Ad

Ad

7 February 2014

ຕີລາຄາວຽກງານກວດກາການເງິນທົ່ວປະເທດ.



      ກົມກວດກາກະຊວງການເງິນ, ໄດ້ຈັດກອງປະຊຸມວຽກງານກວດກາການເງິນທົ່ວ ປະເທດປະຈຳສົກປີ 2012-2013 ແຕ່ ວັນທີ 6-7 ກຸມພານີ້, ຢູ່ກະຊວງດັ່ງກ່າວເພື່ອສະ ຫລຸບຜົນ ຂອງການເຄື່ອນໄຫວວຽກງານຂອງຂະແໜງກວດກາການເງິນ ໄດ້ຈັດຕັ້ງປະຕິ ບັດໃນສົກປີຜ່ານມາ. ໂດຍສະເພາະແມ່ນໄດ້ກວດເຫັນປະກົດການຫຍໍ້ທໍ້, ການສໍ້ລາດບັງ ຫລວງ, ຜົນເສຍຫາຍຈາກການປະຕິບັດໜ້າທີ່ຂອງພະນັກງານທີ່ບໍ່ສອດຄ່ອງ ກັບລະບຽບ ແລະ ຊ່ອງຫວ່າງຂອງນິຕິ ກຳທີ່ລັດໄດ້ປະກາດໃຊ້ໃນແຕ່ ລະໄລຍະໂດຍການເຂົ້າຮ່ວມຂອງ ທ່ານ ພູເພັດ ຄຳພູນວົງ ລັດຖະ ມົນຕີວ່າການກະຊວງການເງິນ.
      ທ່ານລັດຖະມົນຕີວ່າການກະຊວງການເງິນໄດ້ກ່າວວ່າ: ວຽກງານກວດກາ, ມີຄວາມ ໝາຍສຳຄັນຕໍ່ລະບົບການນຳ ພາຂອງພັກ ແລະ ການຄຸ້ມຄອງ ຂອງລັດເປັນຕົ້ນແມ່ນການ ຄຸ້ມຄອງເສດຖະກິດການເງິນໃນນັ້ນ, ວຽກຄຸ້ມຄອງການເກັບລາຍ ຮັບ ແລະ ລາຍຈ່າຍງົບປະມານ, ສ້າງ ບັນທັດຖານໃກ້ແກ່ ການປະຕິບັດໜ້າທີ່ວຽກງານຂອງພະນັກງານຄຸ້ມຄອງການເງິນໃຫ້ມີ ສະຕິເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການ
ຕ່າງໆ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ ກໍຄືປະກົດການ ຫຍໍ້ທໍ້ຕ່າງໆໃນຂົງເຂດການເງິນລວມ ທັງການຫລົບຫລີກ ການປະຕິບັດພັນທະຕໍ່ງົບປະມານຂອງຜູ້ປະກອບການ;ຕ້ອງເຊີດຊູ ຄວາມຮັບຜິດຊອບ ແລະ ສຸມທຸກຄວາມສາມາດເພື່ອ
ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການເພີ່ມທະວີວຽກງານຕິດຕາມກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃນເງື່ອນໄຂໃໝ່ ແລະ ອື່ນໆໂດຍມີ ຄາດໝາຍຄື: ຈັດຕັ້ງປະຕິບັດຫລັກການລວມສູນລາຍ ຮັບ-ລາຍຈ່າຍງົບປະມານແຫ່ງລັດ, ສູ້ຊົນບຸກບືນສຸດຂີດເພື່ອຂຸດຄົ້ນ ເກັບລາຍຮັບທີ່ບົ່ມຊ້ອນ, ເກັບໃຫ້ໄດ້ໝົດ ແລະ ມອບ ເຂົ້າງົບປະມານໃຫ້ຄົບຖ້ວນ, ຈຳກັດ ແລະ ອັດຊ່ອງຫວ່າງການຮົ່ວໄຫລ ຂອງລາຍຮັບໃຫ້ໄດ້ຢ່າງເປັນຮູບປະທຳ; ຄຸ້ມຄອງ ລາຍຈ່າຍຢ່າງຮັດກຸມມີປະສິດທິຜົນ, ນຳໃຊ້ຖືກເປົ້າໝາຍ, ຕ້ານການຟູມ ເຟືອຍ ດ້ວຍການເພີ່ມທະວີການກວດກາ, ຕິດຕາມ ເປັນລະບົບ, ມີມາດຕະການ ແລະ ປະຕິບັດວິໄນການເງິນຕໍ່ຜູ້ກະທຳຜິດ ຢ່າງເຂັ້ມງວດ ແລະ ທັນການ; ຕິດຕາມການກວດກາ ເປັນປະຈຳການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ ເພື່ອຮັບປະກັນ ຄວາມໂປ່ງໃສ, ບໍລິການວ່ອງໄວ ແລະ ຖືເອົາຜົນສຳ ເລັດຂອງວຽກງານຕົວຈິງ ເປັນໄມ້ຫລາວັດແທກຄຸນນະພາບຂອງພະນັກ ງານ.
         ໃນໄລຍະດຳເນີນກອງປະຊຸມ 2 ວັນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນໃນວຽກງານກວດກາ ແນໃສ່ເພີ່ມທະວີການຕິດຕາມກວດກາ ແລະ ຍົກສູງຄຸນນະພາບ ຂອງວຽກງານກວດກາໂດຍລົງເລິກໃສ່ບັນຫາທີ່ພົ້ນເດັ່ນທີ່ ໄດ້ກວດພົບທັງດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງເພື່ອສະເໜີມາດຕະການ ແລະ ວິທີການແກ້ ໄຂໃນຕໍ່ໜ້າເປັນຕົ້ນແມ່ນ ການນຳເຂົ້າລົດທີ່ບໍ່ຖືກຕ້ອງ, ການກວດກາສົ່ງອອກໄມ້ໄປຕ່າງປະເທດ, ກວດກາການປະຕິບັດວຽກງານວິຊາສະເພາະ ແລະ ການສວຍໃຊ້ໜ້າທີ່ຂອງພະນັກງານ-ລັດຖະກອນ, ການຄຸ້ມຄອງ ແລະ ການຈັດເກັບລາຍຮັບທີ່ເປັນພັນທະອາກອນມອບເຂົ້າ ງົບປະມານ.

No comments:

Post a Comment