Ad

Ad

28 August 2014

ໜ່ວຍສິລະປະຊ້ອມໃຫຍ່ກຽມສະແດງຮັບໃຊ້ກອງປະຊຸມໄອປາ



    ປັດຈຸບັນ, ບັນດາກົມ-ກອງສິ ລະປະການສະແດງອ້ອມຂ້າງສູນກາງມີຄວາມ ພ້ອມຫລາຍເພື່ອກຽມສະແດງສິລະປະວັດທະນະທຳຮັບໃຊ້ກອງປະຊຸມສະມັດ ຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ເຊິ່ງຈະຈັດຂຶ້ນໃນເດືອນກັນຍາທີ່ ຈະເຖິງນີ້, ທີ່ ສປປ ລາວ ແລະ ໃນວັນທີ 27 ສິງຫານີ້, ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກໍຄືບັນ ດາກົມ-ກອງສິລະປະການສະແດງ ໄດ້ຈັດ ພິທີຊ້ອມໃຫຍ່ການສະແດງດັ່ງກ່າວທີ່ໂຮງຮຽນສິລະປະແຫ່ງຊາດ, ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມຊົມ.
      ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ການຝຶກຊ້ອມສິລະປະການສະແດງ ເພື່ອກະກຽມສະແດງຮັບໃຊ້ກອງປະຊຸມດັ່ງກ່າວໄດ້ເລີ່ມຊ້ອມມາ ເປັນເວລາ 1 ເດືອນ
ແລ້ວ, ມາ ຮອດປັດຈຸບັນແມ່ນມີຄວາມ ພ້ອມ 100% ເຊິ່ງມີນັກສະແດງ ເຂົ້າຮ່ວມ 400 ກວ່າຄົນທີ່ຈາກກົມ-ກອງຕ່າງໆ ອ້ອມຂ້າງສູນກາງ. ໂດຍມີຫລາຍລາຍການສະແດງທີ່ໜ້າປະທັບໃຈລ້ວນແຕ່ສ່ອງແສງໃຫ້ເຫັນເຖິງວັດທະນະທຳຮີດຄອງປະ ເພນີຂອງປະຊາຊົນລາວບັນດາເຜົ່າ ແລະ ຂອງປະເທດເພື່ອນມິດອາຊຽນໂດຍສະເພາະບັນດາປະເທດໄອປາ.

No comments:

Post a Comment