Ad

Ad

29 January 2014

ປະ​ທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ເນັ້ນ​ໃຫ້​ເມືອງ​ສັງ​ທອງ​ສຸມ​ໃສ່​ການ​ພັດທະນາ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເທື່ອ​ລະ​ກ້າວ


     ວັນ​ທີ 27 ມັງກອນ​ນີ້, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ພ້ອມ​ພັນ​ລະ​ຍາ ​ແລະ ຄະນະ​ໄດ້​​ໄປ​ຢ້ຽມຢາມ ​ແລະ ພົບ​ປະ​​ໂອ້ລົມ​ພະນັກງານ​ຫລັກ​ແຫ​ລ່ງ​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ.
     ທ່ານ ບຸນ​ທ່ຽງ ຂຸນ​ສີ ​ເລຂາ​ພັກ​ເມືອງ, ​ເຈົ້າ​ເມືອງ​ສັງ​ທອງ ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ​​ໃນ​ຊຸມ​ປີຜ່ານມາ ແລະ ທິດ​ທາງ​ແຜນການ​ສົກ​ປີ 2013-2014 ​ແລະ ວຽກ​ງານ 3 ສ້າງ​ຢູ່​ເມືອງ​ຕົນ​ວ່າ: ​ເມືອງ​ສັງ​ທອງ​ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ເຊັ່ນ: ພື້ນ ຖານ​ໂຄງ​ລ່າງ ​ເສັ້ນທາງ​ຄົມມະ ນາຄົມ​ຍັງ​ບໍ່​ທັນ​ຮັບປະກັນ​ໄດ້​ສອງ​ລະດູ, ​ໂຮງຮຽນ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ເພາະວ່າ​ໃນ​ແຕ່ລະ​ປີ​ນັກຮຽນ​ໄດ້​ມີ​ໂຕ​ເລກ​ເພີ່ມ​ຂຶ້ນ​ເລື້ອຍໆ, ສຸກສາລາ ​ແລະ ຖົງ​ຢາ​ປະຈຳ​ບ້ານ​ກໍ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພໍ່​ແມ່​ປະຊາຊົນ.
     ສ່ວນ​ວຽກ​ງານ 3 ສ້າງ, ເມືອງ​ສັງ​ທອງ​ແມ່ນ​ໜຶ່ງ​ໃນ 51 ເມືອງ​ທົ່ວ​ປະ​ເທດເປັນ​ເມືອງ​ເຮັດ​ທົດ​ລອງ 3 ສ້າງ ພາຍຫລັງ​ໄດ້​
ຈັດຕັ້ງ​ເຊື່ອມ​ຊຶມ​ມະຕິ 03/ກມສພ ​ແລະ ຄຳ​ສັ່ງ​ເລກທີ 16/ນຍ ຢູ່​ຂັ້ນ​ເມືອງ​ແລ້ວ ​ໃນ​ກາງ​ເດືອນ​ມີນາ 2012 ​ໄດ້​ຫັນ​ເອົາ​

ເປີດໂຄງການບໍລິການຈັດຫາງານ ແລະ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃນລາວ



      ວັນທີ 28 ມັງກອນນີ້, ຢູ່ໂຮງແຮມລາວພາຊານະຄອນຫຼວງວຽງຈັນ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການແຮງງານສາກົນ (ILO) ໄດ້ລົງນາມຂໍ້ຕົກລົງ ແລະ ເປີດໂຕໂຄງການຮ່ວມມືອົງການແຮງງານສາກົນ ແລະ ສປ ຈີນ ປະເທດຕອນໃຕ້ກ່ຽວກັບການສ້າງຄວາມເຂັ້ມແຂງດ້ານການບໍລິການຈັດຫາງານ ແລະ ລະບົບຂໍ້ ມູນຂ່າວສານຕະຫຼາດ ແຮງງານ ໃນ ສປປ ລາວ, ລະຫວ່າງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາ ງານກະຊວງ ແຮງງານ ແລະ ສະຫັວດດີການສັງຄົມ ແລະ ທ່ານ ໂມຣີສິໂອ ບູສສີ ຜູ້ອຳນວຍການຮັບຜິດຊອບຫ້ອງການອົງການແຮງງານ ສາກົນປະຈຳປະເທດ ໄທ, ກຳປູເຈຍ ແລະ  ລາວ, ໂດຍການເຂົ້າຮ່ວມຂອງທ່ານນາງໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າ ການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ລູຊຽວຟິງ ຮອງຫົວໜ້າກົມ ຮ່ວມມືການຕ່າງປະເທດກະຊວງ

ຄວນ​ເຂົ້າ​ໃຈ​ສື່



     ມາດຕາ 2 ຂອງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນໄດ້​ກຳນົດ​ວ່າ: ສື່​ມວນ​ຊົນ​ແມ່ນ​ເວທີ​ຖະ​ແຫລ​ງຂ່າວ, ​ເປັນ​ກະບອກ​ສຽງ​ຂອງ​ອົງການ​ຈັດຕັ້ງພັກ, ລັດ ​ແລະ ສັງຄົມ​ໃນ​ການ​ໂຄສະນາ, ສຶກສາ​ອົບຮົມ​ແນວທາງ​ຂອງ​ພັກ, ລະບຽບ​ກົດ ໝາຍ​ຂອງ​ລັດທັງ​ຕ້ານ​ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ, ຖ້ອຍ​ທຳນອງ​ທີ່​ບິດ​ເບືອນ​ຄວາມ​ເປັນ​ຈິງ, ເປັນ​ເວທີ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ ສິດ​ເປັນ​ເຈົ້າປະ​ເທ​ດຊາດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ.
     ຍ້ອນ​ໄດ້​ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງ​ເຖິງ​ພາລະ​ບົດບາດ​ດັ່ງນີ້ ຈຶ່ງ​ເຮັດ​ໃຫ້​ສື່​ມວນ​ຊົນ​ລາວ​ສາມາດ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ນຳ​ເອົາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ​ໂຄສະນາ​ເຜີຍ​ແຜ່​ໃຫ້​ສັງຄົມ​​ໄດ້​ຮັບ​ຮູ້ ​ແລະ ເຂົ້າ​ໃຈ, ສ່ອງ​ແສງ​ໄດ້​ການ​ພັດທະນາ​ເສດຖະກິດ-ສັງຄົມ, ວຽກ​ດີ​ຄົນ​ເດັ່ນ ​ແລະ ບັນຫາ​ຫຍໍ້​ທໍ້​ທາງ​ສັງຄົມ​ຕ່າງໆ. ​ແຕ່​ຂະນະ​ດຽວ​ກັນ, ວຽກ​ງານ​ສື່​ມວນ​ຊົນ​ກໍ​ຍັງ​ມີ​ຂອດ​ທີ່​ເປັນ​ອັນ​ທ້າ​ທາຍ​ບໍ່​ໜ້ອຍ​ໃນ​ການ​ເຮັດ​ໜ້າ​ທີ່​ຂອງ​ຕົນ ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ບໍ່​ເຂົ້າ​ໃຈ​ຂອງ​ຄົນ​ໃນ​ສັງຄົມ​ຈຳນວນ​ໜຶ່ງໃນ​ນີ້ລວມທັງ​ພະນັກງານ​ລັດຖະກອນ​ຈຳນວນ​ໜຶ່ງ. ຄວາມ​ບໍ່​ເຂົ້າ​ໃຈນີ້​ໄດ້​ກາຍ​ເປັນຄວາມ​ບໍ່​ເຊື່ອ​ໝັ້ນ ​ແລະ ບໍ່​ໃຫ້ການ​ຮ່ວມ​ມື​ຕໍ່​ສື່ ​ເພາະ​ມີ​ຄວາມ​ຄິດ​ພຽງ​ວ່າ​ຢ້ານ​ສື່​ຈະ​ເອົາ​ຈຸດ​ອ່ອນ​ໃນ​ການ​ປະຕິບັດ​ວຽກ​ງານ​ຂອງ​ອົງ​ກອນ ຫລື ຕົນ​ເອງ​ໄປ​ເປີດ​ເຜີຍອັນ​ຈະ​ກະທົບ​ຕໍ່​ວຽກ​ງານ ຫລື ໜ້າ​ທີ່​ຕຳ​ແໜ່​ງ. ມີ​ອົງການ​ຂອງ​ລັດ​ບາງ​ແຫ່ງເມື່ອ​ມີ​ສື່​ນຳ​ສະ​ເໜີ​ເຖິງ​ການ​ປະຕິບັດ​ໜ້າ​ທີ່​ແບບ​ບໍ່​ຊອບ​ມາ​ພາ​ກົນຈົນ​ພາ​ໃຫ້​ເກີດ​ມີ​ຂໍ້​ຂັດ​ແຍ່ງ ແລະ ຫາງ​ສຽງ​ຕໍ່​ວ່າ​ຈາກ​

ຕີລາຄາວຽກງານຈັດຕັ້ງທົ່ວປະເທດປະຈຳປີ 2013



       ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດປະຈຳປີ 2013 ໄດ້ຈັດຂຶ້ນແຕ່ວັນທີ 28-29 ມັງກອນນີ້ ຢູ່ຄະນະຈັດຕັ້ງສູນ ກາງພັກ (ຫລັກ 6) ພາຍໃຕ້ການເປັນປະທານຂອງທ່ານ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ພັກ, ມີບັນດາຫົວໜ້າ, ຮອງຫົວ ໜ້າ ແລະ ພະນັກງານວິຊາການຈັດຕັ້ງຈາກບັນດາແຂວງ, ນະຄອນຫລວງ, ກະຊວງ-ອົງການ ອ້ອມຂ້າງສູນກາງເຂົ້າຮ່ວມເພື່ອຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງຄັ້ງ ທີ IX ຂອງພັກໃນໄລຍະ 1 ປີ ຜ່ານມາເປັນຕົ້ນແມ່ນວຽກງານຈັດຕັ້ງ, ວຽກງານກໍ່ສ້າງພັກ, ກໍ່ສ້າງ ພະນັກງານ ແລະ ປຶກສາຫາລືວຽກງານຈຸດສຸມສຳລັບປີ 2014.
       ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ກ່າວບາງຕອນ ວ່າ: ຜ່ານການຕິດຕາມຂອງພະນັກ ງານຈາກຄະນະຈັດຕັ້ງສູນ ກາງພັກ, ການສ່ອງແສງຂອງຂະແໜງການຂັ້ນສູນກາງຂອງກົມການ ເມືອງ-ຄະນະເລຂາທິການສູນກາງພັກ ແລະ ຕາມການ ລາຍງານຂອງຄະນະຈັດຕັ້ງແຕ່ລະຂັ້ນເຫັນວ່າໃນໄລຍະ 1 ປີ ຜ່ານມາ
ວຽກງານຈັດຕັ້ງ-ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກ ງານໄດ້ມີຜົນສຳເລັດດີພໍສົມ ຄວນ, ບັນດາຄາດໝາຍທີ່ໄດ້ກຳ ນົດຢູ່ໃນມະ ຕິກອງປະຊຸມວຽກ ງານຈັດຕັ້ງທົ່ວປະເທດຄັ້ງທີ IX ສ່ວນຫລາຍແມ່ນໄດ້ຮັບການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດການກໍ່ສ້າງພັກ

ກຽມ​ຈັດປະກວດຮູບຖ່າຍ​ສະຫຼອງ​ຂົວ​ມິດຕະພາບ I ຄົບຮອບ 20 ປີ



     
ໃນ​ວັນ​ທີ 28 ມັງກອນ​ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ, ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໄດ້​ມີ​ພິທີ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​​ການ ຈັດ​ປະ​ກວດ​ຮູບ​ຖ່າຍ​ໃນ​ໂອກາດ​ຄົບຮອບ 20 ປີ​ ຂົວ​ມິດ​ຕະພາບ ລາວ-​ໄທ 1, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະໜຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວແຫ່ງ ສປປ ລາວ ​ແລະ ທ່ານ ຄຳ​ຫຼ້າ ສຸລິ​ລາດ ຫົວໜ້າ​ສະມາຄົມ​ນັກ​ຖ່າຍຮູບ ພ້ອມບັນດາ​ນັກ​ຖ່າຍຮູບ ອາຊີບ ​ແລະ ສະຫມັກ​ຫຼິ້ນເຂົ້າຮ່ວມ.
         ທ່ານ ຫົວໜ້າ​ສະມາຄົມ​ນັກ​ຖ່າຍຮູບນະຄອນຫຼວງ​ວຽງ​ຈັນ ກ່າວວ່າ: ໄດ້​ເລີ່​ມຮັບ​ຮູບ​ຖ່າຍ​ນັບ​ແຕ່​ວັນ​ທີ 28 ມັງກອນ ຈົນ​ເຖິງ ວັນທີ 10 ກຸມພາ 2014 ໂດຍ​ຜູ້ທີ່ສົນໃຈສາມາດ​ສົ່ງ​ຮູບດ້ວຍ​ຕົນ​ເອງ​ຢູ່ສຳນັກງານໜັງສືພິມວຽງ​ຈັນໃໝ່ໂດຍຮູບ ທີ່ຖືກຄັດເລືອກ ແມ່ນຈະນຳເອົາ​ມາ​ຈັດ​ພິມ​ເປັນ​ປື້​ມ​ທີ່ລະນຶກໃຫ້​ທັນ​ກັບ​ການ​ສະຫຼອງ​ວັນ​ຄົບຮອບ 20 ປີ ຂົວ​ມິດຕະພາບ​ ລາວ-​ໄທ 1 ໃນ​​ວັນ​ທີ​ 6 ເມສາ 2014 ທີ່ຈະມາເຖິງ​ນີ້, ລັກສະນະ​ຂອງ​ຮູບ​ພາບ​ທີ່​ນຳ​ເຂົ້າ​ປະ​ກວດ​ຕ້ອງ​​ໃຫ້​ສ່ອດຄ່ອງ​ກັບ 3 ຫົວ​ຂໍ້​ຄື: ຂົວ​ມິດຕະພາບ​ລາວ-​ໄທ, ສີສັນ​ໃນ​ວຽງ​ຈັນ, ໜອງ​ຄາຍ​ເປີດ​ປະຕູ​ສູ່​ອາ​ຊຽນ. ໂດຍ​ສາມາດ​ເຊື່ອມ​ສານ​ໄປ​ເຖິງວິ​ຖີຊີ ວິດຊຸມ​ຊົນ, ພູມ​ປັນຍາ​ທ້ອງ​ຖິ່ນ, ອາຫານ, ສິລະ​ປະວັດ​ທະນາ​ທຳ, ປະ​ເພນີ, ສະຖາປັດຕະຍະກຳແມ່​ນ້ຳຂອງ ​ແລະ ​ແຫຼ່ງທ່ອງ​ທ່ຽວ​ຕ່າງໆຂອງຊາວ​ນະຄອນຫຼວງ​ວຽງ​ຈັນ ແລະ​ ​ແຂວງ​ໜອງ​ຄາຍ ປະ​ເທດ​ໄທ ແລະ ​ເພື່ອ​ເປີດ​ໂອກາດ​ໃຫ້​ນັກ​ຖ່າຍຮູບ ​ແລະ ປະຊາ ຊົນ​ທັງ​ສອງ​ປ​ະ​ເທດ​ທີ່ສົນ​ໃຈ​ໃນ​ການ​ຖ່າຍ​ຮູບ​ໄດ້​ມີ​ເວທີ​ສະ​ແດງ​ອອກ​ເຖິງ​ຄວາມ​ສາມາດ ​ແລະ ເຜີຍ​ຜົນງານ​ສູ່​ສາຍຕາ​ສາທາລະນະ​ຊົນ ເກີດ​ກິດຈະກຳ​ຮ່ວມ​ກັນເສີມ​ສ້າງ​ຄວາມ​ສຳພັນ​ອັນ​ດີ​ໃຫ້​ເກີດ​ຂື້ນ​ລະຫວ່າງ​ປະຊາຊົນ​ທັງ​ສອງ​ປະ​ເທດ.


ເລັ່ງປັບປຸງ​ລະບົບ​ປະສານ​ງານ​ວຽກ​ງານ​ລະ​ເບີດ​ບໍ່​ທັນ​ແຕກຢູ່​ທ້ອງ​ຖິ່ນ



      
    ການ​ປະສານງານ ລະຫວ່າງຂ້ັນສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ ສປປ ລາວ ແມ່ນມີ​ຄວາມ​ສຳຄັນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວມີ​ປະ ສິດທິ​ຜົນ, ດັ່ງນັ້ນ, ​ໃນ​ຕອນ​ເຊົ້າ ວັນ​ທີ 28 ມັງກອນ 2014 ຢູ່​ທີ່​ສູນ​ຮ່ວມ​ມື​ສາກົນ ​ແລະ ຝຶກ​ອົບຮົມ ໄດ້​ຈັດ​ຊຸດສຳ​ມະ​ນາ ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ການ​ປະສານ​ງານ​ກ​ານ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກຢູ່​ທ້ອງ​ຖິ່ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ ຂອງທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງ ການ​ຄະນະ​ກຳ ມະການ​ຄຸ້ມ​ຄອງ​ແຫ່ງ​ຊາດເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ.
          ຊຸດ​ສຳ​ມະ​ນາທີ່​ດຳ​ເນີນ​ເປັນ​ເວລາສອງ​ວັນນັ້ນ ໄດ້​ມີ​ການ​ເຜີຍ​ແຜ່​ດຳລັດ​ຂອງ​ນາຍົກລັດຖະ ມົນຕີວ່າ​ດ້ວຍ​ການ​ແຕ່ງຕັ້ງ ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງຢູ່​ ສປປ ລາວ, ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ ແລະ ​ເຄື່ອນ​ໄຫວ​ຂອງ​ຫ້ອງການ​ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກ​ຄ້າງຢູ່ ສປປ ລາວ ​ແລະ ຂໍ້​ຕົກລົງວ່າ​ດ້ວຍ​
ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກຄ້າງຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນຊຶ່ງ​ໃນ​ນີ້​ໄດ້​ຍົກ​ໃຫ້​ເຫັນ​ພາລະ​ບົດບາດ, ໜ້າ​ທີ່, ສິດ, ໂຄງ​ປະກອບ​ການຈັດຕັ້ງ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ

ຄາດຕະກຳ​ອະດີດນາຍ​ຈ້າງ​ເພື່ອ​ເອົາ​ຊັບ



        ເຈົ້າໝ້າທີ່​ ປກສ ​ແຂວງ​ບໍ່​ແກ້ວ ​ໃຫ້ຮູ້ວ່າ: ພາຍຫລັງໄດ້​ຮັບ​ແຈ້ງ​ຈາກ​ຄອບຄົວ​ຂອງ​ທ້າວ ຟູ​ອານ​ລີ ວ່າຜູ້ກ່ຽວຫາຍ​ໂຕ​ໄປ​ແຕ່​ວັນ​ທີ 11 ມັງກອນ 2014, ຈຶ່ງ​ໄດ້​ມີ​ການ​ຄົ້ນ​ຫາ ​ແລະ ຂຶ້ນ​ເປົ້າໝາຍ ຂັດ​ຈ້ອນ​ການ​ເຄື່ອນ​ໄຫວ ​ແລະ ບຸກຄົນ​ທີ່​ພົວພັນ​ກັບ​ທ້າວ ຟູ​ອານ​ລີ ແລະ ​ສາມາດ​ຂັດ​ຈ້ອນ​ບຸກຄົນ​ທີ່ໝ້າສົງ​​ໄສ 2 ຄົນ ທີ່​ມີ​ການ​ພົວພັນ​ທາງ​ໂທລະສັບ​ເປັນຄັ້ງສຸດ​ທ້າຍ ແລະ ຕົກມາ​ຮອດ​ວັນ​ທີ 21 ມັງກອນ 2014, ກໍ​ສາມາດ​ຈັບ​ຕົວ ຜູ້​ຕ້ອງ​ສົງ​ໄສ 2 ຄົນ​ຄື: ທ້າວ ຝັ້ນ ອາຍຸ 38 ປີ  ​ແລະ ​ທ້າວ ​ໄມ​ຈັນ​ທີ ອາຍຸ 30 ປີ  ທັງ​ສອງ​ຢູ່​ບ້ານ​ປາກ​ງາ​ວ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ.
    ຜ່ານ​ການ​ສອບ​ສວນພວກ​ກ່ຽວ​ສາລະພາບ​ວ່າ: ໄດ້​ຮ່ວມ​ກັນ​ຄາດ​ຕະກຳ​ທ້າວ ຟູອານລີ ເພື່ອເອົາເງິນຂອງຜູ້ຕາຍ ​ເພາະ​ໃນ​ໄລ ຍະ​ຜ່ານ​ມາເຄີຍ​ເຮັດວຽກເປັນກຳມະກອນ​ໃຫ້​ຜູ້​ຕາຍ ​ແລະ ຮູ້​​ວ່າ​ຜູ້​ຕາຍ​ມີ​ເງິນຫຼາຍ ຈຶ່ງ​ເກີດ​​ແນວ​ຄິດ​ຢາກ​ໄດ້​ເງິນ​ຂອງ​ຜູ້ຕ​າຍ ດ້ວຍການ​ວາງ​ແຜນ​ຄາດ​ຕະກຳ​ ​ໂດຍ​ໄດ້​ໂທລະສັບ​ຕົວະ​ຜູ້ຕາຍ​ວ່າຈະ ພາ​ໄປ​ຊື້​ໄມ້​ດູ່​ຢູ່​ແຄມ​ປ່າ ແລະ ມາຮອດວັນທີ 11 ມັງກອນ 2014 ເຊິ່ງເປັນມື້ນັດໝາຍ, ທ້າວ ຝັ້ນ  ແລະ ທ້າວ​ໄມ​ຈັນ​ທີ ໄດ້​ຂີ່​ລົດຈັກ​ຊ້ອນ​ກັນ​ໄປ​ລໍຖ້າ​ຢູ່​ຈຸດ​ນັດ​ພົບກັບຜູ້ຕາຍເຊິ່ງຢູ່ແຄມ ປ່າຫ່າງຈາກບ້ານປະມານ 500 ແມັດ ແລະ ໃນ​ຂະນະ​ທີ່ຜູ້​ຕາຍ​ເຜີ​ຕົວ ທ້າວ ​ໄມ​ຈັນ​ທີ ກໍ​ໄດ້​ໃຊ້​ໄມ້​ຄ້ອນ​ຟາດ​ໃສ່ຫົວ​ຂອງ​ຜູ້​ຕາຍ 1 ຄັ້ງ, ແຕ່ຜູ້​ຕາຍ​ກໍ​ພະຍາ​ຍາມ​ແລ່ນໜີໄປໄດ້​ປະ ມານ 20  ແມັດ ຈຶ່ງລົ້ມ​ລົງ. ຈາກ​ນັ້ນທ້າວ​ຝັ້ນ  ແລະ ທ້າວ​ໄມ​ຈັນ​ທີ ກໍ​ໄດ້​ເອົາ​ໄມ້​ຟາດ​ຊ້ຳ​ອີກ​ຈົນ​ຜູ້ຕາຍ​ເສຍ​ຊີວິດ​​ແລ້ວ​ກໍ​ຄົ້ນ​ເອົາ​ເງິນ​ຂອງ​ຜູ້​ຕາຍ ແລະ ​ພາກັນ​ກັບ​ເມືອ​ເຮື​ອນ ແລະ ຕົກມາຮອດວັນທີ 21 ມັງກອນ 2014 ຈຶ່ງຖືກເຈົ້າ ໜ້າທີ່ຈັບຕົວໄດ້ເພື່ອມາດຳເນີນຄະດີລົງໂທດຕາມລະບຽບກົດໝາຍ.




ເພີ່ມຄວາມຮູ້ດ້ານບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດໃຫ້ພາກລັດ-ເອກະຊົນ.

    ກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ ຮ່ວມກັບບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ (APM LAO) ໄດ້ ຈັດຕັ້ງການສຳມະນາພາຍໃຕ້ຫົວຂໍ້ “ບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ” ໃຫ້ພະນັກງານພາກລັດ ແລະ ພາກເອກະຊົນທີ່ມາຈາກບັນດາກົມ-ສະຖາບັນຂອງທະນາຄານແຫ່ງ ສປປ ລາວ, ກອງທຶນປົກປ້ອງຜູ້ຝາກເງິນ ແລະ ບັນດາສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເຂົ້າຮ່ວມຈຳນວນ 40 ຄົນ ເຊິ່ງໄດ້ຈັດຂຶ້ນໃນວັນທີ 22 ມັງກອນ ຜ່ານມາ ທີ່ທະນາຄານແຫ່ງ ສປປ ລາວ ແລະ ໄດ້ດຳເນີນເປັນເວລາໜຶ່ງມື້ໂດຍການເປັນປະທານຂອງ ທ່ານ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາອຸດສາຫະກຳ-ການຄ້າແຫ່ງຊາດ, ປະທານສະພາບໍລິຫານ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການບໍລິສັດຫຼັກຊັບ APM LAO ຈຳກັດ.
        ການສຳມະນາໃນເທື່ອນີ້ເປັນເວທີປຶກສາຫາລື,  ແລກປ່ຽນ ແລະ ຖອດຖອນບົດຮຽນຜົນຂອງການຈັດຕັ້ງປະຕິບັດວຽກ ງານຕົວຈິງກ່ຽວກັບບັນຊີຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ, ພ້ອມບັນຫາຂໍ້ຄົງຄ້າງ, ສິ່ງທ້າທາຍ, ພາບລວມການ ເຄື່ອນໄຫວ ແລະ ທິດທາງແຜນການໃນຕໍ່ໜ້າເພື່ອພັດທະນາກິດຈະການຂອງສະຫະກອນສິນເຊື່ອ-ເງິນຝາກປະຢັດໃຫ້ເຂັ້ມ ແຂງ ແລະ ຍືນຍົງ, ໃນໂອກາດດຽວກັນຊ່ຽວຊານດ້ານບັນຊີຈາກມະຫາວິທະຍາໄລຊຽງໃໝ່ປະເທດໄທກໍໄດ້ນຳສະເໜີບັນ