Ad

Ad

26 January 2015

ຍັງ​ມີ​ຜູ້​ລະ​ເມີດ​ກົດໝາຍວ່າ​ດ້ວຍ​ການ​ປະມົງ​



ໃນ​ໄລຍະ​ດຳ​ເນີນກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາ​​ແຫ່ງ​ຊາດ​ຊຸດ ທີ VII ລະຫວ່າງ​ທ້າຍ ເດືອນ​ ທັນວາ 2014 ຜ່ານ​ມາ ​ໄດ້ ​ມີ​ປະຊາຊົນ​ ບ້ານ ປາກ​ມາດ ​ເມືອງ​ແມດ ​ແຂວງ​ ວຽງຈັນ ສະ​ເໜີ​ໃຫ້​ຂັ້ນ​ເທິງ​ລົງ​ກວດກາ​ການ​ນຳ​ໃຊ້ ເຄື່ອງ ມື​ລ່າ​ສັດ ​ແລະ ຫາ​ປາ ທີ່​ຜິດ​ກົດໝາຍ ​ເຊັ່ນ: ປືນ, ​ເຄື່ອງ​ໄຟຟ້າ​ຊອດ​ປາທີ່​ມີຢ່າງ​ແພ່ຫຼາຍຢູ່​ບໍລິ​ເວນເມືອງ​ດັ່ງກ່າວ​. ຕໍ່ກັບ​ບັນຫາ​ນີ້ ທ່ານ ສີ​ທອນ ພິພັກຂະ​ວົງ ຮອງ​ກົມ​ລ້ຽສັດ ​ແລະ ການ​ປະມົງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ໄດ້​ຊີ້​ແຈງ​ວ່າ: ກົມ​ລ້ຽງສັດ ​ແລະ ການ​ປະ ມົງ​ໄດ້​ປະສານ​ໄປ​ຫາພະນັກງານ​ເມືອງ​ ທີ່​ກ່ຽວຂ້ອງລົງຕິດຕາມ​ ກວດກາ ​ເບິ່ງ​ຕົວ​ຈິງ​​ ເຫັນ​ວ່າ​​ເຄື່ອງ​ອຸປະກອນ​ດັ່ງກ່າວ, ມີ​ການວາງ​ຂາຍ​​ແທ້ ຢ່າງ​ເປີດ​ເຜີຍ ​ໂດຍ​ບໍ່ຄິດ​ຢ້ານ​ກົວ​ຕໍ່ລະບຽບກົດໝາຍບ້ານ ເມືອງ ​ແລະ ມີ​ການ​ນຳ​ໃຊ້ຫຼາຍຢູ່​ເຂດ​ດັ່ງກ່າວ​ນີ້    ສະ​ແດງ​ໃຫ້​ເຫັນ​ວ່າ ​ພະນັກງານ​ລັດ ​ແລະ ອຳນາດ​ກາ​ນ ປົກຄອງ​ທ້ອງ​ຖິ່ນ ຍັງ​ບໍ່ ທັນ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ເຖິງ​ຜົນ​ຮ້າຍ​ຂອງ​ອຸປະກອນ​ລ່າ​ສັດ ​ແລະ ​ເຄື່ອງມື​ຫາ​ປາເຫຼົ່ານີ້ ແລະ  ບໍ່ເປັນ​ເຈົ້າ​ກາ​ນນຳພາ​ປະຊາຊົນ​
ຈັດຕັ້ງປະ​ຕິ​ບັດ​ລະບຽບກົດໝາຍວ່າ​ດ້ວຍ​ການ​ປະມົງ​ທີ່ໄດ້​ລະບຸ​ໄວ້​ຄື: ຫ້າມ​ບຸກຄົນ, ການ ຈັດຕັ້ງພາຍ​ໃນ ແລະ ຕ່າງປະ​ເທດ​ຢູ່​ໃນປະ​ເທດລາວ ນຳ​​ໃຊ້​ທາດ​ເບື່ອ, ອາວຸດ, ລະ​ເບີດ, ​ເຄື່ອງ​ໄຟຟ້າ, ​ເຄື່ອງ​ແສງ, ​ແສງ​ທຽມ ຫຼື ສິ່ງ​ອື່ນໆ ເພື່ອ​ຫາ​ປາ​ໃນ​ນ້ຳຢ່າງ​ເດັດຂາດ.
            ທ່ານ ຍັງ​ໄດ້​ເນັ້ນອີກ​ວ່າ ​ໃນ​ແຕ່ລະ​ປີ ຂອງ​ວັນ​ປ່ອຍ​ປາ​ແຫ່ງ​ຊາດ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ກໍ​ໄດ້​ອອກ​ແຈ້ງ​ການ​ຫ້າມ​ນຳ​​ໃຊ້​ອຸປະກອນ​ຫາ​ປາ​ແບບ​ດັບ​ສູນ. ເຊິ່ງບັນຫາ​ນີ້​ເຫັນ​ວ່າ​ເປັນ​ບັນ​ຫາ​ລວມ ​ແລະ ​​ໃຫຍ່ ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເຊິ່ງຈະ​ຕ້ອງ​ໄດຮ່ວມ​ກັນ​ແກ້​ໄຂ. ປັດຈຸບັນ​ ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້​ກຳລັງ​ປັບປຸງ​ເຈົ້າໜ້າທີ່​ກ່ວດກາ​ການ​ປະມົງ ຢູ່​ຂັ້ນ​ເມືອງ ​ແລະ ສ້າງ​ຕາໜ່າງ ຢູ່​ຂັ້ນບ້ານ,  ພ້ອ​ມນັ້ນ ກໍ​ຈະ​ໄດ້​ປະສານ​ງານ​ກັບ​ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ເພື່ອ​ສ້າງ​ນິຕິ​ກຳ​ສະ​ເພາະ, ຫ້າມ​​ນຳ​ອາວຸດຊອດ​ປາ ​ແລະ ອຸປະກອນ​ຫາ​ປາ​ແບບ​ດັບ​ສູນຕ່າງໆ​ເຂົ້າ​ມາ​​ປະ​ເທດ. ຜ່ານ​ມາບໍ່ທັນ​ມີ​ການ​ປັບ​ໄໝຕໍ່ຜູ້​ກະທຳ​ຜິດ ມີ​ພຽງ​ສຶກສາ​ອົບຮົມ​, ​ແນະ​ນຳ ໃຫ້​ເຂົາ​ເຈົ້າບໍ່​ໃຫ້​ປະຕິບັດ​ຄື​ທີ່​ເຄີຍ​ເຮັດຜ່ານ​ມາ ​ແລະ ຕໍ່​ໄປ​ຈະ​ມີ​ການ​ດຳ​ເນີນ​ມາດ​ຕະການ​ຢ່າງ​ເດັດ​ຂາດຕໍ່ຜູ້​ລະ​ເມີດ​ເພື່ອ​ເຂັດຫຼາບ.

No comments:

Post a Comment