Ad

Ad

26 August 2014

ເດືອນສິງຫານີ້ສະພາບຂີ້ລັກ-ງັດແງະ ມີທ່າອ່ຽງຫລຸດລົງ



    ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫລັງກຳລັງເຈົ້າໜ້າທີ່, ໄດ້ເພີ່ມກຳລັງການຕິດຕາມກວດກາ, ສະກັດກັ້ນ ແລະ ມ້າງກຸ່ມ ຄົນບໍ່ດີທີ່ເຄື່ອນໄຫວກໍເຫດລັກ ຊັບ, ງັດແງະໃນຕົວເມືອງນັບ ແຕ່ທ້າຍເດືອນກໍລະກົດເປັນຕົ້ນມາ ປາກົດວ່າສະພາບດັ່ງກ່າວ ມີທ່າອ່ຽງຫລຸດລົງຫລາຍເມື່ອ ທຽບກັບແຕ່ກ່ອນຄື ເດືອນກໍລະ ກົດທີ່ມີສະພາບຂີ້ລັກ-ງັດແງະເກີດ ຂຶ້ນ 23 ຄັ້ງ, ໃນນີ້, ງັດແງະເຮືອນປະຊາຊົນ 10 ຄັ້ງ, ບໍລິ ສັດ, ໂຮງຈັກໂຮງງານ 9 ຄັ້ງ, ຮ້ານຄ້າ 2 ຄັ້ງ, ທຸບແວ່ນລົດ 6 ຄັ້ງ ແລະ ໂຮງແຮມ 1 ຄັ້ງ, ມີຊັບ ສິນເສຍຫາຍ 160 ລ້ານກວ່າກີບ, 2 ແສນກວ່າບາດ (ສະກຸນເງິນ ໄທ), 69 ພັນກວ່າໂດລາສະ ຫະລັດ, 5 ພັນຢວນ (ສະກຸນເງິນ ຈີນ), ຄຳຮູບປະພັນໜັກ 10 ບາດ ແລະ ອື່ນໆຫລາຍລາຍການ, ເຖິງວ່າສະພາບການດັ່ງ ກ່າວຈະມີທ່າອ່ຽງຫລຸດລົງກໍຕາມ, ແຕ່ກໍຮຽກຮ້ອງໃຫ້ປະຊາຊົນສືບຕໍ່ເພີ່ມສະຕິລະມັດລະວັງສູງກວ່າເກົ່າ, ເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ໃນການສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີເພື່ອແກ້ໄຂເຫດການເກີດຂຶ້ນໄດ້ທ່ວງທັນ.

No comments:

Post a Comment