Ad

Ad

7 February 2014

ລົງ​ນາມ​ສັນຍາ​ສຳ​ປະທານ​ໂຄງການ​ປູກ​ອ້ອຍ​ຢູ່​ແຂວງ​ຈຳປາ​ສັກ.



      ໃນ​ວັນ​ທີ 6 ກຸມພາ​ນີ້, ຢູ່​ກະຊວງ​ແຜນການ ​ແລະ ການ​ລົງທຶນນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ພິທີ​ລົງ​ນາມ​ສັນຍາ​ສຳ​ປະທານ​ໂຄງການ​ປູກ​ອ້ອຍ, ສ້າງ​ໂຮງງານ​ນ້ຳຕານ, ​ໂຮງງານ​ຜະລິດ​ໄຟຟ້າ​ຈາກ​ສິ່ງ​ເສດ​ເຫລືອ​ອ້ອຍ ແລະ ​ໂຮງງານ​ຜະລິດ​ເອທາ ນ​ອນ ຢູ່​ເມືອງ​ມູນ​ລະ​ປະ​ໂມກ ​ແຂວງ ​ຈຳປາ​ສັກ ລະຫວ່າງ​ລັດຖະບານ​ລາວ ​ຕາງໜ້າ​ໂດຍ​ທ່ານ ດຣ. ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ ​ແລະ ບໍລິສັດ ສີ​ພັນ​ດອນ ບໍລະ​ເວນ​ພັດທະນາ ຈຳກັດ ​ແມ່ນ​ທ່ານ ​ໄຊຊະນະ ທອງ ຄຳ​ຈັນ ຮອງ​ປະທານ​ບໍລິສັດດັ່ງກ່າວ ​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ດຣ. ນາມ ວິ​ຍາ​ເກດ ລັດຖະມົນ ຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.
         ທ່ານ ສະຫລິດ ຕັ້ງຕົງ​ເວດ​ຊະ​ກິດ ຜູ້​ຈັດການ​ບໍລິສັດ ສີ​ພັນ​ດອນ​ ບໍລະ​ເວນ​ພັດທະນາ ຈຳກັດ ກ່າວ​ວ່າ: ​ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ​ໃນ​ການ​ສຳ​ປະທານ​ເນື້ອທີ່​ດິນ​ຊຸດ​ໂຊມ​ຢູ່​ເມືອງ​ມູນ​ລະ​ປະ​ໂມກ ແຂວງ​ຈຳປາ​ສັກ
ຈຳນວນ 6.354 ​ເຮັກຕາ ​ເພື່ອ​ດຳ​ເນີນ​ການ​ປູກ​ອ້ອຍ, ກໍ່ສ້າງ​ໂຮງງານ​ນ້ຳຕານ, ​ໂຮງງານ​ໄຟຟ້າ​ຈາກ​ສິ່ງ​ເສດ​ເຫລືອ​ອ້ອຍ, ປຸຍ​ຊີວະ​ພາບ ​ແລະ ​ໂຮງງານ​ຜະລິດ​ເອທານ​ອນຕາມ​ລຳດັບ, ມີ​ອາຍຸ​ສຳ​ປະທານ 50 ປີ ​ແລະ ສາມາດ​ຕໍ່​ອາຍຸ​ສຳ​ປະທານ​ໄດ້​ຕາມ​ລະບຽບ​ກົດໝາຍ​ຂອງ​ລາວ, ມີ​ມູນ​ຄ່າ​ລົງທຶນ​ປະມານ 165 ລ້ານ​ໂດ​ລາ​ສະຫະລັດ. ປັດຈຸບັນ ​ໂຄງການ​ໄດ້​ສຳ​ເລັດ​ການ​ເພາະ​ພັນ​ອ້ອຍ​ທີ່​ຈະ​ປູກ​ໃນ​​ເນື້ອທີ່​ດັ່ງກ່າວ ​ແລະ ​ເລີ່​ມທົດ​ລອງ​ປູກ​ແລ້ວຫລາຍ​ກວ່າ 100 ​ເຮັກຕາ ແລະ ຈະ​ຂະຫຍາຍ​ການ​ປູກ​ໄປ​ເທື່ອ​ລະ​ກ້າວ. ນອກຈາກ​ນີ້, ບໍລິສັດ​ຍັງ​ຈະ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ຫັນ​ມາ​ປູກ​ອ້ອຍ​ແທນ​ພືດ​ທີ່​ມີ​ລາຍ​ຮັບ​ບໍ່​ສູງ​ຕາມ​ນະ​ໂຍບາຍ 2+3 ຄື​ປະຊາຊົນ​ເປັນ​ເນື້ອທີ່, ​ແຮງ​ງານ ​ແລະ ບໍລິສັດ​ສະໜອງ​ແນວ​ພັນ, ​ເຕັກນິກ ​ແລະ ຕະຫລາດ​ເກັບຊື້.
          ທ່ານ​ຫົວໜ້າ​ພະ​ແນ​ກກະສິກຳ-ປ່າ​ໄມ້​ແຂວງ​ຈຳປາ​ສັກ ກ່າວ​ວ່າ: ​ໂຄງການ​ດັ່ງກ່າວຈະ​ຊ່ວຍ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງ​ລາຍ​ຮັບ​ດີ​ກວ່າ​ເກົ່າ ດ້ວຍ​​ການ​ປູກ​ອ້ອຍ​ສະໜອງ​ໂຮງງານ ​ແລະ ທັງ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຊາດ ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ນຳ​ດ້ວຍ.

No comments:

Post a Comment