Ad

Ad

7 February 2014

ຜູ້ຂັບຂີ່ສ່ວນຫຼາຍຍັງຝ່າຝືນລະບຽບຈະລາຈອນ



       ໃນຂະນະນີ້ເຈົ້າໜ້າທີ່ຈະລາຈອນໄດ້ເພີ້ມທະວີຕິດຕາມກວດກາ ແລະ ຄວບ ຄຸມການຈະລາຈອນຕາມຖະໜົນສາຍ ຕ່າງໆ ບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ ກໍຄື ເຂດແຂວງຕ່າງໆໃນທົ່ວປະເທດ  ເພື່ອສ້າງເງື່ອນໄຂໃຫ້ການສັນຈອນໄປມາຂອງປະຊາ ຊົນ ມີຄວາມສະດວກສະບາຍດີຂື້ນ ແລະ ສາມາດຫຼຸດຜ່ອນການເກີດອຸປະຕິເຫດ ໄດ້ໃນ ລະດັບໃດໜຶ່ງ ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຜູ້ຂັບຂີ່ຈຳນວນໜຶ່ງບໍ່ເອົາໃຈໃສ່ລະ ບຽບຈະລາຈອນລ່ວງລະເມີດປ້າຍຫ້າມ ​ແລະ ​ແລ່ນ​ລົດ​​​ໄວ​ເກີນ​ຂອບ​ເຂດ.  ຊ່ວງ​ຊິງ​ກັນ​ຢ່າງ​ບໍ່​ມີ​ລະບຽບອັນກໍໃຫ້ເກີດມີສະພາບລົດຕິດ, ແອອັດໂດຍບໍ່ເວັ້ນແຕ່ລະວັນ. ໂດຍສະ​ເພາະ​ແມ່ນທາງຮ່ອມ,  ທາງຊອຍ ຕ່າງໆ​ເຊັ່ນ:  ທາງຮ່ອມຕໍ່ໜ້າສວນນ້ຳພຸອອກສູ່ທະນາຄານການຄ້າຕ່າງປະເທດ ເຊື່ອມຕໍ່ເສັ້ນທາງແຄມຂອງ, ເສັ້ນທາງນ້ຳພຸ
ອອກສູ່ໂຮງແຮມ ລາວພາຊາ, ເສັ້ນທາງຮ່ອມຈາກຖະໜົນສາຍລົມເຂົ້າສູ່ຖະໜົນລ້ານຊ້າງຜ່ານກົມ ຕມ, ເສັ້ນທາງອອກຈາກ ເດີ່ນກິລາເຈົ້າອະນຸວົງລຽບຫໍວັດທະນາທຳແຫ່ງຊາດ ຜ່ານບ້ານມີໄຊໄປສູ່ຖະໜົນແຄມຂອງ ແລະ ຈຸດທາງຮ່ອມອື່ນໆ ທີ່ຍັງມີ ຄວາມຄັບແຄບ​ເຖິງວ່າເຈົ້າໜ້າທີ່ໄດ້ຕິດປ້າຍຫ້າມຈອດ​ໄວ້ ແຕ່ເຫັນວ່າຜູ້ຂັບຂີ່ຈຳນວນຫຼາຍຍັງບໍ່ເອົາຫົວຊາຕໍ່ປ້າຍຫ້າມດັ່ງກ່າວ ເອົາລົດຂອງຕົນເຂົ້າຈອດຕັນທັງສອງຝາກທາງ ຫຼື ຈອດຊ້ອນກັນເປັນສອງ-ສາມແຖວສົ່ງ​ຜົນ​ໃຫ້​ມີ​ສະພາບ​​ແອ​ອັດ​ກໍ​ໃຫ້​ເກີດ​ອຸປະຕິ​ເຫດ ​ແລະ ອື່ນໆ. ແຕ່​ບາງ​ຄັ້ງເຈົ້າໜ້າທີ່ຜູ້ມີສິດອຳນາດກໍ​ຍັງ​ຂາດ​ຄວາມ​ເປັນ​ເຈົ້າ​ການ​ຕັກເຕືອນຜູ້ລະເມີດລະບຽບດັ່ງ ກ່າວ ປະປ່ອຍ​​ໄປ​ແລ້ວ​ແຕ່​ສະ​ພາບ​ຂອງ​ມັນ​ຍັງ​ບໍ່​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.


No comments:

Post a Comment