Ad

Ad

26 January 2015

ລັດຖະບານນອກແວ ສືບຕໍ່ຊ່ວຍເຫລືອເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ




             ລັດຖະບານປະເທດນອກແວ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ລັດຖະ ບານ ສປປ ລາວ ໃນວົງເງິນ 886.132 ໂດລາ ສະຫະລັດ ຫລື ປະມານ 70 ຕື້ກວ່າ ກີບສຳລັບໂຄງການເກັບກູ້ລະເບີດບໍ່ທັນແຕກຕົກ ຄ້າງ ແຕ່ປາງສົງຄມໃນລາວ ໂດຍ ຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ ເປັນ ໄລຍະ 1 ປີ ນັບແຕ່ເດືອນຕຸລາ 2014 ຫາ ເດືອນກັນຍາ 2015. ທັງນີ້ ເປັນການປະຕິບັດ ສົນທິສັນຍາ ວ່າ ດ້ວຍການລະເບີດກະປາງທີ່ຕົກຄ້າງຢູ່ລາວ ຕາມທີ່ໄດ້ລົງນາມກັນຢູ່ ໂອສໂລ ໃນທ້າຍປີຜ່ານມາ.
             ການລົງນາມຊ່ວຍເຫລືອຄັ້ງນີ້ ມີຂຶ້ນໃນວັນທີ 22 ມັງກອນຜ່ານມາ, ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ບຸນ ເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ຂັ້ນສູນກາງ ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງ ຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານ ມໍເທັນ ໂຮກລັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ນອກແວ ແລະ
ທ່ານນາງ ຄະລີນາ ອິມໂມເນັນ ຜູ້ຕາງໜ້າ ອົງການສະຫະປະຊາຊາດ, ຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ.
     ທ່ານ ມໍເທັນ ໂຮກລັນ ກວ່າວ່າ: ລັດຖະບານນອກແວໄດ້ຖືເປັນບຸລິມະສິດໃນການຊ່ວຍເຫລືອແກ້ໄຂບັນຫາລູກລະເບີດ ບໍ່ທັນ ແຕກຢູ່ພື້ນທີ່ການຜະລິດເພື່ອນຳໃຊ້ຊັບພະຍາກອນໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງເປົ້າໝາຍຂອງການ ພັດທະນາ. ບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ລາວ ເປັນບັນຫາທີ່ຍືດເຍື້ອຍາວນານ ແລະ ກີດຂວາງຕໍ່ການພັດທະນາແຫ່ງ ຊາດກໍຄືເປົ້າໝາຍ ສະຫັດສະວັດດ້ານການພັດທະນາ, ສະນັ້ນລັດຖະບານຈະຕ້ອງເອົາໃຈໃສ່ແກ້ໄຂເປັນພິເສດ ເພາະເປັນອົງ ການໜຶ່ງທີ່ສຳຄັນເພື່ອນຳ ພາໃຫ້ກາຍເປັນປະເທດທີ່ກຳລັງພັດທະນາ ຢ່າງຊ້າບໍ່ໃຫ້ກາຍປີ 2020.
     ທ່ານ ບຸນເຮືອງ ດວງພະຈັນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານ ມໍເທັນ ໂຮກລັນ ກໍຄືລັດຖະບານນອກແວ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອຕໍ່ວຽກງານເກັບກູ້ລະເບີດຢູ່ລາວ ຕະຫລອດມາເປັນການປະກອບສ່ວນ ສຳຄັນໃນການບັນລຸເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາໂດຍສະເພາະ MDG9  ຂອງສປປ ລາວ. ການຊ່ວຍ ເຫລືອຂອງລັດຖະບານນອກແວ ຄັ້ງນີ້ ແມ່ນສອດຄ່ອງກັບແນວທາງການປັບປຸງແຜນການປະຕິບັດງານພາກສະ ໜາມຂອງ ໂຄງການເກັບກູ້ລະເບີດແຫ່ງຊາດທີ່ຈະເນັ້ນ ໃສ່ຫລັກຖານຂອງລູກລະເບີດ ເພື່ອດຳເນີນການສຳຫລວດ ແລະ ກວດກູ້ຢູ່ເຂດ ພື້ນທີ່ຖືກກຳນົດວ່າມີຄວາມອັນຕະລາຍຈາກ ລູກລະເບີດຕົກຄ້າງ ເຊິ່ງຈະຊ່ວຍໃຫ້ການເກັບກູ້ລະເບີດຢູ່ ສປປ ລາວ ມີປະສິດ ທິພາບຫລາຍຂຶ້ນກວ່າເກົ່າ.
     ລັດຖະບານນອກແວ ໄດ້ປະກອບສ່ວນຊ່ວຍເຫລືອແກ່ຂະແໜງເກັບກູ້ລະເບີດບໍ່ທັນແຕກ ຢູ່ລາວ ໂດຍຜ່ານອົງການ ສະຫະປະ ຊາຊາດ ນັບແຕ່ປີ 1996 ມາເຖິງປັດຈຸບັນ ມີມູນຄ່າ 3,7 ລ້ານໂດລາສະຫະ ລັດ ແລະ ເປັນປະເທດໜຶ່ງທີ່ໃຫ້ການ ຊ່ວຍເຫລືອໃນ ການລິເລີ່ມປະຕິບັດໂຄງາການເກັບກູ້ລະເບີດແຫ່ງຊາດລາວ.


             ລັດຖະບານປະເທດ ນອກແວ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອແກ່ລັດຖະບານ ສປປ ລາວ ໃນວົງເງິນ 886.132 ໂດລາ ສະຫະລັດ ຫລື ປະມານ 70 ຕື້ກວ່າກີບ ສຳລັບໂຄງການເກັບກູ້ລະເບີດບໍ່ທັນແຕກຕົກ ຄ້າງ ແຕ່ປາງສົງຄມໃນລາວ ໂດຍຜ່ານອົງ ການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ ເປັນ ໄລຍະ 1 ປີ ນັບແຕ່ເດືອນຕຸລາ 2014 ຫາ ເດືອນກັນຍາ 2015. ທັງນີ້ ເປັນການປະຕິບັດສົນທິສັນຍາ ວ່າ ດ້ວຍການລະເບີດກະປາງທີ່ຕົກຄ້າງຢູ່ລາວ ຕາມທີ່ໄດ້ລົງ ນາມກັນຢູ່ ໂອສໂລ ໃນທ້າຍປີຜ່ານມາ.
             ການລົງນາມຊ່ວຍເຫລືອຄັ້ງນີ້ ມີຂຶ້ນໃນວັນທີ 22 ມັງກອນຜ່ານມາ, ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ບຸນ ເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງ ຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານ ມໍເທັນ ໂຮກລັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ນອກແວ ແລະ ທ່ານນາງ ຄະລີນາ ອິມໂມເນັນ ຜູ້ຕາງໜ້າ ອົງການສະຫະປະຊາຊາດ, ຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ.
     ທ່ານ ມໍເທັນ ໂຮກລັນ ກວ່າວ່າ: ລັດຖະບານນອກແວໄດ້ຖືເປັນບຸລິມະສິດໃນການຊ່ວຍເຫລືອແກ້ໄຂບັນຫາລູກລະເບີດ ບໍ່ທັນ ແຕກຢູ່ພື້ນທີ່ການຜະລິດເພື່ອນຳໃຊ້ຊັບພະຍາກອນໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງເປົ້າໝາຍຂອງການພັດທະນາ. ບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ລາວ ເປັນບັນຫາທີ່ຍືດເຍື້ອຍາວນານ ແລະ ກີດຂວາງຕໍ່ການພັດທະນາແຫ່ງຊາດກໍຄືເປົ້າໝາຍ ສະຫັດສະວັດດ້ານການພັດທະນາ, ສະນັ້ນລັດຖະບານຈະຕ້ອງເອົາໃຈໃສ່ແກ້ໄຂເປັນພິເສດເພາະເປັນອົງການໜຶ່ງທີ່ສຳຄັນເພື່ອນຳ ພາໃຫ້ກາຍເປັນປະເທດທີ່ກຳລັງພັດທະນາ ຢ່າງຊ້າບໍ່ໃຫ້ກາຍປີ 2020.
     ທ່ານ ບຸນເຮືອງ ດວງພະຈັນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານ ມໍເທັນ ໂຮກລັນ ກໍຄືລັດຖະບານນອກແວ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອຕໍ່ວຽກງານເກັບກູ້ລະເບີດຢູ່ລາວ ຕະຫລອດມາເປັນການປະກອບສ່ວນສຳຄັນໃນການບັນລຸເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາໂດຍສະເພາະ MDG9  ຂອງສປປ ລາວ. ການຊ່ວຍເຫລືອຂອງລັດຖະບານນອກແວ ຄັ້ງນີ້ ແມ່ນສອດຄ່ອງກັບແນວທາງການປັບປຸງແຜນການປະຕິບັດງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດທີ່ຈະເນັ້ນ ໃສ່ຫລັກຖານຂອງລູກລະເບີດ ເພື່ອດຳເນີນການສຳຫລວດ ແລະ ກວດກູ້ຢູ່ເຂດພື້ນທີ່ຖືກກຳນົດວ່າມີຄວາມອັນຕະລາຍຈາກ ລູກລະເບີດຕົກຄ້າງ ເຊິ່ງຈະຊ່ວຍໃຫ້ການເກັບກູ້ລະເບີດຢູ່ ສປປ ລາວ ມີປະສິດ ທິພາບຫລາຍຂຶ້ນກວ່າເກົ່າ.
     ລັດຖະບານນອກແວ ໄດ້ປະກອບສ່ວນຊ່ວຍເຫລືອແກ່ຂະແໜງເກັບກູ້ລະເບີດບໍ່ທັນແຕກ ຢູ່ລາວ ໂດຍຜ່ານອົງການສະຫະປະ ຊາຊາດ ນັບແຕ່ປີ 1996 ມາເຖິງປັດຈຸບັນ ມີມູນຄ່າ 3,7 ລ້ານໂດລາສະຫະ ລັດ ແລະ ເປັນປະເທດໜຶ່ງທີ່ໃຫ້ການຊ່ວຍເຫລືອໃນ ການລິເລີ່ມປະຕິບັດໂຄງາການເກັບກູ້ລະເບີດແຫ່ງຊາດລາວ.

No comments:

Post a Comment