Ad

Ad

27 August 2014

ສະພາຫາລືຄືນການກະກຽມກອງປະຊຸມໄອປາຄັ້ງທີ 35



    ໃນວັນທີ 26 ສິງຫານີ້, ອະ ນຸກຳມະການຕ່າງໆທີ່ຈະຮັບໃຊ້ກອງປະຊຸມສະມັດຊາລັດ ຖະສະພາລະຫວ່າງຊາດອາຊຽນ (AI PA) ຄັ້ງທີ 35 ທີ່ ສປປ ລາວໄດ້ ຮັບກຽດເປັນເຈົ້າ ພາບທີ່ຈະ​ຈັດ ຂຶ້ນໃນລະຫວ່າງ​​ວັນທີ 14-20 ກັນຍາ 2014, ໄດ້ຮ່ວມກັນ ປືກສາຫາລືຄືນ ດ້ານເນື້ອໃນທີ່ຈະ ນຳເຂົ້າໃນກອງປະຊຸມເປັນຕົ້ນ:ດ້ານເສດຖະກິດ, ວັດທະນະທຳ- ສັງ ຄົມ, ເນື້ອໃນຂອງກອງ ປະຊຸມຄະນະສະມາຊິກສະພາແຫ່ງຊາດເພດຍິງ ແລະ ເນື້ອໃນຂົງ ເຂດວຽກງານຈັດຕັ້ງພາຍໃນກອງປະຊຸມໄອປາ. ລວມເຖິງ ການ​ແບ່ງ​ງານ, ​ແບ່ງ​ຄວາມ​ຮັບຜິດຊອບ ​ແລະ ອື່ນໆ ເຫັນວ່າມີຄວາມພ້ອມເປັນຢ່າງດີ ແລະ ກອງປະຊຸມໄດ້ຕີລາ ຄາລວມວ່າ: ແຕ່ລະອະນຸກຳມະການສາມາດກຳໄດ້ຈຸດປະສົງຕົ້ນຕໍ ແລະ ວາງຄາດໝາຍ ໃນການເປັນເຈົ້າພາບກອງປະຊຸມດັ່ງກ່າວໄດ້ເປັນ ຢ່າງດີ, ໂດຍ​ສະເພາະແນວທາງນະໂຍ ບາຍຂອງພັກ-ລັດ, ແນວທາງການຕ່າງປະເທດໃນການ ເຊື່ອມໂຍງກັບພາກພື້ນ ແລະ ສາກົນບົນພື້ນຖານຮັບປະກັນຜົນປະ ໂຫຍດສູງສຸດຂອງປະເທດຊາດ, ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບກໍຄືການນຳໃຊ້ກຳລັງແຮງສັງ
ລວມທາງດ້ານຄວາມຮູ້, ຄວາມ ສາມາດ, ປະສົບການຈາກທຸກພາກສ່ວນເພື່ອຮັບປະກັນ ເຮັດໃຫ້ການຈັດກອງປະຊຸມໄດ້ຮັບ​ຜົນສຳເລັດເປັນຢ່າງດີ, ພ້ອມກັນນັ້ນ, ແຕ່ລະອະນຸກຳມະການ, ຍັງຈະໄດ້ກວດຄືນແຜ ນວຽກທີ່ຍັງບໍ່ທັນຈະແຈ້ງ, ບໍ່ທັນ ລະອຽດຮອບດ້ານເພື່ອສືບຕໍ່ກະກຽມທັງຄາດຄະເນບາງບັນຫາທີ່ອາດຈະເກີດຂຶ້ນໃນເວລາ ດຳເນີນກອງປະຊຸມ, ເພື່ອມີ ມາດຕະການ, ວິທີການຮັບມື ແລະ ແກ້ໄຂຢ່າງທັນການ.
     ກອງປະຊຸມປືກສາຫາລືຄັ້ງນີ້, ໂດຍການເປັນປະທານຂອງທ່ານ ດຣ ໄຊສົມພອນ ພົມວິຫານ ຮອງ​ປະທານສະພາ​ແຫ່ງ​ຊາດ.​

No comments:

Post a Comment