກິດ​ປະຈຳ​ລາວ​ທີ່​ວຽງຈັນ, ທັງ​ນີ້​ເພື່ອ​ປະກອບສ່ວນ​ຊຸກຍູ້ຕໍ່ຄວາມ​ພະຍາຍາມ​ໃນ​ທົ່ວ​ໂລກ ໃນ​ການ​ຕໍ່ຕ້ານ​ການ​ຄ້າ​ສັດປ່າ​ທີ່​ຜິດ​ກົດໝາຍ.
         ທ່ານ​ຟີ​ລິບ ມາ​ລອນ(Mr Philip Malone) ທູດ​ອັງກິດ​ປະຈຳ​ລາວ ​ກ່າວ​ຕໍ່ສື່​ມວນ​ຊົນ​ໃນ​ຕອນ​ຄ່ຳ​ຂອງວັນ​ທີ 5 ກຸມພາ 2014 ຢູ່ໂຮງ​ແຮມ​ເສດ​ຖາ​ປະລາຊລະບຸ​ວ່າ: ກອງ​ປະຊຸມ​ຈະ​ວາງ​ເປົ້າສຳຄັນໝາຍການ​ປຶກສາ​ຫາລືກ່ຽວກັບ​ບັນຫາ​ການ​ຄ້າສັດປ່າ​ທີ່​ຜິດ​ກົດໝາຍຄ້າຍ​ກັບ​ບັນຫາ​ສິ່ງ​ແວດ​ລ້ອມ. ​ໃນ​ຕົວ​ຈິງ​ແລ້ວ​ການ​ຄ້າສັດປ່າ​ທີ່​ຜິດ​ກົດໝາຍຂ້ອນ​ຂ້າງ​ເປັນ​ອຸດສາຫະ ກຳ ແລະ ສ້າງ​ລາຍ​ຮັບ​ເປັນ​ຈຳນວນ​ຫລາຍ​ໃນ​ແຕ່ລະ​ປີ, ຊຶ່ງ​​ເປັນ​ສິ່ງ​ຈູງ​ໃຈ​ເຮັດ​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ຄວາມ​ບໍ່ໝັ້ນຄົງ, ເປັນ​ບັນຫາໜຶ່ງທີ່​ທ່ວງດຶງ​ຄວາມ​ພະຍາຍາມ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຄວາມ​ຍືນ​ຍົງ​ຂອງ​ການ​ພັດທະນາ ທັງ​​ເປັນ​ການ​ເຊື່ອມ​ໂຍງ​ໄປ​ສູ່​ການກໍ່ການ​ຮ້າຍ​ນຳ​ອີກ. ສະນັ້ນກອງ​ປະຊຸມ​ຄັ້ງນີ້ ຈະ​ເນັ້ນປັບປຸງ​ການ​ບັງຄັບ​ໃຊ້​ກົດ
ໝາຍ, ພາລະ​ບົດບາດ​ຂອງ​ລະບົບ​ຍຸຕິ​ທຳ​ທາງ​ອາຍາ, ຫລຸດຜ່ອນ​ທາງ​ດ້ານ​ຜະລິດ​ຕະພັນ​ສັດປ່າ ​ແລະ ສະໜັບສະໜູນການ​ພັດ
ທະນາ​ທາງ​ດ້ານ​ວິຖີ​ການທຳ​ມາ​ຫາ​ກິນ​ທີ່​ມີ​ຄວາມ​ຍືນ​ຍົງສຳລັບ​ຊຸມ​ຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກການ​ຄ້າສັດປ່າ​ທີ່​ຜິດ​ກົດໝາຍ. ກອງ​ປະຊຸມ​ຍັງ​ຈະ​ເນັ້ນໜັກການ​ປົກ​ປ້ອງ​ສັດສາ​ມສາຍ​ພັນທີ່​​ໂດດ​ເດັ່ນ ​ແລະ ກຳລັງ​ຈະ​ສູນພັນນັ້ນຄື: ຊ້າງ, ​ເສືອ ​ແລະ ໂຕ​ແຮດ ຊຶ່ງ​ສັດ​ເຫລົ່ານີ້​ເປັນ​ເປົ້າໝາຍຫລັກຂອງ​ການ​ກະທຳ​ທີ່​ມີ​ຄວາມ​ຜິດ​ທາງ​ອາຍາ.
     ສປປ ລາວ ​ໄດ້​ຖື​ສຳຄັນ​ຕໍ່ບັນຫາ​ດັ່ງກ່າວ ​ແລະ ກໍ​ມີ​ຜົນ​ກະທົບ​ຈາກ​ການ​ຄ້າສັດປ່າ​ທີ່​ຜິດ​ກົດໝາຍ ​ໂດຍ​ທ່ານ ດຣ ພວງ​ປະ ຣິສັກ ປຣະວົງວຽງຄຳ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ-ປ່າ​ໄມ້ ຊຶ່ງ​ຈະ​ເປັນ​ຕົວ​ແທນ​ຂອງ​ລັດຖະບານ​ລາວ​ນຳພາ​ຄະ ນະ​ໄປ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ແລະ ​ໄດ້​ແຈ້ງໃຫ້ນັກ​ຂ່າວ​ວ່າ: ລັດຖະບານ​ຍາມ​ໃດ​ກໍ​ໄດ້​ມີ​ຄວາມ​ພະຍາຍາມ​​ໃນການສະໜັບ ສະໜູນນະ​ໂຍບາຍ​ຕ້ານ​ສະກັດ​ກັ້ນການ​ຄ້າສັດປ່າ​ທີ່​ຜິດ​ກົດໝາຍ ເພື່ອ​ໃຫ້​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ຕະຫລອດ​ມາ. ​ໃນ​ໂອກາດ​​ເຂົ້າ​ຮ່ວມກອງ​ປະຊຸມ​ຄັ້ງນີ້ ຈະ​ໄດ້​ສະ​ແດງ​ຈຸດ​ຢືນ​ຂອງ​ລັດຖະບານຕໍ່ບັນຫາ​ການ​ຄ້າສັດປ່າ​ທີ່​ຜິດ​ກົດໝາຍ ​ແລະ ​ເປັນ​ການ​ແລກປ່ຽນ ແລະ ຖອດຖອນ​ບົດຮຽນເພື່ອ​ນຳ​ມາ​ສືບຕໍ່ປະຕິບັດຢູ່​ລາວ​ຢ່າງ​ເໝາະສົມ.

No comments:

Post a Comment