ເຈົ້າໜ້າທີ່ ປກສ ແຂວງ ບໍລິຄຳໄຊໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີເມື່ອ
ວັນທີ 22 ສິງຫາຜ່ານມານີ້ວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງພວມ ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າຜິດກົດໜາຍມາຈາກເມືອງຄຳເກີດ,
ແຂວງບໍລິຄຳໄຊ, ຈຶ່ງໄດ້ວາງກຳລັງສະກັດຢູ່່ຕາມຈຸດຕ່າງໆພໍຮອດເວລາ 17:00 ໂມງ ຂອງວັນດັ່ງກ່າວ,
ຈຶ່ງໄດ້ພົບ ເຫັນລົດໂຕໂຍຕ້າຟໍຈູເນີບໍ່ມີເລກທະບຽນແລ່ນດ້ວຍຄວາມໄວສູງ ມາຕາມສາຍທາງເລກ
13 ໃຕ້ ມຸ່ງໜ້າເຂົ້າເມືອງປາກຊັນ, ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກ ລົດໃຫ້ຈອດ ແຕ່ລົດຄັນດັ່ງກ່າວບ່ໍຈອດ
ແລະ ພະຍາຍາມຂີ່ຫລົບໜີ, ເຈົ້າໜ້າທີ່ຈຶ່ງໄລ່ຕິດຕາມໄປ ຮອດບ້ານຊະນະໄຊ, ເມືອງປາກຊັນ,
ຈຶ່ງສາມາດຢຸດລົດຄັນດັ່ງກ່າວ ເຊິ່ງຂັບຂີ່ໂດຍທ້າວ ຄຳຫັ່ງ ແສງທິລາດ ອາຍຸ 37 ປີຢູ່ບ້ານ
ທົ່ງຈະເລີນ ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ກວດຄົ້ນ ພາຍໃນລົດພົບກັນຊາອັດແທ່ງ
ຈຳນວນ 13 ມັດ, ນ້ຳໜັກ 579 ກິໂລ, ຈຶ່ງໄດ້ຈັບຕົວຜູ້ຂັບຂີ່ ແລະ ຍຶດລົດພ້ອມຂອງກາງໄວ້ດຳ
ເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຜູ້ຕ້ອງຫາສາລະພາບກັບ
ເຈົ້າໜ້າທີ່ວ່າ: ໄດ້ເຄື່ອນໄຫວຄ້າ ຂາຍຢາເສບຕິດປະເພດກັນຊາ ມາແລ້ວ 2 ຄັ້ງ, ໂດຍຊື້ກັນຊາ
ນຳປະຊາຊົນຈຳນວນໜຶ່ງແລ້ວນຳໄປຂາຍໃຫ້ແມ່ຄ້າຢູ່ປະເທດເພື່ອນບ້ານ, ສຳລັບຄັ້ງນີ້ເປັນ
ຄັ້ງ ທີ 3 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.
No comments:
Post a Comment