ເມື່ອບໍ່ດົນມານີ້, ຜູ້ຕາງໜ້າ ຈາກບໍລິສັດ ເອສທີ
ກລຸບ (ST Group), ເຊິ່ງ ເປັນຕົວແທນຈຳໜ່າຍຜະລິດຕະພັນເຄື່ອງ ດື່ມບຳລຸງກຳລັງຍີ່ຫໍ້
M150 ແຕ່ພຽງຜູ້ ດຽວໃນ ສປປ ລາວ ໄດ້ມອບ ເງິນຈຳນວນ 32 ລ້ານກີບຜ່ານ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງໆ
ຫລວງພະບາງ ເພື່ອປະກອບ ສ່ວນອຸປະຖຳງານບຸນຫໍ່ເຂົ້າປະດັບດິນ ແລະ ແຂ່ງຂັນຊ່ວງເຮືອປະເພນີເດືອນ
9 ປະຈຳປີ ພສ 2557 ຢູ່ແຂວງຫລວງພະ ບາງ ເມືອງມໍລະດົກໂລກທີ່ຫາກໍສຳເລັດໄປດ້ວຍບັນຍາກາດຄືກຄື້ນມ່ວນຊື່ນເມື່ອ
ທ້າຍອາທິດຜ່ານມານີ້, ເຊິ່ງການອຸປະຖຳຄັ້ງນີ້, ສະແດງໃຫ້ເຫັນເຖິງການຖືສຳ ຄັນໃນສົ່ງເສີມການປົກປັກຮັກສາຮີດຄອງປະ
ເພນີ ແລະ ວັດທະນາທຳອັນດີງາມຂອງຊາດໃຫ້ຢູ່ຄຽງຄູ່ກັບປະຊາຊົນລາວບັນດາເຜົ່າຢ່າງຍືນຍົງ ແລະ
ຊົງຄຸນຄ່າຕະຫລອດ ໄປ.
No comments:
Post a Comment