ວັນທີ 27 ສິງຫານີ້ທ່ານ ດຣ ຈັນທະໄລ ໄຊຍະວົງ
ຫົວໜ້າຂະແໜງລະບາດວິ ທະຍາ, ພະແນກສາທາລະສຸກນະ ຄອນຫຼວງວຽງຈັນ, ໄດ້ໃຫ້ສຳພາດຕໍ່ ນັກຂ່າວພວກ ເຮົາວ່າ:
ພາຍຫຼັງທີ່ມີການລະບາດຂອງພະຍາດອີ ໂບລາຢ່າງແຜ່ຫຼາຍ, ຢູ່ທະວີບ ອາຟຣິ ກາໃນ 1 ເດືອນຜ່ານມາ,
ອົງການອະນາໄມໂລກໄດ້ແຈ້ງເຕືອນໃຫ້ບັນດາປະເທດຕ່າງໆ ທົ່ວໂລກເຝົ້າລະວັງການລະບາດພະຍາດດັ່ງກ່າວເພື່ອບໍ່ໃຫ້ມີການລະບາດມາສູ່ປະເທດ ຂອງຕົນ,
ເຊັ່ນດຽວກັນກັບປະເທດລາວພວກເຮົາກໍໄດ້ຮ່ວມກັບອົງການອະນາໄມໂລກ ເຝົ້າລະວັງພະຍາດດັ່ງກ່າວ,
ຊຶ່ງໃນຕົ້ນເດືອນສິງຫານີ້ທາງກະຊວງສາທາລະນະ ສຸກກໍໄດ້ ອອກແຈ້ງການເຕືອນໃຫ້ທຸກພະແນກ, ຂະແໜງການໃນຂອບເຂດທົ່ວປະເທດ ເຝົ້າລະວັງ ພະຍາດອີໂບລາ, ໂດຍສະເພາະແມ່ນຢູ່ ນະຄອນຫຼວງວຽງຈັນກະຊວງສາທາລະນະ ສຸກໄດ້ແຕ່ງຕັ້ງໜ່ວຍງານເຝົ້າລະວັງ,
ຂະແໜງລະບາດວິທະຍາ, ພະແນກສາທາລະ ນະສຸກນະຄອນຫຼວງວຽງຈັນເອົາໃຈໃສ່ ເຝົ້າລະວັງພະຍາດດັ່ງກ່າວຢູ່
ດ່ານຂົວມິດຕະພາບລາວ-ໄທ ແລະ ສະໝາມບິນສາກົນ ວັດໄຕ, ໂດຍເລັ່ງໃສ່ກວດກາປະຫວັດ
ຜູ້ທີ່ເດີນທາງມາຈາກປະເທດທີ່ມີ
ການລະບາດຂອງພະຍາດດັ່ງ ກ່າວຄື: ປະເທດກີເນຍ (Guinea), ເຊຣາລີໂອນ (Sierra Leone), ລີ ເບີເຣຍ(Liberia) ແລະ ໄນຈີເຣຍ
(Nigeria), ເຫຼົ່ານີ້ເປັນຕົ້ນ, ເພື່ອ ເປັນການປ້ອງກັນແຕ່ຫົວທີ ແລະ ຕອບ ໂຕ້ທັນເວລາຖ້າຫາກພົບກໍລະນີຜູ້ຕິດເຊື້ອ,
ເຖິງຢ່າງໃດກໍດີ ຜ່ານຈາກກວດກາເຝົ້າລະວັງຢູ່ສະຖານທີ່ດັ່ງກ່າວແຕ່ກາງເດືອນສິງ ຫາມາຮອດປັດຈຸບັນແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອ
ແລະ ກໍລະ ນີຜູ້ສົງໃສ, ແຕ່ສາ ທາກໍຈະສືບຕໍ່ເພີ່ມທະວີເຝົ້າລະວັງຈົນ ກວ່າພະຍາດຈະເຊົາ.
ທ່ານຫົວໜ້າຂະແໜງລະ ບາດວິທະຍາ, ພະແນກສາທາ ລະນະສຸກນະຄອນຫຼວງວຽງຈັນໃຫ້ຮູ້ອີກວ່າ:
ມາຮອດປັດຈຸບັນ ຢູ່ທະວີບອາຟຣິກາມີຜູ້ຕິດເຊື້ອພະຍາດອີໂບລາແລ້ວ 2400 ກວ່າ ຄົນ ແລະ ເສຍຊີວິດ
ແລ້ວ 1500 ກວ່າຄົນ.
No comments:
Post a Comment