Ad

Ad

28 August 2014

ເພີ່ມຄວາມຮູ້ການຈັດລາຍການ ແລະ ຂຽນຂ່າວວິທະຍຸໃຫ້ສື່ມວນຊົນ



      ບັນດາສື່ມວນຊົນ, ຈາກຂະ ແໜງການອ້ອມຂ້າງແຂວງຄຳ ມ່ວນເຊັ່ນ: ປກຊ, ປກສ, ຊາວ ໜຸ່ມ, ກຳມະບານ ແລະ ຂະ ແໜງວິທະຍຸກະຈາຍສຽງຈຳ ນວນ 19 ຄົນ, ຍິງ 7 ຄົນ, ໄດ້ຮັບ ການຍົກລະດັບຄວາມຮູ້ພື້ນຖານການຈັດລາຍການ ແລະ ຂຽນ ຂ່າວວິທະຍຸເປັນເວລາ 5 ວັນແຕ່ ວັນທີ 25-29 ສິງຫານີ້.    
       ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນແລກປ່ຽນຄວາມຮູ້,ປະສົບການກ່ຽວກັບການສົ່ງ ຂ່າວທາງອິນເຕີເນັດ, ການ ດຳເນີນລາຍການ ແລະ ວຽກງານ ເຕັກນິກ, ການຂຽນລາຍການ ວາລະສານ ແລະ ລາຍການ ບັນເທີງ, ການຂຽນສະປອດ ທາງ ວິທະຍຸ, ການໃຊ້ໂປຣ ແກຣມຕັດຕໍ່ ແລະ ການຜະລິດລາຍການ, ການບັນທຶກສຽງໃນ ລາຍການ ແລະ ອື່ນໆ. ນອກນີ້, ຍັງໄດ້ ຮ່ວມຈັດລາຍການກັບໂຄສົກຂອງວິທະຍຸກະຈາຍສຽງແຂວງຄຳມ່ວນ, ຮ່ວມຂຽນຂ່າວ ແລະ ລາຍງານຂ່າວຕົວຈິງກັ ບພະນັກງານຂ່າວຂອງວິທະຍຸ.
    ໃນໂອກາດກ່າວເປີດຊຸດເຝິກອົບຮົມຄັ້ງນີ້, ທ່ານ ບຸນທະວີ ສີສົມບັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນກໍຄືການຈັດລາຍ ການ ແລະ ການລາຍງານຂ່າວໃຫ້ເກີດຜົນສຳເລັດດີຂຶ້ນກວ່າເກົ່າ.

No comments:

Post a Comment