Ad

Ad

26 January 2015

ຄວນກວດກາຄືນປ້າຍບໍລິການຫລາຍອັນຍັງເພີ່ມຂ້າມພາສາລາວ



       ໃນຂະນະທີ່ພັກ-ລັດໄດ້ເປີດກວ້າງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ນັບມື້ນັບຂະຫຍາຍໂຕກວ້າງຂວາງ, ບັນ ຫາການອະນຸຍາດອອກປ້າຍບໍລິການໃຫ້ແກ່ຫົວໜ່ວຍທຸລະກິດຕ່າງໆ ເມື່ອເບິ່ງແລ້ວການນຳໃຊ້ພາສາລາວ ທີ່ເປັນພາສາ ແມ່ຍັງມີໜ້ອຍກວ່າ, ຖ້າທຽບໃສ່ໜັງສືຕ່າງປະເທດ.
     ບັນຫາທີ່ກ່າວມາຂ້າງເທິງນີ້, ບັນດາສື່ໄດ້ນຳສະເໜີຂໍໃຫ້ມີການດັດແປງແກ້ໄຂມາຫລາຍຄັ້ງແລ້ວ, ແຕ່ກໍຍັງຖືກເມີນເສີຍບໍ່ ທັນເອົາໃຈໃສ່ເທົ່າທີ່ຄວນຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງມັນສະແດງອອກໃນການພົບເຫັນບັນດາປ້າຍໂຄສະນາ, ປ້າຍໃຫ້ບໍລິ ການຢູ່ຕາມຫ້າງຮ້ານຕ່າງໆໃນນະຄອນຫລວງວຽງຈັນ, ສ່ວນໃຫຍ່ເຫັນວ່າໂຕໜັງສືລາວທີ່ຕິດຢູ່ປ້າຍໜ້ອຍກວ່າໂຕໜັງສືສາ ກົນ ແລະ ບາງປ້າຍກໍຂຽນພາສາລາວບໍ່ຖືກ, ເບິ່ງແລ້ວເໝືອນກັບວ່າຍັງຂາດການຕິດຕາມກວດກາຂອງພາກສ່ວນກ່ຽວຂ້ອງ. ສະນັ້ນ ຄວນເຮັດແນວໃດທີ່ຈະສາມາດຮັກສາພາສາແມ່ຂອງປະເທດຕົນເອງໄວ້ໄດ້ ໂດຍສະເພາະພາກສ່ວນກ່ຽວ ຂ້ອງຈະ ຕ້ອງຖືສຳຄັນໃນການຕິດຕາມກວດກາການອອກປ້າຍໂຄສະນາໃຫ້ກັບຫົວໜ່ວຍທຸລະກິດແຕ່ລະ ຄົນບົນພື້ນຖານຮັກສາ ຄວາມເປັນເອກະລາດ, ອະທິປະໄຕ ແລະ ວັດທະ ນະທຳອັນດີງາມຂອງຊາດ.

No comments:

Post a Comment