Ad

Ad

15 December 2014

ສະ​ເຫລີ​ມສະຫລອງ​ວັນ​ສາກົນ​ຕ້ານ​ການ​ຄ້າ​ມະນຸດ 12 ທັນວາ ຄົບຮອບ 14 ປີ



      ເຊົ້າວັນ​ທີ 12 ທັນວາ​ນີ້, ຄະນະ​ຊີ້ນຳ​ລະດັບ​ຊາດ​ຕ້ານ​ການ​ຄ້າ​ມະນຸດ ​ໄດ້​ຈັດ​ງານ​ໂຮມ​ຊຸມ​ນຸມ​ສະ​ເຫລີ​ມສະຫລອງ​ວັນສາ ກົນ​ຕ້ານ​ການ​ຄ້າ​ມະນຸດ 12 ທັນວາຄົບຮອບ 14 ປີ​ຂຶ້ນ ຢູ່ຫໍ​ປະຊຸມ​ແຫ່ງ​ຊາດ ​ໂດຍ​ການ​ເປັນ​ປະ ທານ​ຂອງ​ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ປະທານ​ຄະນະ​ຊີ້ນຳ​ລະດັບ​ຊາດ​ຕ້ານ​ການ​ຄ້າ​ມະນຸດ, ມີ​ບັນດາ​ທູ ຕານຸທູດ, ຜູ້ຕາງໜ້າອົງການ​ຈັດ ຕັ້ງ ສາກົນ ​ແລະ ຊາວ​ນະຄອນ ຫລວງ​ວຽງ​ຈັນ​ເຂົ້າຮ່ວມ​ຫລາຍ​ກວ່າ 1.000 ຄົນ.
      ທ່ານ​ຮອງ​ນາຍົກ ມີ​ຄຳ​ເຫັນ​ຕໍ່​ພິທີ​ວ່າ: ນັບ​ແຕ່​ປີ 2004 ເປັນ ຕົ້ນມາ, ລັດຖະບານ ​ໄດ້​ເອົາ​ໃຈ​ໃສ່ ​ແລະ ຖື​ສຳຄັນ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ, ​ໄດ້​ຮ່ວມ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ, ອົງ ການ​ຈັດຕັ້ງສາກົນ, ອົງການ​ຈັດ ຕັ້ງທີ່​ບໍ່​ສັງກັດ​ລັດຖະບານ ​ແລະ ອົງ ການ​ທາງ​ສັງຄົມດຳ​ເນີນ​ໂຄງການ ​ແລະ ກິດຈະກຳ​ຕ່າງໆ ​ເພື່ອ​ຕອບ​ໂຕ້​ການ​ຄ້າ​ມະນຸດ​ຢ່າງ​ຕັ້ງໜ້າ ​ແລະ ​ສາ​ມາດ​ເຮັດ​ສຳ​ເລັດ​ໃນ​ຫລາຍ​ດ້ານ, ວຽກ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ລັດຖະບານ​ໄດ້​ມີ​ກົນ​ໄກ​ຕ້ານ​ການ​ຄ້າ​ມະນຸດ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໂດຍ​ໄດ້​ສ້າງຕັ້ງຄະນະ​ຊີ້ນຳ​ລະດັບ​ຊາດ​ຕ້ານ​ການ​ຄ້າ​ມະນຸດ ​ແຕ່​ປີ 2004 ​ແລະ ມີ​ກອງ​ເລຂາ​ລະດັບ​ຊາດ​ຕ້ານ​ການ​ຄ້າ​ມະນຸດ​ເປັນ​ເສນາ​ທິການ​ເຮັດ​ວຽກ​ຕົວ​ຈິງ ​ໂດຍ​ມີ​ແຜນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສະກັດ​ກັ້ນ ​ແລະ
ຕ້ານ​ການ​ຄ້າ​ມະນຸດ​ເປັນອັນ​ສະ​ເພາະລວມ ທັງ​ໄດ້​ສະໜອງ​ງົບປະມານ​ເພື່ອ​ຈັດຕັ້ງປະຕິບັດ​ແຜນ​ງານ​ດັ່ງກ່າວ, ​ໄດ້​ມີ​ກົດໝາຍ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ການ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ ພ້ອມ​ທັງ​ໄດ້​ນຳ​ໃຊ້​ກົດໝາຍ​ເຫລົ່ານັ້ນດຳ​ເນີນ​ຄະດີ​ຕໍ່​ຜູ້​ກະທຳ​ຜິດ ​ແລະ ຊ່ວຍ​ເຫລືອ​ຜູ້​ເຄາະ​ຮ້າຍ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ກັນນັ້ນ ຍັງ​ໄດ້​ເຂົ້າ​ເປັນ​ພາຄີ ​ແລະ ​​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ສົນທິສັນຍາ​ສາກົນ​ຫລາຍ​ສະບັບ​ທີ່​ກ່ຽວຂ້ອງ​ກັບ​ກາ​ນຕ້ານ​ການ​ຄ້ມະນຸດ ​ເປັນຕົ້ນ​ແມ່ນ​ສົນທິສັນ ຍາ​ວ່າ​ດ້ວຍ​ສິດທິ​ມະນຸດ, ການ​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ແບບ​ມີ​ການຈັດຕັ້ງ, ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ສະກັດ​ກັ້ນ, ປາບ​ປາມ ​ແລະ ລົງ​​ໂທດ​ຕ້ານ​ການ​ຄ້າ​ມະນຸດ ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງ ​ແລະ ​ເດັກ​ນ້ອຍ, ສົນທິສັນຍາ​ວ່າ​ດ້ວຍ​ແຮງ​ງານ, ການ​ລຶບລ້າງ​ການ​ເປັນ​ຂ້າ​ທາດ, ການ​ຄ້າຂາຍ​ຜູ້​​ເປັນ​ທາດ, ສະ​ຖາ​ບັນ ​ແລະ ການ​ກະທຳ​ໃນ​ລັກສະນະ​ຄື​ທາດ, ການ​ລຶບລ້າງ​ທຸກ​ຮູບ​ແບບ​ການ ຈຳ​ແນ​ກຕໍ່​ແມ່ຍິງ ​ແລະ ສົນທິ ສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ ​ແລະ ອື່ນໆ.
     ທ່ານ​ຮອງ​ນາຍົກ ກ່າວ​ອີກ​ວ່າ: ວັນ​ທີ 12 ທັນວາ ​ແມ່ນ​ວັນ​ທີ່​ບັນດາ​ປ​ະ​ເທດ​ໃນ​ໂລກ​ໄດ້​ລົງ​ນາມ​ອະນຸລັກ​ສັນຍາ​ວ່າ​ດ້ວຍ​ການ​ສະກັດ​ກັ້ນ, ປາບ​ປາມ ​ແລະ ລົງ​ໂທດ​ການ​ຄ້າ​ມະນຸດ ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງ ​ແລະ ເດັກ ນ້ອຍ ​ເພີ່ມ​ຕື່ມ​ໃຫ້​ແກ່​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ຕ້ານ​ອາດຊະ ຍາ​ກຳ​ຂ້າມ​ຊາດ​ແບບ​ມີ​ການຈັດ ຕັ້ງ, ສຳລັບ ສປປ ລາວ ​ໄດ້​ລົງ​ນາມ​ອະນຸ​ສັນຍາ​ດັ່ງກ່າວ​ໃນ​ປີ 2001 ​ແລະ ​ໄດ້​ສັດຕະຍາບັນ​ໃນ​ວັນ​ທີ 26 ກັນຍາ 2003 ​ແລະ ນັບ​ແຕ່​ປີ 2007 ​ເປັນ​ຕົ້ນມາ ບັນດາ​ປະ​ເທດ​ພາຄີ​ຈຶ່ງ​ໄດ້​ກຳນົດ​ເອົາ​ວັນ​ທີ 12 ທັນວາຂອງ​ທຸກໆ​ປີ ເປັນ​ວັນ​ສາກົນ​ເພື່ອ​ຕ້ານ​ການ​ຄ້າ​ມະນຸດ ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ປຸກລະດົມ​ກຳ ລັງ​ແຮງ​ທົ່ວ​ສັງຄົມ ກໍ​ຄື​ວົງ​ຄະ ນາ​ຍາດ​ສາກົນ ​ເພື່ອ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຕ້ານ​ການ​ຄ້າ​ມະນຸດ ເຊິ່ງ​ໃນ​ຊຸມ​ປີຜ່ານມາ ​ເຈົ້າໜ້າ​ທີ່​ຕຳຫລວດ, ​ໄອ​ຍະ​ການ​ປະຊາຊົນ ​ແລະ ສານ​ປະຊາຊົນ ສາມາດ​ນຳ​ເອົາ​ຜູ້​ກະທຳ​ຜິດ​ມາ​ລົງ​ໂທດ​ໄດ້​ຫລາຍ​ພໍ​ສົມຄວນ​ເຊັ່ນ: ປີ 2013- 2014 ​ໄດ້​ດຳ​ເນີນ​ຄະດີ​ຄ້າ​ມະນຸດ​ທັງ​ໝົດ 90​ ​ເລື່ອງ, ມີ​ຜູ້​ຖືກ​ຫາ 129 ຄົນ, ຍິງ 89 ຄົນ, ຜູ້​ຖືກ​ເຄາະ​ຮ້າຍ 242 ຄົນ, ຍິງ 51 ຄົນ​, ​ໃນ​ນັ້ນ ມີ​ເດັກ​ທີ່​ອາຍຸ​ຕ່ຳ​ກວ່າ 18 ປີ 109 ຄົນ, ຍິງ 102 ຄົນ. ພ້ອມ​ນັ້ນ ຍັງ​ເປີດ​ໃຊ້​ໂທລະສັບ​ສາຍ​ດ່ວນ 1300 ​ເພື່ອ​ຮັບ​ແຈ້ງ​ຄວາມ​ກ່ຽວ​ກັບ​ການ​ຄ້າ​ມະນຸດ​ທີ່​ຂຶ້ນກັບ​ກະ ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ​ໂທລະສັບ​ສາຍ​ດ່ວນ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ເບີ 1362 ທີ່​ຂຶ້ນກັບ​ສູນ​ກາງ​ສະ ຫະພັນ​ແມ່ຍິງ​ລາວ ​ແລະ ສະ ໜອງ​ການ​ຊ່ວຍ​ເຫລືອ​ອັນ​ຈຳ​ເປັນ​ດ້ານ​ການ​ກິນ​ຢູ່​ພັກ​ເຊົາ, ດ້ານ​ການ​ແພດ, ດ້ານ​ກົດໝາຍ, ການ​ເຝິກອົບຮົມ​ວິຊາ​ຊີບ ​ແລະ ການ​ກັບ​ຄືນ​ສູ່​ສັງຄົມ​ແກ່​ຜູ້​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທັງ​ໝົດ​ທີ່​ກ່າວ​ມານັ້ນ ຖື​ເປັນ​ຜົນສຳ​ເລັດ​ໜຶ່ງ​ຂອງ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ​ໃນ​ຊຸມ​ປີຜ່ານມາ. ສຳລັບ​ການສະ​ເຫລີ​ມສະຫລອງ​ວັນ​ສາກົນ​ຕ້ານ​ການ​ຄ້າ​ມະນຸດ​ຂອງ​ລາວ​ເຮົາ​ປີນີ້​ແມ່ນ​ເປັນ​ປີ​ທີ 14 ​ແລ້ວ. ດັ່ງນັ້ນ ​ໂອກາດ​ນີ້ ຂ້າ ພະ​ເຈົ້າ ຈຶ່ງ​ຮຽກຮ້ອງ​ໃຫ້​ທົ່ວ​ສັງ ຄົມ ກໍ​ຄື​ອົງການ​ຈັດຕັ້ງທາງ​ພັກ​ລັດ ​ແລະ ​ເອກະ​ຊົນ, ພາກສ່ວນ​ທຸ ລະ​ກິດ ​ແລະ ປະ ຊາຊົນ​ບັນດາ​ເຜົ່າ ຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຊ່ວຍ​ກັນ​ຕ້ານ​ການ​ຄ້າ​ມະນຸດ.
      ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ໂອ ກາດ​ສະ​ເຫລີ​ມສະຫລອງ​ວັນ​ສາ ກົນ​ຕ້ານ​ການ​ຄ້າ​ມະນຸດ ວັນ​ທີ 12 ທັນວາ 2014 ນີ້, ທ່ານ​ນາຍົກ ລັດ ຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຍັງ​ໄດ້​ສົ່ງ​ສານ​ຮຽກຮ້ອງ​ມາ​ຍັງ​ປະ ຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ສາມັກຄີ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຢ່າງ​ຕັ້ງໜ້າ ​ແລະ ​ເປັນ​ຂະ​ບວນຟົດຟື້ນ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ການ​ຕົນ, ຕັ້ງໜ້າ​ຈັດຕັ້ງຜັນ​ຂະຫຍາຍ​ແນວທາງ​ຂອງ​ພັກ, ກົດ​ລະບຽບ​ຂອງ​ລັດ ​ແລະ ສົນທິສັນຍາ​ສາ ກົນ​ກ່ຽວ​ກັບ​ການ​ຕ້ານ​ການ​ຄ້າ​ມະນຸດ​ທີ່ ສປປ ລາວ ​ເຂົ້າ​ເປັນ​ພາ ຄີ ​ໃຫ້​ເປັນ​ກາ​ນກະທຳ​ຕົວ​ຈິງ, ສາມັກຄີ​ ​ແລະ ຮ່ວມ​ກັບ​ປະຊາ​ຊາດ​ໃນ​ທົ່ວ​ໂລກ​ໃນ​ການ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ​ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ.

No comments:

Post a Comment