Ad

Ad

28 August 2014

ນະຄອນຫລວງຈັນຕຳຫລວດຈະລາຈອນ 300 ຄົນຊ່ວຍລະບາຍການສັນຈອນຮອງຮັບສົກຮຽນໃໝ່



     ທ່ານພັນໂທ ຍຸດຕະພົງ ສຸວັນ ນະສິງ ຮອງຫົວໜ້າພະແນກຈະລາຈອນນະ ຄອນຫລວງວຽງຈັນໃຫ້ສຳພາດຕໍ່ສື່ໃນວັນທີ 27 ສິງ ຫານີ້ວ່າ: ເພື່ອເຮັດໃຫ້ການ ເປີດສົກຮຽນໃໝ່ 2014-2015 ຢູ່ນະຄອນຫລວງວຽງຈັນມີຄວາມສະຫງົບປອດ ໄພ ແລະ ການສັນ ຈອນມີຄວາມສະດວກຄ່ອງຕົວບໍ່ແອອັດ ແລະ ຫລີກເວັ້ນບໍ່ ໃຫ້ມີອຸປະຕິເຫດເກີດຂຶ້ນ. ພວກເຮົາ ໄດ້ວາງ ກຳລັງເຈົ້າໜ້າທີ່ປະມານ 300 ຄົນ, ເຂົ້າປະຈຳໃນຈຸດ ຕ່າງໆທີ່ມີໂຮງຮຽນ ແລະ ສະ ຖາບັນການສຶກສາເຊັ່ນ: ໂຮງ ຮຽນນີຕາ, ສະນະພົນ, ມ ຕົ້ນສີ ຖານເໜືອ ມ ຕົ້ນສີໄຄ ຄິວລົດ ສອງແຖວສີໄຄ ແລະ ມສ ວຽງ ຈັນ - ຮ່າໂນ້ຍ (ມສ ສີໂຄດເກົ່າ) ເມືອງ ສີໂຄດຕະບອງ ເມືອງສີ ສັດຕະນາກມີ ໂຮງຮຽນວິລະ ດາ, ຫ້ອງການປົກຄອງເມືອງ, ໂຮງຮຽນລາວ-ຝລັ່ງ, ມສ ເພຍ ວັດ, ສາມແຍກເຮືອນພັກແອນນີ ວົງ, ຕະຫລາດສວນມອນ, ວົງ ວຽນ 5 ເມສາ, ວົງວຽນວິທະຍາ ໄລຄອມເຊັນ
ເຕີ, ວົງວຽນດົງ ປ່າລານ, ສາມແຍກໂພນສີ ນວນ, ສາມແຍກຕະຫລາດທົ່ງ ພານທອງ, ແຍກສວນ 23 ສິງ ຫາ, ສາມແຍກ ໂພນປ່າເປົ້າ, ສາມ ແຍກໂຮງຮຽນດອນນົກຂຸ້ມ ແລະ ໜ້າຕະຫລາດສະພານ ທອງ, ເມືອງຈັນທະບູລີມີ: ໄຟ ແດງສາຍລົມ- ສາມແຍກສາຍ ລົມ, ສີ່ແຍກໄຟແດງສີດຳດວນ, ສາມແຍກຮ້ານອາຫານສົມບູນ,ສາມແຍກໜ້າກົມກົງສູນ, ສີ່ ແຍກໄຟແດງ ດົງໝ້ຽງ, ສາມ ແຍກປ້ຳ ນ້ຳມັນດົງປ່າແຫລບ, ສາມແຍກບ້ານສະຫວ່າງ, ໂຮງ ຮຽນລຽວໂຕ້, ໂຮງຮຽນກ້າວ ໜ້າ, ສາມ ແຍກໂຮງແຮມເສດ ຖາປາ ລາສ, ໂຮງຮຽນປະຖົມ ນາໄຮ່ດຽວ, ສີ່ແຍກຮ່ອງໄກ່ ແກ້ວ, ຕະຫລາດໂພນຕ້ອງສະ ຫວ່າງ, ສາມແຍກຮ່ອງຄ້າ ແລະ ໂຮງ ຮຽນຫງວຽນຢູ, ເມືອງໄຊ ເຊດຖາມີ: ສີ່ແຍກໄຟແດງໂພນ ໄຊ, ສາມແຍກທູດຫວຽດນາມ, ວິທະຍາໄລວຽງຈັນຄໍເລດ, ວົງ ວຽນທາດຫລວງ, ໂຮງຮຽນ ສິນທະລັກ, ຕະຫລາດທາດ ຫລວງ, ສາມແຍກຫົວຂົວ ແລະ ໂຮງຮຽນປາດຖະໜາ, ເມືອງ ໄຊທານີມີ: ໂຮງຮຽນດອນໜູນ ແລະ ໂຮງຮຽນວັດໃໝ່, ໂຮງ ຮຽນສາທິດ, ໂຮງຮຽນພອນ ສະຫວັນ, ໂຮງຮຽນເຄວິນ, ສະ ຖາບັນການທະນາຄານ, ໂຮງ ຮຽນຕານມີໄຊ ແລະ ມສ ທ່າ ງ່ອນ, ເມືອງຫາດຊາຍຟອງມີ: ໂຮງຮຽນມານະຈິດ ແລະ ມສ ສາລາຄຳ, ເມືອງນາຊາຍທອງ ມີ: ມສ ນາຊາຍທອງ, ມ ຕົ້ນສີ ເກີດ, ສາມແຍກນາຄູນນ້ອຍ, ໜ້າສຳນັກປົກຄອງເມືອງນາ ຊາຍທອງ ແລະ ສາມແຍກໂຮງ ງານທີໂອ, ນອກຈາກນີ້, ຍັງຈັດ ວາງກຳລັງຕາມຈຸດສຳຄັນຈຳ ນວນໜຶ່ງຄື: ຄິວລົດສາຍເໜືອ, ຕະຫລາດຂົວດິນ, ວົງວຽນ 450 ປີ, ແຍກກະຊວງປ້ອງກັນປະເທດ, ຈຸດລ້ຽວກັບໜ້າວັດ ໂພນພະເນົາ, ມສ ມິດຕະພາບ ລາວ-ຫວຽດ, ແຍກຫລັກ 5, ໄຟແດງ ມສວຽງຈັນ ແລະ ສາມແຍກໜ້ອງສ້າງທໍ່ເປັນຕົ້ນ. ເພື່ອປະຕິບັດໜ້າທີ່ຊ່ວຍອຳນວຍ ຄວາມສະດວກໃຫ້ການສັນຈອນໃນຕົວ ເມືອງແຕ່ລະຈຸດທີ່ມີຄວາມສັບສົນໃນໂມງເລັ່ງ ດ່ວນດັ່ງກ່າວໃຫ້ມີສະພາບການສັນ ຈອນຄ່ອງຕົວວ່ອງໄວ.
    ທ່ານພັນໂທ ຍຸດຕະພົງ ກ່າວວ່າ: ນອກຈາກນີ້, ຍັງຈະໄດ້ສົມທົບແໜ້ນກັບລາຍການສັນຈອນປອດໄພທາງຄືນ FM 101,5 ຂອງສະຖານີວິທະຍຸກະຊວງປ້ອງກັນຄວາມສະຫງົບ ເພື່ອເອົາພາບການສັນຈອນຕົວຈິງຈາກກ້ອງວົງຈອນປິດໃນຕົວເມືອງມາ ລາຍງານໃຫ້ຜູ້ຂັບຂີ່ໄດ້ຮັບຊາບວ່າໃນໄລຍະເວລານັ້ນ, ມີເສັ້ນທາງໃດແດ່ທີ່ມີສະພາບ ການສັນຈອນແອອັດເພື່ອໃຫ້ຜູ້ຂັບຂີ່ສາ ມາດຫລີກໄປນຳໃຊ້ ເສັ້ນທາງອື່ນ, ເພື່ອຮັບປະກັນໃຫ້ການສັນຈອນໄປມາບົນທ້ອງຖະໜົນໃນຕົວເມືອງມີຄວາມສະດວກ ແລະ ປອດໄພໄດ້ເປັນຢ່າງດີ.

No comments:

Post a Comment