Ad

Ad

7 February 2014

ນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍຢ້ຽມຢາມລາວຢ່າງເປັນທາງການ, ສອງຝ່າຍຮ່ວມລົງນາມເອກະສານຫຼາຍສະບັບ.



    ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ, ໄດ້ຮ່ວມລົງນາມເອກະສານຮ່ວມມື ສອງຝ່າຍຫຼາຍສະບັບໃນດ້ານການ ຕ່າງປະເທດ, ການສຶກສາ, ກົດໝາຍ, ວັດທະນະ ທຳ, ສາທາລະນະສຸກ ແລະ ວຽກງານປ້ອງກັນຄວາມສະຫງົບໂດຍການເຂົ້າ ຮ່ວມ ເປັນສັກຂີພິຍານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮູນເຊນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ກຳປູເຈຍ. ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2014 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ.
          ບັນດາເອກະສານທີ່ລົງ ນາມຮ່ວມມືມີຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງກົງສູນໃຫຍ່ລົງນາມໂດຍ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ແລະ ທ່ານ ຮໍ ນຳຮົງ ຮອງ
ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ, ສັນຍາວ່າດ້ວຍການ ສຶກສາ 2014-2018 ລົງນາມໂດຍ ທ່ານ ດຣ ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາລາວ
ແລະ ທ່ານ ຮາງຊຸນ ນາໂລນ ລັດຖະມົນຕີວ່າການກະຊວງສຶກສາ, ຊາວໜຸ່ມ ແລະ ກິລາກຳປູເຈຍ, ເອກະສານຮ່ວມມືລະ ຫວ່າງນະຄອນຫຼວງວຽງຈັນ-ນະຄອນຫຼວງພະນົມເປັນລົງນາມໂດຍ ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ປາ ໂຊເຈຍ ເຕວົງ ເຈົ້າຄອງນະຄອນຫຼວງພະນົມເປັນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານກົດ ໝາຍລົງນາມໂດຍທ່ານ ດຣ ຈະເລີນ ເຢຢ ປາວເຮີລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ທ່ານ ອັງວົງ ວັດທະນາ ລັດຖະ ມົນຕີວ່າການກະຊວງຍຸຕິທຳກຳປູເຈຍ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວັດທະນະທຳ 2014-2017 ລົງ ນາມໂດຍທ່ານ ສາສະດາຈານ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ແລະ ທ່ານນາງ ເພື່ອນ ສັກໂກນາ ລັດຖະມົນຕີວ່າການກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ, ບົດບັນ ທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານສາທາລະນະສຸກລົງນາມໂດຍທ່ານສາສະດາຈານ ດຣ ເອກສະຫວ່າງ ວົງວິຈິດ ລັດ ຖະມົນຕີວ່າການກະຊວງສາທາລະນະສຸກ ແລະ ທ່ານ ມາມ ບຸນໂຮງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກຳປູເຈຍ ແລະ ບົດບັນທຶກຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ລົງນາມ ໂດຍທ່ານ ສົມແກ້ວ ສີລາວົງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບລາວ ແລະ ທ່ານ ແຄ້ມ ຊ້ອມອານ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນກຳປູເຈຍ.
          ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີກຳປູເຈຍເທື່ອນີ້ ແມ່ນຄັ້ງທຳ​ອິດພາຍຫລັງ​ໄດ້​ຮັບ​ການ​ເລືອກ​ຕັ້ງອີກ​ຄັ້ງໜຶ່ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ເປັນ​ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ​ໃນ​ປີຜ່ານມາ, ອັນ ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ມາແຕ່ດົນນານແລ້ວນັ້ນ ໃຫ້ສືບຕໍ່ພັດທະນາ​ດ້ວຍ​ບາດກ້າວ​ໃໝ່ຕໍ່​ໄປ ໂດຍການ​ພົບ​ປະ​ຫາລື​ຮ່ວມ​ກັນ​ຢ່າງ​ເປັນ​ທາງ​ການນັ້ນ ​ທ່ານ​ນາຍົກລັດຖະມົນຕີທັງສອງປະເທດ​ ໄດ້​ແຈ້ງ​ສະພາບ​ການ​ພັດທະນາເສດຖະກິດ-ສັງຄົມ​ໃຫ້​ກັນຊາ​ບ ຕະຫລອດ​ເຖິງ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ໂດຍ​ສະ​ເພາະ ​ທ່ານ​ ທອງ​ສິງ ທຳ​ມະ​ວົງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນເຊນ ທີ່​ໄດ້​ມີ​ນະ​ໂຍບາ​ຍອັນ​ຖືກຕ້ອງ​ໃນ​ການ​ນຳພາ​ປະ​ເທດ ​ແລະ ມີ​ບາດກ້າວ​​ໃໝ່ອັນໜັກ​ແໜ້ນໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ທ່ານ ​ທອງ​ສິງ ທຳ​ມະ​ວົງ ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງທີ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ ​ແລະ ​ເປັນ​ທຳທັງ​ຜ່ານ​ຜ່າ​ໄດ້​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຂຶ້ນ, ພ້ອມ​ນີ້ ກໍ​ໄດ້​ແຈ້ງ​ສະພາບ​ການ​ຂອງ​ລາວ​ ທັງດ້ານ​ການ​ເມືອງ ​ແລະ ​ເສດຖະກິດ-ສັງຄົມ ໂດຍ​ເນັ້ນວ່າ​ ລັດຖະບານ​ລາວ​ພວມ​ເອົາ​ໃຈ​ໃສ່​ຕໍ່ການ​ພັດທະນາ​​ເສດຖະກິດ ​ເປັນ​ໃຈກາງ​ສູ້​ຊົນ​ແຕ່​ນີ້ຮອດ 2015, ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ໃຫ້​​ໄດ້​ 8% ຂຶ້ນ​ໄປ ​ແລະ ຮອດ​ປີ 2020 ​ໃຫ້​ສາມາດ​ນຳພາ​ປະ​ເທດ​ຫລຸດ​ພົ້ນ​ຈາກ​ສະພາວະ​ຄວາມດ້ອຍ​ພັດທະນາ.
          ສອງ​ຝ່າຍ​ໄດ້ສະ​​ແດງ​ຄວາມຊົມ​ເຊີຍ ຕໍ່ຜົນສຳ​ເລັດ​ຂອງ​ຄະນະ​ກຳມາ​ທິການ​ຮ່ວມວ່າ​ດ້ວຍການ​ຮ່ວມ​ມື​ສອງ​ຝ່າຍ​ລາວ-ກຳປູ​ເຈຍ, ກຳປູ​ເຈຍ-ລາວ ຄັ້ງທີ 12 ທີ່​ຊຽມຣຽບ ຣາຊະ​ອານາຈັກ​ ກຳປູ​ເຈຍ ​ໃນ​ຕົ້ນ​ເດືອນ​ມັງກອນຜ່ານ​ມາ ​ໂດຍ​ໄດ້​ເນັ້ນ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ບັນດາ​ຂະ​ແໜງການ​ຕ່າງໆ​ເຫລົ່ານັ້ນ ທັງ​ເພີ່ມ​ທະວີ ​ແລະ ຜັນ​ຂະຫຍາຍ​ເນື້ອ​ໃນຈິດ​ໃຈ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ໃຫ້​ເປັນ​ຮູບ​ປະ​ທຳ ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການເມືອງ ​ແລະ ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ຄົມມະນາຄົມ-​ຂົນສົ່ງ, ການທ່ອງທ່ຽວ, ພະ​ລັງ​ງານ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອານຸພາກພື້ນ, ການ​ຮ່ວມມື​ໃນ​ຂອບ​ສາມຫລ່ຽມ​ມໍ​ລະ​ກົດ ລາວ-ກຳປູ​ເຈຍ-​​ໄທ ​ແລະ​ ການ​ຮ່ວມ​ມື​ກ້ານ​ວັດທະນາ​ທຳ-ສັງຄົ​ມ. ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຄັ້ງນີ້ ຊຶ່ງບໍ່ພຽງ​ແຕ່​ຈະ​ເປັນ​ຂີດ​ໝາຍ​ໃໝ່​ແຫ່ງ​ການ​ເພີ່​ມທະວີ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ​ຕໍ່​ກັນ​ເທົ່າ​ນັ້ນ ຫາກ​ຍັ​ງເປັນການ​​ເພີ່​ມທະວີຄວາມ​ສາມັກຄີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ໃນ​ການ​ພົວພັນ​ຮ່ວມ​ມື ​ເພື່ອ​ການ​ພັດ​ທະນາ​ຄອບຄົວ​ອາ​ຊຽນອີກ​ດ້ວຍ.
        ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ສົມເດັດ ອັກຄະມາຫາ ເສນາບໍດີ ເຕໂຈ ຮຸນເຊນ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ ຈູມ​ມາລີ ​​ໄຊຍະ​ສອນ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ແລະ ພົບປະຢ້ຽມຢາມທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ການ​ພົບ​ປະ​ໂອ້​ລົມ​ຜູ້ນຳ​ລາວ ຕ່າງ​ຝ່າຍ​ກໍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ ​ແລະ ຊົມ​ເຊີຍ​ຕໍ່​ສາຍ​ພົວພັນ​ຂອງ​ທັງ​ສອງ​ປະ​ເທດ ທີ່​ເປັນ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນ​ສອງ​ຊາດ​ຢ່າງ​ແທ້​ຈິງ. ການ​ພົບ​ປະ​ນຳ​ເນີນ​​ໄປ​ດ້ວຍ​ບັນຍາກ​າດແຫ່ງ​ໄມຕີ​ຈິດ​ມິດຕະພາບ​ທີ່​ສະໜິດສະໜົມ, ອົບ​ອຸ່ນ ​ແລະ ​ເຂົ້າອົກ​ເຂົ້າ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງ. ຈາກ​ນັ້ນ ຄະນະ​ຜູ້​ແທນ​​ກຳປູ​ເຈຍ ​ກໍ​ໄດ້​​ໄປ​ວາງ​ພວງມາລາ​ທີ່​ອານຸສາວະລີ​ນັກຮົບ​ນິລະ​ນານ.
        ການ​ຢ້ຽມຢາມ​ ສປປ ລາວ ຢ່າງ​ເປັນ​ທາງ​ການ ຂອງສົມເດັດ ອັກຄະມາຫາ ເສນາບໍດີ ເຕໂຈ ຮຸນເຊນ  ນາຍົກລັດຖະ ມົນຕີ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ ຄັ້ງນີ້ ຖື​ວ່າ​ເປັນ​ຂີດ​ໝາຍ​ໃໝ່ ​ແຫ່ງ​ການ​ຮັດ​ແໜ້ນ​ສາຍພົວພັນ ​ແລະ ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ລະ​ຫວ່າງປະຊາຊົນ​ຊາດລາວ ​ແລະ ກຳປູ​ເຈຍ ​ໃຫ້​ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ. 



No comments:

Post a Comment