Ad

Ad

7 February 2014

ເກີດເຫດໄຟໄໝ້ຕະຫຼາດຢູ່ບ້ານທ່າງ່ອນສົ່ງຜົນໃຫ້ຮ້ານຂາຍເຄື່ອງກວ່າ 20 ຫ້ອງໄດ້ຮັບຄວາມເສຍຫາຍ.



         ເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ມອດໄຟ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ:  ເວລາປະມານ 12 ໂມງ ຂອງຄືນ ວັນທີ 6 ກຸມພານີ້ ໄດ້ເກີດ ເຫດໄຟໄໝ້ຕະຫຼາດແຫ່ງໜຶ່ງຢູ່ບ້ານ ທ່າງ່ອນ ເມືອງໄຊທານີ  ນະຄອນຫຼວງວຽງຈັນ ຊຶ່ງທາງເຈົ້າໜ້າທີ່ໄດ້ໃຊ້ລົດນ້ຳຈຳນວນ 3 ຄັນ ແລະ ໃຊ້ເວລາກວ່າ 1 ຊົ່ວໂມງເພື່ອ ຄວບຄຸມເພີງບໍ່ໃຫ້ລຸກໄໝ້ເປັນວົງກວ້າງ ແຕ່ກໍເຮັດໃຫ້ຮ້ານຂາຍເຄື່ອງຫຼາຍກວ່າ 20 ຫ້ອງໄດ້ຮັບຜົນເສຍຫາຍ ໂດຍສ່ວນຫລາຍແມ່ນປະເພດຮ້ານຂາຍເຄື່ອງແຫ້ງ, ເສື້ອ ຜ້າ ແລະ ເຄື່ອງສຽງ, ຊຶ່ງຈຸດເກີດເຫດ ແມ່ນເກີດຂຶ້ນຢູ່ຮ້ານຂາຍເຄື່ອງ ສຳອາງ ແລະ ເສື້ອຜ້າ, ແນວໃດກໍດີສາເຫດ ແລະ ຜົນເສຍຫາຍທັງໝົດທາງເຈົ້າໜ້າທີ່ ຍັງຢູ່ໃນຂະ ບວນການເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນລະອຽດຕື່ມ ແລະ ສະເພາະ ໃນຕົ້ນປີມານີ້ຢູ່ ນະຄອນຫຼວງວຽງຈັນ ມີສະ ພາບອັກຄີໄພເກີດຂຶ້ນ 18 ຄັ້ງ, ໃນນີ້ມີໄຟໄໝ້ປ່າ 3 ຄັ້ງ ລວມມູນຄ່າເສຍຫາຍ ຫຼາຍກວ່າ 30 ຕື້ກີບ. ສ່ວນຫລາຍແມ່ນຍ້ອນ
ສາເຫດໄຟຟ້າລັດວົງຈອນ, ໄຕ້ທູບທຽນ ບູຊາ ແລະ ບໍ່ລະວັງເລື່ອງການໃຊ້ ຟືນໄຟ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 9 ຄັ້ງ

          ທ່ານ ພັນຕີ ຈັນທະບູນ ມະນີ ວົງວ່າການຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ມອດໄຟ ນະຄອນຫຼວງວຽງຈັນ ກ່າວວ່າ: ປະຈຸບັນສະພາບອາກາດໄດ້ເລີ່ມເຂົ້າສູ່ລະດູແລ້ງຊຶ່ງຈະມີອາກາດຮ້ອນອົບເອົ້າອາດຈະພາໃຫ້ເກີດອັກຄີໄພໄດ້ງ່າຍ ຊຶ່ງ ຜ່ານມາເຫັນວ່າ ການເກີດອັກຄີໄພຢູ່ນະຄອນຫຼວງວຽງຈັນນີ້ແມ່ນມີລັກສະນະເພີ່ມຂຶ້ນໂດຍສະເພາະຢູ່ເຂດຊຸມຊົນໃຫຍ່ຍັງຖື ເບົາຕໍ່ການສະກັດກັ້ນ ແລະ ປ້ອງກັນອັກຄີໄພ
          ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເປັນການສະກັດກັ້ນບັນຫາອັກຄີໄພໃນ ຊ່ວງລະດູແລ້ງທາງເຈົ້າໜ້າທີ່ໄດ້ເພີ່ມາດຕະການປ້ອງກັນຢ່າງເຂັ້ມງວດບໍ່ໃຫ້ມີການຈູດປ່າຊະຊາຍ ແລະ ເລັ່ງໂຄສະນາແນະນຳ ສະຕິໃນການປ້ອງກັນອັກຄີໄຟໃຫ້ກັບປະຊາຊົນ ແລະ ແນະນຳໃຫ້ມີການຕິດຕັ້ງອຸປະກອນມອດໄຟປະຈຳຢູ່ແຕ່ລະຄອບຄົວ ເຮືອນຊານ ແລະ ສຳນັກງານອົງການຕ່າງໆ, ຂະນະດຽວກັນຍັງໄດ້ຈັດອົບຮົມໜ່ວຍມອດໄຟເຄິ່ງອາຊີບຕາມກຸ່ມບ້ານ ແລະ ຊຸມຊົນເພື່ອຮຽນຮູ້ຍຸດທະວິທີສູ້ຮົບມອດໄຟ ແລະ ການສະກັດກັ້ນອັກຄີໄພເພື່ອທີ່ຈະຊ່ວຍໃນການຄຸ້ມຄອງ ແລະ ປ້ອງກັນ ອັກຄີໄພໃຫ້ມີປະສິດທິຜົນສູງຂຶ້ນ.




No comments:

Post a Comment