Ad

Ad

24 December 2014

ເກີດອຸປະຕິເຫດລົດຈັກຕຳທ້າຍລົດພວງ ເສຍຊີວິດ 1 ຄົນ



    ເຈົ້າໜ້າທີ່ຈະລາຈອນໃຫ້ຮູ້ ວ່າ: ໃນຕອນເຊົ້າຂອງວັນທີ 22 ທັນວາຜ່ານມາ, ຢູ່ເຂດເສັ້ນທາງບ້ານສາລະຄຳ ເມືອງຫາດ ຊາຍ ຟອງ ນະຄອນຫລວງວຽງ ຈັນ ໄດ້ເກີດເຫດລົດຈັກໝາຍເລກທະບຽນ ຍກ 0244 ກຳແພງນະຄອນ, ເຊິ່ງຂັບຂີ່ໂດ ຍທ້າວ ສາຍ ສຸວັນນາ ອາຍຸ 22 ປີ, ອາຊີບກຳ ມະກອນ, ພັກເຊົາຢູ່ບ້ານນາໄຮ່, ເມືອງ ຫາດຊາຍຟອງ ແລະ ຜູ້ ຊ້ອນຊື່ນາງ ແສງ ອາຍຸ 18 ປີ, ກຳມະກອນ ພັກເຊົາຢູ່ບ້ານ ຈອມເພັດ ເມືອງສີສັດຕະນາກ, ເຊິ່ງຂັບຂີ່ມາແຕ່ທາງບ້ານນາໄຮ່ມຸ້ງໜ້າ ໄປທາງຕະ ຫລາດສາລະຄຳພໍມາຮອດຈຸດເກີດເຫດໄດ້ໄປຕຳເອົາທ້າຍລົດພວງໜາຍເລກ ທະບຽນ ບກ 5186 ກຳແພງ ນະຄອນທີ່ບັນທຸກລັງເບຍເຕັມຄັນລົດຢ່າງຮຸນແຮງ, ເຊິ່ງຂັບຂີ່ ໂດຍທ້າວ ນ້ອຍ ອາຍຸ 28 ປີ, ຢູ່ບ້ານໜອງຄັນຄູ ເມືອງ ນາຊາຍທອງ ທີ່ຈອດໄວ້ຢູ່ແຄມທາງເພື່ອລໍຖ້າເຂົ້າໄປໂຮງງານເບຍ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ຜູ້ຂັບ ຂີ່ລົດຈັກເສຍຊີວິດຄາທີ່ ແລະ ຜູ້ຊ້ອນບາດເຈັບ.   
       ສ່ວນສາເຫດຂອງການເກີດອຸປະຕິເຫດພວມຢູ່ໃນການສືບສວນ-ສວບສວນຂອງເຈົ້າໜ້າທີ່.


No comments:

Post a Comment