Ad

Ad

23 December 2014

10 ເຫດການສຳຄັນຢູ່ລາວໃນປີ 2014



     ປີ 2014 ໄດ້ມີຫລາຍເຫດ ການທາງການເມືອງທີ່ສຳຄັນ ເກີດຂຶ້ນພາຍໃນປະເທດລາວ ພວກເຮົາ, ເຊິ່ງໜັງສືພິມລາວ ພັດທະ ນາ ໄດ້ຄັດຈ້ອນ 10 ເຫດ ການເດັ່ນໃນຮອບປີນີ້ມາໃຫ້ຜູ້ ອ່ານໄດ້ຮັບຮູ້ຄື:
   1.ການສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 65 ປີ (20 ມັງກອນ 1949 - 20 ມັງກອນ 2014), ຢູ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງ ວຽງຈັນ, ໂດຍສະຫາຍເລຂາທິ ການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຕີລາຄາວ່າ: ຕະຫລອດໄລ ຍະ 65 ປີຜ່ານມາ, ກອງທັບປະ ຊາຊົນລາວໄດ້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນຢ່າງຮອບດ້ານ, ເປັນແກ່ນ ສານໃຫ້ແກ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມ ສະຫງົບ ແລະ ເປັນກຳລັງທີ່ມີ ຄວາມຈົ່ງຮັກພັກດີ ແລະ ຊື່ສັດບໍ ລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາ ຊົນ.
    2. ມອບ-ຮັບ ແລະ ເປີດ ນຳໃຊ້ຫໍວັດທະນາທຳ ໄກສອນ ພົມວິຫານຢູ່ບ້ານເກີດຂອງເພີ່ນທີ່ແຂວງສະຫວັນນະເຂດ ຂອງຂວັນ ຈາກ ສສ ຫວຽດນາມ, ໃນ ວັນທີ 7 ມັງກອນ 2014, ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ກໍາມະການກົມການເມືອງສູນກາງພັກ, ທ່ານ ເຈີນ ກວັກ ເວືອງ ເລຂາທິການສູນກາງພັກຫົວໜ້າຫ້ອງວ່າການ ສູນກາງພັກ ກອມມູນິດຫວຽດ ນາມ, ຫໍວັດທະນາທຳ ດັ່ງກ່າວມີເນື້ອທີ່  4.777 ຕາ ແມັດ, ມີອາຄານ 4 ຫລັງ, ລວມ ມູນຄ່າການກໍ່ ສ້າງທັງໝົດ 191 ຕື້ດົງ (ສະກຸນເງິນຫວຽດນາມ), ປັດຈຸບັນຫໍວັດທະນາທຳແຫ່ງ ນີ້, ໄດ້ກາຍເປັນສັນຍາລັກແຫ່ງມິດ ຕະພາບ ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດລາວ- ຫວຽດ ນາມ.

ອົບຮົມ​ທັກສະການ​ສຳພາດ​ຂ່າວ​ໃຫ້​ສື່​ມວນ​ຊົນ​ລາວ



            ວັນ​ທີ 22 ທັນວາ​ນີ້​ກົມ​ສື​ມ່ວນ​ຊົນ, ກະຊວງ​ຖະ​ແຫຼ່ງຂ່າວ​ແລະ​ສື່ສານ​ຫວຽດນາມຮ່ວມ​ກັບ​ສະ​ຖາ​ບັນສື່ມວນ​ຊົນ, ກະ ຊວງ​ຖະດ​ແຫຼ່ງຂ່າວ, ວັດທະນະ ທຳ ແລະ​ ທ່ອງ​ທ່ຽວ​, ​ໄດ້​ເປີດ​ຊຸດ​​​ຝຶກ​ອົບຮົມທັດ​ສະການ​ສຳ​ພາດ​ຂ່າວ​ໃຫ້​ສື​່ມວນ​ຊົນ​ລາວ​ຂຶ້ນ, ຢູ່​ສະ​ຖາ​ບັນ​ດັ່ງກ່າວ, ທີ່ນະຄອນຫຼວງ​ວຽງ​ຈັນ,​​ ໂດຍການເຂົ້າ​ຮ່ວມ​ເປີດ​ພິທີຂອງ​ທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ່ງຂ່າວ, ວັດ​ທະນະ​ທຳ​ ແລະ​ ທ່ຽວ​ທ້ອງ, ທ່ານ ຫວູ​ແທງ​ເຊີນ ຮອງ​ຫົວໜ້າ​ກົມ​ສສື່​ມວນ​ຊົນ, ຖະ​ແຫຼ່ງຖະ​ແຫຼ່ງຂ່າວ​ ແລະ​ ສື່ສານ​ຫວຽດ ນາມ, ມີ​ຫົວໜ້າ​ກົມ, ຫົວໜ້າ​ສະຖາ​ບັນ ​ແລະ​ ຄູ​ອາຈານ, ພ້ອມ​ດ້ວຍ​ນັກ​ສຳ​ມະ​ນາກອນ​ຈາກ​ສູນ ກາງ​ແລະ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.
           ທ່ານ​ ວິ​ໄລ​ທອງ ສີ​ຊາ​ນົນ ອຳນວຍ​ການ​ສະ​ຖາ​ບັນ​ສື່​ມວນ​ຊົນ, ວັດທະນະທຳ ແລະ ທ່ອງ ທ່ຽວມີຄຳເຫັນໃນພິທີ ວ່າ: ​ໂດຍ​ປະຕິບັດ​ຕາມ​ການ​ຮ່ວມ​ມື​ຂອງ ກະຊວງ​ຖະ​ແຫຼ່ງຂ່າວ, ວັດ​ທະ ນະ​ທຳ​ ແລະ​ ທ່ອງ​ທ່ຽວ​ ແລະ ​ຖະ​ຊວງ​ຖະ​ແຫຼ່ງ

ນະຄອນຫລວງ​ວຽງຈັນ: ພຽງ 1 ອາທິດມີອຸປະຕິເຫດເກີດຂຶ້ນ 40 ກໍລະນີ, ມີຜູ້ເສຍຊີວິດ 5 ຄົນ



     ພຽງ 7 ວັນຄື: ນັບແຕ່ວັນທີ 15-21 ທັນວານີ້, ຢູ່ນະຄອນ ຫລວງວຽງຈັນ, ມີອຸ ປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 40 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເມື່ອທຽບກັບອາທິດກ່ອນ ເຫັນວ່າສະພາບເກີດອຸປະຕິເຫດ​ເພີ່ມ​ຂຶ້ນ, ລວມມີມູນ ຄ່າເສຍຫາຍຫລາຍກວ່າ 400 ລ້ານກີບ.
    ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນຕອນຄ່ຳຂອງວັນທີ 15 ຜ່ານມາ, ຢູ່​ເຂດບ້ານ​ໄຮ່ ເມືອງ ໄຊທານີ, ໄດ້ເກີດເຫດລົດຈັກ​ຕຳ​ກັນ ເຮັດໃຫ້ເສຍຊີວິດ 1 ຄົນ, ຕອນທ່ຽງ​ຄືນ​ຂອງ ວັນທີ 16 ຜ່ານ​ມາ,  ຢູ່​ເຂດ​ບ້ານ​ທ່າ​ເດື່ອ ເມືອງ​ຫາດ​ຊາຍ​ຟອງ ລົດບັນທຸກ​ແກ່​ຫີນ-ຊາຍຕຳ​ລົດຈັກ​ ​ເຮັດ​ໃຫ້ ຄົນ​ຂັບ​ ​ແລະ ຜູ້ຊ້ອນເສຍຊີວິດ, ຕົກມາໃນເວລາ​ເກືອບ​ທ່ຽງ​ຄືນ ຂອງວັນທີ 17 ຢູ່​ເຂດ​ບ້ານນາ​ທົ່ມ ເມືອງ​ໄຊ​ທານີ ໄດ້ມີລົດຈັກຕຳ​ກັບ​ລົດ​ໃຫຍ່ ເຮັດໃຫ້ຜູ້ຂັບຂີ່​ລົດ ຈັກເສຍຊີວິດ 1 ຄົນ ແລະ ໃນເວ ລາກາງຄືນຂອງວັນທີ 19 , ຢູ່ ເຂດບ້ານໜອງປາໃນ ເມືອງໄຊ ທານີ ເກີດເຫດລົດໃຫຍ່ຕຳ ລົດຈັກເຮັດໃຫ້ ຜູ້ຂັບຂີ່ລົດຈັກ ເສຍຊີວິດ 1 ຄົນ.
    ເຈົ້າໜ້າທີ່ກົມຈະລາຈອນ ຍັງໃຫ້ຮູ້ຕື່ມອີກວ່າ: ໃນອາທິດ ຜ່ານມານີ້ທົ່ວປະເທດມີສະພາບອຸປະຕິເຫດເພີ່ມຂຶ້ນ 134 ກໍລະນີ, ມີຜູ້ເສຍຊີວິດ 15 ຄົນເພີ່ມຂຶ້ນ 3 ຄົນ, ລວມມີມູນຄ່າເສຍຫາຍ ຫລາຍກວ່າ 1.700 ລ້ານກີບ, ຊຶ່ງອຸປະຕິເຫ ດສ່ວນໃຫຍ່ແມ່ນເກີດ ໃນຍາມຄ່ຳຄືນ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິ, ລະມັດລະວັງໃນ ການຂັບຂີ່ບົນທ້ອງຖະໜົນ ແລະ ປະຕິບັດລະບຽບຈະລາຈອນໃຫ້ ເຂັ້ມງວດກວ່າເກົ່າ.

ສະມາຊິກສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການ ຄຸ້ມຄອງເງິນຕາຕ່າງປະເທດ



     ໃນວັນທີ 22 ທັນວານີ້, ເປັນມື້ທີ 10  ໃນວາລະດຳເນີນ ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດ ທີ VII, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ໃນ ຕອນ ເຊົ້າທ່ານ ດຣ. ສົມ ພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາ ຕ່າງປະເທດ, ຊຶ່ງທ່ານໄດ້ກ່າວ ເຖິງຄວາມຈຳເປັນ ໃນການສ້າງກົດໝາຍດັ່ງກ່າວວ່າ: ວຽກງານ ການຄຸ້ມຄອງເງິນຕາຕ່າງປະເທດແມ່ນ ວຽກງານໜຶ່ງທີ່ມີຄວາມ ສຳຄັນສຳລັບຂະແໜງການເງິນ-ການທະນາຄານເພື່ອ ຮັກສາຄ່າເງິນກີບຕໍ່ເງິນຕາຕ່າງປະເທດໃຫ້ໝັ້ນທ່ຽງ, ປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ການຍົກລະດັບລັດຖະບັນຍັດຂຶ້ນເປັນກົດໝາຍຈະເຮັດໃຫ້ການ ຄຸ້ມຄອງ ເງິນຕາຕ່າງປະເທດມີບ່ອນອີງທີ່ໜັກແໜ້ນຂຶ້ນ ກວ່າເກົ່າ ແລະ ສາມາດຮອງຮັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນນຳອີກ.

ການ​ກໍ່ສ້າງເສັ້ນທາງ​ຖືກ​​ແກ່ຍາວສ້າງ​ຄວາມ​ໜັກ​ໃຈ​​ແກ່​ການ​ສັນຈອນ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ



       ຕົກມາ​ເຖິງ​ລະດູ​ແລ້ງ​ນີ້ ເສັ້ນທາງ​ຄົມມະນາຄົມ​ຫລາຍ​ເສັ້ນ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ສ້ອມ​ແປງຄືນ​ໃໝ່ ​ໂດຍ​ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ບັນດາ​ແຂວງ​ຕ່າງໆ​ ພາຍຫລັງ​ໄດ້​ຮັບ​ຜົນ​ກະທົບ​ເປ່​ເພ​ເສຍ​ຫາຍ​ໜັກ​ຈາກ​ລະດູຝົນ​ຜ່ານ​ມາ, ​ແຕ່​ມາ​ຮອດ​ດຽວນີ້ມີ​ຫລາຍ​​ເສັ້ນບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ ​ແລະ ຖືກ​ແກ່ຍາວສ້າງ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃຫ້​ແກ່​ສັນຈອນ​ໄປມາ​ຂອງ​ປະຊາຊົນ. ຖ້າ​ຍັງ​ຖືກ​ປ່ອຍ ປະ​ລະ​ເລີຍ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງຢ່າງ​ບໍ່​ຮູ້​ສາ​ເຫດ ​ເຊິ່ງ​ຜ່ານ​​ໂທລະສັບ​ສາຍ​ດ່ວນ​ໄປ​ຍັງ​ສະພາ​ແຫ່ງ​ຊາດ ກໍ​ຄື​ສຽງ​ຈົ່ມ​ວ່າຂອງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຮີບ​ຮ້ອນ​ປົວ​ແປງ​ແກ້​ໄຂ​ ຄື​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຈາກ​ດອນ​ໜູນ​ໄປ​ຫາ​ທ່າ​ງ່ອນ, ​ການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງຈາກ​ສາມ​ແຍກ​ທາງ​ເລກທີ 13 ​​ເໜືອ ​ເມືອງ​ໂພນ​ໂຮງ​ຫາ​ສາມ​ແຍກ​ໂພນ​ໝີ​ເຂົ້າສູ່​ເສັ້ນທາງ​ທ່າ​ລາດ ​ແລະ ຈາກ​ເສັ້ນທາງ​ປາກ​ແຈ້ງ​ ​ເມືອງ​ວຽງ​ຄຳ ອອກ​ສູ່ບ້ານ​ນາ​ໂພ ​ແຂວງ​ວຽງ​ຈັນ ​ໄດ້​ຖືກ​ຍົກ​ລະດັບ​ໜ້າ​ທາງ​ມາ​ເປັນ​ປີ​ແລ້ວ, ​ແຕ່​ມາ​ຮອດ​ດຽວນີ້ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​.​ ເຊັ່ນ​ດຽວ​ກັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຈາກ​ເທສະ​ບານ​ແຂວງ​ເຊ​ກອງ​ໄປ​ສູ່​ເມືອງ​ດາກ​ຈຶງອອກ​ສູ່​ຊາຍ​ແດນ​ຫວຽດນາມ ​ເຊິ່ງມີ​ແຜນການ​ກໍ່ ສ້າງ​ທາງ​ປູຢາງ​ມາ​ຫລາຍ​ປີ​ແລ້ວ, ​ແຕ່​ການ​ປະຕິບັດ​ຕົວ​ຈິງ​ຍັງ​ຖືກ​ຊັກ​ຊ້າ​ແກ່ຍາວ ຄື​ກັບ​ເສັ້ນທາງ​​ເລກທີ 18A  ຈາກ​ແຂວງ​ອັດ​ຕະປືຫາ​ແຂວງ​ຈຳປາ​ສັກ ມີ​ຄວາມ​ຍາວ

ທັງງາມທັງອຸ່ນ ( ຄໍລຳ ບັນຫາ ຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ເມື່ອອາກາດປ່ຽນຈາກຮ້ອນມາເປັນໜາວຄືດຽວນີ້, ບັນຫາທີ່ ຄວນຍິບຍົກຂຶ້ນ ມາໂສກັນຄວນ ເປັນເລື່ອງເຄື່ອງນຸ່ງຫົ່ມວ່າ ພວກເຮົາຄວນນຸ່ງຖືແນວໃດຈຶ່ງເໝາະສົມ ທັງງາມຕາ, ທັງປ້ອງກັນສຸຂະພາບ. ນີ້ແມ່ນຫົວຂໍ້ສະເພາະ ສຳລັບຜູ້ທີ່ມີທາງເລືອກ, ແຕ່ສຳລັບຄົນລາວອີກຈຳນວນບໍ່ໜ້ອຍ ທີ່ບໍ່ມີທາງເລືອກນັ້ນ, ພວກເຂົາ ຕ້ອງການ ເຄື່ອງນຸ່ງຫົ່ມພຽງເພ່ືອສູ້ກັບໄພໜາວ ຄືຂໍ ພຽງແຕ່ອຸ່ນ ຢ່າງດຽວກໍພໍແລ້ວ. ສະນັ້ນ ການ ບໍລິຈາກເຄື່ອງນຸ່ງຫົ່ມ ເພື່ອຕ້ານ ໄພໜາວຈຶ່ງຄວນໄດ້ຮັບບູລິມະສິດ. ອີກເລື່ອງ ໜຶ່ງທີ່ເຮັດໃຫ້ຈານ ແຍ່ປວດຢາເວົ້າເລື່ອງເຄື່ອງນຸ່ງ ໃນມື້ນີ້ ກໍຄືເລື່ອງບັດເຊີນທີ່ໄດ້ ຮັບສາມ-ສີ່ມື້ຢ້ອນຫລັງ ເພື່ອເຂົ້າ ຮ່ວມກອງ ປະຊຸມລະດັບທົ່ວປະ ເທດ ຢູ່ສະຖານທີ່ປະຊຸມລະດັບ “ອິນເຕີ” ຂອງໃຕ້ ຟ້າເມືອງລາວ. ຢູ່ສົ້ນກ້ຳຂວາຂອງໜັງສືເຊີນ ຂຽນວ່າ: “ແຕ່ງກາຍ: ຜ້າໄໝ ລາວ”. ຈານແຍ່ຕີຄວາມໝາຍ ເອົາເອງວ່າ: ຄົງ ແມ່ນເສື້ອແບບ ລາວໆ ເຮັດດ້ວຍຜ້າໄໝແທ້ຈາກ ມ້ອນທີ່ ກິນໃບມອນ, ແຕ່ຫາກບໍ່ ແມ່ນໄໝທຽມ ຫລື ໄໝປຸງແຕ່ງ ທີ່ພາສາໄທເອີ້ນວ່າ: “ໄໝສັງ ເຄາະ”. ກ່ອນມື້ເຂົ້າຮ່ວມປະຊຸມ ຕົວຈິງ, ຈານແຍ່ຄົ້ນເບິ່ງຕູ້ເຄື່ອງ ນຸ່ງ ແລະ ພົບວ່າເນື້ອຜ້າຂອງ ເສື້ອຊາຟາຣີທັງສາມຜືນທີ່ມີນັ້ນ ເຮັດດ້ວຍຜ້າໄໝຕ່າງປະເທດ, ບໍ່ ມີໄໝລາວ ພໍຜືນ, ເວົ້າແນວນີ້ ຢ່າ ຫາວ່າຈານແຍ່ນິຍົມ ຂອງນອກ, ແຕ່ຫາກແມ່ນເປັນຍ້ອນນິໄສບໍ່ ຫົວຊາ, ມີຜ້າຊະນິດໃດມໍ່ມືກໍເອົາ ໄປຕັດ, ຊາມຊາ ເພາະຄິດວ່າອີກ ບໍ່ດົນຈະມີ ການຮັບຮອງເອົາ ແບບເຄື່ອງນຸ່ງປະຈຳຊາດຢ່າງ ເປັນທາງການ.

ລະນຶກ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມຄົບຮອບ 70 ປີ



    ກະຊວງ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັບ​ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສສ ຫວຽດນາມ ​ປະ​ຈຳລາວ​, ໄດ້​ຈັດ​ພິທີໂຮມ​ຊຸມນຸມ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ ຕັ້ງກອງທັບ​ປະຊາຊົນ​ຫວຽດນາມຄົບຮອບ 70 (22/12/ 1944- 22/12/2014) ​​ໃນ​ວັນ​ທີ 22 ທັນ ວານີ້, ທີ່​​ກະຊວງ​ປ້ອງ​ກັນ​ປະ​ເທດ, ເພື່ອ​ລະນຶກ​ເຖິງ​ມູນ​ເຊື້​ອ ຂອງ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ​ປະຊາຊົນ​ຫວຽດ ນາມ​.
      ​ໃນ​ໂອກາດ​ນີ້, ທ່ານພົນ​ໂທ ແສງ​ນວນ ໄຊ​ຍະ​ລາດ ລັດຖະ ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​, ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ການ​ກຳ​ເນີ​ດ​ເກີດ​ຂຶ້ນຂອງ​ກອງທັບ​ປະຊາຊົນ​ຫວຽດນາມອັນເປັນ​ຂີດ​ໝາຍ​ສຳຄັນ​ທາງ​ດ້ານ​ການ​ເມືອງ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ, ​ເປັນ​ການ​ສືບ​ທອດ​ມູນ​ເຊື້ອຕໍ່ສູ້​ອັນ​ອົງອາດ​ກ້າ​ແກ່ນຂອງ​ບັນພະ​ບູລຸດຫວຽດ ນາມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂະ​ບວນການຕໍ່ສູ້ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ​ຂອງ​ປະຊາຊົນ​ຫວຽດ ນາມ, ພ້ອມ​ກັນນັ້ນ, ກໍ​ເປັນ​ການ​ປຸກລະດົມ​ກຳລັງ​ໃຈ​ອັນ​ມະຫາ ສານ​ໃຫ້​ແກ່​ປະຊາຊົນ​ຫວຽດນາ​ມທັງ​ຊາດ​ສາມັກຄີ​ກັນ​ເຂົ້າ​ເປັນ​ນ້ຳ​ໜຶ່ງ​ໃຈດຽວທີ່ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດ ນາມ,​ ເຊິ່ງມີປະທານ​ໂຮ່​ຈິ​ມິນຜູ້ຍິງ​ໃຫຍ່​

ໂຕໂຍຕ້າຈັບສະຫຼາກມອບໂຊກທ້າຍອາທິດທີ່ 11 ໃຫ້ລູກຄ້າ



   ວັນທີ 19 ທັນວານີ້ ບໍລິສັດ ລາວໂຕໂຍຕ້າບໍລິການຈຳກັດ, ໄດ້ຈັດພິທີ່ຈັບສະ ຫຼາກມອບລາງວັນໃຫ້ລູກຄ້າໃນໂຄງການລາວ ໂຕໂຍຕ້າແຈກໂຊກທຸກໆທ້າຍອາ ທິດຂຶ້ນ, ທີ່ບໍລິສັດດັ່ງກ່າວສາຂາທົ່ງຂັນຄຳ, ໃນນະຄອນຫຼວງ​ວຽງ​ຈັນເປັນອາທິດທີ 11, ໂດຍການ ເຂົ້າຮ່ວມຂອງ ​ເພັດ​ຕະວັນ ອິນ​ທະ​ວົງ, ຜູ້ຈັດການຝ່າຍການຕະ ຫຼາດບໍລິສັດດັ່ງກ່າວ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
  ຜູ້ຈັດການຝ່າຍການຕະຫຼາດ ກ່າວວ່າ: ໂຄງການໂຕໂຍຕ້າ ແຈກໂຊກທຸກໆທ້າຍ ອາທິດໄດ້ ເລີ່ມມາແຕ່ເດືອນຕຸລານີ້ໂດຍ ຈະດ ຳເນີນໄປຈົນຮອດທ້າຍປີ, ລວມມີ 12 ອາທິດ, ຊຶ່ງແຕ່ລະ ອາທິດຈະມີການຈັບສະຫຼາກ ເພື່ອແຈກໂຊກອາທິດລະ 3 ລາງ ວັນ ໃຫ້ລູກຄ້າຜູ້ທີ່ມາຊື້ລົດຈາກ ບໍລິສັດຂອງ​ຕົນນັບແຕ່ວັນ 1 ຕຸລານີ້ເປັນຕົ້ນໄປ, ຊຶ່ງລວມມີ ລາງວັນຕ່າງໆຄື: ລາງວັນທີ 1 ທ່ຽວຍີ່ ປຸ່ນມີ 12 ລາງວັນລາງ

ຕິດ​ຄຸກ 3 ປີ 6 ​ເດືອນ ຍ້ອນຂີ້ລັກ​ງັດ​ແງະ



      ​ໃນ​ວັນ​ທີ 17 ທັນວາ​ນີ້, ສານ​ນະຄອນຫລວງ​ວຽງ​ຈັນ ຕັດສິນ​ລົງ​ໂທດທ້າວ ກາວ ​ແມ້ງ ຫາວ ອາຍຸ 25 ປີ ສັນຊາດ​ຫວຽດນາມ ຢູ່​ບ້ານ​ລອງ​ເຊິ​ນ ​ເມືອງ​ແອັງ​ເຊິ​ນ ​ແຂວງ​ເງະ​ອານ ມາ​ພັກ​ເຊົາ​ຢູ່​ບ້ານ​ນາ​ໄຊ ​ເມືອງ​ໄຊ​ເສດ​ຖານະ ຄອນຫລວງ​ວຽງຈັນ ​ໃຫ້ຈຳ​ຄຸກ 3 ປີ 6 ​ເດືອນ ພ້ອມ​ປັບ​ໄໝ​ເງິນ 2,5 ລ້ານກີບ ​ໃນ​ຂໍ້​ຫາ​ລັກ​ຊັບ​ພົນ ລະ​ເມືອງ.
       ທ້າວ ກາວ ​ແມ້ງ ຫາວ ​ຮັບ​ສາລະພາບ​ວ່າ: ໄດ້​ເຄື່ອນ​ໄຫວ​ລັກ​ຊັບ​ພົນລະ​ເມືອງ​ຕາມ​ສະຖານ​ທີ່​ຕ່າງໆ​ມາ​ແລ້ວ 5 ຄັ້ງ ຄື​ຄັ້ງທີ 1 ລັກ​ຄອມ​ພິວ​ເຕີ​​ໂນ​ດບຸກ 1 ໜ່ວຍ ຂອງ​ຄົນ​ຫວຽດນາມ​ຢູ່​ບ້ານ​ນາ​ໄຊ, ຄັ້ງທີ 2 ລັກ​ລົດຈັກ​ຢູ່​ໂຮງ​ແຮມ​ລາວ​ປາລີ. ຈາກ​ນັ້ນ ກໍ​ໄປ​ລັກ​ຄອມ​ພິວ​ເຕີ​ໂນດບຸກ 1 ໜ່ວຍ ຢູ່​ໂຮງ​ແຮມ​ມາ​ນາ, ຄັ້ງທີ 3 ລັກ​ເອົາ​ກະ​ເປົາ​ເຄື່ອງ​ຂອງ​ຄົນ ຫວຽດນາມ​ຢູ່​ບ້ານ​ໂພນ​ສີນວນ ໄດ້​ໂທລະ ສັບ 4 ໜ່ວຍ ​ແລະ ປັດ​ສະ​ປໍ 4 ຫົວ, ຄັ້ງທີ 4 ລັກ​ກະ​ເປົາ​ເຄື່ອງ​ຂອງ​ຄົນ​ຫວຽດນາມ​ຢູ່​ບ້ານ​ຝາຍ ​ໄດ້​ເງິນ 2 ລ້ານ​ກີບ ແລະ ປັດ​ສະ​ປໍ 4 ຫົວ, ຄັ້ງຫລ້າ​ສຸດ ​ໃນ​ວັນ​ທີ 13 ​ເມສາ 2014 ​ໄດ້​ລັກ​ເອົາ​ຄອມ​ພິວ​ເຕີ​ໂນ​ດບຸກຢູ່​ໂຮງ​ແຮມ​ດວງ​ປະ​ເສີດ ​ໄດ້​ຄອມ​ພິວ​ເຕີ 2 ໜ່ວຍ ​ແລະ ​ເງິນ 600 ຢວນ, ມາ​ຮອດ​ວັນ​ທີ 18 ​ເມສາ 2014 ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​​ໄດ້​ຢູ່​ບ້ານ​ນາ​ໄຊມາ​ດຳ​ເນີນ​ຄະດີຕາມ​ລະ ບຽບ​ກົດໝາຍ.

ກາແດງສາກົນ ແລະ ກະຊວງປ້ອງກັນປະເທດຮ່ວມສຳມະນາກົດໝາຍມະນຸດສະທຳສາກົນ



         ຄະນະກໍາມະການກາແດງສາກົນ (ICRC) ແລະ ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສໍາມະນາກ່ຽວກັບກົດ ໝາຍມະນຸດສະທໍາສາກົນ (IHL) ຄັ້ງ ທີສອງຂຶ້ນພາຍໃຕ້ຫົວຂໍ້ “ການພິຈາລະນາກ່ຽວກັບມາດຖານ ດ້ານມະນຸດສະທຳເວລາ ທີ່ມີຄຳສັ່ງ ໃນການການດຳເນີນງານ” ໂດຍການເປັນປະທານ ໂດຍຮອງຫົວໜ້າພະແນກພົວພັນສາກົນ, ກະຊວງປ້ອງກັນປະ ເທດ ແລະ ຫົວ ໜ້າຫ້ອງການໂຄງການຂອງ ICRC, ພ້ອມກັບບັນ ດານາຍທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມກອງ ປະຊຸມຢູ່ທີ່ທ່າລາດ, ແຂວງວຽງຈັນ ແຕ່ວັນທີ 18-19 ທັນວາ 2014.
         ກອງປະຊຸມດັ່ງກ່າວແມ່ນ ເພື່ອເພີ່ມຄວາມຮູ້ກ່ຽວກັບກົດ ໝາຍມະນຸດສະທໍາສາກົນ (IHL) ແລະ ເພື່ອເປັນການສົນ ທະນາກ່ຽວກັບບັນດາຫົວຂໍ້ທີ່ກ່ຽວ ຂ້ອງກັບລັກສະນະດ້ານມະນຸດສະທໍາເພື່ອການພິຈາລະນາຢູ່ໃນຂັ້ນຕອນຕັດ ສິນໃຈທາງ ການທະຫານ. ກອງປະຊຸມສໍາມະນາ  ແມ່ນຈະຊ່ວຍໃຫ້ນາຍທະຫານສາມາດກໍານົດ, ພັດທະນາ ແລະ ເພີ່ມຄວາມອາດສາ ມາດຫຼັກຂອງ ພະນັກງານຢູ່ໃນການວິ ເຄາະສະຖານະການຂອງການດໍາເນີນງານ. ໂດ

ບໍລິສັດນະຄອນຫລວງອຸດສາຫະກຳເຫລັກ (VSI) ສະຫລອງການ ສ້າງຕັ້ງຄົບຮອບ 20 ປີ



     ວັນທີ 19 ທັນວາຜ່ານມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວ ຽງຈັນ ໄດ້ຈັດ ງານສະເຫລີມສະຫລອງ 20 ປີ ແຫ່ງການສ້າງຕັ້ງບໍລິສັດ ນະ ຄອນ ຫລວງອຸດສາຫະກຳເຫລັກ ຈຳກັດ (VSI), ໂດຍເປັນກຽດ ເຂົ້າຮ່ວມຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະ ກິດການຜະລິດ ແລະ ຈໍລະຈອນທັງເປັນປະທານຄະນະກຳມາທິການຮ່ວມ ມືລາວ-ຈີນ, ມີທ່ານລັດຖະມົນຕີ, ເອກອັກຄະ ລັດຖະທູດຈີນ ປະຈຳລາວ, ບັນ ດາບໍລິສັດຫ້າງຮ້ານທີ່ກ່ຽວຂ້ອງ ແລະ ພະນັກງານພາຍໃນບໍລິ ສັດດັ່ງກ່າວເຂົ້າຮ່ວມເປັນຈຳ ນວນຫລາຍ.
     ບໍລິສັດ ນະຄອນຫລວງ ອຸດສາຫະກຳເຫລັກ ຈຳກັດ ໄດ້ ຮັບອະນຸຍາດສ້າງຕັ້ງໃນວັນທີ 1 ກັນຍາ 1994 ດ້ວຍຊື່ບໍລິສັດ ວຽງ ຈັນ ອຸດສາຫະກຳເຫລັກ ຈຳກັດ ແລະ ເລີ່ມທຳການຜະລິດໃນ ທ້າຍປີ 1996 ເຊິ່ງເປັນໂຮງງານ ຜະລິດເຫລັກເສັ້ນ