Ad

Ad

26 August 2014

ລາຄາສິນຄ້າຢູ່ຕະຫຼາດໃນນະຄອນຫຼວງວຽງຈັນສືບຕໍ່ແພງຂຶ້ນ



    ປັດຈຸບັນລາຄາສິນຄ້າປະເພດເຄື່ອງບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກຕ່າງໆ ທີ່ນຳມາວາງຂາຍຢູ່ຕາມຕະຫຼາດຕ່າງໆ ໃນນະຄອນຫຼວງວຽງຈັນມີສະພາບການ ເໜັງຕີງແພງຂຶ້ນໂດຍສະເພາະແມ່ນສັດນ້ຳທຳມະຊາດປະເພດ: ປາດຸກ, ປາຄໍ່, ກົບ ແລະ ອ່ຽນ ອັນເນື່ອງມາຈາກສັດນ້ຳປະເພດດັ່ງກ່າວມີທ່າອ່ຽງຫຼຸດໜ້ອຍ ແລະ ບໍ່ ສາມາດຕ້ອງການຂອງຜູ້ບໍລິໂພກໄດ້.
         ຜ່ານຈາກການລົງຕິດຕາມສະພາບລາຄາຊີ້ນ, ປາ, ອາຫານ ແລະ ພືດຜັກ ຕ່າງໆຂອງນັກຂ່າວພວກເຮົາຢູ່ຕາມຕະຫຼາດ ຫຼາຍແຫ່ງໃນນະຄອນຫຼວງວຽງຈັນເຫັນວ່າລາຄາສິນຄ້າມີການ ເໜັງຕີງເພີ່ມຂຶ້ນ ເລັກໜ້ອຍເຊັ່ນ:ຫອມບົ່ວລາຄາສະເລ່ຍ 15-18 ພັນກີບ/ກິໂລ, ຫອມປ້ອມລາຄາ ສະເລ່ຍ 30-35 ພັນກີບຕໍ່ກິໂລ, ໝາກເຜັດ ລາຄາສະເລ່ຍ 15-20 ພັນກີບຕໍ່ກິໂລ, ໝາກເລັ່ນ ກິໂລລະ 8-10 ພັນກີບ, ໝາກນາວກິ ໂລລະ 8-10 ພັນກີບ ແລະ ພືດຜັກ
ອື່ນໆ ເນື່ອງຈາກໄລຍະນີ້ໄດ້ ເລີ່ມເຂົ້າສູ່ທ້າຍລະດູຝົນ ອາກາດຈະບໍ່ອຳນວຍໃຫ້ແກ່ການ ປູກພືດຕາມລະດູການ ແລະ ຂະນະ ດຽວກັນລາຄາປະເພດຊີ້ນ, ປາກໍມີການເໜັງຕີງເລັກໜ້ອຍ ເປັນຕົ້ນຊີ້ນງົວມີລາຄາ 70-75 ພັນກີບ/ກີໂລ, ຊີ້ນໝູລາຄາ 30- 40 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ ລາຄາ 16-20 ພັນກີບ/ກິໂລ, ສຳລັບສັດນ້ຳ ທຳມະຊາດຄື ກົບ, ອ່ຽນມີລາ ຄາ 60-75 ພັນກີບ/ກິໂລ ແລະ ປາ ດຸກທຳມະຊາດລາຄາກວ່າ 1 ແສນກີບ/ກິໂລ.

No comments:

Post a Comment